ໜັງສືພິມ

ຈາກ ວິກິພີເດຍ
ໜັງສືພິມຫຼາຍສະບັບ

ໜັງສືພິມ (ຄຳເຄົ້າ: ໜັງສືພິມພ໌[1], ອັງກິດ: newspaper, ຝຣັ່ງ: journal) ແມ່ນສິ່ງພິມທີ່ສະເໜີຂ່າວ ການເຄື່ອນໄຫວໃໝ່ໆ ທັງພາຍໃນແລະພາຍນອກປະເທດ ມີກຳໜົດການອອກທີ່ແນ່ນອນຕາຍໂຕ ໂດຍສ່ວນໃຫຍ່ຈະອອກເປັນລາຍມື້. ນອກຈາກນີ້ແລ້ວຍັງມີໜັງສືພິມລາຍສາມມື້ ລາຍສັບປະດາ ແລະລາຍເດືອນ. ໜັງສືພິມມັກຈະພິມລົງໃນເຈ້ຍສຳລັບພິມໜັງສືພິມໂດຍສະເພາະ ເຊິ່ງມີລາຄາຖືກ.

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.