ວັດຈະນານຸກົມ
ວັດຈະນານຸກົມແປສັບພາສາເຢຍລະມັນ-ລູມານີ.
ວັດຈະນານຸກົມ (ຄຳເຄົ້າ: ວັຈນານຸກົມ[໑], English: dictionary, ຝຣັ່ງ: dictionnaire) ແມ່ນປຶ້ມອ້າງອີງປະເພດນຶ່ງ ໂດຍທົ່ວໄປ ໝາຍເຖິງ ປຶ້ມທີ່ຮິບໂຮມຄຳສັບໃນວົງສັບທີ່ກຳໜົດ ແລະນິຍາມຄວາມໝາຍເອົາໄວ້ ເພື່ອໃຊ້ເປັນທີ່ຊອກຫາຄວາມໝາຍຂອງຄຳ ໂດຍມີການຮຽງລຳດັບຄຳສັບຕາມໂຕອັກສອນ ຕາມສຽງ ຫຼືຕາມລຳດັບອື່ນໆ ທີ່ເໝາະສົມສອດຄ້ອງກັບການໃຊ້ວັດຈະນານຸກົມນັ້ນໆ. ວັດຈະນານຸກົມຍັງມີໄນເຖິງປຶ້ມທີ່ໃຫ້ລາຍລະອຽດ ຄອບຄຸມວົງສັບທີ່ກວ້າງ ຂະນະທີ່ປຶ້ມຮິບໂຮມແລະອະທິບາຍຄຳສັບໃນວົງແຄບແລະມີຈຳນວນຈຳກັດ ມັກຈະເອີ້ນວ່າ ປະທານຸກົມ ຢ່າງໃດກໍດີ ຄຳວ່າປະທານຸກົມແລະວັດຈະນານຸກົມອາດໃຊ້ສະຫຼັບກັນໄດ້.
ອ້າງອີງ[ດັດແກ້]
- ↑ ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
ປຶ້ມ |
---|
ໜັງສືພິມ · ນິຕິຍາສານ · ວາລະສານ · ນິຍາຍ · ປຶ້ມກາຕູນ · ປຶ້ມຂຽນ · ວັດຈະນານຸກົມ · ປຶ້ມບັນທຶກ |