ໂຮງຮຽນຣາຊິນີບົນ
| ໂຮງຮຽນລາຊິນີບົນ โรงเรียนราชินีบน | |
|---|---|
| 885 ຖະໜົນສາມເສນ ແຂວງຖະໜົນນະຄອນໄຊສີ ເຂດດຸສິດ ບາງກອກ 10300 | |
| ຂໍ້ມູນ | |
| ຊື່ອັງກິດ | Rajinibon School |
| ອັກສອນຫຍໍ້ | ສ.ຜ.(RB) |
| ປະເພດ | ເອກະຊົນ |
| ຂຶ້ນກັບ | ສພຖ. |
| ສະຖາປະນາ | ຄ.ສ 1929 |
| ຜູ້ກໍ່ຕັ້ງ | ສົມເດັດພະລາຊະປິຕຸດສາ ເຈົ້າຟ້າວະໄລອະລົງກອນ ກົມມະຫຼວງເພັດຊະບຸລີລາຊະສິລິນທອນ |
| ລະຫັດ | 1110100030 |
| ພາສາ | ພາສາທີ່ມີການຮຽນການສອນໃນໂຮງຮຽນ |
| ສີ | ສີນ້ຳເງິນ-ສີຊົມພູ |
| ເພງ | ພິກຸນແກ້ວ |
| ສັນຍາລັກ | |
| ເວັບໄຊຕ໌ | www.rajinibon.ac.th |
ໂຮງຮຽນຣາຊິນີບົນ ແມ່ນໂຮງຮຽນຍິງລ້ວນລະດັບຊັ້ນອະນຸບານຮອດມັດຖະຍົມສຶກສາ ຕັ້ງຢູ່ທີ່ຕຶກຖະໜົນອັດສະດາງ ຜູ້ຊົງໃຫ້ກຳເໜີດໂຮງຮຽນຄື ສົມເດັດພະລາຊະປິຕຸດສາ ເຈົ້າຟ້າວະໄລອະລົງກອນ ກົມມະຫຼວງເພັດຊະບຸລີລາຊະສິລິນທອນ ເພື່ອອົບລົມໃຫ້ນັກຮຽນຜູ້ດີທັນສະໄໝ ແຕ່ຄົງຄວາມເປັນກຸນລະສະຕີທີ່ງົດງາມ ພຽບພ້ອມໃນທຸກໆດ້ານ ໂຮງຮຽນລາຊິນີບົນໃຫ້ເປັນສະຖານສຶກສາທີ່ມີຄວາມພ້ອມແລະທັນສະໄໝໃນທຸກໆດ້ານ ມີຄວາມສະອາດສະຫງົບລົ່ມລື່ນ ປະຈຸບັນໂຮງຮຽນມີເນື້ອທີ່ 15 ໄຮ່ 3 ງານ 74 ຕາລາງວາ ສົມເດັດພະລາຊະປິຕຸດສາ ເຈົ້າຟ້າວະໄລອະລົງກອນ ກົມມະຫຼວງເພັດຊະບຸລີລາຊະສິລິນທອນ ປະທານນາມໂຮງຮຽນວ່າ "ໂຮງຮຽນລາຊິນີບົນ" ເມື່ອ ຄ.ສ. 1929 ເປັນຕົ້ນໄປ
ປະຫວັດ
[ດັດແກ້]ຄ.ສ. 1922 ໂຮງຮຽນລາຊິນີບົນເປີດສອນທີ່ຕຶກຂອງພະຍາມະຫິບານ ຖະໜົນສາມເສນແຂວງຖະໜົນນະຄອນໄຊສີ ເຂດດຸສິດ ບາງກອກແລະໂຮງໄຟຟ້າສາມເສນ (ສະຖານທີ່ປະຈຸບັນ) ເມື່ອຕັ້ງຢູ່ບ່ອນນີ້ໄດ້ 3 ປີ ໄດ້ຂະຫຍາຍການສອນສູງຂຶ້ນຕາມລຳດັບຈົນເຖິງຊັ້ນມັດຖະຍົມປີທີ່ 6
ຄ.ສ. 1926 ສົມເດັດພະລາຊະປິຕຸດສາ ເຈົ້າຟ້າວະໄລອະລົງກອນ ກົມມະຫຼວງເພັດຊະບຸລີລາຊະສິລິນທອນຊົງພະສັດທາບໍລິຈາກທຸນນະຊັບອຸດໜຸນການສຶກສາເປັນຈຳນວນຫຼາຍໂປດໃຫ້ຈັດຊື້ທີ່ດິນບ້ານພະຍາມະຫິບານຈຳນວນ 2 ໄຣ່ 75 ຕາລາງວາ