Jump to content

ເກີຣລ໌ສ ອຸນ ພັນເຊີ

ຈາກ ວິກິພີເດຍ
ເກີຣລ໌ສ ອຸນ ພັນເຊີ
ພາບສະແດງຫຼັກຂອງຊຸດອະນິເມະໂທລະພາບເກີຣລ໌ສ ອຸນ ພັນເຊີ ໂດຍມີຕົວລະຄອນຫຼັກທັງຫ້າຄື(ຊ້າຍຫາຂວາ): ຢູຄາຣິ ອາກິຢາມະ, ຊາໂຕຣິ ທາເຄເບະ, ມິໂຮະ ນິຊິຊຶມິ, ມາໂກະ ເຣເຊ ແລະ ຮານະ ອິຊູຊຸ
ພາບສະແດງຫຼັກຂອງຊຸດອະນິເມະໂທລະພາບເກີຣລ໌ສ ອຸນ ພັນເຊີ ໂດຍມີຕົວລະຄອນຫຼັກທັງຫ້າຄື(ຊ້າຍຫາຂວາ): ຢູຄາຣິ ອາກິຢາມະ, ຊາໂຕຣິ ທາເຄເບະ, ມິໂຮະ ນິຊິຊຶມິ, ມາໂກະ ເຣເຊ ແລະ ຮານະ ອິຊູຊຸ
ຊື່ເກີຣລ໌ສ ອຸນ ພັນເຊີ
ຊື່ພາສາຍີ່ປຸ່ນガールズ&パンツァー
ໂຣມາຈິGāruzu ando Pantsā
ຊື່​ພາ​ສາ​ອັງ​ກິດ​​Girls und Panzer
ປະເພດແອັກຊັ້ນ, ຕະຫຼົກ, ການທະຫານ[1][2]
ມັງງະ
ແຕ້ມໂດຍຣຽວຮິຈິ ໄຊຕານິຢະ
ສຳນັກພິມມີເດຍແຟັກໂຕຣີ
ນິດຕະຍະສານຄອມມິກ ແຟລັບເປີ ລາຍເດືອນ
ກຸ່ມເປົ້າໝາຍເຊເນັງ
ວາງຈຳໜ່າຍຕັ້ງແຕ່ວັນທີ5 ມິຖຸນາປີ2012 – ວັນທີ5 ມີນາປີ2014
ຈຳນວນເຫຼັ້ມ4
ມັງງະ
ກອງທັບຕົວນ້ອຍ
ແຕ້ມໂດຍສືຈິອິ
ສຳນັກພິມມີເດຍແຟັກໂຕຣີ
ນິດຕະຍະສານຄອມມິກອາໄລຟ໌ ລາຍເດືອນ
ກຸ່ມເປົ້າໝາຍເຊເນັງ
ວາງຈຳໜ່າຍຕັ້ງແຕ່ວັນທີ27 ມິຖຸນາປີ2012 – ວັນທີ26 ມັງກອນປີ2013
ຈຳນວນເຫຼັ້ມ2
ມັງງະ
4-ຊ່ອງ ພັນເຊີ ໂຟ້ຣ໌!
ແຕ້ມໂດຍຢູມະ
ສຳນັກພິມເກັກເກັນ
ນິດຕະຍະສານນິດຕະຍະສານເມກາມິ
ໂຈ້! ອະນິມີເດຍ(ອອນລາຍ)
ວາງຈຳໜ່າຍຕັ້ງແຕ່ວັນທີ30 ກໍລະກົດປີ2012 – ວັນທີ26 ກໍລະກົດປີ2022
ຈຳນວນເຫຼັ້ມ1
ຊຸດອະນິເມະໂທລະພາບ
ກຳກັບໂດຍສຶໂຕມຸ ມິຊຶຊິມະ
ອຳນວຍການໂດຍ
  • ຄິໂຢຊິ ຊູກິຢາມະ * ໂຢອິຈິ ເຊກິເນະ * ຮິໂຣຊຶກຸ ໂອກິສຶ * ໂຢເຮ ຮາຢາຊິ * ທາເຄຊິ ອິຊິງາກິ
ຂຽນບົດໂດຍເຣໂກະ ໂຢຊິດະ
ດົນຕີໂດຍຊິໂຣະ ຮາມາກຸຈິ
ສະຕູດີໂອແອັດຕັສ
ເຄືອຂ່າຍໂຕກຽວເອັມເອັກຊ໌, ທີວີໂອຊາກ້າ, ທີວີໄອຈິ, ນິບປອນ ບີເອັສ, ເອທີ-ເອັກຊ໌
ສາຍ ວັນທີ9 ຕຸລາປີ2012 – ວັນທີ25 ມີນາປີ2012
ຕອນ12 + 2 ຕອນພິເສດ
ໄລທ໌ໂນເວລ
ຂຽນໂດຍຢູ ຮິບິກິ
ແຕ້ມໂດຍ
ສຳນັກພິມມີເດຍແຟັກໂຕຣີ
ໃນເຄືອMF Bunko J
ວາງຈຳໜ່າຍຕັ້ງແຕ່ວັນທີ22 ພະຈິກປີ2012 – ວັນທີ25 ມິຖຸນາປີ2013
ຈຳນວນເຫຼັ້ມ3
ໂອວີເອ
ກຳກັບໂດຍສຶໂຕມຸ ມິຊຶຊິມະ
ອຳນວຍການໂດຍ
  • ຄິໂຢຊິ ຊູກິຢາມະ * ໂຢອິຈິ ເຊກິເນະ * ຮິໂຣຊຶກຸ ໂອກິສຶ * ໂຢເຮ ຮາຢາຊິ * ທາເຄຊິ ອິຊິງາກິ
ຂຽນບົດໂດຍເຣໂກະ ໂຢຊິດະ
ດົນຕີໂດຍຊິໂຣະ ຮາມາກຸຈິ
ສະຕູດີໂອແອັດຕັສ
ສາຍ ວັນທີ21 ທັນວາປີ2012 – ວັນທີ21 ມິຖຸນາປີ2013
ຄວາມຍາວ4-16ນາທີ
ຕອນ6
ໂອວີເອ
ວິຊາສຶກສາລົດຖັງກັບອາຈານອາກິຢາມະ ຢູຄາຣິ
ອຳນວຍການໂດຍ
  • ຈຸນ ຢູກາວະ
  • ຄິໂຢຊິ ຊູກິຢາມະ
ສະຕູດີໂອແອັດຕັສ
ສາຍ ວັນທີ21 ທັນວາປີ2012 – ວັນທີ21 ມິຖຸນາປີ2013
ຄວາມຍາວ5-7ນາທີ
ຕອນ6
ມັງງະ
ນີ້ແມ່ນປະຕິບັດການໆເພີ່ມຄວາມຮັກ!
ແຕ້ມໂດຍມາຣູໂອະ ນິອິ
ສຳນັກພິມມີເດຍແຟັກໂຕຣີ
ນິດຕະຍະສານຄອມມິກອາໄລຟ໌ ລາຍເດືອນ
ກຸ່ມເປົ້າໝາຍເຊເນັງ
ວາງຈຳໜ່າຍຕັ້ງແຕ່ວັນທີ27 ພຶດສະພາປີ2013 – ປັດຈຸບັນ
ຈຳນວນເຫຼັ້ມ19
ມັງງະ
ຄອມມິກ ແອນໂທໂລຈີ
ສຳນັກພິມມີເດຍແຟັກໂຕຣີ
ໃນເຄືອMF ຊຸດຄອມມິກ ແຟລັບເປີ
ວາງຈຳໜ່າຍຕັ້ງແຕ່ວັນທີ23 ຕຸລາປີ2013 – ວັນທີ22 ພະຈິກປີ2014
ຈຳນວນເຫຼັ້ມ2
ເກມ
ມາສເຕີເຊັນຊະໂດ່!
ພັດທະນາໂດຍບັນໄດ ນັມໂຄ ເກມສ
ວາງຈຳໜ່າຍໂດຍບັນໄດ ນັມໂຄ ເກມສ
ປະເພດເກມແອັກຊັ້ນ
ເຄື່ອງຫຼິ້ນເພລສະເຕຊັນ ວີຕ້າ
ໂອວີເອ
ນີ້ແຫຼະຄືເສິກແອນສີໂອທີ່ແທ້ຈິງ!
ກຳກັບໂດຍສຶໂຕມຸ ມິຊຶຊິມະ
ອຳນວຍການໂດຍ
  • ຄິໂຢຊິ ຊູກິຢາມະ * ໂຢອິຈິ ເຊກິເນະ * ຮິໂຣຊຶກຸ ໂອກິສຶ * ໂຢເຮ ຮາຢາຊິ * ຊິນິຈິ ຊູກາວາຣະ
ດົນຕີໂດຍຊິໂຣະ ຮາມາກຸຈິ
ສະຕູດີໂອແອັດຕັສ
ສາຍວັນທີ5 ກໍລະກົດປີ2014
ຄວາມຍາວ38ນາທີ
ມັງງະ
ນັກຮົບຣິມບອນແດງ
ແຕ້ມໂດຍ
  • ທາເກຊິ ໂນງາມິ
  • ທາກາອາກິ ຊຸຊູກິ
ສຳນັກພິມມີເດຍແຟັກໂຕຣີ
ນິດຕະຍະສານຄອມມິກ ແຟລັບເປີ ລາຍເດືອນ
ກຸ່ມເປົ້າໝາຍເຊເນັງ
ວາງຈຳໜ່າຍຕັ້ງແຕ່ວັນທີ5 ກັນຍາປີ2014 – ວັນທີ5 ມີນາປີ2021
ຈຳນວນເຫຼັ້ມ16
ມັງງະ
ຄອມມິກ ແອນໂທໂລຈີ SIDE
ສຳນັກພິມອິຈິຈິນຊະ
ໃນເຄືອດີເອັນເອ ມີເດຍ ຄອມມິກສ໌
ວາງຈຳໜ່າຍຕັ້ງແຕ່ວັນທີ5 ພະຈິກປີ2014 – ປັດຈຸບັນ
ຈຳນວນເຫຼັ້ມ9
ມັງງະ
ນີ້​ຄື​ເສິກ​ການຕໍ່​ສູ້ອັນດຸ​ເດືອດ​ແຫ່ງມາ​ຈິ​ໂນ!
ແຕ້ມໂດຍຣຽວຮິຈິ ໄຊຕານິຢະ
ສຳນັກພິມບໍລິສັດຄາໂດຄາວະ
ນິດຕະຍະສານຄອມມິກວອກເກີ (ອອນລາຍ)
ວາງຈຳໜ່າຍຕັ້ງແຕ່ວັນທີ19 ພະຈິກປີ2014 – ວັນທີ19 ເມສາປີ2015
ຈຳນວນເຫຼັ້ມ2
ມັງງະ
ກອງທັບຕົວນ້ອຍ II
ແຕ້ມໂດຍສືຈິອິ
ສຳນັກພິມມີເດຍແຟັກໂຕຣີ
ນິດຕະຍະສານຄອມມິກອາໄລຟ໌ ລາຍເດືອນ
ວາງຈຳໜ່າຍຕັ້ງແຕ່ວັນທີ27 ເມສາປີ2015 – ວັນທີ26 ພຶດສະພາປີ2016
ຈຳນວນເຫຼັ້ມ3
ເກມ
ປະຕິບັດການເຊັນຊະໂດ່ອັນຍິ່ງໃຫຍ່!
ພັດທະນາໂດຍໂຊວ໌ເກດ
ວາງຈຳໜ່າຍໂດຍມອດແຄດເກມສ໌
ປະເພດເກມຈຳລອງສະຖານະການ
ເຄື່ອງຫຼິ້ນແອນດຣອຍດ໌, ໄອໂອເອັສ, ພີຊີ
ມັງງະ
ຄອມມິກ ແອນໂທໂລຈີ 4-ຊ່ອງ
ສຳນັກພິມມີເດຍແຟັກໂຕຣີ
ໃນເຄືອMF ຊຸດຄອມມິກສ໌ອາໄລຟ໌ ລາຍເດືອນ
ຕີພິມວັນທີ21 ພະຈິກປີ2015
ຈຳນວນເຫຼັ້ມ1
ມັງງະ
ການ​ແນະ​ນຳ​ເຫຼົ່າ​ລົດ​ຖັງ
ແຕ້ມໂດຍມິໂດຣິ ຮາກິ
ສຳນັກພິມມີເດຍແຟັກໂຕຣີ
ນິດຕະຍະສານຄອມມິກ ແຟລັບເປີ ລາຍເດືອນ
ກຸ່ມເປົ້າໝາຍເຊເນັງ
ວາງຈຳໜ່າຍຕັ້ງແຕ່ວັນທີ5 ສິງຫາປີ2016 – ວັນທີ5 ມິຖຸນາປີ2019
ຈຳນວນເຫຼັ້ມ5
ມັງງະ
ເຟສ ເອ​ຣິ​ກະ
ແຕ້ມໂດຍຣຽວຮິຈິ ໄຊຕານິຢະ
ສຳນັກພິມຄາໂດຄາວະ
ນິດຕະຍະສານຄອມມິກວອກເກີ (ອອນລາຍ)
ວາງຈຳໜ່າຍຕັ້ງແຕ່ວັນທີ19 ກັນຍາປີ2016 – ວັນທີ19 ມີນາປີ2018
ຈຳນວນເຫຼັ້ມ3
ມັງງະ
ຊີວິດປະຈຳວັນຂອງເຫຼົ່າສາວໆໃນເກີຣລ໌ສ ອຸນ ພັນເຊີ: ຄອມມິກ ແອນໂທໂລຈີ 4-ຊ່ອງ
ສຳນັກພິມມີເດຍແຟັກໂຕຣີ
ໃນເຄືອMF ຊຸດຄອມມິກສ໌ອາໄລຟ໌ ລາຍເດືອນ
ວາງຈຳໜ່າຍຕັ້ງແຕ່ວັນທີ23 ມີນາປີ2017 – ວັນທີ23 ກຸມພາປີ2019
ຈຳນວນເຫຼັ້ມ4 + 2ເຫຼັ້ມເສີມ
ມັງງະ
ເກກິກະ
ແຕ້ມໂດຍໂມໂຕຟູມິ ໂຄບາຢາຊິ
ສຳນັກພິມໂຊງາຄຸຄັງ
ນິດຕະຍະສານໂກໂຣໂກໂຣ ອະນິກິ
ກຸ່ມເປົ້າໝາຍເຊເນັງ
ວາງຈຳໜ່າຍຕັ້ງແຕ່ວັນທີ15 ທັນວາປີ2017 – ວັນທີ15 ມີນາປີ2021
ຈຳນວນເຫຼັ້ມ1
ເກມ
ການແຂ່ງຂັນລົດຖັງໃນຝັນ
ພັດທະນາໂດຍນັດສຶເມະ ອາຕາຣິ
ວາງຈຳໜ່າຍໂດຍບັນໄດນັມໂຄ ເອັນເຕີເທນເມັນ
ປະເພດເກມແອັກຊັ້ນ
ເຄື່ອງຫຼິ້ນເພລສະເຕຊັນ 4
ນິນເທັນໂດ ສະຫວິດຊ໌ (ເປັນ ການແຂ່ງຂັນລົດຖັງໃນຝັນ DX)
ມັງງະ
ບັນທຶກການຮົບຂອງອີຄັທຢູຊາແຫ່ງປຣາບຟດ້າ
ແຕ້ມໂດຍຮາຈິເມະ ໂຢຊິດະ
ສຳນັກພິມຄາໂດຄາວະ
ນິດຕະຍະສານຄອມມິກວອກເກີ (ອອນລາຍ)
ວາງຈຳໜ່າຍຕັ້ງແຕ່ວັນທີ19 ກໍລະກົດປີ2018 – ວັນທີ19 ທັນວາປີ2021
ຈຳນວນເຫຼັ້ມ5
ເກມ
ລວມພົນ! ເຊັນຊະໂດ່ທຸກຄົນ!!
ພັດທະນາໂດຍແຄລບເກມສ໌
ບັນໄດນັມໂຄ ເອັນເຕີເທນເມັນ
ວາງຈຳໜ່າຍໂດຍບັນໄດນັມໂຄ ເອັນເຕີເທນເມັນ
ປະເພດເກມຈຳລອງຊີວິດ
ເຄື່ອງຫຼິ້ນແອນດຣອຍດ໌, ໄອໂອເອັສ
ມັງງະ
ຕົ້ນແປກ ແລະ ແມ່ມົດປີກເຫຼັກ
ແຕ້ມໂດຍມິຈິໂອ ມຸຣາຄາວະ
ສຳນັກພິມຄາໂດຄາວະ
ນິດຕະຍະສານຄອມມິກວອກເກີ (ອອນລາຍ)
ວາງຈຳໜ່າຍຕັ້ງແຕ່ວັນທີ16 ພະຈິກປີ2018 – ປັດຈຸບັນ
ຈຳນວນເຫຼັ້ມ2
ມັງງະ
ອາ​ວັນ​ຕີ້! ໂຮງຮຽນແອນສີໂອ
ແຕ້ມໂດຍບົງກາຣະ
ສຳນັກພິມຄາໂດຄາວະ
ນິດຕະຍະສານເອັກຊ(ທະວິດເຕີ)ຂອງນິດຕະຍະສານເດັນເກກິ (ອອນລາຍ)
ວາງຈຳໜ່າຍຕັ້ງແຕ່ວັນທີ1 ກຸມພາປີ2019 – ວັນທີ21 ມິຖຸນາປີ2021
ຈຳນວນເຫຼັ້ມ3
ມັງງະ
ເກີຣລ໌ສ ແພນເດີໂມນຽມ
ແຕ້ມໂດຍຮາຈິເມະ ໂຢຊິດະ
ສຳນັກພິມມີເດຍແຟັກໂຕຣີ
ໃນເຄືອຄອມມິກອາໄລຟ໌+
ນິດຕະຍະສານຄອມມິກວອກເກີ (ອອນລາຍ)
ວາງຈຳໜ່າຍຕັ້ງແຕ່ວັນທີ7 ຕຸລາປີ2022 – ປັດຈຸບັນ
ຮູບເງົາອະນິເມະ
ກາ​ຕູນ​ຍີ່​ປຸ່ນ​

ເກີຣລ໌ສ ອຸນ ພັນເຊີ (Girls und Panzer, ガールズ&パンツァー, ມີສ່ວນທີ່ເປັນພາສາເຢຍລະມັນແປວ່າ "ເດັກສາວກັບລົດຖັງ"), ຫຼື ຫຍໍ້ວ່າ GuP ຫຼື ກາຣູພັນ (ガルパン), ແມ່ນກາຕູນພາບເຄື່ອນໄຫວຍີ່ປຸ່ນທີ່ສ້າງດ້ວຍ ແອັດຕັສ[3] ເຊິ່ງກ່ຽວກັບການແຂ່ງຂັນກິລາທີ່ໃຊ້ລົດຖັງມາຍິງກັນລະຫວ່າງໂຮງຮຽນຍິງລ້ວນ.

ກາຕູນເລື່ອງນີ້ກຳກັບໂດຍ ມິສຸສິມະ ສຶໂທມຸ, ຂຽນບົດໂດຍ ໂຢສິດະ ເຣັນໂກະ ແລະ ອຳນວຍການສ້າງໂດຍ ຊູງິຢາມາ ຄິໂຢຊິ ແລະ ສູຊຸກິ ທາກະອາກິ ທີ່ເປັນທີ່ປຶກສາທາງດ້ານປະຫວັດສາດທາງທະຫານ. ອອກອາກາດເທິງໂທລະທັດທີ່ຍີ່ປຸ່ນລະຫວ່າງເດືອນຕຸລາ ຫາ ເດືອນທັນວາປີ2012, ມີສອງຕອນເພີ່ມເຕີມອອກອາກາດເມື່ອເດືອນມີນາປີ2013 ແລະ ໂອວີເອ (OVA, ວີດີໂອຕົ້ນສະບັບ, ໃນທີ່ນີ້ໝາຍເຖິງວີດີໂອທີ່ຜະລິດຂຶ້ນມາເປັນພິເສດສະເພາະເລື່ອງນັ້ນໆ)ເປີດຕົວເມື່ອເດືອນກໍລະກົດປີ2014.[4][5] ໜັງສືກາຕູນ9ເລື່ອງ ແລະ ສະບັບແປງເປັນໄລທ໌ໂນເວວ(ນິຍາຍກະຕູນ)ຂອງກະຕູນ ຕີພິມໂດຍ ມິເດຍແຟັກໂຕລີ. ໜັງທີ່ສາຍຢູ່ຍີ່ປຸ່ນອີກໜຶ່ງເລື່ອງ.[6][7] ແລະ ຕອນຍາວທີ່ສາຍໃນໂຮງໜັງແບ່ງເປັນ6ສ່ວນ ເລີ່ມສາຍຕັ້ງແຕ່ປີ2017.[8]

ເນື້ອເລື່ອງ

[ດັດແກ້]

ການຈັດເລື່ອງ

[ດັດແກ້]

ເລື່ອງລາວຈາກເກີດໃນໂລກທີ່ລົດຖັງສະໄໝສົງຄາມໂລກຄັ້ງທີ2ຖືກເກັບຮັກສາໄວ້ສຳລັບການແຂ່ງຂັນຍຸດທະສາດສົງຄາມໃນຮູບແບບກິລາ ແລະ ເຮືອບັນທຸກໃຫຍ່, ຫຼື ເອີ້ນວ່າ ເຮືອໂຮງຮຽນ, ເປັນປຽບສະເໝືອນຊຸມຊົນເຄື່ອນທີ່ກາງທະເລ. ຈາກກິດຈະກຳຫຼາຍໆຢ່າງຂອງເຫຼົ່ານັກຮຽນທີ່ເຂົ້າລວມ, ໜຶ່ງໃນນັ້ນທີ່ເປັນທີ່ນິຍົມທີ່ສຸດແມ່ນ "ເຊັນຊະໂດ່" (戦車道, ວິຖີແຫ່ງລົດຖັງ, ໃນເວີຊັນພາສາອັງກິດທາງການຈະໃຊ້ຄຳເຢຍລະມັນວ່າ "Panzerfahren", ແຕ່ບາງສະບັບກໍໃຊ້ "Tankery"), ສີລະປະແຫ່ງການບັນຊາການລົດຖັງ, ເຊິ່ງຖືວ່າເປັນສີລະປະການຕໍ່ສູ້ແບບດັ້ງເດີມ "ສຳລັບຜູ້ຍິງ".

ໂຄງເລື່ອງ

[ດັດແກ້]

ນິຊິຊຶມິ ມິໂຮະ, ເດັກສາວທີ່ເກີດໃນຄອບຄົວນັກຂັບລົດຖັງ ແລະ ຜູ້ເຝີກເຊັນຊະໂດ່ທີ່ມີຊື່ສຽງ ເຊິ່ງຈິດໃຈເບາະຊໍ້າຈາກເຫດການໃນອະດີດ, ລາວໄດ້ຍ້າຍມາຢູ່ໂຮງຮຽນສະຕີໂອ່ອາໄຣເພື່ອໜີຈາກເຊັນຊະໂດ່, ເຊິ່ງລາວຄິດວ່າໂຮງຮຽນນີ້ບໍ່ມີການເຝີກກິລານີ້ອີກແລ້ວ. ລາວໄດ້ເລີ່ມໃຊ້ຊີວິດໃໝ່ໃນໂຮງຮຽນ ແລະ ໄດ້ຮູ້ຈັກກັບໝູ່ເພື່ອນໃໝ່ໆ, ຫຼັງຈາກນັ້ນບໍ່ດົນ, ສະພານັກຮຽນໄດ້ປະກາດວ່າຈະມີການເຝີກເຊັນຊະໂດ່ອີກຄັ້ງ ແລະ ບັງຄັບໃຫ້ມິໂຮະ ເຊິ່ງເປັນພຽງຜູ້ດຽວທີ່ມິປະສົບການເຂົ້າລວມ. ລາວປະຕິເສດເທົ່າທີ່ໃນຊ່ວງແຮກ, ແຕ່ເມື່ອຮູ້ວ່າຖືກບັງຄັບລາວກໍເກີດອາກາດຊັອກ, ຢ້ານກົວ ແລະ ບໍ່ມີກະຈິດກະໃຈເຮັດຫຍັງທັງສິ້ນ, ເຮັດໃຫ້ໝູ່ເພື່ອນເປັນຫ່ວງ ຈຶ່ງພະຍາຍາມໃຫ້ກຳລັງໃຈ ແລະ ໄດ້ເຂົ້າລວມເຊັນຊະໂດ່ນຳ, ເຮັດໃຫ້ລາວສາມາດກ້າວຂ້າມເຫດການໃນອະດີດໄປໄດ້ ແລະ ໄດ້ເລີ່ມເຝີກເຫຼົ່ານັກຮຽນຄົນອື່ນໆໃນຖານະຜູ້ບັນຊາການ ແລະ ໄດ້ເຂົ້າລວມການແຂ່ງຂັນເຊັນຊະໂດ່ລະດັບປະເທດ, ເຊິ່ງຈະຕ້ອງສູ້ກັບຫຼາກຫຼາຍໂຮງຮຽນ, ແຕ່ການແຂ່ງຂັນກໍເຄັ່ງຕຶງຂຶ້ນ ເນື່ອງຈາກພວກເຂົາໄດ້ຮູ້ວ່າຫາກພວກເຂົາບໍ່ຊະນະການແຂ່ງຂັນ, ໂຮງຮຽນຂອງພວກເຂົາຈະຖືກປິດ.[9]

ນອກນີ້ຍັງມີ ເກີຣລ໌ ອຸນ ພັນເຊີ: ກອງທັບຕົວນ້ອຍ, ເຊິ່ງເລົ່າເຖິງມິໂຮະສະໄໝປະຖົມທີ່ໄດ້ເຂົ້າລວມເຊັນຊະໂດ່ກັບໝູ່ເພື່ອນເດັກປະຖົມຂອງລາວ, ແລະ ຍັງມີພາກແຍກອື່ນໆອີກທີ່ເລົ່າກ່ຽວກັບເບື້ອງເລິກເບື້ອງຫຼັງຂອງໂຮງຮຽນ ແລະ ຕົວລະຄອນຕ່າງໆພາຍໃນເລື່ອງ.

ອະນິເມະ

[ດັດແກ້]

ເກີຣລ໌ສ ອຸນ ພັນເຊີ ອອກອາກາດຕອນແຮກເປັນຄັ້ງທຳອິດເທິງຊ່ອງໂຕກຽວເອັມເອັກຊເມື່ອວັນທີ9, ເດືອນຕຸລາ ປີ2012, ເທິງຊ່ອງທີວີໂອຊາກ້າ ແລະ ທີວີໄອຈິເມື່ອວັນທີ11, ເດືອນຕຸລາ, ຊ່ອງບີເອັສ11 (BS11)ເມື່ອວັນທີ14, ເດືອນຕຸລາ, ແລະ ຊ່ອງເອທີ-ເອັກຊ (AT-X)ເມື່ອວັນທີ17, ເດືອນຕຸລາ,[10] ແລະ ຈົບລົງເມື່ອວັນທີ25, ເດືອນມີນາ ປີ2013, ລວມມີ12ຕອນ.[11] ຕົວຊຸດອະນິເມະຜະລິດໂດຍແອັດຕັສ ແລະ ກຳກັບໂດຍມິສຸຊິມະ ສຶໂຕມຸ ແລະ ຂຽນບົດໂດຍໂຢຊິດະ ເຣໂກະ.[12] ໂດຍມີຮາມາກູສິ ຊິໂຣ ເປັນຜູ້ປະພັນເພງໃຫ້.[13] ແລະ ມີໂຈວໂຈະ ເປັນຜູ້ຮ້ອງເພງເປີດເລີ່ມຕອນໃຫ້ອະນິເມະທີ່ຊື່ວ່າ "ດຣີມ ໄຣເສີ (Dream Riser)", ແລະ ຟູຈິກະມິ ໄມ, ຄາຢາໂນະ ໄອ, ໂອຊາກິ ມາມິ, ນາກາງາມິ ອິຄຸມິ, and ອິກູຈິ ຢູກະ, ເຊິ່ງເປັນຜູ້ພາກສຽງໃຫ້ກັບ5ຕົວລະຄອນຫຼັກຂອງກາຕູນ, ຮ້ອງເພງຈົບທ້າຍຕອນຂອງອະນິເມະທີ່ຊື່ວ່າ "ເອັນເຕີ ເອັນເຕີ ມິດສຊັນ! (Enter Enter Mission!)"[14] ທັງໝົດຖືກລວມໄວ້ໃນຊຸດແຜ່ນບລູ-ເຣ ແລະ ດີວີດີທີ່ວາງຈຳໜ່າຍທີ່ຍີ່ປູ່ນເມື່ອວັນທີ21, ເດືອນທັນວາ ປີ2012,[15] ເຖິງວັນທີ21, ເດືອນມິຖຸນາ ປີ2013. ແຕ່ລະຊຸດຈະມີວີດີໂອໂອວີເອ (OVA, ວີດີໂອຕົ້ນສະບັບ)ຂອງອະນິເມະ ແລະ ວີດີໂອຕອນພິເສດທີ່ເລົ່າກ່ຽວກັບຄຳອະທິບາຍລາຍລະອຽດຂອງລົດຖັງຕ່າງໆຂອງອາກິຢາມະ ຢູຄາຣິທີ່ເປັນໜຶ່ງໃນຕົວລະຄອນຫຼັກທີ່ມັກຈະເວົ້າຂໍ້ມູນຕ່າງໆຂອງລົດຖັງອອກມາເມື່ອພົບກັບລົດຖັງຕ່າງໆຕະຫຼອດທັງເລື່ອງ, ຄຳອະທິບາຍເຫຼົ່ານັ້ນລວມໄວ້ໃນວີດີໂອນີ້ທີ່ຊື່ວ່າ "ວິຊາສຶກສາລົດຖັງກັບອາຈານອາກິຢາມະ ຢູຄາຣິ" (不肖 秋山優花里の戦車道講座).[16]

ວີດີໂອໂອວີເອໃໝ່ທີ່ສະແດງໃຫ້ເຫັນເຖິງການຕໍ່ສູ້ລະຫວ່າງໂຮງຮຽນສະຕີໂອ່ອາໄຣກັບໂຮງຮຽນສະຕີແອນສີໂອທີ່ບໍ່ໄດ້ເຫັນໃນຕອນທີ7ຂອງອະນິເມະ, ມີຊື່ວ່າ "ເກີຣລ໌ສ ອຸນ ພັນເຊີ: ນີ້ແຫຼະຄືເສິກແອນສີໂອທີ່ແທ້ຈິງ! (ガールズ&パンツァー これが本当のアンツィオ戦です!)", ສາຍໃນໂຮງຮູບເງົາ 14ແຫ່ງ ແລະ ຊ່ອງທາງອອນລາຍຕ່າງງໃນຍີ່ປຸ່ນເມື່ອວັນທີ5, ເດືອນກໍລະກົດ ປີ2014.[17][18] ສະບັບແຜ່ນບລູ-ເຣ ແລະ ດີວີດີວາງຈຳໜ່າຍໃນຍີ່ປຸ່ນເມື່ອວັນທີ25, ເດືອນກໍລະກົດ ປີ2014, ເຊິ່ງລວມມີຕອນໃໝ່ຂອງວິຊາສຶກສາລົດຖັງກັບອາຈານອາກິຢາມະ ຢູຄາຣິ ທີ່ໄດ້ອະທິບາຍກ່ຽວກັບລົດຖັງອີຕາລີຂອງຝ່າຍແອນສີໂອທີ່ປາກົດໃນເລື່ອງ.[19] ຕົວໂອວີເອຖືກສາຍອອກອາກາດເທິງຊ່ອງເອທີ-ເອັກຊໃນຍີ່ປູ່ນເມື່ອວັນທີ21, ເດືອນມິຖຸນາ ປີ2015,[20] ເທິງຊ່ອງບີເອັສ11 ເມື່ອວັນທີ30, ເດືອນທັນວາ,[21] ແລະ ເທິງຊ່ອງໂຕກຽວເອັມເອັກຊເມື່ອວັນທີ3, ເດືອນມັງກອນ ປີ2016.[21]

ໜັງແອນິເມຊັນຜະລິດໂດຍມິສຸຊິມະ ເປັນພາກຕໍ່ຈາກອະນິເມະທີ່ມີຊື່ວ່າ "ເກີຣລ໌ສ ອຸນ ພັນເຊີ ເດິ ຟຣິມ (Girls und Panzer der Film, ガールズ&パンツァー 劇場版)", ສາຍຮອບປະຖົມມະທັດທີ່ຍີ່ປຸ່ນເມື່ອວັນທີ20, ເດືອນພະຈິກ ປີ2015,[22] ແລະ ສາຍໃນໂຮງຮູບເງົາທີ່ຍີ່ປຸ່ນເມື່ອວັນທີ21, ເດືອນພະຈິກ.[23] ສະບັບແຜ່ນບລູ-ເຣ ແລະ ດີວີດີວາງຈຳໜ່າຍທີ່ຍີ່ປຸ່ນເມື່ອວັນທີ27, ເດືອນພຶດສະພາ ປີ2016, ເຊິ່ງລວມມີຕອນໂອວີເອໃໝ່ທີ່ຊື່ວ່າ "ອາລິດ ວໍ່ຣ໌! (アリス・ウォー!, Alice War!)", ເຊິ່ງເປັນເລື່ອງລາວຫຼັງຈາກໜັງ ແລະ ຕອນໃໝ່ຂອງວິຊາສຶກສາລົດຖັງກັບອາຈານອາກິຢາມະ ຢູຄາຣິ.[24] ຊຸດໜັງເລື່ອງຖັດມາທີ່ແບ່ງອອກເປັນຫົກພາກ ແລະ ຜະລິດໂດຍມິສຸຊິມະທີ່ມີຊື່ວ່າ "ເກີຣລ໌ສ ອຸນ ພັນເຊີ ດັດສ ໄຟນໍ່ອ໌ (Girls und Panzer das Finale, ガールズ&パンツァー 最終章)",[25] ໜັງພາກແຮກສາຍໃນໂຮງຮູບເງົາທີ່ຍີ່ປຸ່ນເມື່ອວັນທີ9, ເດືອນທັນວາ ປີ2017.[26] ຈົນເຖິງວັນທີ26, ເດືອນມີນາ ປີ2021, ໄດ້ສາຍໄປແລ້ວ3ພາກ.[27] ໜັງທີ່ໄດ້ລວບລວມຕອນທັງໝົດຂອງອະນິເມະ ແລະ ຕອນໂອວີເອ ນີ້ແຫຼະຄືເສິກແອນສີໂອທີ່ແທ້ຈິງ! ໃນ2ຊົ່ວໂມງທີ່ມີຊື່ວ່າ "ເກີຣລ໌ສ ອຸນ ພັນເຊີ: ບັນທຶກການແຂ່ງຂັນເຊັນຊະໂດ່ຊັ້ນມັດທະຍົມລະດັບປະເທດຄັ້ງທີ63 (ガールズ&パンツァー 第63回戦車道全国高校生大会 総集編, Girls und Panzer: 63rd National High School Senshadō Tournament Compilation)", ສາຍໃນໂຮງຮູບເງົາ110ແຫ່ງ ແລະ ໂຮງສາຍແບບ4DX ແລະ MX4D ຫຼາຍແຫ່ງທີ່ຍີ່ປຸ່ນເມື່ອວັນທີ29, ເດືອນກັນຍາ ປີ2018.[28] ສະບັບແຜ່ນບລູ-ເຣ ແລະ ດີວີດີວາງຈຳໜ່າຍທີ່ຍີ່ປຸ່ນເມື່ອວັນທີ23, ເດືອນກຸມພາ ປີ2019.[29]

ເຊັນໄຕ ຟລິມເວີກໄດ້ປະກາດຊື້ລິຂະສິດເກີຣລ໌ສ ອຸນ ພັນເຊີເມື່ອເດືອນກັນຍາ ປີ2012,[30] ແລະ ເຜີຍແຜ່ອະນິເມະທັງ12ຕອນໃນຮູບແບບແຜ່ນບລູ-ເຣ ແລະ ດີວີດີໃນອາເມຣິກາເໜືອເມື່ອວັນທີ3, ເດືອນທັນວາ ປີ2013,[31] ແລະ ໂອວີເອ6ຕອນໃນຮູບແບບດຽວກັນເມື່ອວັນທີ25, ເດືອນກຸມພາ ປີ2014.[32] ຄຣັນຊີໂຣ ໄດ້ສະຕຣິມເລື່ອງນີ້ໃນສະຫະລັດອາເມຣິກາ, ຄານາດາ, ສະຫະລາຊະອານາຈັກ, ອຽກລັງ, ອົດສະຕຣາລີ, ນູແວນເຊລັງ, ໂຮນລັງ, ສະກັງດີນາວີ, ແລະ ອາຟຣິກາໃຕ້ ຕັ້ງແຕ່ວັນທີ10, ເດືອນຕຸລາ ປີ2012,[33] ເຖິງວັນທີ31, ເດືອນມີນາ ປີ2022.[34] ໃນຕອນທີ8ສະບັບຕົ້ນສະບັບ, ເຊິ່ງມີສາກໜຶ່ງທີ່ຕົວລະຄອນ ຄັທຢູຊາ ແລະ ນອນນາ ຮ້ອງເພງພື້ນບ້ານໂຊວຽດ "ຄັທຢູຊາ", ຖືກລົບອອກໃນສະບັບທີ່ສາຍເທິງຄຣັນຊີໂຣ, ເຈັບຟ ສວາງ ຈາກສາຂາຍີ່ປຸ່ນໄດ້ລະບຸວ່າ "ບັນຫາດ້ານລິຂະສິດໜ້າຈະເປັນສາເຫດທີ່ເປັນໄປໄດ້ທີ່ສຸດວ່າເປັນຫຍັງສາກນັ້ນຈຶ່ງຖືກລົບອອກ".[35] ເຊັນໄຕ ຟລິມເວີກໄດ້ກູ້ສາກດັ່ງກ່າວກັບມາໃນສະບັບຂອງພວກເຂົາ, ແຕ່ໄດ້ມີການປ່ຽນດົນຕີເປັນເພງ"ໂຄໂຣເບີຍນີກີ".[36] ໃນເດືອນຕຸລາ ປີ2012, ອະນິເມະ ເນັດເວີກ ໄດ້ຮັບລິຂະສິດສຳລັບການສາຍໃນເດືອນພະຈິກ.[37] ເອັມວີເອັມ ເອັນເຕີເທນເມັນ ໄດ້ຊື້ລິຂະສິດເລື່ອງເມື່ອເດືອນຕຸລາ ປີ2013.[38] ໂດຍໄດ້ວາງຈຳໜ່າຍແຜ່ນບລູ-ເຣ ແລະ ດີວີດີຂອງອະນິເມະໃນສະຫະລາຊະອານາຈັກເມື່ອເດືອນເມສາ ປີ2014[39][40] ແລະ ໂອວີເອໃນຮູບແບບດຽວກັນໃນເດືອນມິຖຸນາ.[41][42] ຮານາບີ ເອັນເຕີເທນເມັນ ໄດ້ຊື້ລິຂະສິດສຳລັບການເຜີຍແຜ່ໃນອົດສະຕຣາລີເມື່ອເດືອນພະຈິກ ປີ2013,[43] ແລະ ວາງຈຳໜ່າຍແຜ່ນບລູ-ເຣ ແລະ ດີວີດີຂອງອະນິເມະ ແລະ ໂອວີເອເມື່ອວັນທີ5, ເດືອນມີນາ ປີ2014.[44] ໄຮໄດຟ ໄດ້ສະຕຣິມເລື່ອງນີ້ຫຼັງຈາກການຊື້ລິຂະສິດມາຈາກອະນິເມະ ເນັດເວີກເມື່ອເດືອນມິຖຸນາ ປີ2017.[45]

ມັງງະ/ໜັງສືກະຕູນ

[ດັດແກ້]

ສະບັບດັດແປງເປັນໜັງສືກາຕູນຂອງເກີຣລ໌ສ ອຸນ ພັນເຊີ, ແຕ້ມໂດຍໄຊຕານິຍະ ຣຽວຮິຈິ, ຕີພິມໂດຍມີເດຍ ແຟັກໂຕລີ ລົງໃສ່ນິຕະຍາສານຄອມມິກ ແຟລັບເປີ ລາຍເດືອນ ຕັ້ງແຕ່ວັນທີ5, ເດືອນມິຖຸນາປີ2012,[46] ເຖິງວັນທີ5, ເດືອນມີນາປີ2014.[47] ເຫຼັ້ມແຮກຕີພິມຄັ້ງທຳອິດທີ່ຍີ່ປຸ່ນເມື່ອວັນທີ5, ເດືອນກັນຍາປີ2012,[48] ແລະ ເຫຼັ້ມທີ4 ແລະ ສຸດທ້າຍເມື່ອວັນທີ23, ເດືອນເມສາປີ2014.[49] ເຊເວັນ ສີ່ສ ເອັນເຕີເທນເມັນ ໄດ້ຊື່ລິຂະສິດຂອງມັງງະສຳລັບການຕີພິມທີ່ອາເມຣິກາເໜືອເມື່ອເດືອນກໍລະກົດປີ2013,[50] ໂດຍເຫຼັ້ມແຮກເປີດຕົວເມື່ອວັນທີ3, ເດືອນມິຖຸນາປີ2014,[51] ແລະ ເຫຼັ້ມສຸດທ້າຍເມື່ອວັນທີ9, ເດືອນມິຖຸນາປີ2015.[52]

ເກັກເກັນ ໄດ້ຕີພິມໜັງສືກາຕຸນ4-ຊ່ອງສຳລັບເລື່ອງນີ້ໃນນິຕະຍາສານເມກາມິເມື່ອວັນທີ30, ເດືອນກໍລະກົດປີ2012.[53] ແຕ້ມໂດຍຢູມະ, ຊື່ວ່າ "ເກີຣລ໌ສ ອຸນ ພັນເຊີ: 4-ຊ່ອງ ພັນເຊີ ໂຟ້ຣ໌! (Girls und Panzer: 4-koma Panzer Vor!, ガールズ&パンツァー 4コマでパンツァー・フォー!)" ແລະ ດຳເນີນການຕີພິມໂດຍ ໂຈ້! ເວັບໄຊອະນິມີເດຍຕັ້ງແຕ່ວັນທີ10, ເດືອນກຸມພາປີ2015,[54] ເຖິງວັນທີ26, ເດືອນມິຖຸນາປີ2022, ຢຸດຕິການຕີພິມເນື່ອງຈາກ "ສາເຫດດ້ານການຜະລິດ". ສະບັບລວມເຫຼັ້ມດຽວເປີດຕົວເມື່ອວັນທີ28, ເດືອນກັນຍາປີ2018ທີ່ຍີ່ປຸ່ນ.[55] ໜັງສືກາຕູນເກກິກະ(ລາຍເສັ້ນສະຕາຍດາຣມ້າ)ຂອງເລື່ອງນີ້ມີຊື່ວ່າ "ເກີຣລ໌ສ ອຸນ ພັນເຊີ: ເກກິກະ (Girls und Panzer: Gekiga, 劇画 ガールズ&パンツァー)", ແຕ້ມໂດຍໂມໂຕຟຸມິ ໂຄບາຍາຊິ ແລະ ຕີພິມໂດຍໂຊກາຄຸຄັນ ລົງໃສ່ນິດຕະຍະສານ ໂກໂຣໂກໂຣຕັ້ງແຕ່ວັນທີ15, ເດືອນທັນວາປີ2017, ເຖິງວັນທີ15, ເດືອນມີນາປີ2021.[56] ລວມເຫຼັ້ມດຽວເປີດຕົວເມື່ອວັນທີ26, ເດືອນມີນາປີ2021.[57]

ພາກແຍກ

[ດັດແກ້]

ພາກແຍກແຮກຂອງເລື່ອງ ເລົ່າກ່ຽວກັບນິຊິສຸມິ ມິໂຮະໃນຕອນປະຖົມ ມີຊື່ວ່າ "ເກີຣລ໌ສ ອຸນ ພັນເຊີ: ກອງທັບຕົວນ້ອຍ (Girls und Panzer: Little Army, ガールズ&パンツァー リトルアーミー)", ແຕ້ມໂດຍສືຈິອິ ແລະ ພິມໂດຍມີເດຍ ແຟັກໂຕລີ ແລະ ລົງໃນນິດຕະຍະສານຄອມມິກອາໄລຟ໌ ລາຍເດືອນ ຕັ້ງແຕ່ວັນທີ27, ເດືອນມິຖຸນາປີ2012,[58] ເຖິງວັນທີ26, ເດືອນມັງກອນປີ2013. ສະບັບລວມເຫຼັ້ມໆແຮກຕີພິມເມື່ອວັນທີ23, ເດືອນຕຸລາປີ2012 ທີ່ຍີ່ປຸ່ນ,[59] ແລະ ເຫຼັ້ມທີສອງ ແລະ ສຸດທ້າຍເມື່ອວັນທີ23, ເດືອນກຸມພາປີ2013.[60] ເຊເວັນ ສີ່ສ ເອັນເຕີເທນເມັນ ໄດ້ຊື່ລິຂະສິດຂອງປື້ມມາປ່ຽນເປັນອັງກິດເມື່ອເດືອນກໍລະກົດປີ2013,[50] ແລະ ເປີດຕົວເຫຼັ້ມແຮກໃນອາເມຣິກາເໜືອເມື່ອວັນທີ16, ເດືອນທັນວາປີ2014,[61] ແລະ ເຫຼັ້ມສຸດທ້າຍເມື່ອວັນທີ10, ເດືອນມິນາປີ2015.[62] ນອກນີ້ຍັງມີພາກຕໍ່ໃນຊື່ "ເກີຣລ໌ສ ອຸນ ພັນເຊີ: ກອງທັບຕົວນ້ອຍ II (Girls und Panzer: Little Army II, ガールズ&パンツァー リトルアーミー II), ລົງໃນນິດຕະຍະສານຄອມມິກອາໄລຟ໌ ລາຍເດືອນ ຕັ້ງແຕ່ວັນທີ27, ເດືອນເມສາປີ2015,[63] ເຖິງວັນທີ26, ເດືອນມີນາປີ2016. ເລື່ອງນີ້ມີທັງໝົດສາມເຫຼັ້ມ ເຊິ່ງຕີພິມທີ່ຍີ່ປຸ່ນ.[64]

ພາກແຍກທີສອງທີ່ເຮັດໂດຍນິອິ ມາຣູໂອະ ແລະ ຊື່ວ່າ "ເກີຣລ໌ສ ອຸນ ພັນເຊີ: ນີ້ແມ່ນປະຕິບັດການໆເພີ່ມຄວາມຮັກ! (Girls und Panzer: It's More Love Love Operation!, ガールズ&パンツァー もっとラブラブ作戦です!)", ເລີ່ມຕີພິມໂດຍມີເດຍ ແຟັກໂຕລີ ແລະ ລົງໃນນິດຕະຍະສານຄອມມິກອາໄລຟ໌ ລາຍເດືອນເມື່ອວັນທີ27, ເດືອນພຶດສະພາປີ2013.[65] ເຫຼັ້ມແຮກຕີພິມທີ່ຍີ່ປຸ່ນເມື່ອວັນທີ23, ເດືອນຕຸລາ, ປີ2015.[66] , ອີງຕາມວັນທີ22, ເດືອນກັນຍາປີ2023, ເລື່ອງນີ້ມີທັງໝົດ20ເຫຼັ້ມ.[67]

ພາກແຍກຕໍ່ມາເຮັດໂດຍໂນງາມິ ທາເກຊິ ແລະ ສູຊຸກິ ທາກາອາກິ ມີຊື່ວ່າ "ເກີຣລ໌ສ ອຸນ ພັນເຊີ: ນັກຮົບຣິມບອນແດງ (Girls und Panzer: Ribbon Warrior, ガールズ&パンツァー リボンの武者)", ເລົ່າເລື່ອງລາວຂອງນາງເອກຄົນໃໝ່, ສຶຣຸກິ ຊິສຸກະ ກັບມ້າ- ຄູ່ຫູຂອງລາວ ມັດສຶເກະເສະ ຣິນ ໃນການແຂ່ງຂັນແທັງກັດລອນ, ອີກຮູບແບບໜຶ່ງຂອງເຊັນຊະໂດ່, ພິມໂດຍມີເດຍ ແຟັກໂຕລີ ແລະ ລົງໃນນິດຕະຍະສານຄອມມິກ ແຟລັບເປີ ລາຍເດືອນຕັ້ງແຕ່ວັນທີ5, ເດືອນກັນຍາປີ2014,[68] ເຖິງວັນທີ5, ເດືອນມີນາປີ2021.[69] ມີທັງໝົດ16ເຫຼັ້ມນັບແຕ່ວັນທີ5, ເດືອນກັນຍາປີ2015,[70] ເຖິງວັນທີ23, ເດືອນເມສາປີ2021.[71] ພາກແຍກອີກພາກເຮັດໂດຍໂຊທານິຍ້າ, ເລົ່າເຖິງເສິກການແຂ່ງຂັນຂອງໂອ່ອາໄຣກັບວິທະຍາໄລມາຈິໂນ, ຊື່​ວ່າ "ເກ​ຣ​ລ໌​ສ ອຸນ ພັນ​ເຊີ: ນີ້​ຄື​ເສິກ​ການຕໍ່​ສູ້ອັນດຸ​ເດືອດ​ກັບມາ​ຈິ​ໂນ! (Girls und Panzer: Fierce Fight! It's the Maginot Battle!!, ガールズ&パンツァー 激闘!マジノ戦ですっ!!), ລົງ​ໂດຍ​ຄາ​ໂດ​ກາ​ວະ ເທິງ​ບໍ​ລິ​ການ​ເວັບ​ຄອມ​ມິກ ຄອມ​ມິກວອກ​ເກີຕັ້ງ​ແຕ່​ວັນ​ທີ19, ເດືອນ​ພະ​ຈິກ​ປີ2014,[72] ເຖິ​ງວັນ​ທີ19, ເດືອນ​ສິງ​ຫາ​ປີ2015.[73] ​ສະ​ບັບ​ລວມ​ເຫຼັ້ມ​ມີ​ທັງ​ໝົດ2ເຫຼັ້ມ ຕີ​ພິມ​ທີ່​ຍີ່​ປຸ່ນ​ຕັ້ງ​ແຕ່​ວັນ​ທີ23, ເດືອນ​ມີ​ນາ[74] ​ເຖິງວັນ​ທີ23, ເດືອນ​ກັນ​ຍາ​ປີ2015.[75]

ພາກ​ແຍກ​ຕະ​ຫຼົກ​ທີ່​ແຕ້ມ​ໂດຍ​ຮາ​ກິ ມິ​ໂດ​ຣິ, ຊື່​ວ່າ "ເກີ​ຣ​ລ໌​ສ ອຸນ ພັນ​ເຊີ: ການ​ແນະ​ນຳ​ເຫຼົ່າ​ລົດ​ຖັງ (Girls und Panzer: Tankery Recommendation, ガールズ&パンツァー 戦車道ノススメ)", ກ່ຽວ​ກັບ​ການ​ອະ​ທິ​ບາຍ​ປະ​ຫວັດ, ການ​ພັດ​ທະ​ນາ ແລະ ເຕັກ​ນິກ​ລາຍ​ລະ​ອຽດ​ຂອງ​ລົດ​ຖັງ ແລະ ພາ​ຫະ​ນະ​ຕ່າງໆ​ທີ່​ປາ​ກົດ​ໃນ​ເລື່ອງ.[76] ​ມີ​ເດຍ ແຟັກ​ໂຕ​ລີ ໄດ້​ລົງ​ເລື່ອງນີ້​ໃນ​ນິດຕະຍະສານຄອມ​ມິກ ແຟ​ລັບ​ເປີ ປະ​ຈຳ​ເດືອນ ຕັ້ງ​ແຕ່​ວັນ​ທີ5, ເດືອນ​ສິງ​ຫາ​ປີ2016,[77] ເຖິງວັນ​ທີ5, ເດືອນ​ມິ​ຖຸ​ນາ​ປີ2019.[78] ​ມີ​ທັງ​ໝົດ5ເຫຼັ້ມ​ຕີ​ພິມ​ທີ່​ຍີ່​ປຸ່ນ​ຕັ້ງ​ແຕ່​ວັນ​ທີ23, ເດືອນ​ກຸມ​ພາ​ປີ2017,[79] ເຖິງວັນ​ທີ22, ເດືອນ​ມິ​ຖຸ​ນາ​ປີ2019.[78]

ພາກ​ແຍກ​ອີກ​ພາກ​ທີ່​ມີ​ຊື່​ວ່າ "ເກີ​ຣ​ລ໌​ສ ອຸນ ພັນ​ເຊີ: ເຟດສ ເອ​ຣິ​ກະ (Girls und Panzer: Phase Erika, ガールズ&パンツァー フェイズ エリカ)", ເລົ່າ​ເລື່ອງ​ລາວຂອງ ອິ​ສຶ​ມິ ເອ​ຣິ​ກະ​ທີ່​ຫາ​ກໍ່​ໄດ້​ເຂົ້າ​ໂຮງ​ຮຽນ​ສະຕີມັດ​ທະ​ຍົມຄຸ​ໂຣໂມ​ຣິ​ມິ​ເນະ, ເຊິ່ງ​ໄດ້​ເລົ່າ​ການ​ກ້າວ​ຂຶ້ນ​ສູ່​ການ​ເປັນ​ຮອງ​ຜູ້​ບັນ​ຊາ​ການ​ຂອງ​ລາວ ແລະ ເປັນ​ການ​ສະ​ເຫຼີຍ​ສາ​ເຫດ​ທີ່ເຮັດໃຫ້​ມິ​ໂຮະ​ມີ​ຄວາມ​ເບາະ​ຊ້ຳ​ທາງ​ຈິດ​ໃຈ​ ແລະ ນັ້ນເປັນ​ຫຍັງ​ເອ​ຣິ​ກະຈຶ່ງຊັງມິ​ໂຮະ, ແຕ້ມ​ໂດຍ​ໂຊ​ທາ​ນິ​ຍະ ແລະ ລົງ​ໂດຍ​ຄາ​ໂດ​ກາ​ວະ​ໃນ​ເວັບ​ໄຊ ຄອມ​ມິກວອດ​ເກີ ຕັ້ງ​ແຕ່​ວັນ​ທີ19, ເດືອນ​ກັນ​ຍາ​ປີ2016,[80] ​ເຖິງວັນ​ທີ19, ເດືອນ​ມີ​ນາ​ປີ2018.[81] ​ສະ​ບັບ​ລວມ​ເຫຼັ້ມ​ມີ​ທັງ​ໝົດ​ສາມ​ເຫຼັ້ມ ຕີ​ພິມ​ທີ່​ຍີ່​ປຸ່ນ​ຕັ້ງ​ແຕ່​ວັນ​ທີ23, ເດືອນ​ກຸມ​ພາ​ປີ2017,[79] ເຖິງວັນ​ທີ23, ເດືອນ​ເມ​ສາ​ປີ2018.[82] ພາກ​ແຍກ​ອີກ​ພາກ​ແຍກ​ທີ່​ມີ​ຊື່​ວ່າ "ເກີ​ຣ​ລ໌​ສ ອຸນ ພັນ​ເຊີ: ບັນທຶກການຮົບຂອງອີຄັທຢູຊາແຫ່ງປຣາບຟດ້າ (Girls und Panzer: Saga of Pravda, ガールズ&パンツァー プラウダ戦記)", ເລົ່າເລື່ອງລາວຂອງຄັທຢູຊາ ແລະ ສະຫາຍຂອງລາວ ນອນນາທີ່ຫາກໍ່ເຂົ້າໂຮງຮຽນສະຕີມັດທະຍົມປຣາບຟດ້າ, ເຊິ່ງທັງສອງສະຫາຍໄດ້ລວມມືກັນໃນການກ້າວສູ່ຈຸດສູງສຸດ ແລະ ຍຶດອຳນາດຂອງປຣາບຟດ້າ ແລະ ແນ່ນອນວ່າມັນຄົງບໍ່ແມ່ນຫົນທາງທີ່ຂາວສະອາດ, ແຕ້ມໂດຍໂຢຊິດະ ຮາຈິເມະ ແລະ ລົງໂດຍ ຄາໂດກາວະໃນເວັບໄຊຄອມມິກວອດເກີ ຕັ້ງແຕ່ວັນທີ19, ເດືອນກໍລະກົດປີ2018,[83] ເຖິງວັນທີ19, ເດືອນທັນວາປີ2021.[84] ສະບັບລວມເຫຼັ້ມມີທັງໝົດຫ້າເຫຼັ້ມ ຕີພິມທີ່ຍີ່ປຸ່ນຕັ້ງແຕ່ວັນທີ23, ເດືອນມັງກອນປີ2019,[85] ເຖິງວັນທີ22, ເດືອນທັັນວາປີ2021.[86] ພາກແຍກອີກພາກທີ່ມີຊື່ວ່າ "ເກີຣລ໌ສ ອຸນ ພັນເຊີ: ຕົ້ນແປກ ແລະ ແມ່ມົດປີກເຫຼັກ (Girls und Panzer: The Fir Tree and the Iron-winged Witch, ガールズ&パンツァー 樅の木と鉄の羽の魔女)", ເລົ່າເລື່ອງລາວຂອງໂຄຮິຍາມະ ໂນເອມິກັບໝູ່ຂອງລາວພ້ອມດ້ວຍ ຮຸ່ນເອື້ອຍແມ່ມົດຂອງ​ໂຮງ​ຮຽນ​ມັດ​ທະຍົມເຄົາທ໌ໃນ​ການ​ຕໍ່​ສູ້​​ກັບ​ໂຮງ​ຮຽນ​ມັດ​ທະ​ຍົມ​ຊັນ​ເດີ, ເລີ່ມ​ຕົ້ນ​ລົງ​ໂດຍຄາ​ໂດ​ກາ​ວະໃນເວັບ​ໄຊ​ຄອມ​ມິກວອດ​ເກີ​ເມື່ອ​ວັນ​ທີ16, ເດືອນ​ພະ​ຈິກປີ2018.[87] ອີງ​ຕາມ​ວັນ​ທີ23, ເດືອນ​ກໍ​ລະ​ກົດ​ປີ2023, ສະ​ບັບ​ລວມ​ເຫຼັ້ມ​ມີ​ທັງ​ໝົດ​ສອງ​ເຫຼັ້ມ ແລະ ຕີ​ພິມ​ທີ່​ຍີ່​ປຸ່ນ.[88]

ພາກ​ແຍກ​ແກັກ(ຕະຫຼົກ)ອີກ​ພາກ ເລົ່າ​ເລື່ອງ​ລາວ​ຂອ​ງ​ເຫຼົ່າ​ນັກ​ຮຽນ​ຂອງ​ໂຮງ​ຮຽນ​ສະຕີ​ແອນ​ສີ​ໂອ ຫຼັງ​ເສິກ​ໃນ​ພາກ​ເກີ​ຣ​ລ໌​ສ ອຸນ ພັນ​ເຊີ ເດິ ຟ​ຣິມ, ມີ​ຊື່​ວ່າ "ເກີ​ຣ​ລ໌​ສ ອຸນ ພັນ​ເຊີ: ອາ​ວັນ​ຕີ້! ແອນສີໂອ (ລຸຍເລີຍ! ແອນສີໂອ) (Girls und Panzer: Avanti! Anzio Girls' High School, ガールズ&パンツァー アバンティ! アンツィオ高校), ລົງໂດຍຄາໂດກາວະເທິງບັນຊີທະວິດເຕີ ຫຼື ເອັກຊຂອງນິດຕະຍະສານເດັນເກກິ ຕັ້ງແຕ່ວັນທີ1, ເດືອນກຸມພາປີ2019, ເຖິງວັນທີ21, ເດືອນມິຖຸນາປີ2021. ສະບັບລວມເຫຼັ້ມຕີພິມທີ່ຍີ່ປຸ່ນ ມີທັງໝົດສາມເຫຼັ້ມ ຕັ້ງແຕ່ວັນທີ27, ເດືອນກັນຍາປີ2019,[89] ເຖິງວັນທີ25, ເດືອນມິຖຸນາປີ2021.[90] ພາກແຍກຕະຫຼົກສັ້ນອີກພາກເຮັດໂດຍໂຢຊິດະທີ່ມີຊື່ວ່າ "ເກີຣລ໌ສ ແພນເດີໂມນຽມ (ຄວາມໂກລາຫົນຈິບຫາຍຂອງສາວໆ) (Girls Pandemonium, ガルパンデモニウム)", ລົງໂດຍເວັບໄຊຄອມມິກ ອາໄລຟ໌+ ຂອງນິດຕະຍະສານລາຍເດືອນຂອງພວກເຂົາເທິງເວັບໄຊຄອມມິກວອດເກີ ແລະ ນິໂກນິໂກ ເຊກະເມື່ອວັນທີ7, ເດືອນຕຸລາປີ2022.[91]

ຊຸດລວມກາຕູນສັ້ນ/ແອນໂທໂລຈີ

[ດັດແກ້]

ມີກະວີນິພົນຫຼາຍໆເຫຼັ້ມທີ່ໄດ້ອີງຕາມເນື້ອເລື່ອງຂອງເກີຣລ໌ສ ອຸນ ພັນເຊີທີ່ໄດ້ເຜີຍແຜ່ທີ່ຍີ່ປຸ່ນ. ເລື່ອງແຮກແມ່ນ "ເກີຣລ໌ສ ອຸນ ພັນເຊີ: ຄອມມິກ ແອນໂທໂລຈີ (Girls und Panzer: Comic Anthology, ガールズ&パンツァー コミックアンソロジー)", ມີທັງໝົດສອງເຫຼັ້ມ ຕີພິມໂດຍມີເດຍ ແຟັກໂຕລີ ຕັ້ງແຕ່ວັນທີ23, ເດືອນຕຸລາປີ2013,[66] ເຖິງວັນທີ22, ເດືອນພະຈິກປີ2014.[92] ໂດຍມີ ອາກິ★ເອດະ, EXCEL (ເອັກເສວ), ກຽວໂກຄຸ ຊິນ, ໂຄບາຍາຊິ, ໄຊທານິຍະ, ທາການາງາ ໂຄວເຮ, ທາເກະ ຊິໂນບຸ, ມາຣຸໂກະ, ສຶຈິອິ ນີ, ໂນກາມິ ທາເກຊິ, ຮາງິ, ມາກິໂນະ ຢາສຸຮິໂຣະ, ມັດສຸດະ ມິກິ, ມຸດົນ ເອຈິ, ແລະ ໂມຣິຊິເກ ທາຄຸມະ ໄດ້ມີສ່ວນລວມໃນເຫຼັ້ມແຮກ,[66] ແລະ ນັກພາກອະນິເມະອີກ15ຄົນຊ່ວຍຂຽນບົດໃນເຫຼັ້ມທີສອງ.[92] ເລື່ອງທີສອງແມ່ນ "ເກີຣລ໌ສ ອຸນ ພັນເຊີ: ຄອມມິກ ແອນໂທໂລຈີ SIDE (Girls und Panzer Comic Anthology Side, ガールズ&パンツァー コミックアンソロジー SIDE)", ເລື່ອງລາວໄດ້ເນັ້ນໃສ່ໂຮງຮຽນຕ່າງໆທີ່ປາກົດໃນເລື່ອງ. ເຫຼັ້ມແຮກເລົ່າກ່ຽວກັບໂຮງຮຽນສະຕີ ເຊັ້ນ.ໂກລເຣຍນ້າ ຕີພິມໂດຍອິຈິຈິນຊະເມື່ອວັນທີ5, ເດືອນພະຈິກປີ2014.[93] ອີງຕາມວັນທີ31, ເດືອນມັງກອນປີ2020, ມີທັງໝົດເກົ້າເຫຼັ້ມ.[94] ເລື່ອງທີສາມແມ່ນ "ເກີຣລ໌ສ ອຸນ ພັນເຊີ: ຄອມມິກ ແອນໂທໂລຈີ 4-ຊ່ອງ (Girls und Panzer: 4-koma Comic Anthology, ガールズ&パンツァー 4コマアンソロジーコミック)", ຕີພິມໂດຍມີເດຍ ແຟັກໂຕລີຕັ້ງແຕ່ວັນທີ23, ເດືອນມີນາປີ2015.[95] ເລື່ອງທີສີ່ແມ່ນ "ຊີວິດປະຈຳວັນຂອງເຫຼົ່າສາວໆໃນເກີຣລ໌ສ ອຸນ ພັນເຊີ: ຄອມມິກ ແອນໂທໂລຈີ 4-ຊ່ອງ (Daily Life of Girls und Panzer: 4-koma Comic Anthology', ガールズ&パンツァーの日常 4コマコミックアンソロジー)", ມີທັງໝົດສີ່ເຫຼັ້ມ ຕີພິມໂດຍມີເດຍ ແຟັກໂຕລີຕັ້ງແຕ່ວັນທີ23, ເດືອນມີນາປີ2017,[96] ເຖິງວັນທີ23, ເດືອນມີນາປີ2018,[97] ໂດຍມີເຫຼັ້ມເສີມອີກສອງເຫຼັ້ມກ່ຽວກັບສັດ ແລະ ອາຫານເມື່ອວັນທີ23, ເດືອນກຸມພາປີ2019.[98]

ໄວທ໌ໂນເວວ/ນິຍາຍກະຕູນ

[ດັດແກ້]

ສະບັບດັດແປງເປັນໄລທ໌ໂນເວວຂອງເກີຣລ໌ສ ອຸນ ພັນເຊີ, ຂຽນໂດຍຮິບິກິ ຢູ ແລະ ແຕ້ມໂດຍຊິມະດະ ຟຸມິກະເນະ ແລະ ຄຽວໂກຄຸ ຊິນ, ເຜີຍແຜ່ໂດຍມີເດຍ ແຟັກໂຕລີທີ່ຍີ່ປຸ່ນ ຕັ້ງແຕ່ວັນທີ22, ພະຈິກປີ2012,[99] ເຖິງວັນທີ25, ມິຖຸນາປີ2013.[100] ເລົ່າເລື່ອງລາວຕາມສະບັບດັ້ງເດີມ ແຕ່ເລົ່າຜ່ານມຸມມອງຂອງທາເກເບະ ຊາໂອຣິ.[99] ຕົວໄລທ໌ໂນເວວມີທັງໝົົດສາມເຫຼັ້ມ.[101]

ວີດີໂອເກມ

[ດັດແກ້]

ນິຈິບອນ ໄດ້ພັດທະນາເກມທີ່ຫຼິ້ນຜ່ານສື່ໂຊຊຽວທີ່ອີງຕາມເລື່ອງເກີຣລ໌ສ ອຸນ ພັນເຊີ, ເຊິ່ງເປີດຕົວທີ່ຍີ່ປຸ່ນເທິງໂມບາເກະ, ກຣີ, ແລະ ມິຊິ່ ເມື່ອວັນທີ7, ທັນວາປີ2012,[102] ແລະ ພິຊິຟ ເມື່ອວັນທີ10, ມັງກອນປີ2013.[103] ຕົວເກມປິດໃຫ້ບໍລິການເມື່ອວັນທີ5, ເມສາປີ2015.[104] ບັນໄດນຳໂຄເກມສ ໄດ້ປະກາດເຮັດເກມທີ່ອີງຕາມຕົວເລື່ອງສຳລັບເຄື່ອງເກມເພລສະເຕຊັນ ວີຕ້າ, ຊື່ວ່າ "ເກີຣລ໌ສ ອຸນ ພັນເຊີ: ມາສເຕີເຊັນຊະໂດ່! (Girls und Panzer: Master the Tankery!, ガールズ&パンツァー 戦車道、極めます!)", ໃນເດືອນພະຈິກປີ2013.[105] ພັດທະນາ ແລະ ວາງຈຳໜ່າຍໂດຍບັນໄດນຳໂຄເກມສ, ຕົວເກມເຜີຍແຜ່ເມື່ອວັນທີ26, ມິຖຸນາປີ2014.[106]

ເກມຈຳລອງສະຖານະການທີ່ອີງຕາມຕົວເລື່ອງ, ຊື່ວ່າ "ເກີຣລ໌ສ ອຸນ ພັນເຊີ: ປະຕິບັດການເຊັນຊະໂດ່ອັນຍິ່ງໃຫຍ່ (Girls und Panzer: Great Tankery Operation!, ガールズ&パンツァー 戦車道大作戦!)", ພັດທະນາໂດຍໂຊວ໌ເກດສຳລັບແອນດອຍດ໌ ແລະ ໄອໂອເອັສ, ເຜີຍແຜ່ໂດຍມອດແຄດເກມສໃນຍີ່ປຸ່ນເມື່ວັນທີ11, ພະຈິກປີ2015.[107] ໜັງສືພາບປະກອບຂອງເກມໄດ້ຮັບການຈັດວາງຈຳໜ່າຍໃນຍີ່ປຸ່ນເມື່ອ28, ມິຖູນາປີ2022.[108] ອີກເກມໜຶ່ງທີ່ສ້າງສຳຳລັບເຄື່ອງເກມເພລສະເຕຊັນ4, ຊື່ວ່າ "ເກີຣລ໌ສ ອຸນ ພັນເຊີ: ການແຂ່ງຂັນລົດຖັງໃນຝັນ (Girls und Panzer: Dream Tank Match, ガールズ&パンツァードリームタンクマッチ)", ປະກາດເຮັດໂດຍບັນໄດນຳໂຄເອັນເຕີເທນເມັນໃນເດືອນກໍລະກົດປີ2017.[109] ພັດທະນາໂດຍນັດສຶເມະ ອາຕາຣິ,[110] ຕົວເກມເຜີຍແຜ່ໂດຍບັນໄດນຳໂຄເອັນເຕີເທນເມັນໃນຍີ່ປຸ່ນເມື່ອວັນທີ22, ກຸມພາປີ2018,[111] ແລະ ໃນບັນດາປະເທດອາຊີອາຄະເນເມື່ອວັນທີ27, ກຸມພາຂອງປີດຽວກັນ.[112] ຕໍ່ມາ, ຕົວເກມໄດ້ປ່ອຍລົງເຄື່ອງເກມນິນເທັນໂດ ສະຫວິດສພາຍໃຕ້ຊື່ "ເກີຣລ໌ສ ອຸນ ພັນເຊີ: ການແຂ່ງຂັນລົດຖັງໃນຝັນ DX (Girls und Panzer: Dream Tank Match DX, ガールズ&パンツァードリームタンクマッチ DX)"ທັງໃນຍີ່ປຸ່ນ ແລະ ອາຊີອາຄະເນເມື່ອວັນທີ21, ກຸມພາປີ2019.[113]

ເກມຈຳລອງຊີວິດທີ່ເກີດຈາກການລວມມືກັນຂອງແຄລບເກມສ ກັບ ບັນໄດນຳໂຄ ເອັນເຕີເທນເມັນສຳລັບແອນດຣອຍດ໌ ແລະ ໄອໂອເອັສ,[114] ຊື່ວ່າ "ເກີຣລ໌ສ ອຸນ ພັນເຊີ: ລວມຕົວ! ເຊັນຊະໂດ່ທຸກຄົນ!! (Girls und Panzer: Gather! Everyone's Tankery!!, ガールズ&パンツァー あつまれ!みんなの戦車道!!)", ເຜີຍແຜ່ໂດຍບັນໄດນຳໂຄ ເອັນເຕີເທນເມັນເມື່ອວັນທີ27, ພະຈິກປີ2018.[115] ຕົວເກມປິດໃຫ້ບໍລິການເມື່ອວັນທີ27, ພະຈິກປີ2019.[116]

ສື່ອື່ນໆ

[ດັດແກ້]

ໃນປີ2013, ໄດ້ມີໂຄງການລວມມືລະຫວ່າງທີມແອນິເມຊັນຂອງເກີຣລ໌ສ ອຸນ ພັນເຊີກັບທີມພັດທະນາເກມຄອມພິວເຕີສັນຊາດເບລາຣຸດຊີ ວໍ່ເກມມິງ, ໂດຍເນັ້ນໃສ່ການໂປຣໂມດເກມເວີດ໌ ອອບ ແທັງສ (World of Tanks)ໃນຍີ່ປຸ່ນ.[117][118][119] ເນື້ອໃນຂອງໂຄງການແມ່ນການໂປຣໂມດເກມໃນຮູບແບບໂຄສະນາ ແລະ ກິດຈະກຳສະເພາະເຂດ, ໂດຍວໍ່ເກມມິງມີຄວາມຕ້ອງການໃນການເຈາະຕະຫຼາດເກມຍີ່ປຸ່ນ.

ໃນເຊີບເວີອາຊີອາຄະເນຂອງເວີດ໌ ອອບ ແທັງສ ຍັງມີເອກະສານການສອນໃນຮູບແບບໜັງສືກາຕູນມັງງະ, ຊື່ວ່າ "ເຊັນຊະໂດ່ຄັ້ງແຮກຂອງຂ້ອຍ - WoT ສຳລັບຜູ້ມືໃໝ່ (Hajimete no Senshado - WoT for Beginners, はじめての戦車道~ WoT for Beginners)". ແຕ້ມໂດຍຮາງິ ມິໂດຣິ,[120] ໂດຍກ່ຽວກັບ ຕົວລະຄອນຂອງເກີຣລ໌ສ ອຸນ ພັນເຊີສອນວິທີການຫຼິ້ນຂອງເກມ.[121] ຕົວມັງງະມີພາສາອັງກິດ, ໄທ, ຈີນດັ້ງເດີມ (ໄຕ້ຫວັນ),[122] ແລະ ຍີ່ປຸ່ນ; ເລົ່າເຖິງສະມາຊິກທັງຫ້າຂອງທີມອັງໂກະ(ອັງເກີຟິດຊ)ຂອງທີມເຊັນຊະໂດ່ຂອງໂຮງຮຽນສະຕີໂອ່ອາໄຣ ໃນຂະນະທີ່ພວກເຂົາກຳລັງຮຽນຮູ້ວິທີຫຼິ້ນເວີດ໌ ອອບ ແທັງສ, ພະຍາຍາມອະທິບາຍວິທີຫຼິ້ນພື້ນຖານຂອງເກມໃຫ້ກັບຜູ້ຫຼິ້ນໃໝ່ດ້ວຍຄວາມສະໜຸກສະໜານ ແລະ ໜ້າສົນໃຈ. ຕົວມັງງະນີ້ຍັງມີຜົນຂ້າງຄ່ຽງໃນການນຳສະເໜີເກີຣລ໌ສ ອຸນ ພັນເຊີໃຫ້ເຫຼົ່າຜູ້ຫຼິ້ນຂອງເວີດ໌ ອອບ ແທັງສເປັນຈຳນວນຫຼາຍ, ເພີ່ມຄວາມນິຍົມຂອງເລື່ອງຢ່າງຫຼາຍ ໂດຍສະເພາະເຂດອາຊີ.

ມອດຕີມເກີຣລ໌ສ ອຸນ ພັນເຊີສຳລັບຕົວເກມເວີດ໌ ອອບ ແທັງສໄດ້ປະກາດໃນງານໂຕກຽວເກມໂຊວ໌; ມອດເກມນີ້ໄດ້ແຈກໃຫ້ດາວໂຫຼດຟຣີສຳລັບຜູ້ຫຼິ້ນໃນເຊີບເວີພາກອາຊີອາຄະເນ, ໂດຍມີກຸ່ມເປົ້າໝາຍຫຼັກແມ່ນຊຸມຊົນທີ່ໃຊ້ພາສາຍີ່ປຸ່ນ. ໃນເບື້ອງຕົ້ນ, ມີການເປີດຕົວຊຸດສຽງ6ຊຸດ, ເຊິ່ງມີສຽງພາກຂອງສະມາຊິກທັງຫ້າຂອງທີມອັງໂກະ, ແລະ ຍັງມີຊຸດສຽງຂອງນອນນາ, ຮອງຜູ້ບັນຊາການຂອງທີມເຊັນຊະໂດ່ປຣາບຟດ້າ; ໂດຍພົນລົດຖັງທັງຫ້າຂອງທີມອັງໂກະຈະມີສຽງພາກທີ່ແຕກກັນໄປຕາມຕຳແໜ່ງນັ້ັນໆຂອງພວກເຂົາ ເຊິ່ງມີ: ຜູ້ບັນຊາການ, ພົນປືນ, ພົນໃສ່/ໂຣດກະສຸນ, ພົນສື່ສານ ແລະ ພົນຂັບ. ຊຸດສຽງພາກຈະແທນທີ່ສຽງພາກເດີມຂອງເກມເປັນສຽງພາກຂອງຕົວລະຄອນເກີຣລ໌ສ ອຸນ ພັນເຊີ, ເມື່ອອອກຄຳສັ່ງລົດຖັງ ເຊັ່ນ: "ພົບເປົ້າໝາຍ!" ຫຼື "ຖືກເປົ້າໝາຍ!" ຫຼື "ກຳລັງໃສ່ກະສຸນ!" ເປັນຕົ້ນ. ຈັ່ງໃດກໍຕາມ, ຊຸດສຽງເຫຼົ່ານີ້ມີສະເພາະພາສາຍີ່ປຸ່ນ. ຫຼັງຈາກນັ້ນ, ມອດໂຮງເກັບລົດຖັງກໍເປີດຕົວ, ເຊິ່ງຜູ້ຫຼິ້ນສາມາດປ່ຽນໂຮງລົດຖັງຈາກດັ້ງເດີມໄປເປັນໂຮງລົດຖັງຂອງທີມເຊັນຊະໂດ່ຂອງໂຮງຮຽນສະຕີໂອ່ອາໄຣ. ມອດອີກອັນໄດ້ເປີດຕົວຕໍ່ມາ ໂດຍອະນຸຍາດໃຫ້ຜູ້ຫຼິ້ນສາມາດປ່ຽນລາຍລົດຖັງເປັນລາຍລົດຖັງຈາກເລື່ອງເກີຣລ໌ສ ອຸນ ພັນເຊີໄດ້. ລວມມີລົດຖັງ: ພັນເຊີ IV H (Panzer IV H)ຂອງໂຮງຮຽນສະຕີໂອ່ອາໄຣ, ເຊີຊິ້ວ VII (Churchill VII)ຂອງໂຮງຮຽນສະຕີເຊັ້ນ. ໂກລເຣຍນ້າ ແລະ ຢາກດ໌ທີເກີ (Jagdtiger)ຂອງໂຮງຮຽນສະຕີຄຸໂຣໂມຣິມິເນະ. ມອດສຸດທ້າຍແມ່ນໃຫ້ອະນຸຍາດຜູ້ຫຼິ້ນສາມາດປ່ຽນຮູບແບບການຖືກທຳລາຍຂອງລົດຖັງ; ຈາກປົກກະຕິ ເມື່ອລົດຖັງຖືກທຳລາຍຈະລະເບີດກາຍເປັນຊາກເຫຼັກ, ປ່ຽນເປັນ: ສະແດງໃຫ້ເຫັນລົດຖັງໃນສະພາບເສຍຫາຍປານກາງ, ໂດຍມີທຸງຂາວປາກົດຢຸຸ່ເທິງລົດຖັງ, ຄ້າຍຄືກັບການທີ່ລົດຖັງຖືກຄັດອອກໃນເກີຣລ໌ສ ອຸນ ພັນເຊີ, ເພື່ອສະແດງໃຫ້ຮູ້ວ່າລົດຖັັງຖືກທຳລາຍແລ້ວ.[123]

ມອດເຫຼົ່ານີ້ຕໍ່ມາໄດ້ລວມເຂົ້າກັບຊຸດມອດທີ່ໃຫ້ດາວໂຫຼດຟຣີໃນເຊັບເວີພາກອາຊີອາຄະເນຂອງເກມWoT.[124] ໃນວັນທີ31, ມັງກອນປີ2016, ເວີດ໌ ອອບ ແທັງສພູມມິພາກອາຊີອາຄະເນໄດ້ປ່ອຍອັບເດດຊຸດມອດເກີຣລ໌ສ ອຸນ ພັນເຊີ, ສຳລັບການສະເຫຼີມສະຫຼອງການເປີດຕົວຂອງເກີຣລ໌ສ ອຸນ ພັນເຊີ ເດິ ຟຣິມ. ໂດຍມີການເພີ່ມສຽງຂອງພົນລົດຖັງທີມອັງໂກະຂອງທີມເຊັນຊະໂດ່ໂຮງຮຽນສະຕີໂອ່ອາໄຣ ແລະ ປ່ຽນໂຮງລົດຖັງທຳມະດາເປັນໂຮງລົດຖັງຂອງທີມເຊັນຊະໂດ່ໂຮງຮຽນສະຕີໂອ່ອາໄຣ. ຍັງມີການເພີ່ມລາຍລົດຖັງໃໝ່ເຊັ່ນ: ພັນເຊີ IV D (Panzer IV D), ກ່ອນຈະປ່ຽນເປັນໂມເດັມ/ຮຸ່ນອາບຟິວອ໌ຮົງຄ໌ H (Ausführung H, ແປວ່າ ເວີຊັນ H), ແລະ ຍັງມີທີ95 (T95), ເອັມ24 ຄັບຟີ (M24 Chaffee), ເອັມ26 ເປີຊິ້ງ (M26 Pershing)ຂອງທີມເຊັນຊະໂດ່ມະຫາວິທະຍາໄລ, ສ່ວນມອດທີ່ຜ່ານໆມາກໍລວມໃນອັບເດດນີ້ນຳ.[125]

ຜົນຕອບຮັບ

[ດັດແກ້]

ໃນການອອກອາກາດທາງໂທລະທັດສິບຕອນແຮກໃນປີ2012 ໄດ້ຮັບເຣດຕິ່ງທີ່ໜ້າເພິ່ງພໍໃຈ ແລະ ຈຳນວນຜູ້ເບິ່ງສູງ.[126] ຊ່ວງເວລາອອກອາກາດທີ່ຄ່ອນຂ້າງໄວຂອງຕົວແອນິເມຊັ້ນເຮັດໃຫ້ໄດ້ຮັບຄວາມສົນໃຈຈາກຜູ້ເບິ່ງຫຼາຍຂຶ້ນ. ຍອດຂາຍຂອງແອນິເມະສະບັບແຜ່ນບລູ-ເຣແຜ່ນແຮກໃນຍີ່ປຸ່ນໄດ້ທະຍັນສູ່ອັນດັບທີສາມເທິງຊັ້ນຂາຍຂອງໂອຣິຄອນໃນກາງເດືອນກຸມພາປີ2013,[127] ຕໍ່ມາຍອດຂາຍຂອງແຜ່ນທີສອງກໍຂຶ້ນອັນດັບທີສອງໃນຊ່ວງປາຍເດືອນກຸມພາດ້ວຍຍອດຂາຍ24,733ຊຸດພາຍໃນອາທິດແຮກຂອງການວາງຂາຍ.[128] ແຜ່ນບລູ-ເຣທີສາມກໍໄດ້ຮັບຄວາມປະສົບຜົນສຳເລັດເຊັ່ນກັນໃນເດືອນມີນາ, ດ້ວຍຍອດຂາຍ23,528ຊຸດພາຍໃນອາທິດແຮກ, ຂຶ້ນເປັນອັນດັບທີສາມຕາມຫຼັງໂມບິວສູດ ກັນດໍ້າ ຍູນິຄອນ ແລະ ສາວນ້ອຍຈອມເວດ ນາໂນຮະ ພາກສອງ A's.[129] ໃນອາທິດແຮກຂອງການຂາຍບລູ-ເຣແຜ່ນທີສີ່ໄດ້ຂຶ້ນອັນດັບທີສອງດ້ວຍຍອດຂາຍ28,410ຊຸດ, ຕາມຫຼັງເອວານເກລຽນ: 3.33 You Can (Not) Redo, ເຊິ່ງວາງຂາຍໃນອາທິດດຽວກັນ.[130] ອາທິດແຮກຂອງການວາງຂາຍບລູ-ເຣແຜ່ນທີຫ້າ ແລະ ຫົກໄດ້ຂຶ້ນອັນດັບທີໜຶ່ງໃນຊັ້ນຂາຍຂອງໂອຣິຄອນລາຍເດືອນ, ດ້ວຍຍອດຂາຍ33,450ຊຸດ[131] ແລະ 32,385ຊຸດ[132] ຕາມລຳດັບ. ໃນອາທິດແຮກຂອງການວາງຂາຍບລູ-ເຣໂອວີເອ ເກີຣລ໌ສ ອຸນ ພັນເຊີ: ນີ້ແຫຼະຄືເສິກແອນສີໂອທີ່ແທ້ຈິງ! ໄດ້ຂຶ້ນອັນດັບທີສາມເທິງຊັ້ນຂາຍຂອງໂອຣິຄອນ, ດ້ວຍຍອດຂາຍ35,909ຊຸດ.[133]

ໂມເດັມຟິກເກີຂອງຕົວເລື່ອງເຄີຍມີຍອດຂາຍສູງສຸດໃນຍີ່ປຸ່ນ, ປັດຈຸບັນກໍຍັງຂາຍດີຢູ່.[134]

ບົດຄວາມສະແດງຄວາມຄິດເຫັນທີ່ຕີພິມເມື່ອວັນທີ22, ມັງກອນປີ2013ໃນໜັງສືພິມກະລາໂຫມແຫ່ງຊາດຈີນ, ເຊິ່ງແມ່ນບໍລິສັດໃນເຄືອສືຂອງກອງທັບປົດປ່ອຍປະຊາຊົນ ທີ່ເປັນຂອງລັດ, ໄດ້ວິພາກວິຈານຕົວແອນິເມະໃນທາງທີ່"ບໍ່ດີປານໃດ"ສຳລັບການສົ່ງເສີມ"ແນວຄິດທາງທະຫານພາຍໃຕ້ຕົວລະຄອນທີ່ໜ້າຮັກ".[135]

ຟາມິຊື່ ໄດ້ເປັນຜູ້ຈັດເຮັດເກມ ເກີຣລ໌ສ ອຸນ ພັນເຊີ: ມາສເຕີເຊັນຊະໂດ່! ຄະແນນຣີວິວ 23/40.[136] ເພລສະເຕຊັນ ໄລຟ໌ສະຕາຍໃຫ້ຄະແນນ 8/10, ໂດຍຊົມເຊີຍລະບົບການຕໍ່ສູ້ຂອງລົດຖັງທີ່ຮຽບງ່າຍ ແລະ ເນື້ອເລື່ອງທີ່ມີສະເນ.[137] ຕົວເກມຂາຍໄດ້31,526ຊຸດໃນຮ້ານຂາຍປີກພາຍໃນອາທິດແຮກຂອງການຂາຍໃນຍີ່ປຸ່ນ.[138]

ໃນປີ2017, ນັກວິຊາການ ຍາມາມູຣະ ທາກາໂຢຊິ ໄດ້ອະທິບາຍວ່າເກີຣລ໌ສ ອຸນ ພັນເຊີເປັນຕົວຢ່າງສຳຄັນຂອງການຮ່ວມມືລະຫວ່າງກອງກຳລັງປ້ອງກັນຕົນເອງຍີ່ປຸ່ນກັບການຜະລິດແອນິເມະ, ໂດຍສັງເກດວ່າເຈົ້າໜ້າທີ່ຝ່າຍຜະລິດໄດ້ຮວບຮວມຂໍ້ມູນທີ່ສຳຄັນໂດຍມີຄວາມຊ່ວຍເຫຼືອຂອງກອງກຳລັງປ້ອງກັນຕົນເອງພາກພື້ນດິນຍີ່ປຸ່ນ, ເຖິງຂະໜາດໃຫ້ອະນຸຍາດໃຫ້ຂີ່ລົດຖັງຢູ່ໂຮງຮຽນສຳພະວຸດຂອງຕົວກອງກຳລັງ. ຕົວເລື່ອງຍັງໄດ້ຮັບຄວາມຊ່ວຍເຫຼືອຈາກສຳນັກງານຄວາມຮ່ວມມືຈັງຫວັດອິບາຣາກິຂອງກອງກຳລັງປ້ອງກັນຕົນເອງຍີ່ປຸ່ນນຳອີກ. ຈັ່ງໃດກໍຕາມ, ການທີ່ຕົວກອງກຳລັງໄດ້ໃຫ້ອະນຸຍາດການເຂົ້າເຖິງລົດຖັງໄດ້ຖືກວິພາກວິຈານຢ່າງໜັກຈາກພັກກອມມູນິດຍີ່ປຸ່ນ. ນອກຈາກນີ້, ຍາມາມູຣະ ຍັງຕັ້ງຂໍ້ສັງເກດອີກວ່າສຳນັກງານເຈົ້າໜ້າທີ່ພາກພື້ນດິນຂອງພະແນກປະຊາສຳພັນກອງກຳລັງປ້ອງກັນຕົນເອງພາກພື້ນດິນຍ້ອງຍໍການຮ່ວມມືນີ້ວ່າເປັນການສະແດງໃຫ້ເຫັນເຖິງ "ຜົນກະທົບຂອງຄວາມນິຍົມຂອງລົດຖັງຕໍ່ສູ້".[139]

ໂອ່ອາໄຣ

[ດັດແກ້]
ລົດໄຟຕຣິມ ເກີຣລ໌ສ ອຸນ ພັນເຊີຢູ່ໂອ່ອາໄຣ, ປີ2016.

ດ້ວຍຄວາມນິຍົມຂອງເກີຣລ໌ສ ອຸນ ພັນເຊີໄດ້ປ່ຽນເມືອງໂອ່ຣາໄຣ, ອິບາຣາກິໃນໂລກຄວາມເປັນຈິງ, ໃຫ້ກາຍເປັນທີ່ດຶງດູດຂອງເຫຼົ່າແຟນໆ; ເຫຼົ່າແຟນເມະ(ແອນິເມະ) ໄດ້ໄປຢ້ຽມຢາມສະຖານທີ່ທີ່ຖືກກ່າວເຖິງໃນແອນິເມະເຊັ່ນ: ໂຮງແຮມທີ່ຖືກທຳລາຍຕາມໃນເລື່ອງ.[140] ເພື່ອສະເຫຼີມສະຫຼອງຄວາມນິຍົມຂອງຕົວແອນິເມະ, ລັດຖະບານທ້ອງຖິ່ນ ແລະ ກິດຈະກຳເທດສະການຕ່າງໆໄດ້ຮ່ວມມືກັບຕົວເລື່ອງ ແລະ ລວມໄວ້ໃນຕີມຂອງເກີຣລ໌ສ ອຸນ ພັນເຊີ . ຕົວຢ່າງເຊັ່ນ: ບໍລິສັດຈັດການການສ້າງສັນໂອ່ອາໄຣໄດ້ຮັບລາງວັນຊົມເຊີຍຈາກໜ່ວຍງານການທ່ອງທ່ຽວຍີ່ປຸ່ນສຳລັບການມີສ່ວນຮ່ວມໃນການສົ່ງເສີມການທ່ອງທ່ຽວໃນທ້ອງຖິ່ນ.[141] ໃນທຳນອງດຽວກັນ, ລາງວັນໃຫຍ່ສຳລັບການປັບປຸງພາບລັກຂອງແຂວງອິບາຣາກິ ໃຫ້ກັບການຮ່ວມມືຂອງໂອ່ອາໄຣກັບເກີຣລ໌ສ ອຸນ ພັນເຊີ[142] ດ້ວຍເຫດນີ້, ເມືອງໂອ່ອາໄຣຈຶ່ງປະສົບກັບພາວະເສດຖະກິດທີ່ດີຂຶ້ນຈາກການຂາຍສິນຄ້າພາຍໃຕ້ຕີມຂອງຕົວເລື່ອງ; ຕົວຢ່າງເຊັ່ນ: ລະຫວ່າງປີ2015 ແລະ 2016, ລາຍໄດ້ຂອງເມືອງເພີ່ມຂຶ້ນ21ເທົ່າ.[143] ສະນັ້ນ, ຫຼັງເຫດແຜ່ນດິນໄຫວ ແລະ ສືນາມິເມື່ອປີ2011, ການທ່ອງທ່ຽວຈຶ່ງຊ່ວຍໃຫ້ຕົວເມືອງມີຊີວິດຊີວາຂຶ້ນ.[144][145]

ສະຖານີໂອ່ອາໄຣ ກ່ອນການປັບປຸງໃໝ່ (2016)

ເທດສະການ ແລະ ກິດຈະກຳຕ່າງໆໃນເມືອງໄດ້ລວມເອົາອົງປະກອບຕາມຕີມເລື່ອງ ແລະ ຄົງໄວ້ຢ່າງຖາວອນນັບຕັ້ງແຕ່ການສາຍຂອງແອນິເມະມາ. ນີ້ລວມເຖິງເທດສະການລະດູໃບໄມ້ບານໃໝ່ປະຈຳປີ ແລະ ເທດສະການປາອັງໂກະໃນທ້ອງຖິ່ນທີ່ຈັດຂຶ້ນທຸກປີ.[146] ໃນເທດສະການລະດູໃບໄມ້ບານໃໝ່ປີ2013ໄດ້ມີການສາທິດລົດຖັງ ແລະ ການຂາຍສິນຄ້າກ່ຽວກັບຕົວແອນິເມະ.[147][148] ເທດສະການປາອັງໂກະ ນອກເໜືອຈາກການຕຶກປາແບບດັ້ງເດີມແລ້ວ, ຍັງມີການຈັດສະແດງຕູ້ປາ ແລະ ອິຕະຊະ(ພາບຈຳລອງ)ເທິງໜ້າຈໍຂະໜາດໃຫຍ່, ແລະ ເປັນເຈົ້າພາບຈັດລາຍການທອດຄ໌ໂຊວ໌ໃນປີ2013.[149][150] ມີສື່ທາງການ, ເຊັ່ນໜັງຕອນປີ2015, ກໍຖືກປະກາດໃນຊ່ວງເທດສະການ.[151] ເດີມທີມີຜູ້ເຂົ້າຮ່ວມປະມານ25,000ຫາ30,000ຄົນ, ແຕ່ການມາຂອງເຫຼົ່າແຟນເມະທັງຫຼາຍເຮັດໃຫ້ເພີ່ມຂຶ້ນເປັນ140,000ຄົນໃນປີ2019 ກ່ອນຊ່ວງການເວັ້ນ.[149][152] ເນື່ອງຈາກການແຜ່ລະບາດຂອງໂຄວິດ-19, ກິດຈະກຳຕ່າງໆຈຶ່ງຢຸດລົງ ແລະ ຍ້າຍໄປຈັດໃນໂລກສະເໝືອນ. ດັງນັ້ນ, ຈຶ່ງມີການຈັດເທດສະການຄົບຮອບ10ປີຂອງແອນິເມະແບບໄລຟ໌ສົດຜ່ານສື່ອອນລາຍ.[153] ເທດສະການອັງໂກະໄດ້ກັບມາອີກຄັ້ງໃນປີ2023ໂດຍມີນັກພາກສຽງຮ່ວມງານນຳ.[154]

ອ້າງອີງ

[ດັດແກ້]
  1. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  2. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  3. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  4. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  5. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  6. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  7. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  8. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  9. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  10. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  11. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  12. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  13. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  14. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  15. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  16. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  17. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  18. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  19. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  20. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  21. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  22. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  23. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  24. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  25. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  26. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  27. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  28. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  29. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  30. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  31. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  32. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  33. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  34. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  35. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  36. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  37. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  38. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  39. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  40. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  41. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  42. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  43. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  44. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  45. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  46. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  47. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  48. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  49. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  50. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  51. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  52. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  53. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  54. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  55. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  56. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  57. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  58. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  59. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  60. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  61. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  62. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  63. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  64. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  65. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  66. 1 2 3 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  67. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  68. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  69. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  70. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  71. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  72. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  73. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  74. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  75. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  76. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  77. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  78. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  79. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  80. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  81. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  82. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  83. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  84. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  85. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  86. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  87. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  88. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  89. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  90. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  91. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  92. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  93. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  94. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  95. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  96. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  97. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  98. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  99. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  100. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  101. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  102. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  103. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  104. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  105. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  106. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  107. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  108. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  109. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  110. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  111. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  112. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  113. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  114. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  115. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  116. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  117. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  118. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  119. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  120. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  121. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  122. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  123. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  124. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  125. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  126. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  127. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  128. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  129. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  130. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  131. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  132. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  133. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  134. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  135. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  136. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  137. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  138. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  139. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  140. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  141. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  142. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  143. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  144. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  145. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  146. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  147. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  148. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  149. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  150. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  151. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  152. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  153. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  154. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).