ເກັນຊິນອິມແພກ

ຈາກ ວິກິພີເດຍ
ເກັນຊິນອິມແພັກ
ຜູ້ພັດທະນາມິໂຮໂຢະ
ຜູ້ຈັດຈຳໜ່າຍທົ່ວໂລກ: ໂຮໂຢະເວີສ ຈີນ: ມິໂຮໂຢະ
ອຳນວຍການຜະລິດໄຊຮາວຢອູ໌[1]
ແຕ່ງເພງເສິນຢູເພິງ,

ຢຽນຕີ້ເມິງ, ຕິງຊັຽນ, ຈຽງອີ້ຈວນ, ຈ້າວຊິນ, ເສິນ ອາຄັນເກໂນ,

ໂຢເຜີ້ຍເຈຍ
ເອນຈິນຢູນິຕີ້
ເຄື່ອງຫຼິ້ນແອນດອຍດ໌,

ໄອໂອເອັສ, ວິນໂດ,

ເພລສະເຕຊັນ 4 & 5
ວາງຈຳໜ່າຍແອນດອຍດ໌, ໄອໂອເອັສ, ວິນໂດ, ເພລສະເຕຊັນ 4: ວັນທີ28, ກັນຍາປີ2020; ເພລສະເຕຊັນ 5: ວັນທີ28, ເມສາປີ2021
ແນວແອັກຊັນ, ສວມບົດບາດ
ຮູບແບບຜູ້ຫຼິ້ນດຽວ, ຜູ້ຫຼິ້ນຫຼາຍຄົນ

ເກັນຊິນອິມແພັກ (ອັງກິດ: Genshin Impact; ຈີນ : 原神; ຍີ່ປຸ່ນ : 原 げん 神 しん)ແມ່ນເກມຫຼິ້ນຕາມບົດບາດທີ່ພັດທະນາແລະເຜີຍແຜ່ໂດຍ ມິໂຮໂຍະ (miHoYo) ເກມນີ້ໄດ້ຮັບການປ່ອຍຕົວສຳລັບໄມໂຄຣຊອບ ວິນໂດ ເພລຍ໌ສະເຕຊັ້ນ 4 ແອນດຣອຍ ແລະໄອໂອເອສ ໃນເດືອນກັນຍາ 2020 ເກມນີ້ໃຫ້ຫຼິ້ນຟຣີແລະສ້າງລາຍໄດ້ຜ່ານກົນໄກຂອງເກມກາຊາ ໃນຂະນະທີ່ພັດທະນາຫຼັງຈາກຮົນໄຄອິມແພກ (Honkai Impact 3rd) ດ້ວຍຮູບແບບການຕັ້ງຊື່ທີ່ຄ້າຍຄືກັນ


ພາບລວມ[ດັດແກ້]

ເກັນຊິນອິມແພັກ ເປັນເກມແອັກຊັນສວມບົດບາດ ທີ່ພັດທະນາໂດຍ ມິໂຮໂຢະ, ເຜີຍແຜ່ໂດຍ ມິໂຮໂຢະ ໃນຈີນແຜ່ນດິນໃຫຍ່ ແລະ ທົ່ວໂລກ ໂດຍ ໂຮໂຢະເວີສ. ສຳລັບລະບົບປະຕິບັດການ ແອນດຣອຍດ໌, IOS, ເພລສະເຕຊັນ 4 ແລະ ວິນໂດ ໃນປີ2020, ແລະ ເພລສະເຕຊັນ 5 ໃນປີ2021. ຕົວເກມມີສະພາບແວດລ້ອມແບບ ໂອເພັນເວີ (ໂລກກວ້າງ) ແລະ ລະບົບການຕໍ່ສູ້ແບບແອັກຊັນທີ່ໃຊ້ພະລັງທາດຕ່າງໆ ແລະ ການສະຫຼັບຕົວລະຄອນ. ເປັນເກມຫຼິ້ນຟຣີທີ່ສ້າງລາຍໄດ້ຜ່ານ ລະບົບສຸ່ມກາຊາ, ເກັນຊິນອິມແພກ ໄດ້ຮັບການຂະຫຍາຍອັບເດດຢ່າງສະໝໍ່າສະເໝີ ໂດຍຜ່ານການແພັດສ໌ ໃນຮູບແບບ ເກມທີ່ເຮັດເປັນບໍລິການ.

ເກັນຊິນອິມແພັກ ໄດ້ຕັ້ງສະຖານທີ່ໃນການເດີນເລື່ອງເປັນ ໂລກແຟນຕາຊີ, ເທວັດ, ເຊິ່ງເປັນທີ່ຕັ້ງຂອງ ເຈັດປະເທດ, ໂດຍແຕ່ລະປະເທດມີຄວາມພົວພັນກັບ ທາດທີ່ແຕກຕ່າງກັນ ແລະ ປົກຄອງໂດຍເທບ ຄົນລະອົງ. ເລື່ອງລາວຈະເປັນການຕິດຕາມການປະຈົນໄພຂອງ ນັກເດີນທາງ, ຜູ້ເດີນທາງຂ້າມດວງດາວ ພ້ອມພີ່ນ້ອງຝາແຝດ, ແຕ່ໃນຕອນເລີ່ມເກມ, ພວກເຂົາຖືກດູດພະລັງ ແລະ ພັດພາກອອກຈາກກັນໂດຍ ເທບໄຮ້ນາມ, ພາຍຫຼັງມາເຖິງ ເທວັດ. ຫຼັງຈາກນັ້ນ ນັກເດີນທາງ ໄດ້ເລີ່ມອອກປະຈົນໄພຂ້າມຜ່ານປະເທດທັງເຈັດໃນແທວັດ ເພື່ອຊອກຫາພີ່ນ້ອງທີ່ຫາຍໄປ, ໂດຍມີ ໄພມ່ອນ ຄູ່ຫູ, ສະຫາຍ ຫຼື ສ່ຽວ ຜູ້ເປັນໄກ້ນຳພາ. ຕະຫຼອດການເດີນທາງ, ພວກເຂົາໄດ້ຜູກສຳພັນກັບບຸກຄົນຢ່າງຫຼວງຫຼາຍ, ມີສ່ວນລວມໃນການແກ້ໄຂເຫດການຕ່າງໆຂອງແຕ່ລະປະເທດ ແລະ ເລີ່ມທີ່ຈະເປີດໂປງຄວາມລັບຂອງດິນແດນທີ່ມີຊື່ວ່າ ເທວັດ ແຫ່ງນີ້.

ການພັດທະນາ ເກັນຊິນອິມແພັກ ເລີ່ມຕົ້ນໃນປີ2017 ແລະ ໄດ້ຮັບແຮງບັນດານໃຈຈາກແຫຼ່ງຂໍ້ມູນຕ່າງໆ ລວມເຖິງ ເດິເລເຈັນອອບເຊວດະ : ບຣິດອອບເດິວາຍ, ອາມິເມະຕ່າງໆ, ບູຮານ-ປູຊະນີຍະສະຖານ-ວັດຖຸ, ບັນທຶກທາງປະຫວັດສາດຕ່າງໆ ແລະ ວັດທະນະທຳ ແລະ ຕຳນານຕ່າງໆທົ່ວໂລກ ຢ່າງຫຼວງຫຼາຍ. ເກັນຊິນອິມແພກ ໄດ້ຮັບການວິພາກວິຈານໃນແງ່ບວກ, ໂດຍນັກວິຈານຂຽນຊື່ນຊົມລະບົບການຕໍ່ສູ້ ແລະ ໂລກທີ່ເປີດກວ້າງທີ່ເຮັດໃຫ້ດື່ມດໍ່າກັບບັນຍາກາດຂອງເກມ. ໃນດ້ານກັບກັນ,  ການວິພາກວິຈານບາງສ່ວນມຸ່ງເປົ້າໄປທີ່ການຈົບເກມທີ່ງ່າຍດາຍ ແລະ ຊໍ້າຊາກ, ຮູບແບບການສ້າງລາຍໄດ້ແບບກາຊາ ແລະ ການກ່າຍຮຽນແບບເກມຕ່າງໆ. ໃນທຸກແພລັດຟອມ, ເກມສ້າງລາຍໄດ້ປະມາດ 4 ຕື້ໂດລາສະຫະລັດ ໃນໝົດປີ2022ທີ່ຜ່ານມາ, ຖືໄດ້ວ່າເປັນລາຍໄດ້ເປີດຕົວໃນ2ປີທຳອີດທີ່ສູງທີ່ສຸດເທົ່າທີ່ເຄີຍມີມາ.[2][3]

ການຫຼິ້ນ[ດັດແກ້]

ເກັນຊິນອິມແພັກ ເປັນເກມໂອເພັນເວີດ໌ຕໍ່ສູ້ສວມບົດບາດທີ່ໃຫ້ຜູ້ຫຼິ້ນໄດ້ສຳຫຼວດໂລກຂອງເກມ ໂດຍທີ່ຜູ້ຫຼິ້ນສາມາດຫຼິ້ນເປັນໜຶ່ງໃນສີ່ຕົວລະຄອນທີ່ຢູ່ໃນທີມ. [4]ການສະຫຼັບລະຫວ່າງຕົວລະຄອນສາມາດເຮັດໄດ້ຢ່າງວ່ອງໄວໃນລະຫວ່າງການຕໍ່ສູ້, ເຮັດໃຫ້ຜູ້ຫຼິ້ນສາມາດໃຊ້ທັກສະ ແລະ ການໂຈມຕີທີ່ຫຼາກຫຼາຍປະສົມປະສານກັນໄດ້. [5]ຕົວລະຄອນສາມາດເພີ່ມຄວາມສາມາດໄດ້ຫຼາຍວິທີ ໂດຍຫຼັກໆແມ່ນຜ່ານການເພີ່ມເລເວວໂດຍກົງ ແລະ ການປັບປຸງອາຕິແຟັກ(ຕົວເສີມພະລັງ) ແລະ ອາວຸດທີ່ຕົວລະຄອນສວມໃສ່.[6] ນອກຈາກການສຳຫຼວດແລ້ວ, ຜູ້ຫຼິ້ນຍັງສາມາດລອງລົງທ້າທາຍໃນດັນຈ້ຽນຕ່າງໆ ເພື່ອຮັບເອົາລາງວັນ. ມີທີ່ໃຫ້ທ້າທາຍບອສ ແລະ ດັນຈ້ຽນ ກະແຈກກະຈາຍຢູ່ທົ່ວທັງເທຍ໌ວັດທີ່ໃຫ້ລາງວັນເປັນຊັບພະຍາກອນທີ່ມີຄຸນຄ່າ, ແຕ່ການທ້າທາຍຈະຕ້ອງໃຊ້ຄ່າທີ່ເອີ້ນວ່າ "ເຣຊິນ", ເຊິ່ງຈະຄ່ອຍໆເພີ່ມຂຶ້ນເອງເມື່ອເວລາຜ່ານໄປ.[7] ການເຮັດພາລະກິດທ້າທາຍເຫຼົ່ານີ້ໃຫ້ສຳເລັດຈະເຮັດໃຫ້ເລເວວນັກປະຈົນໄພຂອງຜູ້ຫຼິ້ນເພີ່ມຂຶ້ນ, ເຊິ່ງຈະປົດລັອກພາລະກິດ ແລະ ດັນຈ້ຽນໃໝ່ໆ ແລະ ເພີ່ມລະດັບໂລກ.[8] ລະດັບໂລກແມ່ນລະດັບຂອງຄວາມເກັ່ງແຂງແຮງຂອງສັດຕູໃນເກມ ແລະ ມູນຄ່າຂອງລາງວັນທີ່ໄດ້ຮັບຫຼັງເອົາຊະນະໄດ້.[9]

ຜູ້ຫຼິ້ນສາມາດຄວບຄຸມຕົວລະຄອນ ແລະ ເຄື່ອນໄຫວໄດ້ໃນຫຼາຍໆຮູບແບບເຊັ່ນ: ແລ່ນ, ປີນປ່າຍ, ລອຍນໍ້າ ແລະ ລ່ອນ, ໂດຍທັງໝົດນີ້ຖືກຈຳກັດດ້ວຍຄ່າ "ສະຕາມິນາ" ຫຼື "ເຫື່ອແຮງ".[10][5] ຕົວລະຄອນບາງຕົວສາມາດມີປະຕິສຳພັນສະພາບແວດລ້ອມໄດ້ ແລະ ໃຊ້ເປັນປະໂຫຍດເຊັ່ນ: ໃຊ້ພະລັງທາດນໍ້າກ້ອນໃນການສ້າງທາງເທິງນໍ້າ ເພື່ອສຳຫຼວດໂລກ.[5] ທົ່ວທັງໂລກຈະມີສິ່ງທີ່ເອີ້ນວ່າ "ຈຸດເທເລພັອດ", ເຊິ່ງກະແຈກກະຈາຍໄປທົ່ວທຸກບ່ອນທີ່ເຮັດໃຫ້ຜູ້ຫຼິ້ນສາມາດວາບ(ເຄື່ອນຍ້າຍຢ່າງທັນທີ), ມັນຈຶ່ງເປັນໜຶ່ງໃນຮູບແບບການເດີນທາງທີ່ວ່ອງໄວທີ່ສຸດໃນເກມ; ໃນນັ້ນຍັງມີສິ່ງທີ່ເອີ້ນວ່າ "ຮູບປັ້ນເທບ", ເຊິ່ງສາມາດຮັກສາ ແລະ ຄືນຊີບໃຫ້ຕົວລະຄອນໄດ້ ແລະ ໃຫ້ປະໂຫຍດຕ່າງໆເຊັ່ນ: ການເພີ່ມຄ່າສະຕາມິນາຂອງຜູ້ຫຼິ້ນ.[11] ສິ່ງຂອງເຊັ່ນອາຫານ ແລະ ແຮ່ສາມາດຫາໄດ້ທົ່ວໄປ, ສັດຕູ ແລະ ຫີບສົມບັດອາດຈະມອບຊັບພະຍາກອນທີ່ໃຊ້ເສີມຄວາມແຂງແຮງຂອງຕົວລະຄອນ. ຜູ້ຫຼິ້ນສາມາດຫາອາຫານໄດ້ຜ່ານການລ່າສັດ, ເກັບຜັກ ແລະ ໝາກໄມ້ ຫຼື ຊື້ຈາກຮ້ານຄ້າໃນໂລກຂອງເກມ. ນອກຈາກນີ້ຍັງມີການທ້າທາຍການຕໍ່ສູ້ພິເສດທີ່ເອີ້ນວ່າ "ໂດເມນ", ທີ່ໃຫ້ລາງວັນເປັນຊັບພະຍາກອນໃນການເສີມຄວາມແຂງແຮງຂອງຕົວລະຄອນ ແລະ ອາວຸດ.[12] ຜູ້ຫຼິ້ນສາມາດປຸງແຕ່ງອາຫານໄດ້ໂດຍນຳໃຊ້ວັດຖຸດິບທີ່ເກັບມາຈາກທີ່ຕ່າງໆໃນເກມ, ເຊິ່ງອາດມອບຜົນຂ້າງຄຽງອັນເພິ່ງປະສົງເຊັ່ນ: ການຟື້ນຟູເລືອດ ຫຼື ຄ່າສະຖານະຕ່າງໆຂອງຕົວລະຄອນ.[13] ຜູ້ຫຼິ້ນຍັງສາມາດຫາແຮ່ທີ່ຜ່ານການປັບປຸງແລ້ວ ນຳມາໃຊ້ສ້າງອາວຸດ ຫຼື ເພີ່ມຄວາມແຂງແຮງໄດ້.[14][15]

ໂໝດຜູ້ຫຼິ້ນຫຼາຍຄົນມີຮູບແບບເປັນການຫຼິ້ນໂຄ-ອອບ (ເຮັດວຽກຮວບກັນ).[16] ຈຳກັດຜູ້ຫຼິ້ນສຸດສີ່ຄົນ ສາມາດຫຼິ້ນນຳກັນໄດ້ທັງໃນໂລກຂອງເກມ ແລະ ລົງໂດເມນນຳກັນ.[17] ການຈັບຄູ່ຜູ້ຫຼິ້ນສາມາດເຮັດໄດ້ຜ່ານການຂໍເຊື່ອມຕໍ່ກັບຜູ້ຫຼິ້ນຄົນອື່ນ ຫຼື ຜ່ານການຄົ້ນຫາອັດຕະໂນມັດ. ຕົວເກມອະນຸຍາດໃຫ້ຫຼິ້ນຂ້າມແພລັດຟອມ, ດັ່ງນັ້ນ ບໍ່ວ່າຜູ້ຫຼິ້ນຈາກເຄື່ອງຫຼິ້ນໃດກໍຫຼິ້ນນຳກັນໄດ້.[18]

ເມື່ອເຮັດພາລະກິດບາງອັນສຳເລັດ ຫຼື ເຂົ້າລວມໃນກິດຈະກຳທີ່ມີເວລາຈຳກັດ, ຜູ້ຫຼິ້ນສາມາດປົດລັອກຕົວລະຄອນທີ່ຫຼິ້ນໄດ້.[19] ຈັ່ງໃດກໍຕາມ, ຕົວລະຄອນສ່ວນຫຼາຍໄດ້ມາຈາກຕູ້ສຸ່ມຕົວລະຄອນຜ່ານລະບົບກາຊາຂອງເກມທີ່ເອີ້ນວ່າ "ຄວາມປາດຖະໜາ".[20][21][22] ສະກຸນເງິນພິເສດໃນການສຸ່ມເອີ້ນວ່າ "ໄພລໂມເຈັມ", ສາມາດຊື້ໄດ້ຜ່ານແອັບ ຫຼື ເປັນລາງວັນໃນການຫຼິ້ນ, ເຊິ່ງຈຳເປັນຕ້ອງໃຊ້ໃນການສຸ່ມຕູ້ກາຊາ.[23] ລະບົບກາຣັນຕີ ແມ່ນລະບົບທີ່ຊ່ວຍຮັບປະກັນວ່າຜູ້ຫຼິ້ນຈະໄດ້ຮັບສິ່ງຂອງນັ້ນໆ ຫຼັງຈາກສຸ່ມກາຊາໄດ້ຕາມທີ່ກຳນົດ.[24]

ເນື້ອເລື່ອງ[ດັດແກ້]

ການຈັດເລື່ອງ[ດັດແກ້]

ປະເທດໃນເທວັດ
ປະເທດ ທາດ ເທບອາຣຄອນ ນາມຂອງອາຣຄອນ ຮ່າງຈຳແລງ ອຸດົມຄະຕິ/ອຸດົມການ ອົງການບໍລິຫານ
ມອນສະຕັດທ໌ ອາເນໂມ(ລົມ) ບາຣບາທອສ ທ່ານບາຣບາທອສ ເວັນຕິ ອິດສະຫຼະເສລີ ກອງອັດສະວິນຟາໂວນຽສ
ຫຼີເຢ້ ຈີໂອ(ຫີນ) ໂມແຣັກຊ ເຣັກຊ ລາພີຊ ຈົງລີ ພັນທະສັນຍາ ເຈັດດາລາແຫ່ງລີເຢ້
ອິນາຊູມະ ເອເລັກໂຕ(ໄຟຟ້າ) ເບວເຊບັບ ໄຣເດັນ ໂຊກຸນ ເອ ຄວາມເປັນນິລັນດອນ ສາມເຈົ້າສຳນັກແຫ່ງອິນາຊຸມະ
ສູເມຣຸ ເດັນໂດ(ໄມ້) ເບີອ໌ຣ ທ່ານຍິງນ້ອຍກຸສານະລີ ນາຮິດະ ສະຕິປັນຍາ ສະຖາບັນອາຄະເດມິຍະແຫ່ງສູເມຣຸ
ຟອນເຕັນ ໄຮໂດ(ນໍ້າ) ໂຟຄະລໍສ ທ່ານຍິງຟູຣິນາ ເດ ຟອນເຕັນ ຟູຣິນາ ຄວາມຍຸຕິທໍຳ ສຳນັກງານເມຊົນກາດີນານ
ແນັດລານ ໄພໂຣ(ໄຟ) ຕໍລໍຖ້າປະກາດ ລໍຖ້າປະກາດ ລໍຖ້າປະກາດ ສົງຄາມ ລໍຖ້າປະກາດ
ສະເນຊນາຍະ ໄຄໂຢ(ນໍ້າແຂງ) ລໍຖ້າປະກາດ ຊາຣິຊ້າ ລໍຖ້າປະກາດ ລໍຖ້າປະກາດ ອົງກອນຟາຕູຍ
ຄານເອນຣິຫ໌' ອາ ລໍຖ້າປະກາດ - - - ລໍຖ້າປະກາດ ລາຊະວົງເລິກລັບ

ເລື່ອງລາວຂອງເກັນຊິນອິມແພັກເກີດຂຶ້ນໃນໂລກທີ່ຊື່ວ່າ "ເທວັດ", ເຊິ່ງປະກອບດ້ວຍເຈັດປະເທດຫຼັກ, ໂດຍແຕ່ລະປະເທດປົກຄອງໂດຍເທບແຕ່ລະອົງທີ່ເອີ້ນວ່າ "ອາຣຄອນ", ເຊິ່ງເຊື່ອມໂຍງກັບທາດປະຈຳຕົວ ແລະ ອຸດົົມຄະຕິ ຫຼື ອຸດົມການ, ແລະ ຕົວເມືອງກໍຍັງຖືກປົກຄອງໂດຍອົງການຈັດຕັ້ງໃດໜຶ່ງ.[25] ເກາະລອຍຟ້າເລິກລັບ "ເຊເລັດເທຍ" ທີ່ລອຍເໜືອນເທວັດ, ວ່າກັນວ່າແມ່ນສະຫວັນ ຫຼື ບ່ອນພຳນັບຂອງເທບພະເຈົ້າ ແລະ ເຫຼົ່າວີລະຊົນທີ່ມີວີລະກຳອັນກ້າຫານ ແລະ ຍິ່ງໃຫຍ່.[26] ໃນໃຕ້ດິນມີບູຮານສະຖານທີ່ພັງທະລາຍຂອງອະລິຍະທຳ "ຄານເອນຣິຫ໌' ອາ", ເຊິິ່ງເປັນປະເທດຊາດທີ່ຖືກທຳລາຍໂດຍເຊເລັດເທຍ ເມື່ອ500ປີກ່ອນເຫດການຫຼັກໃນເກມ.[27][28] ຄາດວ່າສາເຫດກໍມາຈາກທີ່ຄານເອນຣິຫ໌' ອາ ບໍ່ໄດ້ປົກຄອງເທບ ຫຼື ອາຣຄອນ, ແລະ ຍັງມີຄວາມພະຍາຍາມໃນການສ້າງອະລິຍະທຳທີ່ນຳໂດຍມະນຸດພຽງເທົ່ານັ້ນ.[29]

ຫາກມີຜູ້ໃດບໍ່ວ່າຈະມາຈາກຊາດໃດ ທີ່ມີຄວາມທະເຍີທະຍານອັນຍິ່ງໃຫຍ່ ແລະ ແຮງກ້າ, ພວກເຂົາເຫຼົ່ານັ້ນຈະໄດ້ຮັບ "ວີຊັນ", ມະນີວິເສດທີ່ມອດພະລັງໃນການຄວບຄຸມພະລັງທາດ ແລະ ສິດໃນການຂຶ້ນສູ່ຄວາມເປັນເທບ ແລະ ອາໄສຢູ່ໃນເຊເລັດເທຍ.[30][31] ແຕ່ບາງຄົນກໍສາມາດຄວບຄຸບພະລັງທາດໄດ້ຜ່ານ "ດີລູຊັນ", ວີຊັນປະດິດທີ່ສ້າງຂຶ້ນຈາກເສດຊາກຂອງເທບພະເຈົ້າ, ເຊິ່ງເຮັດໃຫ້ຜູ້ຖືຄອງສາມາດຄວບຄຸມພະລັງທາດໄດ້ໂດຍການດູດກືນພະລັງຊີວິດຂອງພວກໃຊ້ງານ.[32] ໃນອີກດ້ານ, ອາຣຄອນເອງກໍມີ "ໂນຊິດ", ເຊິ່ງມີອຸປະກອນທີ່ຄ້າຍຄືກັບວີຊັນທີ່ປຽບເໝືອນຕົວຢືນຢັນອຳນາດຂອງຕົນໃນຖານະເທບອາຣຄອນ ແລະ ທຳໃຫ້ພວກເຂົາ "ເປັນຂອງ" ເຊເລັດເທຍ.[33]

ຕົວເອກຂອງເຮົາແມ່ນນັກເດີນທາງ ແລະ ໄພມ່ອນ, ຜູ້ເປັນຄົນນຳພາ ແລະ ສະຫາຍຂອງນັກເດີນທາງ. ນັກເດີນທາງ ແລະ ຝາແຝດຂອອງລາວໄດ້ເດີນທາງຂ້າມດວງດາວໃນຈັກກະວານ ກ່ອນຈະຖືກພາກອອກຈາກກັນໃນເທວັດ, ເຮັດໃຫ້ນັກເດີນທາງຕ້ອງອອກເດີນທາງຊອກຫາພີ່ນ້ອງຝາແຝດຂອງລາວ.[34] ຜູ້ຫຼິ້ນຈະເລືອກຫຼິ້ນເປັນເອເທີ (ອ້າຍ) ຫຼື ລູມິນ (ນ້ອງສາວ), ເຖິງແມ່ນວ່າຊື່ຂອງບັນຊີຜູ້ຫຼິ້ນຈະຖືກໃຊ້ແທນຕະຫຼອດທັງເກມ.

ຕົວຮ້າຍຫຼັກໃນເກມແມ່ນ "ອາບິສ ອໍເດີ", ເຊິ່ງເປັນກອງກຳລັງສັດປະຫຼາດທີ່ປະກອບມີຊາວຄານເອນຣິຫ໌' ອາທີ່ຖືກຄອບງຳ, ເຊິ່ງພະຍາຍາມໂຄ່ນລົ້ມການປົກຄອງຂອງອາຣຄອນ,[35][36] ແລະ "ຟາຕູຍ", ເຊິ່ງເປັນອົງກອນກອງທັບທະຫານ ແລະ ຄະນະຜູ້ແທນນັກການທູດຂອງປະເທດສະເນຊນາຍະທີ່ມີນະໂຍບາຍຕ່າງປະເທດທີ່ມີລັກສະນະຮຸກຮານປະເທດອື່ນໃນເທວັດ.[37][38]  ແຝດທີ່ຫາຍຕົວຂອງນັກເດີນທາງໄດ້ຮັບການເຄົາລົບບູຊາໃນຖານະຜູ້ນຳຂອງອາບິສ  ອໍເດີ,[39] ໃນຂະນະດຽວກັນເອງ, ຟາຕູຍກໍຖືກນຳໂດຍ "ສິບເອັດຜູ້ບໍລິຫານ", ເຊິ່ງເປັນຜູ້ມີອຳນາດທີ່ມີນຳໂດຍເທບນໍ້າກ້ອນຊາຣິຊ້າ, ທີ່ໄດ້ຮັບມອບໝາຍໃຫ້ປະຕິບັດຕາມເຈດຈຳນົງຂອງລາວ.[40] ເຫຼົ່າຜູ້ບໍລິຫານຟາຕູຍແມ່ນອີງຕາມຕົວລະຄອນໃນລະຄອນຕະຫຼົກຄອມມິເດຍເດວລາເຕ້.[41]

ໂຄງເລື່ອງ[ດັດແກ້]

ເອເທີ ແລະ ລູມິນ, ຝາແຝດຄູ່ໜຶ່ງທີ່ເດີນທາງຂ້າມໂລກຕ່າງໆໄດ້ມາເຖິງເທວັດ. ພວກເຂົາໄດ້ເປັນສັກຂີພະຍານຂອງການທຳລາຍລ້າງຄານເອນຣີຫ໌' ອ່າ, ທັງສອງໄດ້ພະຍາຍາມຫຼົບໜີ, ແຕ່ພວກເຂົາກໍຖືກຂັດຂວາງໂດຍເທບໄຮ້ນາມເລິກລັບທີ່ເອີ້ນຕົນວ່າ "ຜູ້ຄໍ້າຈູງແຫ່ງບັນຊາສະຫວັນ". ລາວໄດ້ຈັບແຍກທັງສອງພີ່ນ້ອງອອກຈາກກັນ, ໂດຍຜະນຶກຕົວລະຄອນຂອງຜູ້ຫຼິ້ນເປັນເວລາ500ປີ.[42] ເມື່ອຝາແຝດທີ່ຖືກຜະນຶກຕື່ນຂຶ້ນເຊິ່ງນະຕອນນີ້ເອີ້ນວ່າ "ນັກເດີນທາງ", ລາວໄດ້ພົບກັບທູດຕົວນ້ອຍໆຕົວໜຶ່ງທີ່ຊື່ວ່າ "ໄພມ່ອນ", ເຊິ່ງກາຍມາເປັນເພື່ອຮ່ວມທາງ ແລະ ໄກ້ດ໌ນຳພາເດີນທາງຂອງລາວຜ່ານທະວີບເທວັດ. ທັງສອງໄດ້ເລີ່ມອອກເດີນທາງຜ່ານເທວັດເພື່ອລວບລວມຂໍ້ມູນຂອງພີ່ນ້ອງທີ່ຫາຍໄປຈາກເຫຼົ່າຜູ້ປົກຄອງ ຫຼື ອາຣຄອນຂອງແຕ່ລະປະເທດ.

ຕາລາງຕໍ່ໄປນີ້ແມ່ນພຽງບົດສະຫຼຸບຂອງເຫດການສຳຄັນຫຼັກຂອງແຕ່ລະບົດໃນເນື້ອເລື່ອງຂອງເກມ. ໂດຍເຫດການສຳຄັນເຫຼົ່ານີ້ໄດ້ມີການບອກລ່ວງໜ້າໄວ້ໃນຄລິບຕົວຢ່າງທີ່ໂພສຕ໌ລົງໃນຊ່ອງຢູທູບຂອງເກມໃນວັນທີ່ວງຈຳໜ່າຍ:

ຕາຕະລາງເນື້ອເລື່ອງ
ບົດ[25] ຊື່[25] ປະເທດ
ປະຖົມມະບົດ ຄົນແປກໜ້າຜູ້ມາກັບສາຍລົມ ມອນສະຕັດທ໌
3ສາກ ນັກເດີນທາງກັບໄພມອນມາເຖິງເມືອງມອນສະຕັດທ໌ກໍຄົ້ນພົບວ່າຕົວເມືອງກຳລັງຖືກໂຈມຕີໂດຍມັງກອນທີ່ເອີ້ນວ່າສະຕອມເທີເຣີ. ລາວໄດ້ຮ່ວມມືກັບກອງອັດສະວິນຟາໂວນຽສເພື່ອແກ້ໄຂບັນຫາ. ພວກເຂົາໄດ້ພົບກັບນັກກະວີຂ້າງທາງທີ່ຊື່ວ່າເວັນຕິ ແລະ ໄດ້ຮູ້ວ່າມັງກອນຕົວນັ້ນຊື່ວ່າດາວາລິນ ໝູ່ຂອງເວັນຕິ ແລະ ກຳລັງຖືກຄອບງຳໂດຍອາບິສ ອໍເດີ. ເວັນຕິໄດ້ເປີດເຜີຍວ່າລາວແມ່ນບາຣບາທອສ, ເທບແຫ່ງສາຍລົມ, ແລະ ຊ່ວຍຮັກສາດາວາລິນນຳນັກເດີນທາງ. ຫຼັງແກ້ໄຂເຫດການນັ້ນໄດ້, ເວັນຕິ ແລະ ນັກເດີນທາງຖືກຊຸ້ມໂຈນຕີໂດຍລາ ຊິກໂນຣາ, ຜູ້ບໍລິຫານລຳດັບທີແປດຂອງອົງກອນຟາຕູຍ, ເຊິ່ງລາວໄດ້ລັກໂນຊິດຂອງເວັນຕິໄປ. ເລເວວ: 1-10-18
ບົດທີI ລາກ່ອນ ເທບບູຮານ ຫຼີເຢ້
4ສາກ ນັກເດີນທາງກັບໄພມອນເດີນທາງໄປທີ່ທ່າເຮືອຫຼີເຢ້ເພື່ອເຂົ້າລວມພີທີກຳອັນເຊີນເຣັກຊ ລາພິຊ, ທຸກຢ່າງເປັນໄປຕາມປົກກະຕິແຕ່ຢູ່ໆຮ່າງອັນໄຮ້ວິນຍານຂອງທ່ານເທບເຣັກຊ ລາພິຊກໍຕົກລົງມາຈາກຟ້າ, ນັກເດີນທາງທີ່ເປັນຄົນແປກໜ້າໃນບໍລິເວນນັ້ນຈຶ່ງຖືກປ້າຍຄວາມຜິດ ແລະ ຖືກໄລ່ຈັບ. ນັກເດີນທາງໄດ້ຮັບການຊ່ວຍເຫຼືອຈາກຈົງຫຼີ, ຈາກໂຖງແຫ່ງການເກີດໃໝ່ຫວາງເສິງ ແລະ ຊາຍລດ໌, ຜູ້ບໍລິຫານລຳດັບທີສິບເອັດແຫ່ງຟາຕູຍ. ພວກເຂົາໄດ້ມີການຈັດພິທີອຳລາເທບ, ແຕ່ຊາຍລດ໌ກໍໄດ້ທໍລະຍົດ ແລະ ພະຍາຍາມຊ່ວງຊິງໂນຊິດຈາກຮ່າງຂອງເຣັກຊ ລາພິຊ. ແຕ່ແຜນການຂອງລາວກໍຖືກຂັດຂວາງຈາກນັກເດີນທາງ, ຫຼັງແຜນການຖືກທຳລາຍລາວໄດ້ອັນເຊີນໂອຊຽວ, ເທບອະສໍລະພິດນໍ້າບູຮານມາໂຈນຕີຫຼີເຢ້. ແຕ່ເຫຼົ່າຊຽນ ແລະ ມະນຸດກໍປົກປ້ອງເມືອງ ແລະ ຂັບໄລ່ມັນໄປໄດ້ສຳເລັດ. ຕໍ່ມານັກເດີນທາງໄດ້ຮັບຮູ້ວ່າຈົງຫຼີແມ່ນເທບເຣັກຊ ລາພິຊຜູ້ເປັນເທບແຫ່ງຫີນຜາຕົວຈິງ ແລະ ໄດ້ຂໍໃຊ້ຊີວິດຕໍ່ໄປໃນຖານະເທບທີ່ກະສຽນແລ້ວ, ລາວຍັງໄດ້ເຮັດສັນຍາກັບລາ ຊິກໂນຣາໂດຍການຍິນຍອມໃຫ້ລາວເປັນເທບກະສຽນໂດຍແລກກັບໂນຊິດຂອງລາວ. ຫຼັງຈາກນັ້ນບໍ່ດົນປານໃດ, ນັກເດີນທາງກັບໄພມ່ອນໄດ້ພົບກັບເດນສະເລອ໌ຟ, ຊາຍແປກໜ້າເລິກລັບທີ່ຊ່ວຍນັກເດີນທາງໃນການສືບສວນແຜນການຂອງພວກອາບິສອໍເດີເພື່ອໂຄ່່ນລົ້ມເຊເລັດເທຍ. ແຕ່ກໍໄດ້ຄົ້ນພົບວ່າຝາແຝດທີ່ຫາຍໄປຂອງນັກເດີນທາງແມ່່ນຜູ້ນຳຂອງອາບິສອໍເດີ, ແຕ່ລາວໄດ້ປະຕິເສດການລວມຕົວກັບນັກເດີນທາງຜູ້ເປັນພີ່ນ້ອງ ແລະ ໄດ້ໜີໄປ. ເດນສະເລອ໌ຟໄດ້ແລ່ນຕາມພວກອາບິສໄປ, ໃນຂະນະທີ່ນັກເດີນທາງຍັງຊັອກກັບສິ່ງທີ່ເກີດຂຶ້ນ ແລະ ໄດ້ອອກເດີນທາງຕໍ່ໄປ, ແຕ່ເປົ້າໝາຍໄດ້ປ່ຽນຈາກຊອກຫາຝາແຝດເປັນຊອກຫາສາເຫດທີ່ພີ່ນ້ອງຂອງຕົນກາຍເປັນຜູ້ນຳອາບິສ ອໍເດີ ແລະ ຄົ້ນຫາເຖິງສິ່ງທີ່ເກີດຂຶ້ນໃນອະດີດ ແລະ ຄວາມລັບຂອງໂລກໃບນີ້. ເລເວວ: 23-25-28
ບົດທີII ພັນມືຮ້ອຍເນດໃນໂລກຫຼ້າ ອິນາຊູມະ
ສາກເປີດ+4ສາກ ນັກເດີນທາງກັບໄພມອນໄດ້ມາເຖິງປະເທດອິນາຊູມະທີ່ໄດ້ມີການປິດປະເທດ ແລະ ໄດ້ຮູ້ວ່າໄຣເດັນ ໂຊກຸນ, ເທບແຫ່ງອັດສະນີຜູ້ປົກຄອງອິນາຊູມະໄດ້ປະກາດຍຶດວີຊັນຂອງປະຊາຊົນ. ຫຼັງຈາກຫຼົບໜີກອງກຳລັງຂອງໂຊກຸນມາໄດ້ຢ່າງວຸດວິດ, ນັກເດີນທາງກັບໄພມ່ອນໄດ້ເຂົ້າລວມກັບກຸ່ມຕໍ່ຕ້ານໃນເກາະແຫ່ງໜຶ່ງຂອງອິນາຊູມະກ່ອນພົບກັບສະຄາລະມຸດຊ, ຜູ້ບໍລິຫານລຳດັບທີຫົກແຫ່ງຟາຕູຍ, ເຊິ່ງກໍໄດ້ເຮັດໃຫ້ນັກເດີນທາງໝົດສະຕິ. ຫຼັງຈາກນັ້ນນັກເດີນທາງກໍຄົ້ນພົບວ່າຕົນຖືກຊ່ວຍໂດຍຢາເອະ ມິໂກະໂດຍແລກຊີວິດຂອງນັກເດີນທາງກັບໂນຊິດທາດໄຟຟ້າ. ໂດຍການຊ່ວຍເຫຼືອຂອງຢາເອະ ແລະ ກອງກຳລັງຕໍ່ຕ້ານ, ໃນທີ່ສຸດນັກເດີນທາງກໍໄດ້ປະເຊີນໜ້າກັບໄຣເດັນ ໂຊກຸນຕົວຈິງ, ໄຣເດັນ ເອໃນໂລກຈິນຕະພາບຂອງລາວເອງ ແລະ ປະທະກັນຈົນຊະນະ, ນັກເດີນທາງພະຍາຍາມໂນ້ມນ້າວໃຫ້ເອຍົກເລີກມາດຕະການຍຶດວີຊັນ ແລະ ໄດ້ສະແດງໃຫ້ລາວເຫັນເຖິງ"ຄວາມປາດຖະໜາ"ຂອງມວນປະຊາ, ເຊິ່ງໃນທ້າຍທີ່ສຸດເອກໍຍອມ ແລະ ຍົກເລີກມາດຕະການຕາມທີ່ໄດ້ກ່າວພ້ອມເປີດປະເທດອີກຄັ້ງ. ຫຼັງຈາກກັບມາທີີ່ຫຼີເຢ້, ນັກເດີນທາງກັບມາພົບກັບເດນສະເລຟອີກຄັ້ງໃນເໝືອງແຄດຊຶມ, ນັກເດີນທາງໄດ້ເຫັນພາບມາຍາຂອງຝາແຝດໃນຄານເອນຣິຫ໌' ອ່າ ແລະ ຕ້ອງເລືອກລະຫວ່າງຊ່ວຍພີ່ນ້ອງ ຫຼື ເອົາຊະນະອາບິສອໍເດີ. ເດນສະເລຟໄດ້ບອກວ່ານັກເດີນທາງຈະຕ້ອງເລືອກລະຫວ່າງໂລກເທວັດແຫ່ງນີ້ ຫຼື ແຝດຂອງລາວກ່ອນທີ່ຈະຈາກໄປອີກຄັ້ງ. ເລເວວ: 30
ບົດທີIII ຄຳພີແຫ່ງຄວາມວ່າງເປົ່າ ສູເມຣຸ
6ສາກກ ນັກເດີນທາງກັບໄພມອນໄດ້ເດີນທາງມາທີ່ສູເມຣຸເພື່ອພົບກັບທ່ານຍິງນ້ອຍກຸສານະລີ, ເທບແຫ່ງພຶກສາ, ແຕ່ກໍພົບວ່າພວກເຂົາບໍ່ສາມາດເຂົ້າເຖິງຕົວທ່ານໄດ້ເພາະທ່ານກຳລັງຖືກກັກຂັງໂດຍທາງສະຖາບັນອາຄະເດມິຍະ, ເຊິ່ງເປັນອົງການປົກຄອງຂອງສູເມຣຸ. ແຕ່ໃນທີ່ສຸດນັກເດີນທາງກໍພົບກັບຮ່າງຈຳແລງມະນຸດຂອງທ່ານ, ນາຮີດະ, ໃນຄວາມຝັນ ແລະ ຄົ້ນພົບອີກວ່າເຫຼົ່ານັກປາດຂອງສະຖາບັນໄດ້ມີການຮ່ວມມືກັບດັອດໂທເຣ, ຜູ້ບໍລິຫານລຳດັບທີສອງແຫ່ງຟາຕູຍ, ໃນການລະຖິ້ມກຸສານະລີ ແລະ ປ່ຽນແທນດ້ວຍສະຄາລະມຸດຊໃນຖານະເທບຈຳລອງ. ໂດຍການຊ່ວຍເຫຼືອຈາກເຫຼົ່າບຸກຄົນສຳຄັນໃນສູເມຣຸ, ນັກເດີນທາງກໍຂັດຂວາງພວກນັກປາດສຳເລັດ. ຈາກນັ້ນນັກເດີນທາງກໍໄດ້ພົບກັບທ່ານເທບພຶກສາ, ທ່ານໄດ້ໃຫ້ຂໍ້ມູນທີ່ມີກ່ຽວກັບຝາແຝດຂອງນັກເດີນທາງ ແລະ ແນະນຳໃຫ້ລາວໄປຫາໂຟຄະລໍສ, ອາຣຄອນຜູ້ປົກຄອງຟອນເຕັນ. ຫຼັງຈາກນັ້ນ, ນັກເດີນທາງພົບກັບເດນສະເລຟ ແລະ ກ່ອນທີ່ຈະພົບກັບນິມິດວ່າພີ່ນ້ອງຂອງຕົນໄດ້ພົບກັບຊາວຄານເອນຣິຫ໌' ອາທີ່ຊື່ວ່າໂຄລທາຣ໌ ອຳເບີລິດສ, ຜູ້ກໍ່ຕັ້ງອາບິສອໍເດີ ແລະ ຍັງໄດ້ພົບກັບ"ຄົນບາບ"ເລິກລັບ. ເລເວວ: 35
ບົດທີIV ການເຕັ້ນລຳຂອງຄົນບາບ ຟອນເຕັນ
5ສາກ ນັກເດີນທາງກັບໄພມອນໄດ້ເດີນທາງຕໍ່ມາຍັງຟອນເຕັນເພື່ອພົບກັບເທບແຫ່ງວາລີ, ໂຟຄະລໍສ໌. ນັກເດີນທາງໄດ້ຮັບຮູ້ເຖິງຄຳພະຍາກອນວ່າເມືອງຟອນເຕັນຈະນໍ້າຖ້ວມ, ເຫຼືອພຽງແຕ່ເທບນໍ້າທີ່ຮ້ອງໄຫ້ຢູ່ເທິງບັນລັງ. ນັກເດີນທາງກັບໄພມອນໄດ້ໄປພົວພັນກັບຄະດີຄາຕະກຳຕໍ່ເນື່ອງ ແລະ ໄດ້ຄົ້ນພົບເຖິງສານເລິກລົບທີ່ເອີ້ນວ່າ ນໍ້າທະເລບັນພະການ ທີ່ສາມາດລະລາຍສະເພາະຊາວຟອນເຕັນໃຫ້ກາຍເປັນນໍ້າ. ນັກເດີນທາງກັບໄພມອນຍັງໄດ້ຮູ້ວ່າບໍ່ນໍ້າທະເລບັນພະການກຳລັງຈະປະທຸ ແລະ ຖ້ວມເມືອງຟອນເຕັນ. ຜູ້ພິພາກສາສູງສຸດແຫ່ງເມືອງຟອນເຕັນ, ນິວວິນເລັດຕ໌ຈຶ່ງໄດ້ສຳແດງພະລັງເລິກລັບ ແລະ ຢຸດການນໍ້າຖ້ວມຊົ່ວຄາວ, ໂດຍເປີດເຜຍວ່າຈິງໆລາວແມ່ນມັງກອນວາລີ, ຜູ້ສືບທອດຂອງມັງກອນວາລີບູຮານທີ່ເປັນໜຶ່ງໃນມັງກອນທີ່ເຄີຍປົກຄອງເທວັດມາກ່ອນ. ຜູ້ບໍລິຫານລຳດັບທີສີ່ແຫ່ງຟາຕູຍອາຣເລັກຊ໌ຊິໂນເປີດເຜຍເລື່ອງລັບແກ່ນັກເດີນທາງຮູ້ວ່າຟູຣິນານັ້ນບໍ່ມີໂນຊິດທາດນໍ້າ. ນິວວິນເລັດຕ໌ ແລະ ນັກເດີນທາງໄດ້ຫຼອກໃຫ້ຟູຣິນາຂຶ້ນສານເພື່ອພິສູດວ່າລາວບໍ່ແມ່ນເທບ ແຕ່ເປັນພຽງມະນຸດທີ່ຖືກເທບນໍ້າຕົວຈິງສາບໃຫ້ເປັນອະມະຕະມາ500ກວ່າປີ. ນິວວິນເລັດຕ໌ໄດ້ຄົ້ນພົບວ່າ ເອເກເຣຍຜູ້ແມ່ນເທບນໍ້າຮຸ່ນກ່ອນໄດ້ສ້າງມະນຸດຊາວຟອນເຕັນຂຶ້ນຈາກພະລັງຂອງນໍ້າທະເລບັນພະການ ແລະ ຖືກສະຫວັນລົງໂທດດ້ວຍຕັ້ງຄຳພະຍາກອນທີ່ບໍ່ອາດລ້ຽງ. ໂຟຄະລໍສ໌ຜູ້ເປັນຜູ້ສືບທອດຈຶ່ງໄດ້ແຍກຕົນອອກເປັນຮ່າງມະນຸດ, ຮ່າງນັ້ນແມ່ນຟູຮິນາທີ່ຕ້ອງແກ້ງເຮັດເປັນເທບພະເຈົ້າໃນຂະນະທີ່ລາວພະຍາຍາມຫາວິທີລົບລ້າງຄຳພະຍາກອນ. ເຊິ່ງວິທີນັ້ນຄືການເສຍສະຫຼະຕົນເອງເພື່ອມອບພະລັງທາດນໍ້າທັງໝົດຄືນສູ່ມັງກອນນໍ້າ, ນິວວິນເລັດຕ໌. ຈາກນັ້ນຜູ້ຄົນໃນຟອນເຕັນກໍໄດ້ກາຍເປັນມະນຸດທີ່ແທ້ຈິງໂດຍນິວວິນເລັດຕ໌ ແລະ ຮອດພົ້ນຈາກຄຳພະຍາກອນ, ສ່ວນຟູຣິນາກໄດ້ກ້າວລົງຈາກຕຳແໜ່ງເທບອາຣຄອນ ແລະ ກັບໄປໃຊ້ຊີວິດດັ່ງສາມັນຊົນຄົນທຳມະດາອີກຄັ້ງ. ເລເວວ: 40
ບົດທີV ບົດກະວີແຫ່ງການຟື້ນຄືນຊີບ ແນັດລານ
???ສາກ ລໍຖ້າປະກາດ ເລເວວ???
ບົດທີVI ດິນແດນຫິມະທີ່ໄຮ້ເຊິ່ງຄວາມເມດຕາຈາກເທບພະເຈົ້າ ສະເນຊນາຍະ
???ສາກ ລໍຖ້າປະກາດ ເລເວວ???
ບົດທີ??? ຄວາມຝັນທີ່ກໍຍັງເປັນຝັນ ຄານເອນຣີຫ໌' ອາ
???ສາກ ລໍຖ້າປະກາດ ເລເວວ???
ປັດສິມມະບົດ ລໍຖ້າປະກາດ ສະຖານທີ່???
???ສາກ ລໍຖ້າປະກາດ ເລເວວ???

ການພັດທະນາ[ດັດແກ້]

ເກັນຊິນອິມແພັກເລີ່ມພັັດທະນາຕັ້ງແຕ່ປາຍເດືອນມັງກອນປີ2017, ໂດຍມີທີມງານພັດທະນາກຸ່ມແຮກເລີ່ມ120ຄົນ, ເຊິ່ງໄດ້ເພີ່ມຂຶ້ນເປັນ400ຄົນໃນທ້າຍປີນັ້ນ ແລະ ກາຍເປັນ700ຄົນໃນເດືອນກຸມພາປີ2021.[43][44] ມິໂຮໂຢະເປີດຕົວເກມໃນເດືອນມິຖຸນາປີ2019ໃນງານE3ຂອງປີນັ້ນ.[45][46] ຕົວເກມຖືກພັດທະນາດ້ວຍໂປຣແກຣມຢູນິຕີ້.[47] ຕົວເກມໄດ້ຮັບງົບປະມານໃນການພັດທະນາ ແລະ ການຕະຫຼາດຫຼາຍກວ່າ100ລ້ານໂດລາສະຫະລັດ, ເຮັດໃຫ້ມັນກາຍເປັນໜຶ່ງໃນວີດີໂອເກມທີ່ໃຊ້ງົບໃນລະຫວ່າງການຜະລິດສູງທີ່ສຸດ.[48] ໃນຊ່ວງການເປີດຕົວຍັງໄດ້ມີການເປີດການທົດສອບເບຕ້າແບບປິດ, ເພື່ອໃຫ້ຜູ້ຫຼິ້ນທີ່ໄດ້ຮັບເຊີນສາມາດສຳຫຼວດ ແລະ ຕອບໂຕ້ກັບໂລກທີ່ເປີດກວ້າງຂອງເກມໂອເພັນເວີດ໌ໄດ້.[49][50] ຕົວເກມປະກອບດ້ວຍສຽງພາກສີ່ພາສາ ແລະ ພາສາພາຍໃນເກມອີກ15ພາສາ.[51][52][53]

ມິໂຮໂຢະໄດ້ຖືເອົາສະຖານທີ່ຈິງເປັນແຮງບັນດານໃຈໃນການອອກແບບພູມສັນຖານຂອງທະວີບເທວັດ, ເຊັ່ນ ສວນປ່າແຫ່ງຊາດຈຽງເຈຍເຈ້ຍໃນແຂວງຫູໜານຂອງປະເທດຈີນ.

ເດິເລເຈັນອອບເຊວດະ: ບຣິດອອບເດິວາຍໄດ້ຮັບການຍົກຍ້ອງເປັນຢ່າງສູງຈາກທີມພັດທະນາ ແລະ ພວກເຂົາຍັງໄດ້ກ່າວເກມນີ້ເປັນແຮງບັນດານໃຈຫຼັກໃນການສ້າງເກມເກັນຊິນອິມແພັກ.[54] ເປົ້າໝາຍຂອງການພັດທະນາແມ່ນການເຮັດໃຫ້ຕົວເກມມີຄວາມແຕກຕ່າງ ແລະ ຄວາມມ່ວນໃນການຫຼິ້ນຕ່າງຈາກເກມMMORPGອື່ນໆ, ໃນດ້ານພາລະກິດ ແລະ ລະບົບການຕໍ່ສູ້ຕະຫຼອດຈົນເຖິງເຫດການທີ່ເກີດຂຶ້ນແບບສຸ່ມ ແລະ ຮູບແບບການອອກສຳຫຼວດຕ່າງໆ.[55] ຕົວເກມຖືກພັດທະນາໃຫ້ເປັນເກມທີ່ສາມາດຫຼິ້ນຂ້າມແພລັດຟອມໄດ້, ເຊິ່ງຕົວເກມນັ້ນຖືກພັດທະນາໂດຍເນັ້ນໃສ່ເຄື່ອງພີຊີ(ຄອມພິວເຕີ) ແລະ ຄອນໂຊ(ເຄື່ອງເກມ), ເຮັດໃຫ້ທີມພັດທະນາສາມາດພັດທະນາເພີ່ມຄວາມຄົມຊັດຂອງກຣາບຟິກໃຫ້ຕົວເກມໄດ້ຢ່າງເຕັມທີ່ເຊັ່ນ: ການສະແດງຜົນຂອງເງົາທີ່ສົມຈິງ.[56]

ວິໄສທັດດ້ານສີລະປະໂດຍລວມຂອງເກມມີເປົ້າໝາຍເພື່ອປະສົມປະສານພາບແບບສະຕາຍອະມິເມະເຂົ້າກັບອົງປະກອບທີ່ສຳຄັນທາງດ້ານວັດທະນະທຳໃນໂລກຈິງ[57] ແລະ ແຕ່ລະປະເທດໃນເກມແມ່ນອີງຕາມພູມິພາກຕ່າງໆຂອງໂລກ, ເຊິ່ງມີ:

ເທບນິຍາຍພາຍໃນເນື້ອເລື່ອງເກມແມ່ນອີງມາຈາກເທບນິຍາຍຂອງລັກທິໄຍຍະ, ໂດຍສະເພາະແມ່ນວິທີທີ່ຕົວເກມນຳສະເໜີຄວາມສຳພັນລະຫວ່າງມະນຸດກັບໂລກຂອງເທວັດ, ແລະ ວິທີທີ່ເທບພະເຈົ້າເຂົ້າແຊກແຊງກັບຄວາມສຳພັນເຫຼົ່ານັ້ນ.[66] ຊື່ທີ່ຕັ້ງຂຶ້ນເພື່ອໃຊ້ເອີ້ນເທບພະເຈົ້າຂອງເທວັດ, "ອາຣຄອນ" ໄດ້ຮັບແຮງບັນດານໃຈຈາກເທບທີ່ຂ້ອງກ່ຽວກັບປະເພນີນອສຕິກ. ເຖິງແມ່່ນວ່າອາຣຄອນແຕ່ລະອົງຈະມີຊື່ສ່ວນຕົວສຳລັບຮ່າງຈຳແລງ ຫຼື ຮ່າງມະນຸດຂອງພວກເຂົາ, ແລະ ໄດ້ຮັບການຕັ້ງຊື່ສະເພາະໂດຍຜູ້ຄົນໃນປະເທດຂອງຕົນ, ເທບສ່ວນຫຼາຍໃນເລື່ອງ - ລວມທັງຄົນທີ່ບໍ່ແມ່ນເທບ - ແມ່ນໃຊ້ຊື່ຂອງປີສາດຈາກອຣາສ ໂກເອເທຍ, ໜັງສືເວດເລ່ມແຮກຂອງກະແຈຍ່ອຍຂອງໂຊໂລມອນ.[67]

ການເປີດຕົວ ແລະ ການວາງຈຳໜ່າຍ[ດັດແກ້]

ການເປີດຕົວທົ່ວໂລກ ໄດ້ເປີດຕົວໃນວັນທີ28, ກັນຍາປີ2020, ແລະ ໄດ້ຮັບການປະກາດເມື່ອວັນທີ17, ສິງຫາສຳລັບແພລັດຟອມພີຊີ(ຄອມພິວເຕີ) ແລະ ໂທລະສັບມືຖື, ແລະ ວັນທີ28, ສິງຫາສຳລັບເຄື່ອງເພລສະເຕຊັນ4 ແລະ ຍັງໄດ້ຮັບການປະກາດວ່າຈະວາງຈຳໜ່າຍໃນວັນດຽວກັນ.[68][69] ຕົວເກມສາມາດຫຼິ້ນເທິງເຄື່ອງເພລສະເຕຊັນ5ໄດ້ຜ່ານລະບົບແບັກເວີດ ຄອມພັດຕີບີລີຕີ້(ແມ່ນລະບົບການຫຼິ້ນເກມເກົ່າຂອງເຄື່ອງເກມຍຸກກ່ອນຈາກເຄື່ອງເກມຍຸກໃໝ່)ໃນວັນທີ11, ພະຈິກ.[70][1] ໃນວັນທີ28, ເມສາປີ2021, ຕົວເກມຖືກເປີດຕົວເທິງເຄື່ອງເພລສະເຕຊັນ5ຢ່າງເປັນທາງການ, ໂດຍກຣາບຟິກໄດ້ຮັບການປັບປຸງ, ເວລາໃນການໂຫຼດການປະມວນຜົນທີ່ສັ້ນລົງ ແລະ ດີຂຶ້ນ, ແລະ ການຮອງຮັບລະບົບດູໂອເຊັນສ໌ຂອງມືເກມຂອງເຄື່ອງເກມເພລສະເຕຊັນ.[71][72][73] ສ່ວນເວີຊັນສຳລັບນິນເທັນໂດສະຫວິດຊ໌ແມ່ນຢູ່ໃນລະຫວ່າງການພັດທະນາ, ເຖິງແມ່ນວ່າຍັງຈະບໍ່ມີການປະກາດຂອບເຂດເວລາເປີດຕົວກໍຕາມ.[74][75]

ກ່ອນການວາງຈຳໜ່າຍ, ຕົວເກມມີຜູ້ລົງທະບຽນລ່ວງໜ້າຫຼາຍກວ່າ10ລ້ານຄົນ, ເຊິ່ງຫຼາຍກວ່າເຄິ່ງໜຶ່ງແມ່ນມາຈາກນອກປະເທດຈີນ.[76][77] ອີງຕາມທີ່ບາງແຫຼ່ງກ່າວໄວ້, ເກມດັ່ງກ່າວນັ້ນແມ່ນວີດີໂອເກມຈີນທີ່ວາງຈຳໜ່າຍໃນລະດັບນານາຊາດທີ່ໃຫຍ່ທີ່ສຸດ.[48][78] ກ່ອນການວາງຈຳໜ່າຍ, ເກມດັ່ງກ່າວໄດ້ຮັບລາງວັນສື່ໂຕກຽວເກມໂຊວ໌ປີ2020ຈາກຜົນການສຳຫຼວດຄວາມຄິດເຫັນຂອງສາທາລະນະຊົນ, ໂດຍໄດ້ທີ່ໜຶ່ງຈາກເກມອື່ນໆອີກ14ເກມ.[79]

ການອັບເດດ[ດັດແກ້]

ຫຼັງຈາກການເປີດປ່ອຍຕົວເກມໄດ້ໄລຍະໜຶ່ງ, ມິໂຮໂຢະໄດ້ປະກາດໄລຍະການອັບເດດເນື້ອຫາໃນເດືອນຕໍ່ໆໄປ.[80] ຍ້ອນເປັນເກມທີ່ເປັນໂປຣເຈັກໄລຍະຍາວ, ຕົວເກມສ່ວນໃຫຍ່ຈຶ່ງຍັງຕ້ອງເຮັດໃຫ້ແລ້ວ. ໃນຕອນເປີດຕົວຄັ້ງແຮກ, ມີພຽງແຕ່ສອງປະເທດຈາກເຈັດປະເທດຫຼັກເທົ່ານັ້ນທີ່ສາມາດເຂົ້າເຖິງໄດ້, ເຊິ່ງທາງມິໂຮໂຢະໄດ້ຄາດວ່າຈະຕ້ອງໃຊ້ເວລາອີກຫຼາຍປີກວ່າທີ່ເລື່ອງລາວຂອງເກມຈະແລ້ວເສັດສົມບູນ.[81] ໃນການນຳສະເໜີໃນເດືອນກຸມພາປີ2021, ໄຊຮາວຢອູ໌ ປະທານບໍລິສັດມິໂຮໂຢະໄດ້ຄາດໄວ້ວ່າການພັດທະນາເກມດັ່ງກ່າວຢ່າງຕໍ່ເນື່ອງນັ້ນຈະເຮັດໃຫ້ຕ້ອງຈ່າຍເງິນຫຼາຍກວ່າ200ລ້ານໂດລາສະຫະລັດຕໍ່ປີ.[44]

ການອັບເດດຈະຖືກອັບເຂົ້າມາໃນເກມທຸກໆຫົກອາທິດ[80] ແລະ ເພີ່ມຕົວລະຄອນ, ກິດຈະກຳ ແລະ ປົດລັອກພື້ນທີ່ໃໝ່ໆ;[82][1][83] ໃນແຕ່ລະອັບເດດ ຫຼື ເອີ້ນກັນວ່າ "ແພັດສ໌" ຈະມາພ້ອມກັບຕູ້ສຸ່ມກາຊາຕົວລະຄອນ ແລະ ອາວຸດໃໝ່, ເຊິ່ງຈະຢູ່ປະມານສາມອາທິດຕໍ່ຕູ້ຈົນກວ່າຈະມີການອັບເດດເທື່ອຕໍ່ໄປ.[84] ຕູ້ຕົວລະຄອນຈະຊ່ວຍເພີ່ມໂອກາດໃນການໄດ້ຮັບຕົວລະຄອນ, ແຕ່ກໍຍັງມີໂອກາດທີ່ຈະໄດ້ຮັບຕົວລະຄອນທຳມະດາ, ຫຼື ຮູ້ຈັກກັນວ່າ "ຕົວລະຄອນຫຼຸດເຣດ"; ຫາກໄດ້ຮັບຄົວລະຄອນຫຼຸດເຣດ ຫຼື ເອີ້ນກັນວ່າ "ຫຼຸດເຣດ", ໃນຕູ້ຕໍ່ໄປ ຕົວລະຄອນໜ້າຕູ້ຈະໄດ້ຮັບການກາຣັນຕີ(ສຸ່ມອອກແນ່ນອນ).[85] ໃນການອັບເດດໃຫຍ່(ຫຼື ເວີຊັນ) ຈະເພີ່ມພື້ນທີ່ ຫຼື ປົດລັອກເຂດຂອງປະເທດໃໝ່ໆເປັນປະຈຳທຸກໆປີ. ຈົນເຖິງເວີຊັນປັດຈຸບັນ(ເວີຊັນ4.4, ເດືອນມັງກອນປີ2024)[86] ມີການອັບເດດໃຫຍ່ມາແລ້ວ4ເວີຊັນດ້ວຍການອັບເດດທັງໝົດ28ແພັຕສ໌.[87] ການອັບເດດແຕ່ລະຄັ້ງຈະມີການຕອບແທນດ້ວຍການໃຫ້ໄພລໂມເຈັມ60ອັນ(ສະກຸນເງິນທີ່ໃຊ້ສຳລັບການສຸ່ມຕູ້ກາຊາຂອງເກມ) ແລະ ການຊົດເຊີຍດ້ວຍສິ່ງດຽວກັນໃນທຸກໆຊົ່ວໂມງທີ່ເຊີບເວີຣ໌ອອຟລາຍ(ປິດບໍລິການ). [88][89]

ຕົວລະຄອນ[90][ດັດແກ້]

ຕົວລະຄອນຕໍ່ໄປນີ້ແມ່ນ ຕົວລະຄອນທີ່ສາມາດຫຼິ້ນໄດ້ (Playable Characters), ໄພມອນເປັນຕົວດຽວໃນຕາຕະລາງທີ່ບໍ່ແມ່ນຕົວລະຄອນທີ່ສາມາດຫຼິ້ນໄດ້.

ໝາຍເຫດ: ການອ່ານສຽງຊື່ຈະພະຍາຍາມອີງຕາມສຽງຂອງພາສາຂອງປະເທດນັ້ນໆ(ປະເທດທີ່ເປັນແຮງບັນດານໃຈໃຫ້ປະເທດນັ້ນໆ): ມອນສະຕັດແມ່ນອີງຕາມເຢຍລະມັນ, ຫຼີເຢ້ແມ່ນອີງຕາມຈີນ, ອິນາຊຸມະແມ່ນອີງຕາມຍີ່ປຸ່ນ, ສູເມຣຸແມ່ນອີງຕາມອາຣັບ, ປັດເຊຍ ແລະ ສັນສະກຣິດ, ຟອນເຕັນແມ່ນອີງຕາມຝຣັ່ງ.

ປະເທດ ຊື່ພາສາລາວ ຊື່ພາສາອັງກິດ ຊື່ພາສາຈິນ ຊື່ພາສາຍີ່ປຸ່ນ ເພດ ທາດ ອາວຸດ
(ບໍ່ຮູ້) ໄພມອນ Paimon 派蒙 (Pàiméng) パイモン (Paimon) ຍິງ ບໍ່ຮູ້ ບໍ່ມີ
(ບໍ່ຮູ້) ເອເທີ Aether 空 (Kōng) 空 (Sora) ຊາຍ ສາມາດປ່ຽນໄດ້ ດາບ
(ບໍ່ຮູ້) ລູມິນ Lumine 熒 (Yíng) 蛍 (Hotaru) ຍິງ ສາມາດປ່ຽນໄດ້ ດາບ
ມອນສະຕັດ ຈີນ ກຸນຮິວເດີຣ Jean Gunnhildr 琴 (Qín) ジン・グンヒルド (Jin Gunhirudo) ຍິງ ອາເນໂມ (ລົມ) ດາບ
ມອນສະຕັດ ແອມເບີ Amber 安柏 (Ān bǎi) アンバー (Anbā) ຍິງ ພາຍໂລ (ໄຟ) ທະນູ
ມອນສະຕັດ ເຄຍະ ໄອເບລິຊ Kaeya Alberich 凯亚 (Kǎi yà) ガイア・アルベリヒ (Gaia Aruberihi) ຊາຍ ຄາຍໂຢ (ນໍ້າກ້ອນ) ດາບ
ມອນສະຕັດ ລິຊາ ມິນຊີ້ Lisa Minci 丽莎 (Lì shā) リサ・ミンツ (Risa Mintsu) ຍິງ ເອເລັກໂຕ (ໄຟຟ້າ) ສື່ເວດ
ມອນສະຕັດ ບາບາຣາ ເພິກງ໌ Barbara Pegg 芭芭拉 (Bābālā) バーバラ・ペイジ (Bābara Peiji) ຍິງ ຮາຍໂດຣ (ນໍ້າ) ສື່ເວດ
ມອນສະຕັດ ດີລຸກ ຣັກວິນເດີຣ Diluc Ragnvindr 迪卢克 (Dílúkè) ディルック・ラグヴィンド (Dirukku Raguvindo) ຊາຍ ພາຍໂລ (ໄຟ) ດາບໃຫຍ່
ມອນສະຕັດ ເຣເຊີ Razor 雷澤 (Léi zé) レザー (Rezā) ຊາຍ ເອເລັກໂຕ (ໄຟຟ້າ) ດາບໃຫຍ່
ມອນສະຕັດ ເວນຕິ Venti 溫迪 (Wēndí) ウェンティ (Wenti) ຊາຍ ອາເນໂມ (ລົມ) ທະນູ
ມອນສະຕັດ ຄລີ Klee 可莉 (Kělì) クレー (Kurē) ຍິງ ພາຍໂລ (ໄຟ) ສື່ເວດ
ມອນສະຕັດ ເບັນເນັດ Bennett 班尼特 (Bānnítè) ベネット (Benetto) ຊາຍ ພາຍໂລ (ໄຟ) ດາບ
ມອນສະຕັດ ໂນເອລ Noelle 诺艾尔 (Nuò'ài'ěr) ノエル (Noeru) ຍິງ ຈີໂອ (ຫີນ) ດາບໃຫຍ່
ມອນສະຕັດ ຟິຊ ດີອ໌ ພຣິນເຊັນຊິນ ເດຣ ເຟຄຣຸໄທລຸງ (ຟິຊ ເຈົ້າຍິງແຫ່ງການລົງທັນ) (ເອມິ) Fischl Die Prinzessin der Verurteilung (Amy) 菲谢尔 (Fēixiè'ěr) フィッシュル 断罪の皇女(エミ) (Fisshuru Danzai no Koujo(Emi) ຍິງ ເອເລັກໂຕ (ໄຟຟ້າ) ທະນູ
ມອນສະຕັດ ຊູໂຄຣສ Sucrose 砂糖 (Shātáng) スクロース (Sukurōsu) ຍິງ ອາເນໂມ (ລົມ) ສື່ເວດ
ມອນສະຕັດ

(ຟອນເຕັນ)

ໂມນາ Mona 莫娜 (Mònà) モナ (Mona) ຍິງ ຮາຍໂດຣ (ນໍ້າ) ສື່ເວດ
ມອນສະຕັດ ດີໂອນາ Diona 迪奥娜 (Dí'àonà) ディオナ (Diona) ຍິງ ຄາຍໂຢ (ນໍ້າກ້ອນ) ຫອກ
ມອນສະຕັດ ອັນເບໂດ Albedo 阿贝多 (Ābèiduō) アルベド (Arubedo) ຊາຍ ຈີໂອ (ຫີນ) ດາບ
ມອນສະຕັດ ໂຣຊາເຣຍ Rosaria 罗莎莉亚 (Luōshālìyà) ロサリア (Rosaria) ຍິງ ຄາຍໂຢ (ນໍ້າກ້ອນ) ຫອກ
ມອນສະຕັດ ຍູລາ ລໍເຣັນຊ໌ Eula Lawrence 优菈 (Yōulā) エウルア・ローレンス (Eurua Rōrensu) ຍິງ ຄາຍໂຢ (ນໍ້າກ້ອນ) ດາບໃຫຍ່
ມອນສະຕັດ ມິກະ ຊະມິດທ໌ Mika Schmidt 米卡 (Mǐkǎ) ミカ (Mika) ຊາຍ ຄາຍໂຢ (ນໍ້າກ້ອນ) ຫອກ
ຫຼີເຢ້ ຊຽວ Xiao 魈 (Xiāo) 魈 (ショウ) (Shou) ຊາຍ ອາເນໂມ (ລົມ) ຫອກ
ຫຼີເຢ້ ເປີ່ຍໂຕ່ວ Beidou 北斗 (Běidǒu) 北斗 (ホクト) (Hokuto) ຍິງ ເອເລັກໂຕ (ໄຟຟ້າ) ດາບໃຫຍ່
ຫຼີເຢ້ ໜິ່ງກວງ Ningguang 凝光 (Níngguāng) 凝光 (ギョウコウ) (Gyoukou) ຍິງ ຈີໂອ (ຫີນ) ສື່ເວດ
ຫຼີເຢ້ ຊຽງຫຼິງ Xiangling 香菱 (Xiānglíng) 香菱 (シャンリン) (Shanrin) ຍິງ ພາຍໂລ (ໄຟ) ຫອກ
ຫຼີເຢ້ ສິງຊິວ Xingqiu 行秋 (Xíngqiū) 行秋 (ユクアキ) (Yukuaki) ຊາຍ ຮາຍໂດຣ (ນໍ້າ) ດາບ
ຫຼີເຢ້ ຊົ່ງຍຸ້ນ Chongyun 重云 (Chóngyún) 重云 (チョウウン) (Chou-un) ຊາຍ ຄາຍໂຢ (ນໍ້າກ້ອນ) ດາບໃຫຍ່
ຫຼີເຢ້ ຊີຊີ Qiqi 七七 (Qīqī) 七七 (ナナ) (Nana) ຍິງ ຄາຍໂຢ (ນໍ້າກ້ອນ) ດາບ
ຫຼີເຢ້ ເຄີ້ສິງ Keqing 刻晴 (Kèqíng) 刻晴 (コクセイ) (Kokusei) ຍິງ ເອເລັກໂຕ (ໄຟຟ້າ) ດາບ
ຫຼີເຢ້

(ສະເນຊນາຍະ)

ທາທາເກລຍ Tartaglia/Childe 达达利亚 (Dádálìyǎ) タルタリヤ (Tarutariya) ຊາຍ ຮາຍໂດຣ (ນໍ້າ) ທະນູ
ຫຼີເຢ້ ຈົງຫຼີ Zhongli 钟离 (Zhōnglí) 鍾離 (ショウリ) (Shouri) ຊາຍ ຈີໂອ (ຫີນ) ຫອກ
ຫຼີເຢ້ ຊິນຢານ Xinyan 辛焱 (Xīnyàn) 辛炎 (シンエン) (Shin'en) ຍິງ ພາຍໂລ (ໄຟ) ດາບໃຫຍ່
ຫຼີເຢ້ ການຢູ Ganyu 甘雨 (Gānyǔ) 甘雨 (カンウ) (Kan'u) ຍິງ ຄາຍໂຢ (ນໍ້າກ້ອນ) ທະນູ
ຫຼີເຢ້ ຮູ ເຖົາ Hu Tao 胡桃 (Hútáo) 胡桃 (フータオ) (Fūtao) ຍິງ ພາຍໂລ (ໄຟ) ຫອກ
ຫຼີເຢ້ ຍານເຟີຍ Yanfei 烟绯 (Yānfēi) 煙緋 (エンヒ) (Enhi) ຍິງ ພາຍໂລ (ໄຟ) ສື່ເວດ
ຫຼີເຢ້ ເຊິນເຫີ Shenhe 申鹤 (Shēnhè) 申鶴 (シンカク) (Shinkaku) ຍິງ ຄາຍໂຢ (ນໍ້າກ້ອນ) ຫອກ
ຫຼີເຢ້ ອວິ່ນ ຈິ່ນ Yun Jin 云堇 (Yún jǐn) 雲菫 (ウンキン) (Unkin) ຍິງ ຈີໂອ (ຫີນ) ຫອກ
ຫຼີເຢ້ ເຢ້ຫຼານ Yelan 夜兰 (Yèlán) 夜蘭 (イェラン) (Yeran) ຍິງ ຮາຍໂດຣ (ນໍ້າ) ທະນູ
ຫຼີເຢ້ ຢາວຢາວ Yaoyao 瑶瑶 (Yáoyao) ヨォーヨ (Yooyo) ຍິງ ເດັນໂດຣ (ໄມ້) ຫອກ
ຫຼີເຢ້ ໄປ່ຈູ Baizhu 白术 (Báizhú) 白朮 (Byakujutsu) ຊາຍ ເດັນໂດຣ (ໄມ້) ສື່ເວດ
ຫຼີເຢ້

(ອິນາຊຸມະ)

ຄາເອເດະຮາຣະ ຄາຊຶຮະ Kaedehara Kazuha 枫原万叶 (Fēngyuán Wànyè) 楓原 万葉 (Kaedehara Kazuha) ຊາຍ ອາເນໂມ (ລົມ) ດາບ
ຫຼີເຢ້ ຊຽນຫຍິນ (ເຈົ້າວັງວົນເມຄາ) Xianyun(Cloud Retainer) 闲云 (Xiányún) (留云借风真君 (Liúyúnjièfēngzhēnjūn) 閑雲 (Kan'un) (留雲借風真君 (Ryuu'un Shakufuu Shinkun) ຍິງ ອາເນໂມ (ລົມ) ສືເວດ
ຫຼີເຢ້ ກ່າໝິງ/ເຈ່ຍໝິງ Gaming 嘉明 (Jiāmíng) 嘉明 (Gamin) ຊາຍ ພາຍໂລ (ໄຟ) ດາບໃຫຍ່
ອິນາຊຸມະ ຄາມິຊາໂຕະ ອາຍາກະ Kamisato Ayaka 神里绫华 (Shénlǐ Línghuá) 神里 綾華 (Kamisato Ayaka) ຍິງ ຄາຍໂຢ (ນໍ້າກ້ອນ) ດາບ
ອິນາຊຸມະ ນາກະໂນະຮາຣະ ໂຍອິມິຍະ Naganohara Yoimiya 宵宫 (Xiāogōng) 長野原宵宮 (Naganohara Yoimiya) ຍິງ ພາຍໂລ (ໄຟ) ທະນູ
ອິນາຊຸມະ ຊາຍຸ Sayu 早柚 (Zǎoyòu) 早柚 (Sayu) ຍິງ ອາເນໂມ (ລົມ) ດາບໃຫຍ່
ອິນາຊຸມະ ໄຣເດັນ ໂຊກຸນ Raiden Shogun 雷电将军 (Léidiàn Jiāngjūn) 雷電将軍 (Raiden Shogun) ຍິງ ເອເລັກໂຕ (ໄຟຟ້າ) ຫອກ
ອິນາຊຸມະ ຄຸຸໂຈ ຊາຣະ Kujou Sara 九条裟罗 (Jiǔtiáo Shāluó) 九条 裟羅 (Kujou Sara) ຍິງ ເອເລັກໂຕ (ໄຟຟ້າ) ທະນູ
(ບໍ່ຮູ້) ອາລອຍ Aloy 埃洛伊 (Āiluòyī) アーロイ (Arōi) ຍິງ ຄາຍໂຢ (ນໍ້າກ້ອນ) ທະນູ
ອິນາຊຸມະ ຊັນໂກໂນະມິຍະ ໂຄໂຄມິ Sangonomiya Kokomi 珊瑚宫心海 (Shānhúgōng Xīnhǎi) 珊瑚宮 心海 (Sangonomiya Kokomi) ຍິງ ຮາຍໂດຣ (ນໍ້າ) ສື່ເວດ
ອິນາຊຸມະ

(ມອນສະຕັດ)

ໂທມະ Thoma 托马 (Tuōmǎ) トーマ (Tōma) ຊາຍ ພາຍໂລ (ໄຟ) ຫອກ
ອິນາຊຸມະ ໂກໂຣ້ Gorou 五郎 (Wǔláng) 五郎 (Gorou) ຊາຍ ຈີໂອ (ຫີນ) ທະນູ
ອິນາຊຸມະ ອາຣາຕາກິ ອິດໂຕະ Arataki Itto 荒泷一斗 (Huānglóng Yīdǒu) 荒瀧 一斗 (Arataki Itto) ຊາຍ ຈີໂອ (ຫີນ) ດາບໃຫຍ່
ອິນາຊຸມະ ຍາເອະ ມິໂກະ Yae Miko 八重神子 (Bāchóng Shénzǐ) 八重神子 (Yae Miko) ຍິງ ເອເລັກໂຕ (ໄຟຟ້າ) ສື່ເວດ
ອິນາຊຸມະ ຄາມິຊາໂຕະ ອາຍາໂຕະ Kamisato Ayato 神里绫人 (Shénlǐ Língrén) 神里綾人 (Kamisato Ayato) ຊາຍ ຮາຍໂດຣ (ນໍ້າ) ດາບ
ອິນາຊຸມະ ຄຸຄິ ຊິໂນະບຸ Kuki Shinobu 久岐忍 (Jiǔqí Rěn) 久岐忍 (Kuki Shinobu) ຍິງ ເອເລັກໂຕ (ໄຟຟ້າ) ດາບ
ອິນາຊຸມະ ຊິຄະໂນອິນ ເຮໂຊ Shikanoin Heizou 鹿野院平藏 (Lùyěyuàn Píngzàng) 鹿野院平蔵 (Shikanoin Heizou) ຊາຍ ອາເນໂມ (ລົມ) ສື່ເວດ
ອິນາຊຸມະ ຄິຣາຣະ Kirara 绮良良 (Qǐliángliáng) 綺良々(Kirara) ຍິງ ເດັນໂຕຣ (ໄມ້) ດາບ
ສູເມຣຸ ຄອນເລ Collei 柯莱 (Kēlái) コレイ (Korei) ຍິງ ເດັນໂດຣ (ໄມ້) ທະນູ
ສູເມຣຸ ໄທນາຣີ Tighnari 提纳里 (Tínàlǐ) ティナリ (Tinari) ຊາຍ ເດັນໂດຣ (ໄມ້) ທະນູ
ສູເມຣຸ ໂດລີິ Dori 多莉 (Duōlì) ドリー (Dorii) ຍິງ ເອເລັກໂຕ (ໄຟຟ້າ) ດາບໃຫຍ່
ສູເມຣຸ ແຄນເດສ Candace 坎蒂丝 (Kǎndìsī) キャンディス (Kyandisu) ຍິງ ຮາຍໂດຣ (ນໍ້າ) ຫອກ
ສູເມຣຸ ໄຊໂນ Cyno 赛诺 (Sàinuò) セノ (Seno) ຊາຍ ເອເລັກໂຕ (ໄຟຟ້າ) ຫອກ
ສູເມຣຸ ນຶລູ Nilou 妮露 (Nīlù) ニィロウ (Niirou) ຍິງ ຮາຍໂດຣ (ນໍ້າ) ດາບ
ສູເມຣຸ ເລລ້າ Layla 莱依拉 (Láiyīlā) レイラ (Reira) ຊາຍ ຄາຍໂຢ (ນໍ້າກ້ອນ) ດາບ
ສູເມຣຸ ນາຮິດາ Nahida 纳西妲 (Nàxīdá) ナヒーダ (Nahiida) ຍິງ ເດັນໂດຣ (ໄມ້) ສື່ເວດ
ສູເມຣຸ ຟາຣູຊານ Faruzan 珐露珊 (Fàlùshān) ファルザン (Faruzan) ຍິງ ອາເນໂມ (ລົມ) ທະນູ
ສູເມຣຸ ຜູ້ພະເນຈອນ Wanderer 流浪者 (Liúlàngzhě) 放浪者 (Hourousha) ຊາຍ ອາເນໂມ (ລົມ) ສື່ເວດ
ສູເມຣຸ ອັນໄຮທຳ Alhaitham 艾尔海森 (Ài'ěrhǎisēn) アルハイゼン (Aruhaizen) ຊາຍ ເດັນໂດຣ (ໄມ້) ດາບ
ສູເມຣຸ ເດຮ໌ຢາ Dehya 迪希雅 (Díxīyǎ) ディシア (Dishia) ຍິງ ພາຍໂລ (ໄຟ) ດາບໃຫຍ່
ສູເມຣຸ ຄາເວຮ໌ Kaveh 卡维 (Kǎwéi) カーヴェ (Kaave) ຊາຍ ເດັນໂດຣ (ໄມ້) ດາບໃຫຍ່
ຟອນເຕັນ ລີນນີ Lyney 林尼 (Línní) リネ (Rine) ຊາຍ ພາຍໂລ (ໄຟ) ທະນູ
ຟອນເຕັນ ລີນເນັດ Lynette 琳妮特 (Línnītè) リネット (Rinetto) ຍິງ ອາເນໂມ (ລົມ) ດາບ
ຟອນເຕັນ ເຟັມມິເນັດ Freminet 菲米尼 (Fēimǐní) フレミネ (Furemine) ຊາຍ ຄາຍໂຢ (ນໍ້າກ້ອນ)ອ ດາບໃຫຍ່
ຟອນເຕັນ ນີວວິນເລັດຕ໌ Neuvillette 那维莱特 (Nàwéiláitè) ヌヴィレット (Nuviretto) ຊາຍ ຮາຍໂດຣ (ນໍ້າ) ສື່ເວດ
ຟອນເຕັນ ຣາຍທ໌ສລີ້ Wriothesley 莱欧斯利 (Lái'ōusīlì) リオセスリ (Riosesuri) ຊາຍ ຄາຍໂຢ (ນໍ້າກ້ອນ) ສື່ເວດ
ຟອນເຕັນ ຊາລັອດ Charlotte 夏洛蒂 (Xiàluòdì) シャルロット (Sharurotto) ຍິງ ຄາຍໂຢ (ນໍ້າກ້ອນ) ສືເວດ
ຟອນເຕັນ ຟູຣິນະ ເດ ຟອນເຕັນ Furina de Fontaine 芙宁娜 (Fúníngnà) フリーナ (Furiina) ຍິງ ຮາຍໂດຣ (ນໍ້າ) ດາບ
ຟອນເຕັນ ນາເວຍ ແຄັດສປ້າຣ໌ Navia Caspar 娜维娅 (Nàwéiyà) ナヴィア (Navia) ຍິງ ຈີໂອ (ຫີນ) ດາບໃຫຍ່
ຟອນເຕັນ ເສັບຣູສ Chevreuse 夏沃蕾 (Xiàwòlěi) シュヴルーズ (Shuvuruuzu) ຍິງ ພາຍໂລ (ໄຟ) ຫອກ
ຟອນເຕັນ (ອິນາຊຸມະ) ຊິໂອຣິ Chiori 千织 (Qiānzhī) 千織 (Chiori) ຍິງ ຈີໂອ (ຫີນ) ດາບ

ອ້າງອີງ[ດັດແກ້]

  1. 1.0 1.1 1.2 Skrebels, Joe (October 30, 2020). "Genshin Impact 1.1 Update Details Revealed, Coming November". IGN. Archived from the original on December 25, 2020. Retrieved November 9, 2020.
  2. Astle, Aaron. "Genshin Impact surpasses $3.6 billion revenue ahead of second anniversary", PocketGamer, September 23, 2022
  3. "凝心聚力开新局 奋勇争先创佳绩", Guangming Daily, 8 June 2023, pp. 10 (in zh)
  4. Khullar, Kunal (January 4, 2021). "10+ Tips & Tricks for beginners to help you master Genshin Impact!". XDA Developers. Archived from the original on February 2, 2021. Retrieved January 25, 2021.
  5. 5.0 5.1 5.2 Park, Gene. "Analysis | Tips for 'Genshin Impact': How to get strong fast and early (for free)", October 5, 2020
  6. Messner, Steven (November 20, 2020). "Genshin Impact Resin guide: How it works and how to get more". PC Gamer. Archived from the original on December 25, 2020. Retrieved December 18, 2020.
  7. Messner, Steven (November 20, 2020). "Genshin Impact Resin guide: How it works and how to get more". PC Gamer. Archived from the original on December 25, 2020. Retrieved December 18, 2020.
  8. Henley, Stacey; Brown, Joshua; Graeber, Brendan (October 8, 2020). "How To Raise Your Adventure Rank Quickly In Genshin Impact - Genshin Impact Wiki Guide". IGN. Archived from the original on December 25, 2020. Retrieved October 21, 2020.
  9. Hilmy Ramadhan Subari. "Ini Penjelasan Tiap Adventure Rank Genshin Impact", Dunia Games, September 7, 2021 (in id)
  10. https://www.gamespot.com/reviews/genshin-impact-review-%E2%80%93-direct-hit/1900-6417583/
  11. Lee, Julia (October 13, 2020). "Genshin Impact guide: How to get more stamina". Polygon. Archived from the original on December 25, 2020. Retrieved October 31, 2020. Increasing player stamina is only available in Mondstadt and Liyue
  12. Thomas, Jessica (February 6, 2021). "Genshin Impact: Every Domain and What Their Rewards Are". TheGamer. Retrieved May 27, 2022.
  13. Glennon, Jen (October 2, 2020). "Everything you need to know about cooking in 'Genshin Impact'". Inverse. Archived from the original on December 25, 2020. Retrieved October 31, 2020.
  14. Puleo, Anthony (October 7, 2020). "Genshin Impact: Where to Farm White Iron Chunks". Game Rant. Archived from the original on December 25, 2020. Retrieved October 31, 2020.
  15. Lunning, Just (October 22, 2020). "7 best places to farm White Iron and Crystal Chunks in 'Genshin Impact'". Inverse. Archived from the original on October 23, 2020. Retrieved October 31, 2020.
  16. Messner, Steven (October 2, 2020). "Genshin Impact co-op guide: How to adventure with other players". PC Gamer. Archived from the original on December 25, 2020. Retrieved October 31, 2020.
  17. Messner, Steven (October 8, 2020). "Genshin Impact's co-op multiplayer is too limited to be fun". PC Gamer. Archived from the original on December 25, 2020. Retrieved October 21, 2020.
  18. Law, James. "Does Genshin Impact have cross-platform play and cross-save?", October 16, 2020
  19. Gilliam, Ryan (October 13, 2020). "Genshin Impact guide: How to unlock six free characters". Polygon. Archived from the original on December 25, 2020. Retrieved October 21, 2020.
  20. Fenlon, Wes (September 28, 2020). "Genshin Impact, an ambitious Chinese RPG inspired by Breath of the Wild, is out today". PC Gamer. Archived from the original on December 25, 2020. Retrieved September 29, 2020.
  21. Romano, Sal (July 22, 2020). "Genshin Impact due out by October for PC, iOS, and Android; second closed beta test for PS4 begins July 30". Gematsu. Archived from the original on September 28, 2020. Retrieved September 29, 2020.
  22. Cite error: Invalid <ref> tag; no text was provided for refs named Park130
  23. Law, James. "Genshin Impact – all currencies explained", October 19, 2020
  24. Parks, William (October 19, 2020). "Genshin Impact: How the Pity System Works". Game Rant. Archived from the original on March 17, 2021. Retrieved January 29, 2021.
  25. 25.0 25.1 25.2 Teyvat Chapter Storyline Preview: Travail. Genshin Impact. September 27, 2020. Archived from the original on October 30, 2021. Retrieved January 7, 2021 – via YouTube.ແມ່ແບບ:Cbignore
  26. ແມ່ແບບ:Cite video game
  27. ແມ່ແບບ:Cite video game
  28. ແມ່ແບບ:Cite video game
  29. ແມ່ແບບ:Cite video game
  30. ແມ່ແບບ:Cite video game
  31. ແມ່ແບບ:Cite video game
  32. ແມ່ແບບ:Cite video game
  33. ແມ່ແບບ:Cite video game
  34. ແມ່ແບບ:Cite video game
  35. ແມ່ແບບ:Cite video game
  36. ແມ່ແບບ:Cite video game
  37. ແມ່ແບບ:Cite video game
  38. Genshin Impact Story Teaser: We Will Be Reunited. Genshin Impact. August 21, 2020. Archived from the original on October 30, 2021. Retrieved January 29, 2021 – via YouTube.ແມ່ແບບ:Cbignore
  39. ແມ່ແບບ:Cite video game
  40. Newell, Suki (July 12, 2022). "Genshin Impact Reveals All Eleven Fatui Harbingers". Screen Rant. Archived from the original on July 13, 2022. Retrieved May 1, 2023.
  41. miHoYo (September 28, 2020). 原神 [Genshin Impact] (1.0 ed.). Scene: Opening Cutscene. "Paimon: 'So... What you're trying to say is that you fell here from another world? But when you wanted to leave and go onto the next world, your path was blocked by some unknown god?'/Unknown god: 'Outlanders, your journey ends here.'/ Lumine: 'Who are you!?'/ Unknown god: 'The Sustainer of Heavenly Principles. The arrogration of mankind ends now.'/(if Aether was selected) Aether: 'Lumine!'/(if Lumine was selected) Lumine: 'Aether!'"
  42. "原神制作组致玩家的一封信" [A letter from the Genshin Impact production team to the players]. ys.mihoyo.com (in ຈີນ). June 25, 2019. Archived from the original on April 6, 2021. Retrieved June 30, 2021. 原神项目最早尝试于2017年1月底立项 [The Genshin Impact project was first attempted to be established at the end of January 2017]
  43. 44.0 44.1 Calvin, Alex (February 24, 2021). "Genshin Impact set to cost double its initial budget for each year of ongoing development". VG247. Archived from the original on February 24, 2021. Retrieved February 25, 2021.
  44. Young, Rory (June 8, 2019). "Zelda-Inspired Open World Action Game 'Genshin Impact' Announced". Game Rant. Archived from the original on August 1, 2019. Retrieved September 7, 2020.
  45. Hernandez, Patricia (June 21, 2019). "That Breath of the Wild anime 'clone' actually looks impressive". Polygon. Archived from the original on December 25, 2020. Retrieved September 7, 2020.
  46. Murray, Sean (April 16, 2021). "Unity Will Support Nvidia DLSS Natively By The End Of 2021". TheGamer. Archived from the original on September 16, 2021. Retrieved September 16, 2021.
  47. 48.0 48.1 Ye, Josh. "Genshin Impact works its magic to become biggest global launch of a Chinese game ever, analysts say", South China Morning Post, September 30, 2020
  48. Romano, Sal (June 23, 2020). "Genshin Impact final closed beta test for PS4, PC, iOS, and Android begins July 2". Gematsu. Archived from the original on December 25, 2020. Retrieved November 9, 2020.
  49. Tekaia, Pascal (July 8, 2019). "Genshin Impact Announced, Closed Beta Started". RPGamer. Archived from the original on October 27, 2020. Retrieved October 22, 2020.
  50. "Newsflash about Genshin Impact's First Set of Japanese Character Voices". genshin.hoyoverse.com. August 20, 2019. Archived from the original on December 25, 2020. Retrieved October 22, 2019.
  51. "Genshin Impact Japanese Voice Talent News · Second Announcement". genshin.hoyoverse.com. September 15, 2019. Archived from the original on December 25, 2020. Retrieved October 22, 2019.
  52. "How to Change Languages in Genshin Impact". genshin.hoyoverse.com. October 4, 2020. Archived from the original on January 10, 2021. Retrieved January 7, 2021.
  53. Cite error: Invalid <ref> tag; no text was provided for refs named noisypixelInterview
  54. "A Thank You to Our Travelers, and What is Yet to Come". genshin.hoyoverse.com. June 27, 2019. Archived from the original on December 25, 2020. Retrieved October 22, 2019.
  55. Lopez, Azario (September 28, 2020). "Genshin Impact Interview – How it Started and the Future". Noisy Pixel. Archived from the original on December 25, 2020. Retrieved November 1, 2020.
  56. "Travels Afar" Scenic Spot Collaboration Documentary - Zhangjiajie Chapter. Genshin Impact. November 20, 2020. Archived from the original on October 30, 2021. Retrieved November 20, 2020 – via YouTube.ແມ່ແບບ:Cbignore
  57. Natividad, Sid (May 31, 2021). "Genshin Impact: 10 Things You Didn't Know About Mondstadt". The Gamer. Retrieved May 22, 2023.
  58. Schultz, Julia (May 25, 2022). "Genshin Impact's Liyue Compared To Real-World China". ScreenRant. Retrieved September 3, 2022.
  59. Womack, Noa (September 9, 2021). "Genshin Impact: The Real Origins Behind Inazuma's Lore". TheGamer (in ອັງກິດ). Retrieved May 21, 2023.
  60. Wen, Alan (July 9, 2021). "Japan-themed Inazuma region comes to 'Genshin Impact' later this month". NME (in ອັງກິດ (ບຣິດທິຊ)). Retrieved May 21, 2023.
  61. Nakao, Seigo (1997). Random House Japanese-English English-Japanese Dictionary. New York City, NY: Random House. p. 311. ISBN 9780679780014.
  62. "Teyvat § Sumeru". hoyoverse.com. miHoYo. Retrieved December 6, 2022. [Sumeru is] a fantastical nation of both lush rainforest and barren desert, where countless fruits of wisdom grow and are buried.
  63. Chuen, Caitlyn Ng Man (September 9, 2022). "Genshin Impact: Why the Latest Update's Cultural Representation Falls Short". Comic Book Resources (in ອັງກິດ). Retrieved May 21, 2023.
  64. Version 4.0 Special Program (Television production). HoYoverse. August 4, 2023.
  65. "Genshin Impact Special Feature – Developer Q&A", PASH!, April 9, 2021, pp. 100–106 (in Chinese, Japanese)
  66. Dewan, Kevin (August 17, 2022). "Genshin Impact: Paimon's Name Could Be Teasing a Devilish Plot Twist". Comic Book Resources (in ອັງກິດ). Retrieved May 21, 2023.
  67. "On September 28, let's go on an adventure!". genshin.hoyoverse.com. August 17, 2020. Archived from the original on December 25, 2020. Retrieved September 7, 2020.
  68. "The Adventure Comes to PlayStation®4 on September 28 | Genshin Impact: Behind the Scenes". Youtube (in ອັງກິດ). Retrieved May 2, 2022.
  69. Lunning, Just (October 30, 2020). "'Genshin Impact' devs share details on PS5, Timmie's dad, and Resin tweaks". Inverse. Archived from the original on December 25, 2020. Retrieved November 1, 2020.
  70. Skrebels, Joe (October 7, 2020). "Genshin Impact Has Plans for New Characters, Locations and Next-Gen - But Not Xbox". IGN. Archived from the original on December 25, 2020. Retrieved October 29, 2020.
  71. Script error: No such module "cite tweet".
  72. Yi, Zhenzhong (April 16, 2021). "Genshin Impact launches on PS5 April 28, brings 4K support, enhanced textures, and more". PlayStation.Blog. Archived from the original on April 16, 2021. Retrieved April 16, 2021.
  73. Madsen, Hayes (October 22, 2020). "When Genshin Impact Is Coming to Nintendo Switch". Screen Rant. Archived from the original on December 25, 2020. Retrieved October 31, 2020.
  74. Zollner, Amelia (May 6, 2022). "Genshin Impact On Switch 'Still In Development'". IGN (in ອັງກິດ). Retrieved May 27, 2022.
  75. Bolding, Jonathan (October 3, 2020). "Genshin Impact may be biggest-ever global launch of a Chinese game". PC Gamer. Archived from the original on December 25, 2020. Retrieved March 4, 2021.
  76. Mahmoud, Mustafa (September 29, 2020). "Genshin Impact hit 10 million pre-registrations". KitGuru. Archived from the original on November 22, 2020. Retrieved March 4, 2021.
  77. Chapple, Craig (October 6, 2020). "Genshin Impact Generates $60 Million in First Week as it Becomes World's No. 2 Grossing Mobile Game". Sensor Tower. Archived from the original on October 10, 2020. Retrieved October 10, 2020.
  78. Stenbuck, Kite (October 9, 2020). "TGS Media Awards 2020 Public Poll Won By Genshin Impact". Siliconera. Archived from the original on December 25, 2020. Retrieved November 18, 2020.
  79. 80.0 80.1 Martinez, Phillip (October 12, 2020). "'Genshin Impact' Roadmap and Upcoming Update Detailed". Newsweek. Archived from the original on December 25, 2020. Retrieved October 31, 2020.
  80. Wood, Austin (October 30, 2020). "Genshin Impact story will 'likely take several years' to complete, says MiHoYo". GamesRadar+. Archived from the original on December 25, 2020. Retrieved November 17, 2020.
  81. Gilliam, Ryan (October 15, 2020). "Genshin Impact getting three new content updates in the next six months". Polygon. Archived from the original on December 25, 2020. Retrieved October 31, 2020.
  82. Messner, Steven (October 30, 2020). "Genshin Impact is getting even more improvements to its contentious Resin system". PC Gamer. Archived from the original on October 31, 2020. Retrieved October 31, 2020.
  83. "Genshin Impact next Banner and current Banners, list of all Banners in Genshin Impact", Eurogamer.net, July 29, 2022 (in en-gb)
  84. King, Austin (May 15, 2021). "All Genshin Impact Wish & Banner Pull Rates Explained". ScreenRant (in ອັງກິດ). Retrieved March 27, 2023.
  85. "HoYoLAB - Official Community". www.hoyolab.com. Retrieved November 26, 2023.
  86. "Genshin Impact – Step Into a Vast Magical World of Adventure". genshin.hoyoverse.com. Retrieved November 26, 2023.
  87. "Genshin Impact Primogems, from free daily Primogems to how to get wishes", Eurogamer.net, July 11, 2022 (in en-gb)
  88. "Genshin Impact maintenance time and rewards". PCGamesN (in ອັງກິດ). Retrieved March 24, 2023.
  89. ວິກິແຟນດອມ ເກັນຊິນອິມແພກ ລາຍຊື່ຕົວລະຄອນ