ສະພາ

ຈາກ ວິກິພີເດຍ

ສະພາ ແມ່ນ ອົງກອນນິຕິບັນຍັດ ຫຼື ຜູ້ ອົງກອນ ທີ່ພິຈາລະນາ ຜ່ານ ບັນດາ ຮ່າງກົດໝາຍ ເພື່ອ ປະກາດໃຊ້ ເປັນກົດໝາຍ ໃນປະເທດໃດໜຶ່ງ. ບາງປະເທດ ກໍ່ ໃຊ້ ລະບົບສະພາດຽວ ເຊັ່ນ ສະພາແຫ່ງຊາດ ຂອງ ລາວ ແລະ ບາງ ປະເທດກໍ່ໃຊ້ ລະບົບ 2 ສະພາ ເຊັ່ນ ສະພາຕໍ່າ ແລະ ສະພາສູງຢູ່ ສະຫະລັດອາເມລິກາ. ມັນ ແມ່ນ ໜຶ່ງ ໃນ 3 ອຳນາດລັດຄື

  1. ອຳນາດນິຕິບັນຍັດ(ສະພາ)
  2. ອຳນາດບໍລິຫານ(ລັດຖະບານ)
  3. ອຳນາດຕຸລາການ(ສານ)


ສະພາແຫ່ງຊາດ ແຫ່ງສປປລ[ດັດແກ້]

ສະພາແຫ່ງຊາດແມ່ນອົງການຕົວແທນແຫ່ງສິດອຳນາດ ແລະ ຜົນປະຊາຊົນບັນດາເຜົ່າ, ເປັນອົງການອຳນາດແຫ່ງ ລັດ ແລະ ທັງເປັນອົງການນິຕິບັນຍັດ ທີ່ມີສິດຕົກລົງບັນຫາພື້ນຖານຂອງປະເທດຊາດ, ຕິດຕາມກວດກາການເຄືອນ ໄຫວຂອງອົງການອົງການບໍລິຫານ, ສານປະຊາຊົນ ແລະ ອົງການໄອຍາການປະຊາຊົນ.


ສະພາແຫ່ງຊາດມີສິດ ແລະ ໜ້າທີ່ດັ່ງນີ້: 1. ສ້າງ, ຮັບຮອງເອົາ ຫລື ປ່ຽນແປງລັດຖະທຳມະນູນ.

2. ພິຈາລະນາ, ຮັບຮອງເອົາ, ປ່ຽນແປງ ຫລື ລົບລ້າງກົດໝາຍ.

3. ພິຈາລະນາເອົາການກຳນົດ, ການປ່ຽນແປງ ຫລື ລົບລ້າງພາສີ ແລະ ສ່ວຍສາອາກອນ.

4. ພິຈາລະນາ, ຮັບຮອງເອົາແຜນຍຸດຖະສາດແຫ່ງການພັດທະນາເສດຸະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງ ລັດ.

5. ເລືອກຕັ້ງ ຫລື ປົດຕຳແນ່ງປະທານ, ຣອງປະທານ ແລະ ກຳມະການປະຈຳສະພາແຫ່ງຊາດ.

6. ເລືອກຕັ້ງ ຫລື ປົດຕຳແໜ່ງປະທານປະເທດ ແລະ ຮອງປະທານປະເທດ ຕາມການສະເໜີຂອງສະພາແຫ່ງ ຊາດ.

7. ພິຈາລະນາ, ຮັບຮອງເອົາການສະເໜີແຕ່ງຕັ້ງ ຫລື ປົດຕຳແໜ່ງນາຍຍົກລັດຖະມົນຕີ ຕາມການສະເໜີຂອງປະ ທານປະເທດ, ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ, ການແຕ່ງຕັ້ງ, ການຍົກຍ້າຍ ຫລື ການປົດຕຳແໜ່ງສະມາຊິກລັດຖະບານຕາມການສະເໜີຂອງນາຍຍົກລັດຖະມົນຕີ.

8. ເລືອກຕັ້ງ ຫລື ປົດຕຳແໜ່ງປະທານສານປະຊາຊົນສູງສຸດ ແລະ ໄອຍະການປະຊາຊົນສູງສຸດ ຕາມການສະ ເໜີຂອງປະທານປະເທດ.

9. ຕົກລົງສ້າງຕັ້ງ ຫລື ຍູບກະຊວງ, ອົງການທຽບເທົ່າກະຊວງ, ແຂວງ ແລະ ນະຄອນ, ຕົກລົງເຂດແດນຂອງ ແຂວງ ແລະ ນະຄອນຕາມການສະເໜີຂອງນາຍຍົກລັດຖະມົນຕີ.

10. ຕົກລົງໃຫ້ນິລະໂທດກຳ.

11. ຕົກລົງໃຫ້ສັດຕະຍາບັນ ຫລື ລົບລ້າງສົນທິສັນຍາ, ສັນຍາທີ່ໄດ້ເຊັນກັບຕ່າງປະເທດຕາມກົດໝາຍ.

12. ຕົກລົງບັນຫາສົງຄາມ ຫລື ສັນຕິພາບ.

13. ຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ.

14. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ກຳນົດໄວ້ໃນກົດໝາຍ.


ສະພາແຫ່ງຊາດແຕ່ລະຊຸດ ມີອາຍຸການຫ້າປີ. ສະມາຊິກສະພາແຫ່ງຊາດແມ່ນຜົນລະເມືອງລາວເປັນຜູ້ເລືອດຕັ້ງ ຕາມລະບຽບການທີ່ໄດ້ກຳນົດໄວ້ໃນກົດໝາຍ. ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ຕ້ອງໃຫ້ແລ້ວຢ່າງ ຊ້າ 60 ວັນ ກ່ອນສະພາແຫ່ງຊາດຊຸດເກົ່າຈະໝົດອາຍຸການ. ໃນກໍລະນີທີ່ເກີດສົງຄາມ ຫລື ດ້ວຍສາເຫດອື່ນ ຊື່ງ ກໍ່ຄວາມຍຸ້ງຍາກໃຫ້ແກ່ການເລືອກຕັ້ງນັ້ນ ສະພາແຫ່ງຊາດອາດຈະຕໍ່ອາຍຸການຂອງຕົນກໍ່ໄດ້ ແຕ່ຕ້ອງດຳເນີນການ ເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ ຢ່າງຊ້າບໍ່ໃຫ້ເກີນ 6 ເດືອນ ພາຍຫລັງສະພາບການໄດ້ກັບຄືນສູ່ປົກກະ ຕິ. ໃນກໍລະນີທີ່ມີຄວາມຈຳເປັນ ສະພາແຫ່ງຊາດຈະດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ກ່ອນການ ໝົດອາຍຸການຂອງຕົນກໍ່ໄດ້ ແຕ່ຕ້ອງໄດ້ຮັບຄວາມເຫັນດີຢ່າງໜ້ອຍສອງສ່ວນສາມຂອງຈຳນວນສະມາຊິກສະພາ ແຫ່ງຊາດທີ່ເຂົ້າຣ່ວມກອງປະຊູມ.



ສະພາແຫ່ງຊາດເລືອກຕັ້ງຄະນະປະຈຳຂອງຕົນ ຊຶ່ງປະກອບດ້ວຍ ປະທານ, ຮອງປະທານ ແລະ ກຳມະການຈຳນວນ ໜື່ງ. ປະທານ ແລະ ຮອງປະທານສະພາແຫ່ງຊາດເປັນທັງປະທານ ແລະ ຮອງປະທານຄະນະປະຈຳສະພາແຫ່ງ ຊາດ.


ຄະນະປະຈຳສະພາແຫ່ງຊາດ ແມ່ນອົງການປະຈຳການສະພາແຫ່ງຊາດ, ປະຕິບັດໜ້າທີ່ແທນສະພາແຫ່ງຊາດໃນ ເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງປະຊູມ. ຄະນະປະຈຳສະພາແຫ່ງຊາດມີສິດ ແລະ ໜ້າທີ່ດັ່ງນີ້:

1. ກະກຽມກອງປະຊູມສະພາແຫ່ງຊາດ ແລະ ຮັບປະກັນໃຫ້ສະພາແຫ່ງຊາດປະຕບັດແຜນການທີ່ກຳນົດໄວ້.

2. ຕີຄວາມໝາຍ ແລະ ອະທິບາຍລັດຖະທຳມະນູນ ແລະ ກົດໝາຍຕ່າງໆ.

3. ຕິດຕາມກວດກາການເຄື່ອນໄຫວຂອງອົງການບໍລິຫານ, ສານປະຊາຊົນ ແລະ ອົງການໄອຍາການປະຊາຊົນໃນ ເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງປະຊູມ

4. ແຕ່ງຕັ້ງຍົກຍ້າຍ ຫລື ປົດຕຳແນ່ງຜູ້ພິພາກສາຂອງສານປະຊາຊົນທຸກຂັ້ນ ແລະ ຜູ້ພິພາກສາຂອງສານທະຫານ.

5. ຮຽກໂຮມກອງປະຊູມສະພາແຫ່ງຊາດ. ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມທີ່ໄດກຳນົດໄວ້ໃນກົດໝາຍ.


ສະພາແຫ່ງຊາດເປີດກອງປະຊູມສະໄໝສາມັນປີລະສອງເທື່ອ ໂດຍແມ່ນຄະນະປະຈຳສະພາແຫ່ງຊາດເປັນຜູ້ເຕົ້າ ໂຮມ. ຄະນະປະຈຳສະພາແຫ່ງຊາດອາດຈະຮຽກໂຣມກອງປະຊູມສໄໝວິສາມັນກໍ່ໄດ້ ຖ້າຫາກເຫັນວ່າມີຄວາມ ຈຳເປັນ.


ກອງປະຊູມສະພາແຫ່ງຊາດຈະດຳເນີນໄດ້ກໍ່ຕໍ່ເມື່ອຫາກມີສະມາຊິກສະພາແຫ່ງຊາດເຂົ້າຮ່ວມຫລາຍກ່ວາເຄີ່ງໜື່ງຂອງ ຈຳນວນສະມາຊິກສະພາແຫ່ງຊາດທັງໝົດ. ມະຕິກອງປະຊູມສະພາແຫ່ງຊາດຈະມີຄຸນຄ່າໄດ້ກໍ່ຕໍ່ເມື່ອໄດ້ຮັບຄະແນນ ສຽງຫລາຍກ່ວາເຄີ່ງໜື່ງຂອງຈຳນວນສະມາຊິກທີ່ເຂົ້າຮ່ວມກອງປະຊູມ ເວັ້ນເສຍແຕ່ ກໍລະນີທີ່ໄດ້ກຳນົດໄວ້ໃນມາດ ຕາ 54,66 ແລະ ມາດຕາ 97 ຂອງລັດຖະທຳມະນູນ.


ອົງການຈັດ ແລະ ບຸກຄົນທີ່ມີສິດສະເໜີສ້າງຮ່າງກົດໝາຍມີດັ່ງນີ້:

1. ປະທານປະເທດ.

2. ຄະນະປະຈຳສະພາແຫ່ງຊາດ.

3. ລັດຖະບານ.

4. ສານປະຊາຊົນສູງສຸດ.

5. ອົງການໄອຍາການປະຊາຊົນສູງສຸດ. ແນວລາວສ້າງຊາດແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ.


ກົດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວນັ້ນຕ້ອງໄດ້ປະກາດໃຊ້ໂດຍປະທານປະເທດຢ່າງຊ້າບໍ່ໃຫ້ເກີນສາມ ສິບວັນນັບແຕ່ວັນໄດ້ຮັບຮອງເປັນຕົ້ນໄປ. ໃນໄລຍະເວລາດັ່ງກ່າວນັ້ນປະທານປະເທດມີສິດສະເນີໃຫ້ສະພາແຫ່ງຊາດ ພິຈາລະນາຄືນໃໝ່ນັ້ນຖ້າວ່າສະພາແຫ່ງຊາດຫາກຕົກລົງເອົາຢືນຢັນເອົາຕາມເດີມແລ້ວປະທານ ປະເທດກໍ່ຕ້ອງກຳ ນົດໃຊ້ພາຍໃນຫ້າສິບວັນ.


ບັນຫາທີ່ກ່ຽວພັນເຖີງຊາຕາກຳຂອງປະເທດຊາດ ແລະ ຜົນປະໂຫຍດອັນໃຫ່ຍຫລວງຂອງປະຊາຊົນຕ້ອງຜ່ານສະພາ ແຫ່ງຊາດບໍ່ໄດ້ເປີດກອງປະຊູມ.


ສະພາແຫ່ງຊາດສ້າງຕັ້ງບັນດາກຳມາທິການຂອງຕົນຊື່ງມີໜ້າທີ່ພິຈາລະນາຮ່າງກົດໝາຍ ແລະ ຮ່າງລັດຖະບັນຢັດ ແລ້ວນຳສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ແລະ ປະທານປະເທດ ພ້ອມທັງຊ່ວຍສະພາແຫ່ງຊາດ ແລະ ຄະນະ ປະຈຳສະພາແຫ່ງຊາດປະຕິບັດສິດກວດກາເຄື່ອນໄຫວຂອງອົງການບໍລິຫານ, ສານປະຊາຊົນ ແລະ ອົງການໄອຍາ ການປະຊາຊົນ.


ສະມາຊິກສາພາແຫ່ງຊາດມີສິດຊັກຖາມນາຍຍົກລັດຖະມົນຕີ ຫລືສະມາຊິກລັດຖະບານ, ປະທານປະຊາຊົນສູງສຸດ. ບຸກຄົນທີ່ຖືກຊັກຖາມນັ້ນຕ້ອງຊີ້ແຈງຕໍ່ກອງປະຊູມສະພາແຫ່ງຊາດດ້ວຍວາຈາ ຫລື ເປັນລາຍລັກອັກສອນ.


ສະມາຊິກສະພາແຫ່ງຊາດຈະບໍຖືກດຳເນີນຄະດີ ຫລື ກັກຂັງຖ້າບໍ່ໄດ້ຮັບຄວາມເຫັນດີຂອງສະພາແຫ່ງຊາດ ຫລື ຂອງຄະນະປະຈຳສະພາແຫ່ງຊາດບໍ່ໄດ້ເປີດກອງປະຊູມ. ໃນກໍລະນີທີ່ມີການກະທຳພິດເຊິ່ງໜ້າ ຫລື ຮິບດ່ວນນັ້ນອົງ ການທີ່ກັກຂັງສະມາຊິກສະພາແຫ່ງຊາດຕ້ອງລາຍງານທັນທີ່ໃຫ້ສະພາແຫ່ງຊາດ ຫລື ຄະນະປະຈຳສະພາແຫ່ງຊາດ ໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງປະຊູມເພື່ອພິຈາລະນາຕົກລົງ. ການສຶບສວນ - ສອບສວນບໍ່ເປັນສາຍ ເຫດພາໃຫ້ສະມາຊິກສະພາແຫ່ງຊາດທີ່ຖືກດຳເນີນຄະດີນັ້ນຂາດປະຊູມສະພາແຫ່ງຊາດ.


ເບິ່ງຕື່ມ[ດັດແກ້]