ອົງກອນນິຕິບັນຍັດ

ຈາກ ວິກິພີເດຍ

ອົງກອນນິຕິບັນຍັດ ຫຼື ສະພາ ແມ່ນ ໜຶ່ງ ໃນ 3 ອຳນາດລັດ ຄື (1) ອຳນາດນິຕິບັນຍັດ(ສະພາ), (2)ອຳນາດບໍລິຫານ(ລັດຖະບານ), (3)ອຳນາດຕຸລາການ(ສານ). ການມີ ສະພາ ຖືໄດ້ວ່າ ແມ່ນ ເງື່ອນໄຂໜຶ່ງ ຂອງ ລະບົບການປົກຄອງແບບ ປະຊາທິປະໄຕ ທີ່ ປະຊາຊົນ ມີ ສິດເປັນເຈົ້າ ເພາະ ໂດຍ ທົ່ວໄປແລ້ວ ມີ ແຕ່ ສະມາຊິກສະພາ ເທົ່ານັ້ນ ທີ່ ປະຊາຊົນໃນປະເທດໃດໜຶ່ງ ຈະສາມາດ ສະທ້ອນຄວາມເຫັນ ຂອງ ຕົນເອງ ຕໍ່ກັບ ການບໍລິຫານປະເທດ ໂດຍ ຜ່ານ ການອອກສຽງ ໃນ ການເລືອກຕັ້ງໄດ້. ປະຈຸບັນ ບາງປະເທດ ກໍ່ມີລະບົບ 2 ສະພາ ຄື ສະພາຕໍ່າ ແລະ ສະພາສູງ, ຫຼື ບາງ ປະເທດ ກໍ່ມີແຕ່ ສະພາດຽວ.