ພະສັມພັນທະວົງເທີ ພະອົງເຈົ້າພັນນະຣາຍ

ຈາກ ວິກິພີເດຍ
ພະສັມພັນທະວົງເທີ ພະອົງເຈົ້າພັນນະຣາຍ

ພະນາມເດີມ ໝ່ອມເຈົ້າແສ່
ອິສະລິຍະຍົດ ພະສັມພັນທະວົງເທີ ພະອົງເຈົ້າຊັ້ນຕີ
ລາຊະວົງ ສິຣິວົງ (ລາຊະວົງຈັກກີ)
ຂໍ້ມູນສ່ວນພະອົງ
ປະສູດ 9 ພຶດສະພາ ຄ.ສ. 1838(1838-05-09)
ບ່ອນທີ່ປະສູດ ນະ ບາງກອກ ອານາຈັກຣັດຕະນະໂກສິນ
ສິ້ນພະຊົນ 22 ມິຖຸນາ ຄ.ສ. 1914 (76 ປີ)
ບ່ອນທີ່ສິ້ນພະຊົນ ນະ ວັງທ່າພະ ບາງກອກ ມົນທົນກຸງເທບ ປະເທດສະຫຍາມ
ພະບິດາ ສົມເດັດພະບໍລົມລາຊະມາຕາມະໄຫຍະກາເທີ ກົມໜື່ນມາຕະຍາພິທັກ
ພະມານດາ ໝ່ອມກິ່ມ ສິຣິວົງ ນະ ອະຍຸດທະຍາ
ພະສະຫວາມີ ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ
ພະໂອລົດ/ທິດາ ພະເຈົ້າບໍລົມວົງເທີ ເຈົ້າຟ້າກົມຂຸນຂັດຕິຍະກັນລະຍາ
ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າກົມພະຍານະຣິດສະຣານຸວັດຕິວົງ

ພະສັມພັນທະວົງເທີ ພະອົງເຈົ້າພັນນະຣາຍ (ໄທ: พระสัมพันธวงศ์เธอ พระองค์เจ้าพรรณราย, ພຣະສັມພັນທວງສ໌ເທອ ພຣະອງຄ໌ເຈ້າພຣຣນຣາຍ; 9 ພຶດສະພາ ຄ.ສ. 1838 – 22 ມິຖຸນາ ຄ.ສ. 1914) ມີພະນາມເດີມວ່າ ໝ່ອມເຈົ້າແສ່ (ໄທ: หม่อมเจ้าแฉ่, ຫມ່ອມເຈ້າແສ່) ແມ່ນພະທິດາໃນສົມເດັດພະບໍລົມລາຊະມາຕາມະໄຫຍະກາເທີ ກົມໜື່ນມາຕະຍາພິທັກ ປະສູດແຕ່ໝ່ອມກິ່ມ ສິຣິວົງ ນະ ອະຍຸດທະຍາ ຕ່ໍມາໄດ້ຮັບພະລາຊະທານພະນາມໃໝ່ວ່າ ພັນນະຣາຍ ແລະເຂົາຮັບລາຊະການຝ່າຍໃນເປັນພະມະເຫສີໃນພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ

ຕ່ໍມາໃນລາຂະການພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ຊົງພະກະລຸນາໂປດເກົ້າຯ ໃຫ້ສະຖາປະນາໝ່ອມເຈົ້າພັນນະຣາຍ ຂຶ້ນເປັນ ພະສັມພັນທະວົງເທີ ພະອົງເຈົ້າພັນນະຣາຍ ດ້ວຍເປັນພະລາຊະມາຕຸດສາທີ່ຊົງສະໜິດສະໜົມມາຕັ້ງແຕ່ຍັງຊົງພະເຍົາ ພະສັມພັນທະວົງເທີ ພະອົງເຈົ້າພັນນະຣາຍສິ້ນພະຊົນ ນະ ຕຳໜັກທີ່ປະທັບໃນວັງທ່າພະ ຊຶ່ງເປັນວັງຂອງສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າກົມພະຍານະຣິດສະຣານຸວັດຕິວົງ ພະໂອລົດ ໃນລາຊະສະໄໝພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວ ສິຣິພະຊັນສາ 76 ປີ 44 ວັນ