ຄຳນາມປະສົມ
ຄຳນາມປະສົມ (ຄຳເຄົ້າ: ຄຳນາມປສົມ, ອັງກິດ: compound noun, ຝຣັ່ງ: mot composé) ໝາຍເຖິງການນຳຄຳນາມສອງໂຕ ມາຂຽນຕິດກັນເປັນຄຳດຽວ ຫຼື ຈະຂຽນແຍກກັນໂດຍມີເຄື່ອງໝາຍຂີດຕໍ່ (-) ມາຂັ້ນໄວ້ກໍໄດ້.
ປະເພດຂອງຄຳນາມປະສົມ[ດັດແກ້]
ນາມປະສົມນີ້ມີຮູບມາຈາກຫຼາຍຢ່າງດັ່ງນີ້
1. ນຳເອົາຄຳນາມສອງໂຕມາຂຽນຕິດກັນ ແລ້ວກາຍເປັນນາມປະສົມ ເຊັ່ນ ເຮືອຊ່ວຍຊີວິດ, ແສງຈັນ, ງົວ-ຄວາຍ, ຫຼື ເປັດ-ໄກ່ ຯລຯ.
2. ນຳເອົາຄຳນາມສອງໂຕມາຂຽນຕິດກັນ ແຕ່ໂຕທາງໜ້າເປັນນາມຫຼັກ ແລະ ໂຕທີສອງເປັນນາມຮອງ ເຊັ່ນ
ຮ້ານອາຫານ | + | ທະເລ | = | ຮ້ານອາຫານທະເລ |
ກິລາ | + | ໜ້າເກັກ | = | ກິລາໜ້າເກັກ |
ທາງ | + | ຄົນຍ່າງ | = | ທາງຄົນຍ່າງ |
ອ້າງອີງ[ດັດແກ້]
ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
ປະເພດຄຳເວົ້າ | |
---|---|
ຄຳນາມ | ເອກະພົດ · ພະຫູພົດ · ສາມັນຍະນາມ · ວິສາມັນຍະນາມ · ສະມຸຫະນາມ ·ວັດຖຸນາມ · ອາກາລະນາມ · ສົມມູຍະນາມ · ນາມປະສົມ · ນາມສະແດງຄວາມເປັນຜູ້ກະທຳ |
ຄຳສັພພະນາມ | ບຸລຸດທີ ໑ · ບຸລຸດທີ ໒ · ບຸລຸດທີ ໓ · ເອກະພົດ · ພະຫູພົດ · ບຸລຸດສັພພະນາມ · ສາມີສັພພະນາມ ·ນິຍົມສັພພະນາມ · ອະນິຍົມສັພພະນາມ · ປິດສາສັພພະນາມ · ປະພັນສັພພະນາມ ·ສັພພະນາມສະທ້ອນ · ວິພາກສັພພະນາມ |
ຄຳກຳມະ | ກຳຂາດ (ສະກຳມະກິລິຍາ) · ກຳຄົບ (ອະກຳມະກິລິຍາ) · ກຳມະແທ້ · ກຳມະບໍ່ແທ້ · ກຳນຸເຄາະ |
ຄຳກຳມະວິເສດ | ກຳມະວິເສດສາມັນ · ກຳມະວິເສດຄຳຖາມ · ກຳມະວິເສດສັນທານ |
ຄຳຄຸນະນາມ | ຄຸນະນາມບອກລັກສະນະ · ຄຸນະນາມບອກສັນຊາດ ·ຄຸນະນາມບອກປະລິມານ · ຄຸນະນາມບອກຈຳນວນແນ່ນອນ ·ຄຸນະນາມຊີ້ສະເພາະ · ຄຸນະນາມບອກຄຳຖາມ ·ຄຸນະນາມບອກເຈົ້າຂອງ · ຄຸນະນາມແບ່ງແຍກ ·ຄຸນະນາມເນັ້ນຄວາມ · ຄຸນະນາມບອກອຸທານ ·ຄຸນະນາມສຳພັນ |
ອື່ນໆ | ຄຳບຸພະບົດ (ຄຳຕໍ່) · ຄຳສັນທານ (ຄຳເຊື່ອມ) · ຄຳອຸທານ |