ຄຳອຸທານ

ຈາກ ວິກິພີເດຍ

ຄຳອຸທານ ໝາຍເຖິງຄຳທີ່ເວົ້າອອກໄປດ້ວຍອາລົມຕ່າງໆ ເພື່ອສະແດງເຖິງຄວາມຮູ້ສຶກ ທີ່ເກີດຂຶ້ນໃນຂະນະນັ້ນເຊັ່ນ: ປາດໃຈ, ເສຍໃຈ, ເຈັບໃຈ, ດີໃຈ, ຕື່ນເຕັ້ນ, ໂກດແຄ້ນ, ຕົກໃຈ ຯລຯ ເມື່ອຂຽນຕ້ອງໃສ່ເຄື່ອງໝາຍທ້ວງ (!) ລົງທ້າຍປະໂຫຍກມີ 2 ຊະນິດຄື:

1. ອຸທານອອກມາເປັນຄຳດຽວ ຫຼື ວະລີ (ອຸທານວະລີ): ໂອ! ໂອຍ! ໂທ! ເອີຍ! ຕາຍ! ຯລຯ

  • ໂທ! ເຮັດຫຍັງແນວນັ້ນ!
  • ຕາຍ! ຮີບຊ່ວຍລາວເວີຍ!

2. ອຸທານອອກມາໃນຮຸບປະໂຫຍກ:

  • ໜ້າເສຍດາຍແທ້ໆ! ຊ່າງເປັນແນວນັ້ນ! ໜ້າລຳຄານເອົາແທ້! ໜ້າອາຍເດ! ເສຍໃຈເດ! ດີໃຈເດ! ຯລຯ

ອ້າງອີງ[ແກ້ໄຂ]

ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.