ການປະຕິວັດເດືອນຕຸລາ
ການປະຕິວັດເດືອນຕຸລາ | |||||||
---|---|---|---|---|---|---|---|
ສ່ວນໜຶ່ງຂອງ ການປະຕິວັດລັດເຊຍ, ການປະຕິວັດ ຄ.ສ. 1917–1923 ແລະສົງຄາມກາງເມືອງລັດເຊຍ | |||||||
ການປະຊຸມໃນສະພາໂຊວຽດເປໂຕກາດ | |||||||
| |||||||
ຄູ່ສົງຄາມ | |||||||
ໂບເຊວິກ ກອງທັບແດງ ສະພາໂຊວຽດເປໂຕກາດ |
ສາທາລະນະລັດລັດເຊຍ ລັດຖະບານຊົ່ວຄາວລັດເຊຍ | ||||||
ຜູ້ບັນຊາການ ແລະ ຜູ້ນຳ | |||||||
ວາລາດິເມຍ ເລນິນ ເລອອນ ທອດສະກີ ເລັບ ຄາເມເນັບ ໂຈເຊັບ ສະຕາລິນ |
ອາເລັກຊັນ ເຄເຣນສະກີ ປິອອດຣ໌ ຄາສນັອບ | ||||||
ກຳລັງ | |||||||
ກະລາສີ 10,000 ຄົນ ທະຫານ 20,000 – 30,000 ຄົນ |
ທະຫານອາສາ 500 – 1,000 ຄົນ ກອງພັນທະຫານຍິງ 1,000 ຄົນ | ||||||
ຄວາມສູນເສຍ | |||||||
ບາດເຈັບເລັກນ້ອຍ | ບໍ່ມີບາດເຈັບ |
ການປະຕິວັດເດືອນຕຸລາ[ໝ 1] ຫຼືຊື່ຢ່າງເປັນທາງການໃນເອກະສານສະໄໝໂຊວຽດວ່າ ການປະຕິວັດສັງຄົມນິຍົມແຫ່ງເດືອນຕຸລາອັນຍິ່ງໃຫຍ່[ໝ 2][1] ແລະເອີ້ນໂດຍທົ່ວໄປວ່າ ຕຸລາແດງ ຫຼື ການລຸກຮືເດືອນຕຸລາ ຫຼື ການປະຕິວັດໂບເຊວິກ ແມ່ນການປະຕິວັດໃນປະເທດລັດເຊຍຄັ້ງທີສອງໃນປີ ຄ.ສ. 1917 ພາຍຫຼັງການປະຕິວັດເດືອນກຸມພາ[ໝ 3] ເກີດຂຶ້ນເມື່ອວັນທີ 25 ຕຸລາ ຄ.ສ. 1917 ຕາມປະຕິທິນຈູເລຽນຂອງພະເຈົ້າຊາຣ໌ ຊຶ່ງຕໍ່ມາລ້ດຖະບານໂບເຊວິກໃໝ່ໄດ້ປ່ຽນມາໃຊ້ປະຕິທິນເກກອຣຽນຕາມໂລກຕາເວັນຕົກ ທຳໃຫ້ເຫດການນີ້ເກີດຂຶ້ນໃນວັນທີ 7 ພະຈິກ ປີດຽວກັນ
ການເຫັນຊອບຂອງລັດຖະບານຊົ່ວຄາວໃນການເຮັດສົງຄາມຕໍ່ໄປ (ແມ້ຈະບໍ່ແມ່ນທີ່ນິຍົມ) ເຮັດໃຫ້ບໍ່ສາມາດປະຕິຮູບຢ່າງສົມບູນຕາມຄວາມຕ້ອງການຂອງປະຊາຊົນໄດ້[2] ການທີ່ບໍ່ມີການປະຕິຮູປເຮັດໃຫ້ກິດຈະກຳຂອງພັກໂບເຊວິກຕາມຄຳຂວັນ "ສັນຕິພາບ ອາຫານ ແລະຄວາມປອດໄພ" ແລະ "ອຳນາດທັງໝົດເພື່ອໂຊວຽດທັງຫຼານ"[ໝ 4] ໄດ້ຮັບການສະໜັບສະໜຸນຢ່າງຮວດເຮັວໃນຊ່ວງລະດູໃບໄມ້ຫຼ່ມປີ ຄ.ສ. 1917[2] ວິກິດເສດຖະກິດທີ່ຮ້າຍແຮງລົງຕັ້ງແຕ່ລະດູຮ້ອນ ການຄຸກຄາມຂອງທະຫານໃນນະຄອນຫຼວງ ແລະຄວາມທໍ້ແທ້ໃນການປະຕິຮູປຂອງລັດຖະບານ ເຮັດໃຫ້ພັກການເມືອງທີ່ສະໜັບສະໜຸນລັດຖະບານຊົ່ວຄາວປ່ຽນມາສະໜັບສະໜຸນພັກໂບເຊວິກ ຊຶ່ງກຳລັງເຜີຍແຜ່ໂຄສະນາຊວນເຊື່ອຢ່າງເຂັ້ມງວດໃນນະຄອນຫຼວງ (ເປໂຕກາດ)[2] ກຸ່ມຊົນຊັ້ນທີ່ຍາກໄຮ້ທີ່ສຸດໃນປະເທດປະຕິເສດການເຮັດສົງຄາມແລະການສ້າງຕັ້ງລັດຖະບານຜະສົມຂອງພັກປະຊາທິປະໄຕຕາມລັດຖະທຳມະນຸນ (kadet) ໃນເວລາຕໍ່ມາມີຄວາມພະຍາຍາມລັດຖະປະຫານລັດຖະບານຊົ່ວຄາວໂດຍນາຍພົນໂຄຣ໌ນີລັອບ ແຕ່ບໍ່ສຳເລັດ[2]
ແມ້ຕອນນີ້ລັດຖະບານຊົ່ວຄາວຈະອ່ອນແອຢ່າງເຫັນໄດ້ຊັດ ແຕ່ໄມ່ກີ່ວັນກ່ອນປະຕິວັດ ມີການພິຈາລະນາວ່າການຈະລາຈົນໂດຍໂບເຊວິກຂອງວາລາດິເມຍ ເລນິນ ຈະຖືກມວນຊົນປະຕິເສດ ຢ່າງໃດກໍດີແຜນການປະຕິວັດຍັງຄົງດຳເນີນຕໍ່ ແຕ່ຫາກເປັນໄປຕາມແຜນຂອງເລອອນ ທອດສະກີ ໂດຍການໂອນອຳນາດລະຫວ່າງການປະຊຸມສະພາໂຊວຽດທັງປວງຄັ້ງທີສອງທີ່ຈະມີຂຶ້ນ[3] ໄປຍັງສະພາໂຊວຽດເປໂຕກາດ ແລະຄວາມພະຍາຍາມໃດ ໆ ຂອງລັດຖະບານໃນການຕໍ່ຕ້ານຈະຖືກກຳໜົດເປັນການໂຈມຕີຕໍ່ຕ້ານປະຕິວັດທັນທີ[3] ການທີ່ລັດຖະບານອອກຄຳສັ່ງໃຫ້ກອງທະຫານຮັກສາການສ່ວນໜຶ່ງໄປຍັງແນວຮົບ ເຮັດໃຫ້ນະຄອນຫຼວງບໍ່ມີການຄຸ້ມກັນແລະເກີດການປະຕິວັດ[3]
ເພື່ອປ້ອງກັນການຕໍ່ຕ້ານປະຕິວັດ ຄະນະກຳມະການທະຫານປະຕິວັດເປໂຕກາດ (CMR) (ຊຶ່ງຢຸ່ພາຍໃຕ້ການປົກຄອງຂອງໂບເຊວິກ) ຈຶ່ງທຳການເຂົ້າຄວບຄຸມໜ່ວຍທະຫານຮັກສາການຢ່າງຮວດເຮັວ[4] ການປະທະກັນລະຫວ່າງລັດຖະບານກັບຄະນະກຳມະການໂດຍປາສະຈາກການນອງເລືອດສິ້ນສຸດລົງດ້ວຍໄຊຊະນະຂອງຄະນະກຳມະການແລະຄວາມພ່າຍແພ້ຂອງລັດຖະບານທີ່ແທບບໍ່ມີການສະໜັບສະໜຸນ ຈາກນັ້ນກໍ່ເກີດການໂຈມຕີລັດຖະບານໂດຍເລນິນ ຊຶ່ງສາມາດຍຶດອຳນາດລັດຖະບານຊົ່ວຄາວໄດ້ເກືອບທັງໝດ[1] ແລະເມື່ອວັນທີ 7 ພະຈິກ ຄ.ສ. 1917 [ຕາມປະຕິທິນເກົ່າ 25 ຕຸລາ] ການປະຊຸມສະພາໂຊວຽດທັງປວງຈຶ່ງໄດ້ຈັດຂຶ້ນ
ການບໍ່ເຂົ້າຮ່ວມການປະຊຸມຂອງນັກສັງຄົມນິຍົມສາຍກາງເພື່ອປະທ້ວງໂບເຊວິກ ເຮັດໃຫ້ການສ້າງຕັ້ງລັດຖະບານໃໝ່ (ຊັອບນາຣ໌ຄອມ) ງ່າຍຂຶ້ນຫຼາຍສຳຫຼັບພັກ[4] ການເຈລະຈາໃນພາຍຫຼັງເພື່ອສ້າງຕັ້ງລັດຖະບານຜະສົມລະຫວ່າງພັກສັງຄົມນິຍົມລົ້ມເຫຼວ ເພາະຄວາມດຶງດັນແລະຄວາມຂັດແຍ້ງຂອງພັກຕ່າງ ໆ ຄວາມພະຍາຍາມຂອງຝ່າຍຄ້ານໃນການລັດຖະປະຫານແລະການເຄື່ອນທັບສູ່ນະຄອນຫຼວງປະສົບຄວາມລົ້ມເຫຼວ
ອຳນາດຂອງລັດຖະບານໂບເຊວິກໃໝ່ແຜ່ຂະຍາຍໄປທົ່ວປະເທດ ໂດຍມີການປະທະກັນຢ່າງຮຸນແຮງໃນບາງພື້ນທີ່ ຢ່າງໃດກໍ່ຕາມ ການປະຕິເສດການຍຶດອຳນາດຂອງໂບເຊວິກ ຄວາມລົ້ມເຫຼວຂອງຝ່າຍກາງທີ່ບໍ່ສາມາດແຍ່ງອຳນາດຈາກລັດຖະບານເລນິນ ເນື່ອງຈາກການຍຸບສະພາລ່າງລັດຖະທຳມະນູນໃນເດືອນມັງກອນ ຄ.ສ. 1918 ແລະການຂັບໄລ່ກຸ່ມສັງຄົມນິຍົມຂອງສະພາໂຊວຽດ ນຳໄປສູ່ສົງຄາມກາງເມືອງໃນເວລາຕໍ່ມາ
ໝາຍເຫດ
[ດັດແກ້]- ↑ ອັງກິດ: October Revolution, ລັດເຊຍ: Октябрьская революция, ອັກສອນໂລມັນ: Oktyabrskaya revolyutsiya, IPA: [ɐkˈtʲabrʲskəjə rʲɪvɐˈlʲutsɨjə]
- ↑ ອັງກິດ: Great October Socialist Revolution, ລັດເຊຍ: Великая Октябрьская социалистическая революция, ອັກສອນໂລມັນ: Velikaya Oktyabrskaya sotsialisticheskaya revolyutsiya
- ↑ ທຳນຽມການຕັ້ງຊື່ເຫດການສຳຄັນໃນປະຫວັດສາດຕາມຊື່ເດືອນຮັບມາຈາກປະເທດຝຣັ່ງ (ເຊ່ນ ສະໄໝບູແມຣ໌ (Brumaire) ຫຼືແຕຣ໌ມີໂດຣ໌ (Thermidor) ໃນຊ່ວງການປະຕິວັດຝະລັ່ງ ແລະການປະຕິວັດລາຊາທິປະໄຕເດືອນກຳລະກົດໃນປີ ຄ.ສ. 1830 ຂອງພະເຈົ້າຫຼຸຍ-ຟີລິບແຫ່ງໂອຣ໌ເລອັອງ)
- ↑ ໂຊວຽດ ແປວ່າ "ສະພາ"
ອ້າງອິງ
[ດັດແກ້]- ↑ 1.0 1.1 Geye 1968, p. 164
- ↑ 2.0 2.1 2.2 2.3 Rabinowitch 1978, p. 311
- ↑ 3.0 3.1 3.2 Rabinowitch 1978, p. 313
- ↑ 4.0 4.1 Rabinowitch 1978, p. 314
ບັນນານຸກົມ
[ດັດແກ້]- Chamberlin, William Henry (1976). The Russian revolution, 1917-1918: from the overthrow of the czar to the assumption of power by the bolsheviks (in ອັງກິດ). Grosset & Dunlap. p. 511. ISBN 9780448001883.
- Daniels, Robert Vincent (1997). Red October: the Bolshevik Revolution of 1917 (in ອັງກິດ). Beacon Press. p. 269. ISBN 9780807056455.
- Felstinsky, Yuri (1988). The Bolsheviks and the Left SRS, October 1917-July 1918 : toward a single-party dictatorship (in ອັງກິດ). Universidad estatal de Nueva Jersey. OCLC 42033223.
- Figes, Orlando (2000). La Revolución rusa (1891-1924). La tragedia de un pueblo (in ແອສະປາຍ). Edhasa. ISBN 84-350-2614-0.
{{cite book}}
: CS1 maint: unrecognized language (link) - Geyer, Dietrich (1968). "The Bolshevik Insurrection in Petrograd". Revolutionary Russia (in ອັງກິດ). Richard Pipes. p. 269. OCLC 801869546.
- Pereira, Norman G. O. (1996). White Siberia: the politics of civil war (in ອັງກິດ). McGill-Queen's University Press. p. 261. ISBN 9780773513495.
- Rabinowitch, Alexander (1978). The bolsheviks come to power. The revolution of 1917 in Petrograd (in ອັງກິດ). W. W. Norton & Company. p. 393. ISBN 9780393008937.
- Radkey, Oliver H. (1963). The sickle under the hammer; The Russian Socialist Revolutionaries in the early months of the Soviet rule (in ອັງກິດ). Columbia University Press. p. 525. OCLC 422729.
- Rosenberg, William G. (1968). "Russian Liberals and the Bolshevik Coup". The Journal of Modern History (in ອັງກິດ). 40 (3): 328-347.
- Wade, Rex A. (2000). The Russian Revolution, 1917 (New Approaches to European History) (in ອັງກິດ). Cambridge University Press. p. 337. ISBN 9780521425650.