ວາລາດິເມຍ ເລນິນ


ເຖິງແກ່ກຳ: 21 ມັງກອນ 1924; Bolshiye Gorki
ປະເທດ: ສະຫະພາບໂຊວຽດ
ຊື່ເກິດ: Владимир Ильич Ульянов
ຂໍ້ມູນຢ່າງເປັນທາງການ
ອາຊີບ: ນັກການເມືອງ, revolutionary
ນາຍຈ້າງ: Saint Petersburg State University
ສະມາຄົມ
ສາສະຫນາ: ອະເທວະນິຍົມ, ອອກໂຕດົກ
ຄອບຄົວ
ຄູ່ສົມລົດ: Nadezhda Krupskaya
ນາມສະກຸນ: Blank family
ຄວາມຊງຈຳ
ຝັງ: Lenin's Mausoleum
ວາລາດິເມຍ ອິລລິດ ອຸລຍານອບ[1] (22 ເມສາ [ຕາມປະຕິທິນດັ້ງເດີມ 10 ເມສາ] ຄ.ສ. 1870 – 21 ມັງກອນ ຄ.ສ. 1924) ແມ່ນທີ່ຮູ້ຈັກກັນຫຼາຍວ່າ ວາລາດິເມຍ ເລນິນ[2][3] ແມ່ນນັກປະຕິວັດ ນັກການເມືອງ ແລະນັກທິດສະດີການເມືອງຊາວລັດເຊຍ ລາວໄດ້ດຳລົງຕຳແໜ່ງເປັນຫົວໜ້າລັດຖະບານຂອງລັດເຊຍໂຊວຽດ ຕັ້ງແຕ່ປີ 1917 ຫາປີ 1924 ແລະຂອງສະຫະພາບໂຊວຽດຕັ້ງແຕ່ປີ 1922-1924 ພາຍໃຕ້ການບໍລິຫານຂອງລາວ ລັດເຊຍແລະຕໍ່ມາເປັນສະຫະພາບໂຊວຽດໄດ້ກາຍເປັນລັດສັງຄົມນິຍົມພັກດຽວທີ່ປົກຄອງໂດຍພັກຄອມມູນິດໂຊວຽດ ທີ່ມີອຸດົມການແບບມາກຊິສຕ໌ ລາວໄດ້ພັດທະນາແນວຄິດຂອງອຸດົມການຄອມມູນິດນີ້ຈົນກາຍເປັນ "ລັດທິເລນິນ" (Lininism)
ລາວເກີດໃນຄອບຄົວປານກາງທີ່ມີຄວາມຈະເລີນຮຸ່ງເຮືອງປານກາງໃນຊິມບຣິສຄ໌ ເລນິນໄດ້ເຂົ້າຮ່ວມການເມືອງປະຕິວັດສັງຄົມນິຍົມຫຼັງຈາກອ້າຍຂອງລາວຖືກສັງຫານໃນປີ 1887 ລາວຖືກໄລ່ອອກຈາກມະຫາວິທະຍາໄລຄາຊານອິມພີຣຽລ ເພາະເຂົ້າຮ່ວມການປະທ້ວງຕໍ່ຕ້ານລັດຖະບານພະເຈົ້າຊາຣ໌ຂອງຈັກກະວັດລັດເຊຍ ລາວໄດ້ໃຊ້ເວລາຫຼາຍປີໃນການຮຽນກົດໝາຍ ລາວໄດ້ຍ້າຍໄປເຊນຕ໌ປີເຕີສ໌ເບິຣ໌ກໃນປີ 1893 ແລະໄດ້ກາຍເປັນນັກເຄື່ອນໄຫວດ້ານມາກຊິສຕ໌ຊັ້ນສູງ ໃນປີ 1897 ລາວໄດ້ຖືກຈັບກຸມໃນການກໍ່ຄວາມວຸ້ນວາຍແລະຖືກເນລະເທດໄປຊູເຊນສະໂກເຍ (Shushenskoye) ເປັນເວລາສາມປີ ບ່ອນທີ່ລາວແຕ່ງງານກັບນາເດດດາ ຄຸບສະກາຍາ ຫຼັງຈາກທີ່ລາວຖືກເນລະເທດ ລາວໄດ້ຍ້າຍໄປຢູ່ປະເທດເອີຣົບຕາເວັນຕົກ ບ່ອນທີ່ລາວກາຍເປັນນັກທິດສະດີມາກຊິສຕ໌ຂອງພັກແຮງງານປະຊາທິປະໄຕສັງຄົມລັດເຊຍ (RSDLP) ໃນປີ 1903 ລາວໄດ້ມີບົດບາດທີ່ສໍາຄັນໃນການແຍກອຸດົມການຂອງພັກປະຊາທິປະໄຕສັງຄົມ ນໍາພາຝ່າຍໂບເຊວິກຕ້ານກັບເມນເຊວິກຂອງຈູລີອັດ ມາຣ໌ຕັອບ ຫຼັງຈາກການປະຕິວັດຂອງຣັດເຊຍລົ້ມເຫລວໃນປີ 1905 ລາວໄດ້ໂຄສະນາເຄື່ອນໄຫວສຳລັບສົງຄາມໂລກຄັ້ງທີໜຶ່ງ ເພື່ອຫັນເປັນການປະຕິວັດຂອງຊາວກຳມະກອນໃນທົ່ວເອີຣົບ ຊຶ່ງໃນຖານະເປັນນັກມາກຊິສຕ໌ ລາວເຊື່ອວ່າຈະເຮັດໃຫ້ລັດທິທຶນນິຍົມຫລົ້ມສະຫລາຍ ແລະຖືກທົດແທນດ້ວຍລັດທິສັງຄົມນິຍົມ ຫຼັງຈາກການປະຕິວັດເດືອນກຸມພາປີ 1917 ໄດ້ຂັບໄລ່ພະເຈົ້າຊາຣ໌ແລະສ້າງຕັ້ງລັດຖະບານຊົ່ວຄາວ ລາງໄດ້ກັບຄືນມາປະເທດລັດເຊຍເພື່ອມີບົດບາດນຳພາໃນການປະຕິວັດເດືອນຕຸລາ ຊຶ່ງພັກໂບເຊວິກໄດ້ໂຄ່ນລົ້ມລະບອບປົກຄອງໃໝ່ ແລະສ້າງຕັ້ງລັດເຊຍໂຊວຽດໃນປີດຽວກັນ
ຮູບ[ດັດແກ້]
-
ເຮືອນໄວເດັກຂອງເລິນໃນຊິມບຣິສຄ໌
-
ຮູບພາບຂອງເລນິນ (ເບື້ອງຊ້າຍ) ຕອນອາຍຸສາມປີ
-
ເລນິນໄດ້ຕົກຢູ່ພາຍໃຕ້ອິດອິດທິພົນຂອງຄາຣ໌ລ ມາກຊ໌
-
ເລນິນ (ກາງ) ກັບສະມາຊິກອື່ນໆຂອງ League of Struggle for the Emancipation of the Work ໃນປີ 1897
-
ເລນິນໃນປີ 1916 ໃນຂະນະທີ່ຢູ່ສະວິດເຊີແລນດ໌
ອ້າງອິງ[ດັດແກ້]
- ↑ ລັດເຊຍ: Владимир Ильич Ульянов (ກ່ອນປີ 1918: Владиміръ Ильичъ Ульяновъ), IPA: [vlɐˈdʲimʲɪr ɨˈlʲjitɕ ʊˈlʲjanəf]
- ↑ ອັງກິດ: /ˈlɛnᵻn/; ລັດເຊຍ: Владимир Ленин (ກ່ອນປີ 1918: Владиміръ Ленинъ), IPA: [ˈlʲenʲɪn]
- ↑ Random House Webster's Unabridged Dictionary