Jump to content

ການປະຕິວັດສະຫຍາມ ຄ.ສ. 1932

ຈາກ ວິກິພີເດຍ
ການປະຕິວັດສະຫຍາມ ຄ.ສ. 1932

ພະຍາມະໂນປະກອນນິຕິທາດາ ປາໄສຕໍ່ຝູງຊົນອານາປະຊາລາດ ນະມພະທີ່ນັ່ງອະນັນຕະສະມາຄົມ
ວັນທີ24 ມິຖຸນາ ຄ.ສ. 1932
ສະຖານທີ່
ຜົນ
  • ການປະຕິວັດສຳເຫຼັດ
  • ການເລີກລະບອບສົມບູລະນາຍາສິດທິລາດແລະໃຊ້ລະບອບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ
  • ປະການໃຊ້ລັດຖະທຳມະນູນຊະບັບທຳອິດຂອງສະຫຍາມ
  • ການມີອິດທິພົນທາງການເມືອງຂອງຄະນະລາຊະດອນເປັນເວລາປະມານ 15 ປີ
ຄູ່ສົງຄາມ
ຄະນະລາຊະດອນ ລາຊະວົງຈັກກີ
ອະພິລັດຖະມົນຕີສະພາ
ຜູ້ບັນຊາການ ແລະ ຜູ້ນຳ
ຝ່າຍທະຫານບົກ
ພະຍາພະຫົນພົນພະຍຸຫະເສນາ (ພົດ ພະຫົນໂຍທິນ)​
ພະຍາຊົງສຸຣະເດດ (ເທບ ພັນທຸມະເສນ)
ພະຍາຣິດທິອັກຄະເນ (ສະຫຼະ ເອມະສິຣິ)
ພະປະສານພິທະຍະຍຸດ (ວັນ ຊູຖິ່ນ)
ຫຼວງພິບູນສົງຄາມ (ແປກ ຂີດຕະສັງຄະ)
ຝ່າຍທະຫານເຮືອ
ຫຼວງສິນທຸສົງຄາມໄຊ (ສິນ ກະມົນນາວິນ)​
ຫຼວງສຸພະຊະລາໄສ (ບຸງ ສຸພະຊະລາໄສ)
ຫຼວງສັງວອນຍຸດທະກິດ (ສັງວອນ ສຸວັນຊີບ)
ຖະຫວັນ ທຳຣົງນາວາສະຫວັດ (ຖະຫວັນ ທາຣີສະຫວັດ)
ຝ່າຍພົນລະເຮືອນ
ຫຼວງປະດິດມະນູນທຳ (ປີດີ ພະນົມຍົງ)​
ຫຼວງສິຣິຣາດຊະໄມຕີ (ຈະຣູນ ສິງຫະເສນີ)
ຫຼວງໂກວິດອະໄພວົງ (ຄວງ ອະໄພວົງ)
ທ່ານ ຮອງອຳໝາດເອກ ຕົ້ວ ລະພານຸກົມ
ທ່ານ ແນບ ພະຫົນໂຍທິນ
ທ່ານ ຮອງອຳໝາດໂທ ທະວີ ບຸນຍະເກດ
ທ່ານ ຮອງອຳໝາດເອກ ປະຍູນ ພະມອນມົນຕີ
ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ
ສົມເດັດພະເຈົ້າພີ່ຍາເທີ ເຈົ້າຟ້າບໍຣິພັດສຸຂຸມພັນ ກົມພະນະຄອນສະຫວັນວໍຣະພິນິດ
ສົມເດັດພະເຈົ້າບໍລົມວົງເທີ ກົມພະຍາດຳຣົງຣາຊານຸພາບ
ທະຫານຂະນະລໍຄຳສັ່ງທີລານພະລາຊະວັງດຸສິດ 24 ມິຖຸນາ ຄ.ສ. 1932

ການປະຕິວັດສະຫຍາມ ຄ.ສ. 1932[1] (ໄທ: การปฏิวัติสยาม พ.ศ. 2475) ແມ່ນຈຸດປ່ຽນສຳຄັນຂອງປະຫວັດສາດໄທໃນຊ່ວງຄິດຕະສັດຕະວັດທີ່ 20, ໂດຍເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ່ 24 ມິຖຸນາ ຄ.ສ. 1932 ເຊິ່ງມີຜົນເຮັດໃຫ້ລາຊະອານາຈັກສະຫຍາມປ່ຽນຮູບແບບປະເທດຈາກລະບອບສົມບູລະນາຍາສິດທິລາດເປັນແບບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ, ແລະປ່ຽນຮູບແບບການປົກຄອງໄປເປັນລະບອບປະຊາທິປະໄຕແບບລັດຖະສະພາ. ມັນເກີດຂຶ້ນຈາກຄະນະນາຍທະຫານແລະພົນລະເຮືອນທີ່ປະກອບກັນ ເອີ້ນພວກຕົນເອງວ່າ ຄະນະລາດສະດອນ ໂດຍເປັນຜົນພວງຈາກການປ່ຽນແປງທາງປະຫວັດສາດໂລກ, ຕະຫຼອດຈົນການປ່ຽນແປງທາງສັງຄົມແລະການເມືອງພາຍໃນປະເທດ. ການປະຕິວັດດັ່ງກ່າວເຮັດໃຫ້ປະເທດສະຫຍາມມີລັດຖະທຳມະນູນສະບັບທຳອິດ, ເຊິ່ງເອີ້ນວ່າ ພະລາຊະບັນຍັດທຳມະນູນການປົກຄອງແຜ່ນດິນສະຫຍາມຊົ່ວຄາວ ຄ.ສ. 1932.

ເບື້ອງຫລັງ

[ດັດແກ້]
ພວມດັດແກ້ ການປະຕິວັດສະຫຍາມ ຄ.ສ. 1932

ພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວຊົງປະຕິຮູບປະເທດໃຫ້ທັນສະໄໝໃນຫຼາຍດ້ານ ແຕ່ການປະຕິຮູບລັດຖະທຳມະນູນກັບເປັນໄປຢ່າງເຊື່ອງຊ້າເຊິ່ງສ້າງຄວາມບໍ່ພໍໃຈໃນໝູ່ພວກຫົວກ້າວໜ້າແລະເສລີນິຍົມ ໃນປີ ຄ.ສ. 1911 ໄດ້ເກີດກະບົດ ຣ.ສ. 130 ເຊິ່ງດຳເນິນການໂດຍຄະນະນາຍທະຫານໜຸ່ມ ເປົ້າໝາຍຂອງຄະນະຄືການປ່ຽນແປງຮູບແບບການປົກຄອງແລະລົ້ມລ້າງລະບອບເກົ່າແລະແທນທີ່ດ້ວຍລະບົບລັດຖະທຳມະນູນຕາເວັນຕົກທີ່ທັນສະໄໝ ແລະອາດຕ້ອງການພະບໍລົມວົງສານຸວົງພະອົງອື່ນເປັນພະມະຫາກະສັດແທນດ້ວຍ ອາດກ່າວໄດ້ວ່າກະບົດ ຣ.ສ. 130 ເປັນແຮງຂັບດັນໃຫ້ຄະນະລາດສະດອນປະຕິວັດ ໂດຍພາຍຫຼັງຍຶດອຳນາດແລ້ວ ພະຍາພະຫົນພົນພະຍຸຫະເສນາໄດ້ເຊີນຜູ້ນຳການກະບົດ ຣ.ສ. 130 ໄປພົບແລະກ່າວກັບຂຸນທວຍຫານພິທັກ (ເຫຼັງ ສີຈັນ) ວ່າ "ຄັນບໍ່ມີຄະນະທ່ານ ກໍເຫັນຈະບໍ່ມີຄະນະຂ້າພະເຈົ້າ" ແລະຫຼວງປະດິດມະນູທຳກໍໄດ້ກ່າວໃນໂອກາດດຽວກັນວ່າ "ພວກເຮົາຖືວ່າການປະຕີວັດຄັ້ງນີ້ເປັນການກະທຳຕໍ່ເນື່ອງຈາກການກະທຳເມື່ອ ຣ.ສ. 130" ການປະຕິວັດດັງກ່າວລົ້ມແຫຼວແລະຜູ້ກໍ່ການຖືກຈຳຄຸກ ນັບແຕ່ນັ້ນພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວຊົງເລີກຄວາມພະຍາຍາມສ່ວນໃຫຍ່ໃນການປະຕິຮູບລັດຖະທຳມະນູນແລະຊົງປົກຄອງປະເທດຕໍ່ໄປພາຍໃຕ້ລະບົບສົມບູລະນາຍາສິດທິລາດ ໂດຍມີຂໍ້ຍົກເວັ້ນບ້າງທີ່ໂປດແຕ່ງຕັ້ງສາມັນຊົນບາງຄົນສູ່ສະພາອົງຄະມົນຕີແລະລັດຖະບານ

ອ້າງອີງ

[ດັດແກ້]
  1. สำหรับการปฏิวัติ ชาวไทยทั่วไปนิยมเรียกโดยง่ายว่า การเปลี่ยนแปลงการปกครอง หรือเรียกโดยผิดจากความหมายที่แท้จริงว่า รัฐประหาร