Jump to content

ກະຖິນ

ຈາກ ວິກິພີເດຍ

ບຸນກະຖິ່ນ (ປາລີ: Kathina) ບຸນກະຖິນ ແມ່ນໜຶ່ງໃນຮີດ 12 ເດືອນຂອງຄົນລາວເຮົາ ທີ່ສາມາດເອີ້ນໄດ້ວ່າ “ບຸນເດືອນ 12 ” ບຸນກະຖິ່ນຍັງແມ່ນເທດສະການທາງສະສາໜາພຸດ, ເຊິ່ງຈັດຂື້ນໃນຊ່ວງສິ້ນສຸດຂອງວັນອອກພັນສາ (ວັນແຮມຄໍ່າເດືອນ11ຈົນຮອດກາງເດືອນ12). ສຳລັບປະເທດທີ່ຈັດເທດສະການນີ້ມີ: ປະເທດບັງກະລາເທດ,ກໍາປູເຈຍ, ລາວ, ມາເລເຊຍ, ມຽນມາ, ສິງກະໂປ, ສີລັງກາ, ອິນເດຍ, ປະເທດໄທ, ແລະ ຫວຽດນາມ.

ຄວາມໝາຍ[ດັດແກ້]

ຄຳວ່າ”ກະຖິນ” ແມ່ນ ມາຈາກຂອບໄມ້ທີ່ເຮັດເປັນຂອບໃຊ້ຂຶງຜ້າໃຫ້ເຄັ່ງຕຶງ ເພື່ອຫຍິບຈີວອນຂອງພຣະພິກຂຸ ເຊິ່ງນິຍົມເອີ້ນອີກຢ່າງໜຶ່ງວ່າ: “ສະດຶງ” ກໍຄືໄມ້ກະຖິນນັ້ນເອງ ສະນັ້ນຜ້າກະຖິນ ຈິ່ງໝາຍເຖິງຜ້າທີ່ສຳເລັດອອກມາໂດຍການຂຶງຕຶງ ດ້ວຍຂອບໄມ້ສະດຶງ ແລ້ວຈຶ່ງຫຍິບເຮັດຜ້າຈີວອນໄດ້.

ກຳເນີດຂື້ນເມື່ອຄັ້ງທີ່ພະສົງຈາກເມືອງປະທຸມຣາດອອກເດີນທາງໄກ ເພື່ອໄປເຂົ້າພົບພຣະພຸດທະເຈົ້າຢູ່ວັດ ພຣະສົງເຫຼົ່ານັ້ນໄດ້ເດີນທາງໄກດ້ວຍຜ້າຈີວອນທີ່ເປຶະເປຶ້ອນປຽກຊຸ່ມ ແລະ ເປື້ອນຂາດດ້ວຍຄວາມເກົ່າຂອງຜ້າ, ດັ່ງນັ້ນ ພຣະພຸດທະເຈົ້າຈື່ງອະນຸຍາດໃຫ້ພຣະສົງຢູ່ຈຳພັນສາ ຮັບຜ້າກະຖິ່ນໄດ້ຫຼັງຈາກອອກພັນສາ ເພື່ອນຳມາປ່ຽນຜ້າເກົ່າ ບຸນກະຖິນໂດຍຄວາມໝາຍວ່າແມ່ນຜ້າທີ່ເຮັດສຳເລັດຮູບທີ່ຕັກມາຈາກໄມ້ສະດຶງນິຍົມເອີ້ນກັນຈົນຮອດທຸກມື້ນີ້, ປະເພນີບຸນກະຖິນໄດ້ເກີດຂື້ນ ແລະ ສືບທອດມາຈົນຮອດປັດຈຸບັນ.