ສົມເດັດພະນາງເຈົ້າຣຳໄພພັນນີ ພະບໍລົມລາຊິນີ
ເຖິງແກ່ກຳ: ໒໒ ພຶດສະພາ 1984; Sukhothai palace
ປະເທດ: ປະເທດໄທ
ຂໍ້ມູນຢ່າງເປັນທາງການ
ຄອບຄົວ
ຄູ່ສົມລົດ: ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ
ນາມສະກຸນ: ລາຊະວົງຈັກກີ
ຄວາມຊງຈຳ
ສົມເດັດພະນາງເຈົ້າຣຳໄພພັນນີ ພະບໍລົມລາຊິນີ | |
---|---|
![]() | |
| |
ພະນາມາພິໄທ | ຣຳໄພພັນນີ |
ພະລາຊະອິສະລິຍະຍົດ | ພະບໍລົມລາຊິນີ |
ຖານັນດອນສັກ | ພະອັກຄະລະມະເຫສີ |
ລາຊະວົງ | ຈັກກີ |
ຂໍ້ມູນສ່ວນພະອົງ | |
ພະລາຊະສົມພົບ | 20 ທັນວາ ຄ.ສ. 1904 ບາງກອກ ປະເທດສະຫຍາມ |
ສະຫວັນຄົດ | 22 ພຶດສະພາ ຄ.ສ. 1984 (79 ປີ) ວັງສຸໂຂໄທ ປະເທດໄທ |
ພະລາດຊະບິດາ | ສົມເດັດພະເຈົ້າບໍລົມວົງເທີ ພະອົງເຈົ້າສະຫວັດດິໂສພົນ ກົມພະສະຫວັດດິວັດນະວິສິດ |
ພະລາດຊະມານດາ | ພະເຈົ້າວໍລະວົງເທີ ພະອົງເຈົ້າອາພາພັນນີ |
ພະລາດຊະສະຫວາມີ | ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ (2461–2484) |
ລາຍພະອະພິໄທ | ![]() |
ພັນເອກຍິງ ສົມເດັດພະນາງເຈົ້າຣຳໄພພັນນີ ພະບໍລົມລາຊິນີ (ໄທຍ໌: สมเด็จพระนางเจ้ารำไพพรรณี พระบรมราชินี) (ອັງກິດ: Her Majesty Queen Rambhai Barni) ແມ່ນພະອັກຄະລະມະເຫສີພຽງພະອົງດຽວໃນພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ
ໃນອະດີດກ່າວກັນວ່າພະອົງເປັນສະຕີຊາວໄທທີ່ຊົງພະສິລິໂສມສາມາດເລືອກສະຫຼອງພະອົງເອີລົບມາສວມໃສ່ໄດ້ຢ່າງເໝາະສົມ[໑] ທັງຍັງມີພະຈະລິຍະວັດທີ່ນຸ້ມນວນ ພະພັກແຈ່ມໃສ ແຍ້ມພະສວນ (ຍິ້ມ) ຢູ່ໜ່ອຍໆ ທັງໆທີ່ພະອົງປະສົບກັບໂລກະທຳແລະຄວາມສູນເສຍອັນຍິ່ງໃຫຍ່ມາແລ້ວ
ພະອົງປະຕິບັດພະລາຊະກໍລະນີຍະກິດຄຽງຄູ່ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວໃນຖານະພະບໍລົມລາຊິນີໃນການສະເດັດພະລາຊະດຳເນິນໄປຍັງຫົວເມືອງ ຮວມທັງຕ່າງປະເທດເພື່ອເປັນການເຊື່ອມພະລາຊະໄມຕີລະຫວ່າງປະເທດ ພາຍຫຼັງການນິວັດປະເທດໄທຫຼັງການສະຫວັນຄົດຂອງພະລາຊະສະຫວາມີແລ້ວ ພະອົງໄດ້ປະຕິບັດພະລາຊະກໍລະນີຍະກິດແທນພະອົງພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດຫຼາຍເທື່ອ ເມື່ອສະເດັດຍ້າຍໄປປະທັບ ນະ ຈັງຫວັດຈັນທະບຸລີ ຊົງດຳເນິນກິດຈະການໃນດ້ານການກະເສດ ການລ້ຽງສັດ ແລະຊົງພັດທະນາການທໍສາດເພື່ອເປັນໂຄງການຕົວຢ່າງແລະນຳຄວາມຮູ້ນັ້ນອອກເຜີຍແພ່ປະຊາຊົນ ນອກຈາກນີ້ພະອົງຍັງມີສ່ວນໃນການພັດທະນາການສາທາລະນະສຸກແລະການສຶກສາຂອງຊາວຈັນທະບຸລີໂດຍຮັບເປັນພະລາຊະພາລະໃນການປັບປຸງໂຮງໝໍພະປົກເກົ້າ ວິທະຍາໄລພະຍາບານພະປົກເກົ້າ ຈັນທະບຸລີແລະມະຫາວິທະຍາໄລລາຊະພັດຣຳໄພພັນນີ
ພະອົງຊົງເລິ່ມມີພະອາການປະຊວນດ້ວຍພະໂລກຄວາມດັນໂລຫິດສູງ ຕັ້ງແຕ່ ຄ.ສ. 1975 ແລະ ວັນທີ່ 22 ພຶດສະພາ ຄ.ສ. 1984 ເວລາ 15.50 ໂມງ ພະອົງສະເດັດສະຫວັນຄົດດ້ວຍພະຫະໄທວາຍໂດຍພະອາການສະຫງົບ ນະ ພະຕຳໜັກສຸໂຂໄທ ຮວມພະຊົນມາຍຸ 79 ພັນສາ 5 ເດືອນ 2 ວັນ
ພະລາຊະປະຫວັດ[ແກ້ໄຂ]
ຂະນະຊົງພະເຍົາ[ແກ້ໄຂ]
ສົມເດັດພະນາງເຈົ້າຣຳໄພພັນນີ ພະບໍລົມລາຊິນີ ສະເດັດພະລາຊະສົມພົບເມື່ອວັນອັງຄານທີ 20 ທັນວາ ຄ.ສ. 1904 ພະບິດາຂອງພະອົງຄື ສົມເດັດພະເຈົ້າບໍລົມວົງເທີ ພະອົງເຈົ້າສະຫວັດດິໂສພົນ ກົມພະສະຫວັດດິວັດນະວິສິດ ຕົ້ນລາຊະກຸນສະຫວັດດິວັດ ພະລາຊະໂອລົດໃນພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ປະສູດແຕ່ສົມເດັດພະປິຍະມາວະດີ ສີພັດຊະລິນມາຕາ[໒] ສ່ວນພະມານດາຄື ໝ່ອມເຈົ້າອາພາພັນນີ ສະຫວັດດິວັດ ສະກຸນເດີມ ຄັກຄະນາງ (ໄທຍ໌: คัคณางค์) ພະທິດາໃນພະເຈົ້າບໍລົມວົງເທີ ພະອົງເຈົ້າຄັກຄະນາງຍຸຄົນ ກົມມະຫຼວງພິຊິດປີຊາກອນ ພະໂອລົດໃນພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ພາຍຫຼັງໝ່ອມເຈົ້າອາພັນນີໄດ້ຮັບການສະຖາປະນາຂຶ້ນເປັນ "ພະເຈົ້າວໍລະວົງເທີ ພະອົງເຈົ້າອາພາພັນນີ"[໓]
ພະອົງມີພະນາມເດີມວ່າ ໝ່ອມເຈົ້າຣຳໄພພັນນີ ສະຫວັດດິວັດ ຊາວວັງຮຽກຂານພະນາມພະອົງວ່າ ທ່ານຍິງນາ ເຊິ່ງພະວໍລະວົງເທີ ພະອົງເຈົ້າຈຸລະຈັກກະພົງ ຜູ້ຊົງນິພົນປື້ມເລື່ອງ ເກີດວັງປາຣຸດ ໄດ້ເລົ່າເຖິງທີ່ມາຂອງພະນາມນີ້ວ່າ
![]() |
|
![]() |
ພະນາມ[ແກ້ໄຂ]
- ໝ່ອມເຈົ້າຣຳໄພພັນນີ ສະຫວັດດິວັດ
หม่อมเจ้ารำไพพรรณี สวัสดิวัตน์ (20 ທັນວາ ຄ.ສ. 1904 — 26 ສິງຫາ ຄ.ສ. 1918) - ໝ່ອມເຈົ້າຣຳໄພພັນນີ ພະຊາຍາ
หม่อมเจ้ารำไพพรรณี พระชายา (26 ສິງຫາ ຄ.ສ. 1918 — 26 ພະຈິກ ຄ.ສ. 1925) - ໝ່ອມເຈົ້າຣຳໄພພັນນີ ພະວໍລະລາຊະຊາຍາ
หม่อมเจ้ารำไพพรรณี พระวรราชชายา (26 ພະຈິກ ຄ.ສ. 1925 — 25 ກຸມພາ ຄ.ສ. 1926) - ສົມເດັດພະນາງເຈົ້າຣຳໄພພັນນີ ພະບໍຣົມລາຊິນີ
สมเด็จพระนางเจ้ารำไพพรรณี พระบรมราชินี (25 ກຸມພາ ຄ.ສ. 1926 — 22 ພຶດສະພາ ຄ.ສ. 1984)
ອ້າງອິງ[ແກ້ໄຂ]
- ↑ ระพี สาคริก. วัดบวรนิเวศวิหารและมหามกุฎราชวิทยาลัยในพระบรมราชูปถัมภ์ พิมพ์โดยเสด็จพระราชกุศลในพระราชพิธีพระราชทานเพลิงพระศพสมเด็จพระนางเจ้ารำไพพรรณี พระบรมราชินีในรัชกาลที่ ๗ ณ เมรุมาศท้องสนามหลวง วันที่ ๙ เมษายน พุทธศักราช ๒๕๒๘, หน้า 8
- ↑ ระพี สาคริก. วัดบวรนิเวศวิหารและมหามกุฎราชวิทยาลัยในพระบรมราชูปถัมภ์ พิมพ์โดยเสด็จพระราชกุศลในพระราชพิธีพระราชทานเพลิงพระศพสมเด็จพระนางเจ้ารำไพพรรณี พระบรมราชินีในรัชกาลที่ ๗ ณ เมรุมาศท้องสนามหลวง วันที่ ๙ เมษายน พุทธศักราช ๒๕๒๘, หน้า 1
- ↑ ราชกิจจานุเบกษา, พระบรมราชโองการ ประกาศ ตั้งกรม ตั้งพระองค์เจ้าและเจ้าพระยา, เล่ม ๔๖, ตอน ๐ ก, ๑๐ พฤศจิกายน พ.ศ. ๒๔๗๒, หน้า ๑๗๔
- ບຸກຄົນທີ່ເກີດໃນປີ ພ.ສ. 2447
- ບຸກຄົນທີ່ເສຍຊີວິດໃນປີ ພ.ສ. 2527
- ສົມເດັດພະບໍລົມລາຊິນີໄທ
- ພະລາດຊະວົງໄທ
- ລາຊະສະກຸນສະຫວັດດິວັດ
- ບຸກຄົນຈາກບາງກອກ
- ບຸກຄົນຈາກໂຮງຮຽນລາຊິນີ
- ລາຊະວົງຈັກກີ
- ລັດຊະການທີ 7
- ລາຊະສະກຸນຄັກຄະນາງ
- ສະມາຊິກຂະບວນການເສລີໄທ
- ສະມາຊິກເຄື່ອງລາດອິສະລິຍາພອນ ມ.ຈ.ກ. (ຝ່າຍໃນ)
- ສະມາຊິກເຄື່ອງລາດອິສະລິຍາພອນ ນ.ຣ.
- ສະມາຊິກເຄື່ອງລາດອິສະລິຍາພອນ ປ.ຈ. (ຝ່າຍໃນ)
- ສະມາຊິກຫຼຽນລັດຕະນາພອນ ວ.ປ.ຣ.1
- ສະມາຊິກຫຼຽນລັດຕະນາພອນ ປ.ປ.ຣ.1
- ສະມາຊິກຫຼຽນລັດຕະນາພອນ ພ.ປ.ຣ.1
- ເສຍຊີວິດຈາກພາວະຫົວໃຈລົ້ມແຫຼວ
- ຊາວໄທ
- ບຸກຄົນທີ່ເສຍຊີວິດແລ້ວ
- ໝ່ອມເຈົ້າ