ຄ.ສ. 2008
ຮູບຮ່າງການສະແດງຜົນ
(ປ່ຽນເສັ້ນທາງມາຈາກ 2008)
ຄ.ສ. 2008 ກົງກັບປີ ພຸດທະສັກກະຫຼາດ (ພ.ສ.) 2550 - 2551 ຕາມປະຕິທິນລາວ ແມ່ນປີອະທິກສຸລະທິນ ທີ່ວັນທຳອິດແມ່ນວັນອັງຄານ ຕາມປະຕິທິນເກຣກໍຣຽນ ແລະເປັນ ປີຊວດ ສຳລິດສົກ ຈຸນລະສັກກະຫຼາດ 1370 (ວັນທີ່ 15 ເມສາ ແມ່ນວັນບຸນປີໃໝ່) ປີ 2008 ຢູ່ໃນຄຣິດສັດຕະວັດທີ່ 21
ຜູ້ນຳປະເທດ
[ດັດແກ້]ເຫດການສຳຄັນ
[ດັດແກ້]ມັງກອນ
[ດັດແກ້]- 1 ມັງກອນ - ທ່ານ ສຸລິນ ພິດສຸວັນ ຈາກປະເທດໄທ ເຂົ້າດຳລົງຕຳແໜ່ງເລຂາທິການອາຊຽນ
- 2 ມັງກອນ - ສົມເດັດພະເຈົ້າພີ່ນາງເທີ ເຈົ້າຟ້າກັນລະຍານິວັດທະນາ ກົມມະຫຼວງນາລາທິວາດລາດຊະນະຄະລິນ ເອື້ອຍຂອງພະເຈົ້າມະຫາຊີວິດ ພູມິພົນອະດຸນຍາເດດ ແຫ່ງລາຊະອານາຈັກໄທ ສິ້ນພະຊົນ ພະຊົນມາຍຸໄດ້ 84 ພັນສາ
- 29 ມັງກອນ - ທ່ານ ສະໝັກ ສຸນທໍລະເວດ ໄດ້ຮັບແຕ່ງຕັ້ງເປັນນາຍົກລັດຖະມົນຕີຄົນທີ 25 ຂອງໄທ
ມີນາ
[ດັດແກ້]- ມີຜູ້ປະທ້ວງຊາວທິເບດ ຈຳນວນຫຼາຍ ຮຽກຮ້ອງໃຫ້ປະເທດຈີນໃຫ້ເອກກະລາດແກ່ທິເບດ ແຕ່ອົງດາໄລ ລາມະ ຊົງຫ້າມບໍ່ໃຫ້ມີການປະທ້ວງຂຶ້ນອີກ
ເມສາ
[ດັດແກ້]ພຶດສະພາ
[ດັດແກ້]- 25 ພຶດສະພາ - ພັນທະມິດປະຊາຊົນເພື່ອປະຊາທິປະໄຕ ເຊິ່ງແມ່ນກຸ່ມຜູ້ຕໍ່ຕ້ານລັດຖະບານ ທ່ານ ສະໝັກ ສູນທໍລະເວດ ໄດ້ໂຮມຊຸນນຸມປະທ້ວງການແກ້ລັດຖະທຳມະນູນຂອງລັດຖະບານ ຢູ່ອະນຸສາວະລີປະຊາທິປະໄຕ ຖະໜົນລາຊະດຳເນິນກາງ ນະຄອນຫລວງບາງກອກ
- 28 ພຶດສະພາ - ສະພາຮ່າງລັດທະທຳມະນູນແຫ່ງເນປານ ເຫັນດີໃນການຍົກເລີກລະບົບກະສັດ ທີມີມາກວ່າ 240 ປີ ແລະປ໋ຽນແປງການປົກຄອງເປັນລະບອບສາທາລະນະລັດປະຊາທິປະໄຕ ໃຊ້ຊື່ວ່າ ສະຫະພັນສາທາລະນະລັດປະຊາທິປະໄຕເນປານ
ກໍລະກົດ
[ດັດແກ້]- 23 ກໍລະກົດ - ທ່ານ ຣາມ ບາຣານ ຍາດາບ ປະທານາທິບໍດີຜູ້ທຳອິດຂອງ ສະຫະພັນສາທາລະນະລັດປະຊາທິປະໄຕເນປານ ສາບານຕົວເຂົ້າຮັບຕຳແໜ່ງ
ສິງຫາ
[ດັດແກ້]ກັນຍາ
[ດັດແກ້]- 18 ກັນຍາ - ທ່ານ ສົມຊາຍ ວົງສະຫວັດ ໄດ້ຮັບແຕ່ງຕັ້ງເປັນນາຍົກລັດຖະມົນຕີຄົນທີ 26 ຂອງໄທ
ຕຸລາ
[ດັດແກ້]- 7 ຕຸລາ - ພັນທະມິດປະຊາຊົນເພື່ອປະຊາທິປະໄຕ ໂຮມຊຸມນຸມປິດລ້ອມອາຄານລັດຖະສະພາໄທ ເພື່ອບໍ່ໃຫ້ລັດຖະບານ ທ່ານ ສົມຊາຍ ວົງສະຫວັດ ຖະແຫລງນະໂຍບາຍຕໍ່ລັດຖະສະພາຕາມບົດບັດຍັດໃນລັດຖະທຳມະນູນໄດ້ ຈົນເກີດການສະຫລາຍການຊຸມນຸມ ມີຜູ້ເສຍຊີວິດ 2 ຄົນ
ພະຈິກ
[ດັດແກ້]- 4 ພະຈິກ - ການເລືອກຕັ້ງປະທານາທິບໍດີຄົນທີ 44 ຂອງສະຫະລັດອາເມລິກາ ເຊິ່ງທ່ານ ບາຣັດ ໂອບາມາ ໄດ້ຮັບເລືອກ
ທັນວາ
[ດັດແກ້]- 2 ທັນວາ -
- ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະຖາປະນາຄົບຮອບ 33 ປີ
- ສານລັດຖະທຳມະນູນໄທ ຕັດສິນຍຸບພັກພະລັງປະຊາຊົນ ພັກຊາດໄທ ແລະພັກມັດຊິມາທິປະໄຕ ຍ້ອນມີການສໍ້ໂກງການເລືອກຕັ້ງເມື່ອປີ 2007 ເຮັດໃຫ້ກຳມະການບໍລິຫານພັກທັງສາມຖືກຫ້າມເຄື່ອນໄຫວການເມືອງເປັນເວລາ 5 ປີ ແລະທ່ານ ສົມຊາຍ ວົງສະຫວັດ ນາຍກລັດຖະມົນຕີ ໃນຖານະຮັກສາການຫົວໜ້າພັກ ພວມທັງລັດຖະມົນຕີຫລາຍຄົນທີເປັນກຳມະການບໍລິຫານພັກຕ້ອງຫລຸດຈາກຕຳແໜ່ງ
- 17 ທັນວາ ທ່ານ ອະພິສິດ ເວດຊາຊີວະ ໄດ້ຮັບແຕ່ງຕັ້ງເປັນນາຍົກລັດຖະມົນຕີຄົນທີ 27 ຂອງໄທ
13 ທັນວາ
[ດັດແກ້]13-22 ທັນວາ 2008 ມະຫະກຳກີລາແຫ່ງຊາດ ຄັ້ງທີ VIII ແຂວງຈຳປາສັກ ແລະຈຳປາສັກເກມ2008
ວັນເກີດ
[ດັດແກ້]ວັນເສຍຊີວິດ
[ດັດແກ້]- 24 ກໍລະກົດ - ທ່ານ ດຣ.ບໍ່ສາຍຄຳ ວົງດາລາ ກຳມະການສູນກາງພັກ ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່ (ເກີດ 15 ເມສາ 1948)
- 9 ກັນຍາ - ທ່ານ ໜູຮັກ ພູມສະຫວັນ ອະດີດກຳມະການກົມການເມືອງສູນກາງພັກ ປະທານປະເທດ ປະທານສະພາປະຊາຊົນສູງສຸດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ (ເກີດ 9 ເມສາ 1910)