ໝູງວງ

ຈາກ ວິກິພີເດຍ
ໝູງວງ
ຊ່ວງເວລາທີ່ມີຊີວິດຢູ່: ເອໂອແຊນຕອນກົກ-ປັດຈຸບັນ
55.4–0 Ma
ໝູງວງອາເມລິກາກາງ
ການຈຳແໜກຊັ້ນທາງວິທະຍາສາດ
ອານາຈັກ: Animalia
ຟີລຳ: Chordata
ຊັ້ນ: Mammalia
ອັນດັບ: Perissodactyla
ວົງໃຫຍ່: Tapiroidea
ວົງ: Tapiridae
Gray, 1821
ສະກຸນ: Tapirus
Brünnich, 1772
ແອສະແປດ
ເບິ່ງຈາກບົດຄວາມ
ກີບຕີນຂອງໝູງວງມະລາຢູ (ຂວາ) ຕີນໜ້າມີ 4 ກີບ, (ຊ້າຍ) ຕີນຫຼັງມີ 3 ກີບ).
ໝູງວງກັບປະຕິກິລິຍາອ້າສົບສູດກິ່ນ.

ໝູງວງ (ອັງກິດ: Tapir) ເປັນສັດລ້ຽງລູກດ້ວຍນ້ຳນົມກິນພືດຂະໜາດໃຫຍ່. ມີລັກສະນະຂອງສັດຫຼາຍຊະນິດປະສົມຢູ່ໃນໂຕດຽວກັນ. ມີດັງທີ່ຍາວອອກມາຄ້າຍງວງຂອງຊ້າງ ລຳໂຕຄ້າຍໝູທີ່ມີຂາຍາວ ຫາງສັ້ນຄ້າຍໝີແລະມີກີບຕີນຄ້າຍແຮດ ອາໄສໃນປ່າທຶບໃນແຖບອາເມລິກາໃຕ້, ອາເມລິກາກາງ, ແລະ ອາຊີຕາເວັນອອກສຽງໃຕ້. ມີທັງໝົດສີ່ຊະນິດ ແມ່ນ ໝູງວງອາເມລິກາໃຕ້, ໝູງວງມະລາຢູ, ໝູງວງອາເມລິກາກາງ ແລະໝູງວງພູ ທັງສີ່ຊະນິດຖືກຈັດສະຖານະເປັນໃກ້ສູນພັນຫຼືສ່ຽງຕໍ່ການສູນພັນ. ໝູງວງເປັນສັດໃກ້ຊິດກັບສັດກີບຄີກອື່ນ ຄື ມ້າ ແລະແຮດ.

ອ້າງອີງ[ດັດແກ້]