ມ້າ

ຈາກ ວິກິພີເດຍ
ມ້າ

ມ້າ (ຝຣັ່ງ: cheval; ອັງກິດ: horse, ຊື່ວິທະຍາສາດ: Equus ferus caballus) [1][2] ເປັນສັດລ້ຽງລູກດ້ວຍນົມຊະນິດຍ່ອຍຊະນິດໜຶ່ງ ໃນສອງຊະນິດຂອງ Equus ferus ເຊິ່ງເປັນມ້າປ່າທີ່ຍັງຫຼົງເຫຼືອຢູ່ໃນປັດຈຸບັນ. ມ້າເປັນສັດກີບຄີກ ຈັດໃນວົງ Equidae ອັນມີວິວັດທະນາການມາກວ່າ 45 ຫາ 55 ລ້ານປີ ຈາກສິ່ງມີຊີວິດຫຼາຍກີບແລະຕີນຂະໜາດນ້ອຍ ໄປສູ່ສັດກີບຄີກຂະໜາດໃຫຍ່ໃນປັດຈຸບັນ. ມະນຸດເລີ່ມລ້ຽງມ້າປະມານ 4,000 ປີກ່ອນຄິດຕະການ ແລະເຊື່ອກັນວ່າ ການລ້ຽງມ້າ ແມ່ນແຜ່ຫຼາຍຕັ້ງແຕ່ 3,000 ປີກ່ອນຄິດຕະການ. ສ່ວນມ້າຊະນິດຍ່ອຍ caballus ເປັນມ້າບ້ານ ແມ່ນວ່າຈະມີມ້າບ້ານລາງສ່ວນອາໄສຢູ່ໃນປ່າ ເຊັ່ນ ມ້າເຖື່ອນ (feral horses) ໂດຍມ້າເຖື່ອນດັ່ງກ່າວ ບໍ່ແມ່ນມ້າປ່າທີ່ແທ້ຈິງ ເຊັ່ນມ້າປ່າມົງໂກລີ ເຊິ່ງຖືກແຍກອອກເປັນຊະນິດຍ່ອຍ ແລະເປັນມ້າປ່າທີ່ແທ້ຈິງແນວດຽວທີ່ຍັງມີຫຼົງເຫຼືອຢູ່ໃນໂລກ.

ຄຳວ່າ "ມ້າເຖື່ອນ" ແມ່ນໃຊ້ເພື່ອສະແດງວ່າມ້າ ບໍ່ແມ່ນມ້າບ້ານ. ນອກຈາກນີ້ ຍັງມີຄຳສັບສະເພາະຢູ່ຫຼວງຫຼາຍ ເຊິ່ງໃຊ້ອະທິບາຍແນວຄິດທີ່ກ່ຽວຂ້ອງກັບມ້າ ຄອບຄຸມຈາກກາຍະວິພາກລວມໄປເຖິງຊົ່ວຊີວິດ ຂະໜາດ ສີ ສັນຍະລັກ ການເພາະພັນ ການເຄື່ອນໄຫວ ແລະພຶຕິກຳ.

ອ້າງອີງ[ດັດແກ້]

  1. ແມ່ແບບ:MSW3 Perissodactyla
  2. International Commission on Zoological Nomenclature (2003). "Usage of 17 specific names based on wild species which are pre-dated by or contemporary with those based on domestic animals (Lepidoptera, Osteichthyes, Mammalia) : conserved. Opinion 2027 (Case 3010)". Bull.Zool.Nomencl. 60 (1): 81–84.