ພຶຕິກຳ

ຈາກ ວິກິພີເດຍ

ພຶຕິກຳ (ອັງກິດ: behaviour, ຝຣັ່ງ: comportement) ໝາຍຄວາມເຖິງ ການສະແດງແລະກິລິຍາທ່າທາງເຊິ່ງສິ່ງມີຊີວິດ ລະບົບຫຼືອັດຕະລັກປະດິດ ທີ່ເກີດຮ່ວມກັນກັບສິ່ງແວດລ້ອມ ເຊິ່ງລວມລະບົບອື່ນຫຼືສິ່ງມີຊີວິດໂດຍລວມເຊັ່ນດຽວກັບສິ່ງແວດລ້ອມທາງກາຍະພາບ. ພຶຕິກຳແມ່ນການຕອບສະໜອງຂອງລະບົບຫຼືສິ່ງມີຊີວິດຕໍ່ສິ່ງເຮົ້າຫຼືການຮັບເຂົ້າທັງຫຼາຍ ບໍ່ວ່າຈະເປັນພາຍໃນຫຼືພາຍນອກ ມີສະຕິຫຼືບໍ່ມີສະຕິລະລຶກ ຄັກແນ່ຫຼືແອບແຝງ ແລະໂດຍຕັ້ງໃຈຫຼືບໍ່ໄດ້ຕັ້ງໃຈ.