ໜູ ຄອງເຕີຍ

ຈາກ ວິກິພີເດຍ
ໜູ ຄອງເຕີຍ
ຊື່ເກີດວັນຊາດ ພຶ່ງສ່ຳ
ຊື່ຫຼີ້ນຫນູ
ເກີດ 3 ກຸມພາ ຄ.ສ. 1963
ວັນຊາດ ພຶ່ງສ່ຳ
ອຳເພີບາງຣະຈັນ ຈັງຫວັດສິງບຸລີ
ເສຍຊີວິດ 29 ມັງກອນ ຄ.ສ. 2005 (41 ປີ)
ສະຖາບັນບຳລາດນະລາດູນ ຈັງຫວັດນົນທະບຸລີ
ປະເທດໄທ ປະເທດໄທ
ຊື່ອື່ນ ຫນູ ເຊີນຍິ້ມ
ວັນຊາດ ພຶ່ງສ່ຳ
ອາຊີບ ດາລາ ນັກສະແດງຕະຫຼົກ
ສ່ວນກ່ຽວຂ້ອງ ມໍລະກົດ ມະນີສາຍ , ເປັດ ເຊີນຍິ້ມ , ດີ໋ ດອກມະດັນ , ໂໜ່ງ ຊະຊະຊ່າ,ເທັ່ງ ເຖິດເທິງ,ໝ່ຳ ຈົ໊ກມົກ,ເຊີນຍິ້ມ

ວັນຊາດ ພຶ່ງສ່ຳ (ໄທ: วันชาติ พึ่งฉ่ำ) ຊື່ຫຼີ້ນ ຫນູ ແມ່ນນັກສະແດງຕະຫຼົກຊື່ດັງໂດຍເອກະລັກສະເພາະຕົວຄືການຢ່າງແບບນົກກະຍາງ ແລະໃຊ້ຊື່ໃນການສະແດງວ່າ ໜູ ເຊີນຍິ້ມແລະພາຍຫຼັງປ່ຽນມາໃຊ້ຊື່ວ່າໜູ ຄອງເຕີຍ ເກີດເມື່ອ 3 ກຸມພາ ຄ.ສ. 1963 ເປັນລູກຂອງນາຍທອງ ເນດນ້ອຍ-ນາງເກິ່ນ ມີທອງ ມີພີ່ນ້ອງທັງໝົດ 9 ຄົນ ເປັນຊາຍ 6 ຄົນ ຍິງ 3 ຄົນ ໂດຍນາຍວັນຊາດເປັນຄົນທີ່ 5

ປະຫວັດ[ດັດແກ້]

ຈາກເດັກບ້ານນອກເຂົ້າສູ່ສະລັມ[ດັດແກ້]

ໜູເກີດທີ່ຈັງຫວັດສິງບຸລີ [1]ແລະເປັນຄົນທີ່ຖານະຢາກຈົນຫຼາຍ ອີກທັງການຮຽນຈົບແຄ່ ປ.1 ແລະໄດ້ເດີນທາງໃນເມືອງກຸງຢູ່ທີ່ສະລັມຄອງເຕີຍ ເຊິ່ງເປັນແຫຼ່ງມົ່ວສຸມຍາເສບຕິດ ແລະໜູກາຍເປັນທາດຂອງຍາເສບຕິດໄປໃນທີ່ສຸດ

ເຂົ້າວົງການຕະຫລົກ[ດັດແກ້]

ໜູເລິ່ມເຂົ້າສູ່ວົງການສະແດງດ້ວຍການເຂົ້າຮ່ວມຄະນະລິເກ ໃນຖານະເດັກຕີກອງ ກ່ອນຈະຜັນຕົວເອງໄປເປັນຕະຫຼົກ ໜຶ່ງໃນສະມາຊິກຄະນະ "ອິດສະຫລະ ເດືອນເພັນ" ແລະໃນທີ່ສຸດຄວາມດັງໄດ້ເລິ່ມຂຶ້ນ ເມື່ອໜູໄດ້ຮ່ວມສະແດງຕະຫຼົກຂອງເປັດ ເຊີນຍິ້ມ ແລະໄດ້ສ້າງເອກະລັກຄື ຢ່າງທ່ານົກກະຍາງ ເຮັດໃຫ້ໄດ້ຮັບຄວາມນິຍົມແລະມີຊື່ສຽງ ອີກທັງຍັງມີຜົນງານທາງດ້ານພິທີກອນລາຍການເກມໂຊຕ່າງໆ ແລະໄດ້ຮັບຮາງວັນລູກກະຕັນຍູອີກນຳ ຮວມເຖິງເຄີຍຄົບຫານາງແບບນູ້ດຊື່ດັງມີຊື່ວ່າ ມໍລະກົດ ມະນີສາຍ

ຍຸກຕົກຕ່ຳ[ດັດແກ້]

ຫຼັງຈາກຄວາມນິຍົມຂອງໜູ ເຊີນຍິ້ມແພ່ຫຼາຍໃນທົ່ວປະເທດ ແຕ່ເກີດເລື່ອງອື້ສາວຄືໜູຕິດໜີ້ການພະນັນບານເຕະເຖິງ 10 ລ້ານບາດ ຈົນເຮັດໃຫ້ບ້ານສ່ວນຕົວຖືກຍຶດທັງໝົດ ລາອອກຈາກລາຍການທີ່ໜູເຄີຍຢູ່ລາຍການນັ້ນທັງໝົດຮວມໄປເຖິງເລີກຄົບຫາກັບມໍລະກົດອີກຕໍ່ໄປ ແລະລາອອກຈາກຄະນະເປັດ ເຊີນຍິ້ມ ເພາະບໍ່ຢາກໃຫ້ເກີດເລື່ອງເສຍຊື່ສຽງຂອງຄະນະເຊີນຍິ້ມ

ກັບມາອີກຄັ້ງ[ດັດແກ້]

ຫຼັງຈາກໜູ ເຊີນຍິ້ມໄດ້ອອກລາຍການເຈາະໃຈ ແລະໄດ້ສັມພາດໃນລາຍການ ເຮັດໃຫ້ໜູກັບມາສະແດງຕະຫຼົກອີກຄັ້ງ ແລະຄາວນີ້ໃຊ້ຊື່ວ່າ ໜູ ຄອງເຕີຍ (ໄທ: หนู คลองเตย) ໂດຍສາເຫດທີ່ໃຊ້ເນື່ອງຈາກຕົນບໍ່ໃຊ້ຊື່ຄະນະເຊີນຍິ້ມ ເພາະເກີດເສຍຊື່ສຽງຕໍ່ຄະນະເຊີນຍິ້ມ ຮວມທັງໄດ້ເຂົ້າຮ່ວມແກ໊ງສາມຊ້າຈາກລາຍການຊິງຮ້ອຍຊິງລ້ານ ແຕ່ກໍຖືກອອກໄປຈາກແກ໊ງສາມຊ່າເນື່ອງຈາກມີຄະດີອື້ສາວອີກເລື່ອງນຶ່ງ ໃນເວລາຕໍ່ມາ ຄະນະໜູ ຄອງເຕີຍ ນັ້ນ ໜູເປັນຫົວໜ້າຄະນະ ແລະນຳທີມອະດີດທີມຕະຫຼົກບາງຄົນ ເຊັ່ນ ໝ່ອມເຫຍີນ ແລະ ແປ໋ວ ບ້ານໂປ່ງ ແລະຕະຫຼົກຄົນໃໝ່ ເຊັ່ນ ໄມເຄິ້ນ ເຊີນຍິ້ມ ເອ ເຊີນຍິ້ມ

ປາຍຊີວິດ[ດັດແກ້]

ຫຼັງຈາກຫາຍໄປເກືອບ 3 ປີ ໜູໄດ້ກັບມາສະແດງອີກຄັ້ງໂດຍປະກາດວ່າລາວຈະບໍ່ເສບຍາແລພະນັນບານເຕະ ຮວມເຖິງເລີກຄົບຫາກັບມໍລະກົດອີກຕໍ່ໄປ ໂດຍໜູໄດ້ມີຜົນງານຮູບເງົາເລື່ອງຄົນປີມະ ເຊິ່ງໄດ້ຮັບຄວາມນິຍົມຢູ່ຫຼາຍ ເຮັດໃຫ້ໜູມີຜົນງານການສະແດງລະຄອນຮູບເງົາຕ່າງໆ ແຕ່ວ່າໜູມີໂຮກປະຈຳຕົວຄືວັນນະໂລກ ແລະໄວລັດຕິດເຊື້ອເຂົ້າສະໝອງ ເຮັດໃຫ້ໜູຕ້ອງເຂົ້າໂຮງໝໍຕະຫຼອດ ຈົນກະທັ່ງອາການຊຸດໜັກ ແພດຕ້ອງຫ້າມຢາດແລະຜູ້ອື່ນເຂົ້າຢ່ຽມອາການຈົນກະທັ່ງໜູເສຍຊີວິດດ້ວຍອາຍຸພຽງ 41 ປີ ເມື່ອວັນທີ່ 29 ມັງກອນ ຄ.ສ. 2005

ຜົນງານ[ດັດແກ້]

ຜົນງານຮູບເງົາ[ດັດແກ້]

ຜົນງານລະຄອນໂທລະພາບ[ດັດແກ້]

ຜົນງານລາຍການໂທລະພາບ[ດັດແກ້]

ອ້າງອິງ[ດັດແກ້]

ແມ່ແບບ:ລາຍການອ້າງອິງ

  1. "หนู คลองเตย ดาวตลกผู้ให้กำเนิดมุก ‘หลวงปู่เค็ม’ ก้าวเข้าไปในกองไฟ ก้าวแรกไม่เป็นไร ก้าวต่อไปไฟเริ่มไหม้สบง", เดอะสแตนดาร์ด, 15 สิงหาคม 2562