Jump to content

ໂໜ່ງ ຊະຊະຊ່າ

ຈາກ ວິກິພີເດຍ
ໂໜ່ງ ຊະຊະຊ່າ
ຊື່ເກີດຊູສັກ ອ່ຽມສຸກ
ຊື່ຫຼີ້ນໂໜ່ງ
ເກີດ 7 ມິຖຸນາ ຄ.ສ. 1973 (44 ປີ)
ຊູສັກ ອ່ຽມສຸກ
ຄູ່ສົມລົດກັນຍະນັດ ອ່ຽມສຸກ[1]
ຊື່ອື່ນໂໜ່ງ ເຊີນຍິ້ມ
ອາຊີບນັກສະແດງ, ພິທີກອນ
ຜົນງານເດັ່ນຕຸ່ນ ຈາກຮູບເງົາ ສາຍລໍ່ຟ້າ (2547)
ໂຈ ຈາກຮູບເງົາ 32 ທັນວາ (2552)
ຂໍ້ມູນບົນເວັບ IMDb
ຖານຂໍ້ມູນຮູບເງົາໄທ (ThaiFilmDb)

ຊູສັກ ອ່ຽມສຸກ ຫຼື ໂໜ່ງ ຊະຊະຊ່າ ແມ່ນນັກສະແດງຕະຫຼົກຊື່ດັງຈາກແກ໊ງສາມຊ່າ ມີລັກສະນະເດັ່ນແມ່ນໂຕຕຸ້ຍແລະສີສະໂລ້ນ ຕັ້ງສາຍາໃຫ້ໂຕເອງວ່າ "ຕະຫຼົກຊຸບເປີຣ໌ສະຕາຣ໌" ມີນ້ອງຊາຍທີເປັນຕະຫຼົກແລະນັກສະແດງຄື ນຸ້ຍ ເຊີນຍິ້ມ

ປະຫວັດ

[ດັດແກ້]

ໂໜ່ງ ຊະຊະຊ່າ ເກີດເມື່ອວັນທີ 7 ມິຖຸນາ ຄ.ສ. 1973 ແມ່ນຊາວອຳເພີອົງຄະຮັກ ຈັງຫວັດນະຄອນນາຍົກ ຈົບການສຶກສາຊັ້ນປະຖົມສຶກສາປີທີ 6 ຈາກໂຮງຮຽນວັດມັດຊັນຕິກາຮາມ ເມື່ອອາຍຸໄດ້ 12 ປີ ໄດ້ເຂົ້າມາໃນວົງການຕະຫຼົກໂດຍເລິ່ມຈາກມີນັກຈັດລາຍການຊັກຊວນເຂົ້າມາ ແນະນຳໃຫ້ເຕັ້ນຫາງເຄື່ອງຢູ່ວົງດົນຕີລູກທຸ່ງ ສອນໄຊ ເມກວິຊຽນ ຈົບຈາກສອນໄຊ ຢູ່ກັບ ສາຍັນ ສັນຍາ ເລິ່ມເປັນຕະຫຼົກ ໂດຍສະແດງຣີວິວໜ້າເວທີ ພໍເປັນຕະຫຼົກວົງສາຍັນ ທີນີ້ ສາຍັນຍຸບວົງ ອອກມາຫຼີ້ນຄາບາເລ່ກັບຄູຍົນ ສະຕາວໍຄາບາເລດໂຊອອກຈາກຄະນະຄູຍົນມາຫຼີ້ນຕະຫຼົກຄະນະຊຸບເປີບອຍ ຄະນະທຳອິດ ກ່ອນໜ້ານັ້ນຢູ່ໃນຄະນະສີ່ພາກກ່ອນໄປຄະນະຊູສີ ເຊີນຍິ້ມ ເລື້ອຍມາຈົນຢູ່ຄະນະຕະຫຼົກເປັດ ເຊີນຍິ້ມ ໃນຊື່ ໂໜ່ງ ເຊີນຍິ້ມ ຢູ່ໄດ້ 2 ປີກວ່າ

ຕໍ່ມາ ໝ່ຳ ຈົ໊ກມົກ ໄດ້ຊັກຊວນມາຮ່ວມເປັນນັກສະແດງຮັບເຊີນໃນລາຍການລະເບີດເຖິດເທິງຂອງບໍລິສັດເວີກພ້ອຍ ແລະດ້ວຍເອກະລັກອັນໂດດເດັ່ນ ຄືມີສີສະໂລ້ນແລະຮູບຮ່າງອ້ວນກົມ ກັບວະລີທີ່ເປັນທີ່ຮູ້ຈັກກັນດີທີ່ວ່າ "ຮະໂໜ່ງມາແວ້ວ" ເຮັດໃຫ້ໂໜ່ງສາມາດເປັນນັກສະແດງໃນວົງການໂທລະພາບໄດ້ ຈົນໄດ້ເປັນນັກສະແດງສົມທົບໃນຊ່ວງທຳອິດແລະເຂົ້າຮ່ວມເປັນໜຶ່ງໃນແກ໊ງສາມຊ່າ ລາຍການ ຊິງຮ້ອຍຊິງລ້ານ ຊະຊະຊ່າ ຢ່າງເປັນທາງການ ເມື່ອວັນທີ 8 ກັນຍາ ຄ.ສ. 1999 ຮ່ວມກັບ ໝ່ຳ ຈົ໊ກມົກ ແລະ ເທັ່ງ ເຖິດເທິງ ໄດ້ປ່ຽນຊື່ເປັນ "ໂໜ່ງ ຊະຊະຊ່າ" ກາຍເປັນດາລານັກສະແດງຕະຫຼົກຊື່ດັງຈົນຮອດປັດຈຸບັນ

ໃນດ້ານຊີວິດຄອບຄົວ ໂໜ່ງສົມລົດກັບ ກັນຍະນັດ ອ່ຽມສຸກ ຫຼັງໃຊ້ຊີວິດຄູ່ມາເຖິງ 30 ປີ ແລະມີບຸດນຳກັນສອງຄົນຄື "ບຸຫລີ່" ນາຍສິວະນາດ ອ່ຽມສຸກ ແລະ "ເດຍ" ນາຍກິດຕິພູມ ອ່ຽມສຸກ

ຜົນງານ

[ດັດແກ້]

ລາຍການໂທລະທັດ

[ດັດແກ້]

ປັດຈຸບັນ

[ດັດແກ້]

ໃນອະດີດ

[ດັດແກ້]
  • ກ່ອນບ່າຍຄາຍຄຽດ (2540)
  • ແສບຄູນສອງ (2540)
  • ເກມຈາລະຊົນ (ພິທີກອນ : 2543 - 2548)
  • ເຖົ້າແກ່ໃຫຍ່ (ພິທີກອນ : 2546)
  • ໄຊບະດິນໂຊ (ພິທີກອນ : 2546 - 2551)
  • ໂຄກຄູນຕະກູນ (2546 - 2550) (ຮັບບົດ ຫອຍໂຂ່ງ)
  • ສົງຄາມເທົ້າໄຟ (ພິທີກອນ : 4 ກຸມພາ - 14 ຕຸລາ 2550)
  • ອັດສະລິຍະຍົກບ້ານ (ພິທີກອນ : 2 ກຸມພາ 2551 - 28 ມີຖຸນາ 2551)
  • ເກັ່ງຍົກຫ້ອງ (ພິທີກອນ : 18 ມັງກອນ 2552 - 28 ມີຖຸນາ 2552)
  • ເທັ່ງ ໂໜ່ງ ຜະຈົນໄພ (13 ມັງກອນ 2553 - 29 ທັນວາ ພ.ສ. 2553)
  • ຄົນອວດຜີ (ພິທີກອນຮັບເຊີນ: 10 ແລະ 17 ພະຈິກ ພ.ສ. 2553)
  • ແຟນຕາຊີມີຫາງ (ພິທີກອນ : ປາຍປີ 2542 - ຕົ້ນປີ 2543)
  • ຂະບວນການ 3 ຊ່າ (ພິທີກອນ : 8 ກຸມພາ 2557 - 24 ພຶດສະພາ ພ.ສ. 2557)
  • ຊິງຮ້ອຍຊິງລ້ານ ມະຫັດສະຈັນວັນຢຸດ (ພິທີກອນ : 23 ຕຸລາ 2548 - 1 ມິຖຸນາ 2558)

ຮູບເງົາ

[ດັດແກ້]

ເອີ໋ເຫຼີ (2548) ຮັບບົດ ສຳລວຍ

ໂໜ່ງ ເທັ່ງ ນັກເລງພູເຂົາທອງ (2549) ຮັບບົດ ນ້ອຍໂໜ່ງ

ລະຄອນໂທລະທັດ

[ດັດແກ້]
  • ສະໄພ້ປະຕິວັດ ( 2541 / ຊ່ອງ 7)
  • ດາວຄົນລະດວງ ( 2542 / ຊ່ອງ 7)
  • ແກ້ວກິນນະລີ ( 2542 / ຊ່ອງ 7)
  • ຂຸນຊ້າງຂຸນແຜນ ( 2542 / ຊ່ອງ 3)
  • ຜົມມາກັບພຣະ (2543 / ຊ່ອງ 7)
  • ຄົນ 2 ຄົມ (ເອັກແຊັກ) /(2544 / ຊ່ອງ 5)
  • ຊາຍຄັບຜົມເປັນຊາຍ (ເອັກແຊັກ) / 2544 / ຊ່ອງ 5)
  • ໂທນ (2546 / ໄອທີວີ)
  • ເພງຮັກຮິມຝັ່ງໂຂງ (ສະແດງຮັບເຊີນ) (ຄຳພໍດີ) (2550 / ຊ່ອງ 7)

ກຳກັບຮູບເງົາ

[ດັດແກ້]
  • ເທັ່ງ ໂໜ່ງ ຄົນມາຫາເຮຍ (2550) ຮ່ວມກັບ ເທັ່ງ ເຖິດເທິງ

ມິວສິກວີດີໂອ

[ດັດແກ້]
  • ລົງຂັນ ຂອງ ອາມ ໂຕຮຸ່ງ
  • ນິຍາຍ (Novel) ຂອງ ໂມເດີ້ນດັອກ
  • ກິນຕັບ ເທັ່ງ ເຖິດເທິງ
  • ທຸ້ມຢູ່ໃນໃຈ "STAR THEQUE" GTH 11 ປີແສງຄອນເສີດ

ຊິງເກິລ

[ດັດແກ້]
  • ໂທນ (2546) ເພງປະກອບລະຄອນເລື່ອງໂທນ
  • ເອົາຢ່າງນີ້ອີກທີ່ໜຶ່ງ (2550) ເພງປະກອບລະຄອນເລື່ອງເພງຮັກຮິມຝັ່ງໂຂງ
  • ໄກ໊ໄກ່ (2558)
  • ໄກ໊ໄກ່ໄກມຸ (2559) ເພງປະກອບເລື່ອງມາສໄຣເດີໄກມຸ

ອື່ນ ໆ

[ດັດແກ້]
  • ປື້ມ : ຫະ ໂໜ້ງມາແວ້ວ
  • ໂຄສະນາ : ໂອອິຊິ “ລະຫັດໂອອິຊິ ລຸ້ນລວຍທຸກຊົ່ວໂມງ” (ຄູ່ກັບ ຕຸ໊ກກີ້ ຊິງຮ້ອຍຊິງລ້ານ ແລະ ເທັ່ງ ເຖິດເທິງ)
  • ໂຄສະນາ : ເຂົ້າໜົມທອດກອບ ຕະວັນ (ຮ່ວມກັບ ໝ່ຳ ຈົ໊ກມົກ ແລະ ເທັ່ງ ເຖິດເທິງ)
  • ໂຄສະນາ : my By CAT ຊຸດ “ໃຊ້ my ແລ້ວມາຕ໊ະຕິ໊ງໂໜ່ງ”

ຮາງວັນ

[ດັດແກ້]
  • Asian Television Awards 2008 ນັກສະແດງລາຍການຕະຫຼົກຝ່າຍຊາຍຍອດຍ້ຽມ (Best Comedy Permance by an Actor)

ອ້າງອີງ

[ດັດແກ້]
  1. ມາດວະດີ ຖະໜອມພົງພັນ (15 ມັງກອນ 2558). "ຮັກບໍ່ຮູ້ຈົບ : 28 ປີ ທີ່ຫຼາຍກວ່າຄຳວ່າຮັກ "ໂໜ່ງ ຊະຊະຊ່າ"". Hug Magazine. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2015-05-20. ຄົ້ນຫາເມື່ອ 4 ກຸມພາ 2558. {{cite web}}: Check date values in: |accessdate= and |date= (help)

ແຫຼ່ງຂໍ້ມູນອື່ນ

[ດັດແກ້]