ເທັ່ງ ເຖິດເທິງ

ຈາກ ວິກິພີເດຍ
ເທັ່ງ ເຖິດເທິງ
ຊື່ເກີດພົງສັກ ພົງສຸວັນ
ຊື່ຫຼີ້ນເທັ່ງ, ຕູ້
ເກີດ 7 ເມສາ ຄ.ສ.

1966 (54 ປີ)
ພົງສັກ ພົງສຸວັນ

ຄູ່ສົມລົດ ມາລາ ພົງສຸວັນ
(ຄ.ສ. 1995 - ປັດຈຸບັນ)
ຊື່ອື່ນ ເທັ່ງ ເຖິດເທິງ
ຕູ້ ເຊີນຍິ້ມ
ອາຊີບ ນັກສະແດງ, ພິທີກອນ
ປີທີ່ສະແດງ ຄ.ສ. 1995–ປັດຈຸບັນ
ຜົນງານເດັ່ນ ແກ໊ງສາມຊ່າ ຈາກລາຍການຊິງຮ້ອຍຊິງລ້ານ
ເທັ່ງ ເຖິດເທິງ ຈາກລາຍການລະເບີດເຖິດເທິງ
ສະແດງນຳໃນມິວສິກວີດີໂອ ເພງ ອົກຂ້າງຊ້າຍ ຂອງ ວົງໂມທີບ (2002)
ຫຼວງພີ່ເທັ່ງ ຈາກ ຫຼວງພີ່ເທັ່ງ (2005)
ຂໍ້ມູນບົນເວັບ IMDb
ຖານຂໍ້ມູນຮູບເງົາໄທ (ThaiFilmDb)

ພົງສັກ ພົງສຸວັນ ຫຼືຊື່ໃນວົງການ ເທັ່ງ ເຖິດເທິງ (ເກີດ 7 ເມສາ ຄ.ສ. 1966) ແມ່ນນັກສະແດງຕະຫຼົກຈາກແກ໊ງສາມຊ່າ ມີຊື່ສຽງຈາກການເປັນດາວຕະຫຼົກໂດຍເລິ່ມຫຼີ້ນຕະຫຼົກກັບຄະນະເຊີນຍິ້ມ ໂດຍໃຊ້ຊື່ວ່າ ຕູ້ ເຊີນຍິ້ມ ແລະໄດ້ກາຍເປັນນັກສະແດງຮູບເງົາຫຼາຍເລື່ອງ ແລະປະກອບອາຊີບຫຼາຍຢ່າງ ຕັ້ງແຕ່ ຫຼີ້ນລິເກ (ມີຄະນະລິເກຊື່ວ່າ ລິເກຄື້ນເຄງ ເທັ່ງ ເຖິດເທິງ) ຖີບລົດສາມລໍ້ ປັດຈຸບັນແມ່ນນັກສະແດງຕະຫຼົກແລະພິທີກອນໃນສັງກັດ ຮວມເຖິງເປັນຜູ້ກຳກັບຮູບເງົາໃຫ້ແກ່ ບໍລິສັດ ເວີກພ້ອຍ ເອັນເທີເທນເມັ້ນຕ໌ ຈຳກັດ (ມະຫາຊົນ)

ເນື່ອງຈາກໄດ້ຮັບລາງວັນ ເອຊ້ຽນ ເທເລວິຊັ້ນ ອະວອດ 2007 ປະເພດນັກສະແດງຕະຫຼົກຝ່າຍຊາຍຍອດຍ້ຽມ ເທັ່ງ ເຖິດເທິງຈຶ່ງໄດຮັບສາຍາວ່າ "ຕະຫຼົກອາຊີ" ແລະ "ຕະຫຼົກອັດສະລິຍະ"

ປະຫວັດ[ດັດແກ້]

ເທັ່ງ ເຖິດເທິງ ຫຼື ພົງສັກ ພົງສຸວັນ ເກີດເມື່ອວັນທີ 7 ເມສາ ຄ.ສ. 1966 ທີ່ອຳເພີສະຫວັນຄະໂລກ ຈັງຫວັດສຸໂຂໄທ ແມ່ນລູກຄົນທີ 3 ຈາກພີ່ນ້ອງທັງໝົດ 6 ຄົນ ມີອ້າຍ 2 ຄົນ ແລະນ້ອງສາວ 3 ຄົນ ໂດຍນ້ອງສາວຄົນທຳອິດຄື ສົ້ມເຊັ້ງ ສາມຊ່າ ເທັ່ງຈົບການສຶກສາປະຖົມສຶກປີທີ 4 ແລ້ວອອກມາເຝິກລິເກກັບຄະນະຂອງຍາດ ໂດຍເລິ່ມທີ່ບົດພະເອກແຕ່ຕໍ່ມາຜັນໂຕມາສະແດງເປັນບົດຕະຫຼົກເຊິ່ງເໝາະກັບຕົນເອງຫຼາຍກວ່າ ໂດຍໃຊ້ຊື່ທາງການສະແດງວ່າ "ພົງ ເມັດພິກ" ຕໍ່ມາໄດ້ອອກມາຖີບສາມລໍ້ຮັບຈ້າງຢູ່ພັກໜຶ່ງຈຶ່ງກັບມາຫຼີ້ນລິເກອີກຄັ້ງ

ເທັ່ງຫຼີ້ນລິເກຢູ່ຫຼາຍປິຈຶ່ງເດິນທາງເຂົ້າບາງກອກ ເພື່ອຕັ້ງຄະນະຕະຫຼົກຮ່ວມກັບອ້າຍແຕ່ບໍ່ປະສົບຄວາມສຳເລັດ ຕໍ່ມາສົ້ມເຊັ້ງນ້ອງສາວໄດ້ຊ່ອຍຝາກຝັງໃຫ້ເທັ່ງໄດ້ເຂົ້າຮ່ວມກັບຄະນະຕະຫຼົກມະກອກສາມຕະກ້າ ຂອງ ແສ່ງ ຊໍ້ມະດັນ ໂດຍເທັ່ງເຮັດວຽກຢູ່ຫຼາຍຕຳແໜ່ງຕັ້ງແຕ່ເດັກ ຂົນອຸປະກອນ ມືກອງ ຈົນໃນທີ່ສຸດກໍໄດ້ຫຼີ້ນເປັນຕະຫຼົກປະຈຳຄະນະ ເທັ່ງຢູ່ຄະນະມະກອກສາມຕະກ້າໄດ້ໄລຍະໜຶ່ງ ກໍຍ້າຍໄປຄະນະສີແດງ, ຄະນະຍອດທົງ ທຽນໄຊ ແລະ ຄະນະຊູສີ ເຊີນຍິ້ມ ຕາມລຳດັບ ໃນຊື່ ຕູ້ ເຊີນຍິ້ມ ຕໍ່ມາກໍອອກມາຮວມໂຕກັບໝູ່ຕັ້ງຄະນະໃໝ່ຊື່ "ເພື່ອນອິສະລະ" ແຕ່ບໍ່ປະສົບຄວາມສຳເລັດ ຈົນກະທັ່ງ ໝ່ຳ ຈົ໊ກມົກ ຊັກຊວນໃຫ້ໄປຮ່ວມຄະນະດ້ວຍ ຈຶ່ງເຮັດໃຫ້ເທັ່ງໄດ້ມາຫຼີ້ນຕະຫຼົກໃນຄະນະໝ່ຳ ຈົ໊ກມົກ ກ່ອນຈະໄດ້ມີໂອກາດເຂົ້າໄປຢູ່ບໍລິສັດເວີກພ້ອຍ ຂອງ ປັນຍາ ນິລັນກຸນ ໃນລາຍການທຳອິດຄື ລາຍການຮາກາງແດດ ກ່ອນທີ່ເທັ່ງຈະໄດ້ຮັບບົດບາດມາຮ່ວມສະແດງລາຍການ ລະເບີດເຖິດເທິງ ພາຍໃຕ້ຊື່ ເທັ່ງ ເຖິດເທິງ ເຊິ່ງແມ່ນຊື່ທີ່ຄົນທົ່ວໄປຮູ້ຈັກ ໂດຍຮັບບົດເປັນ ເທັ່ງ ນັກເລງປະຈຳຊອຍ ເຊິ່ງແມ່ນຄາແຣັກເຕີ້ທີ່ເປັນທີ່ຈົດຈຳໄດ້ຢ່າງດີຂອງຜູ້ຊົມ ນອກຈາກນີ້ເທັ່ງ ຍັງໄດ້ຮັບບົດເປັນຕະຫຼົກລູກຄູ່ຂອງໝ່ຳ ຈົ໊ກມົກ ໃນລາຍການ ຊິງຮ້ອຍຊິງລ້ານ Super Game ກ່ອນທີ່ຕໍ່ມາຈະກາຍມາເປັນ ແກ໊ງສາມຊ່າ ໃນທີ່ສຸດ ຖືເປັນໜຶ່ງໃນສອງສະມາຊິກລຸ້ນກໍ່ຕັ້ງຂອງແກ໊ງສາມຊ່າ

ໃນດ້ານຊີວິດຄອບຄົວ ເທັ່ງສົມລົດກັບ ມາລາ ພົງສຸວັນ ຫຼັງໃຊ້ຊີວິດຄູ່ມາເຖິງ 22 ປີ ແລະມີບຸດດ້ວຍກັນສາມຄົນຄື 1. "ໂຫງົວເຮັ້ງ" ນາຍອັກຄະລະພົງສັກ ພົງສຸວັນ 2. "ພ້ອຍ" ນາງສາວບົນນົບ ພົງສຸວັນ ແລະ "ພອຍ" ນາງສາວມົງກຸດເພັດ ພົງສຸວັນ

ຜົນງານ[ດັດແກ້]

ລາຍການແລະລະຄອນໂທລະທັດ[ດັດແກ້]

ລະຄອນໂທລະທັດ[ດັດແກ້]

ຊີຣີສ໌[ດັດແກ້]

  • 2013 ຄາລາບາວ ເດີຊີຣີສ໌ ຕອນ ຄົນຈົນຜູ້ຍິ່ງໃຫຍ່ ທາງ ຊ່ອງ 9 ນຳສະແດງໂດຍ ເທັ່ງ ເຖິດເທິງ , ຝົນ ທະນະສຸນທອນ

ຮູບເງົາ[ດັດແກ້]

ກຳກັບຮູບເງົາ[ດັດແກ້]

ມິວສິກວີດີໂອ[ດັດແກ້]

  • ເພງ ຜິດໄໝທີ່ໄມ້ແກ່ ຂອງ ຍອດຮັກ ສະລັກໃຈ
  • ເພງຂອງ ທົງໄຊ ແມັກອິນໄຕ
    • ເພງ ຊ່ອມໄດ້ ອາລະບ້ຳ ທົງໄຊ ເຊີວິສ
    • ເພງ ຢ່າບອກວ່ານ່າຮັກ ອາລະບ້ຳ ທົງໄຊ ເຊີວິສ
    • ເພງ ຢາກຖາມກໍຕອບ ອາລະບ້ຳ Bird Volume 1
  • ວົງໂມທີຟ ເພງອົກຂ້າງຊ້າຍ

ຊິງເກິ້ນ[ດັດແກ້]

  • ກິນຕັບ (2011) ເພງປະກອບຮູບເງົາເລື່ອງ ເທັ່ງ ໂໜ່ງ ຈີວອນບິນ
  • ຮ້ອງໄຫ້ຫາພໍ່ເທີຫຼື (2012)
  • ອ໊ອດແອດ (2013)
  • ຄົນໜ້າໃສ (2014)
  • ພັກຕັບ (2015) ເພງລົນນະລົງແຄມເປນ ງົດເຫຼົ້າເຂົ້າພັນສາ "ດື່ມມາໜັກ ພັກຕັບບ້າງ"

ອື່ນໆ[ດັດແກ້]

ລາງວັນທີ່ໄດ້ຮັບ[ດັດແກ້]

  • ເອຊ່ຽນ ເທເລວິຊັ່ນ ອະວອດ 2007 ປະເພດນັກສະແດງຕະຫຼົກຝ່າຍຊາຍຍອດຍ້ຽມ
  • ລາງວັນເທບທອງ ຄັ້ງທີ 11
  • ມະຫານະຄອນອະວອດ ຄັ້ງທີ 8 ລາງວັນເພງລູກທຸ່ງຍອດນິຍົມ ເພງ ກິນຕັບ
  • ລາງວັນໂທລະທັດທອງຄຳ 2016 ລາງວັນທີມພິທີກອນດີເດັ່ນ ລາຍການຄຸນພຣະຊ່ວຍ
  • ລາງວັນ “ທູດພະພຸດທະສາສະໜາ ວັນມາຄະບູຊາ ຄ.ສ. 2017”

ອ້າງອິງ[ດັດແກ້]