Jump to content

ສິລາ ວີຣະວົງສ໌

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ສິລາ ວີຣະວົງ)
ສິລາ ວິຣະວົງສ໌
(Sila VIRAVONGS)
สิลา วีระวงส์
ເກີດ01 ສິງຫາ ຄ.ສ. 1905(1905-08-01) (ພ.ສ 2448)
ບ້ານໜອງໝື່ນຖານ ອຳເພີສຸວັນນະພູມ ຈັງຫວັດຮ້ອຍເອັດ, ປະເທດສະຫຍາມ
ເຖິງແກ່ກຳ10 ກຸມພາ ຄ.ສ. 1987 (81 ປີ) ພ.ສ 2530
ບ້ານນາຄຳທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ສຸສານ
ທາດວັດໂສກປ່າຫຼວງ, ເມືອງສີສັດຕະນາກ
ອາຊີບນັກປະຫວັດສາດລາວ, ນັກອັກສອນສາດ, ນັກວັນນະຄະດີ, ນັກກະວີ, ນັກດາຣາສາດ, ອາຈານທາງພຸດທະສາສະໜາ...
ລູກ17 ຄົນ
ລາຍມືຊື່

ມະຫາສິລາ ວີຣະວົງສ໌ (01 ສິງຫາ 1905 - ວັນທີ 18 ກຸມພາ 1987) ລວມອາຍຸໄດ້ 82 ປີ ນັບເປັນການສູນເສຍເສົາຄ້ຳທີ່ທົດແທນໄດ້ຍາກ ຂອງວົງການຄົ້ນຄວ້າໃນປະເທດລາວ ທ່ານສີຊະນະ ສີສານ ປະທານຄະນະກຳມະການ ວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຂຽນເອົາໄວ້ວ່າ: ຕະລອດຊີວິດຂອງທ່ານ ມະຫາສິລາ ວີຣະວີຣະວົງສ໌ ໄດ້ອຸທິດຕົນໃຫ້ແກ່ການຄົ້ນຄ້ວາພາສາ, ວັນນະຄະດີ, ປວັດສາດ ແລະ ຍັງເປັນຫວ່ງເປັນໃຍ ຈົນເຖິງວາລະສຸດທ້າຍຂອງທ່ານ ດ້ວຍຢາກໃຫ້ວັນນະຄະດີລາວສມັຍບູຮານ ໄດ້ຮັບການພິມອອກເຜີຍແຜ່ຕໍ່ມວນຊົນຢ່າງທົ່ວເຖິງ ບັນດານັກສຶກສາ, ນັກຄົ້ນຄ້ວາ ທັງລາວແລະຕ່າງປະເທດ ຕ່າງກໍຖືເອົາທ່ານເປັນບ່ອນອີງ ເພື່ອຖາມເອົາຂໍ້ມູນ. ຫຼາຍໆຄົນຍົກຍ້ອງແລະນັບຖືທ່ານເປັນອາຈານ ເປັນຜູ້ຊົງຄຸນວຸດທິ ເປັນນັກປຣາດ ຜູ່ນຶ່ງຂອງລາວ.

ມະຫາສິລາ ວິຣະວົງສ໌ ກາຍເປັນບຸກຄົນໃນຕຳນານ ຊຶ່ງປະຊາຊົນຢູ່ຕາມລຽບສອງຝັ່ງແມ່ນ້ຳຂອງເລົ່າຂານກັນມາ ຜົນງານຂອງເພິ່ນແຜ່ຫຼາຍໃນທົ່ວປະເທດ ແລະ ຈຳນວນບໍ່ໜ້ອຍ ກະຈັດກະຈາຍຢູ່ທາງພາກອີສານຂອງປະເທດໄທ. ດັ່ງນັ້ນເພື່ອເປັນການແລກປ່ຽນຂໍ້ມູນ ແລະ ທັດສະນະຕ່າງໆກ່ຽວກັບທ່ານຜູ້ນີ້ ຈຶ່ງມີການສັມມະນາລະຫວ່າງນັກວິຊາການຈາກສອງຝັ່ງຂອງ ເມື່ອວັນທີ 28 ເມສາ 1990 ທີ່ນະຄອນວຽງຈັນ. ນັບເປັນການແລກປ່ຽນຄວາມຄິດຄວາມເຫັນ ໃນຫຼາຍແງ່ມຸມ ເພາະ ມະຫາສິລາ ວີຣະວົງສ໌ ເປັນທັງນັກອັກສອນສາດ, ນັກພາສາສາດ, ນັກວັນນະຄະດີ, ນັກກະວີ, ນັກປວັດສາດ, ນັກໂຫລາສາດ ແລະ ນັກເຄື່ອນໄຫວຕໍ່ສູ້ເພື່ອເອກະລາດຂອງລາວ ໃນຊຸມປີ 1940.

ມະຫາສິລາ ເກີດເມືອວັນທີ 1 ສຶງຫາ 1905 ທີ່ບ້ານໜອງໝື່ນຖານ ເມືອງອາດສາມາດ ຈັງຫວັດຮ້ອຍເອັດ ປະເທດໄທ ເປັນບຸດຄົນທີສີ່ໃນຈຳນວນເກົ້າຄົນ ຂອງທິດແສນ ແລະ ນາງດາ ຊື່ງເປັນຄອບຄົວຊາວນາ ທີ່ສືບເຊື້ອສາຍມາຈາກພະຍາເມືອງປາກ ຜູ່ເປັນປູ່ທວດ. ພະຍາເມືອງປາກ ເປັນຕົ້ນຕະກຸນທີ່ໄປຈາກນະຄອນຈຳປາສັກ.

ໃນປະຖົມວັຍທ່ານບວດເປັນຈົວ ຈຶ່ງໄດ້ຮຽນໜັງສືຕົວທັມ, ຕົວຂອມ, ຕົວໄທ ແລະ ຕົວລາວ ສລັບດ້ວຍການຮຽນທາງໂລກ ຄື ໂຮງຮຽນປະຖົມ ເມື່ອໃຫຍ່ມາກໍໄປຮຽນຕໍ່ທີ່ກຸງເທບ ໂດຍຢູ່ໃນສະມະນະເພດ ຈົນສຳເລັດມະຫາຫ້າປະໂຫຍກ ໃນປີ 1928.

ປີ 1930 ທ່ານເດີນທາງມາວຽງຈັນ ໃນຊຸດຜ້າເຫຼືອງ ບໍ່ຮອດປີກໍສິກ ແລ້ວເຂົ້າເຮັດການເປັນສມຽນ ນຳເຈົ້າມະຫາອຸປຣາຊເພັຊຣາດ ຕອນນັ້ນເຈົ້າເພັຊຣາດ ດຳຣົງຕຳແໜ່ງເປັນສາຣະວັດກວດການແຜ່ນດິນລາວ ທັງເປັນຜູ້ຮັບຜິດຊອບຟື້ນຟູວັທະນະທັມລາວ ໂດຍສະເພາະການສຶກສາພຸທສາສນາ ດ້ວຍການອຸປະຖັມຂອງສະມາຄົມນັກປຣາດຝຣັ່ງ ພາກພູຣະພາ (E.F.E.O).

ປີ 1931 ມະຫາສິລາ ໄດ້ຮັບໜ້າທີ່ເປັນອາຈານສອນພາສາບາລີ ຢູ່ໂຮງຮຽນບາລີ ທີ່ຂື້ນກັບພຸທບັນດິຕສະພາຈັນທະບູຣີ ອັນເປັນສະຖາບັນແຫ່ງທຳອິດຂອງປະເທດລາວ. ທຳອິດແມ່ນມະຫາແກ້ວເປັນອາຈານສອນບາລີ ຕໍ່ມາແມ່ນມະຫາຮັກ ມີວັນດິດ (ປັດຈຸບັນເປັນເຈົ້າອາວາດວັດສີເມືອງຈັງຫວັດໜອງຄາຍປະເທດໄທ) ເມື່ອທັງສອງທ່ານນີ້ລາອອກແລ້ວ ມະຫາສິລາ ກໍໄດ້ຮັບໜ້າທີ່ແທນ.

ປີ 1940 ເປັນໄລຍະຕົ້ນຂອງສົງຄາມໂລກຄັ້ງທີສອງ ເກີດຂະບວນການຕໍ່ສູ້ຂອງປະຊາຊົນລາວ ເພື່ອຍາດເອົາເອກະລາດຈາກຝຣັ່ງ ມະຫາສິລາ ໄດ້ເຂົ້າຮ່ວມເຄື່ອນໄຫວຢ່າງຫ້າວຫັນ ແລະ ມາຮອດປີ 1941 ກໍຕ້ອງຫຼົບໜີໄປປະເທດໄທ ເພາະອຳນາດການປົກຄອງຂອງຝຣັ່ງນຳຈັບຕົວ.

ຜົນງານ ຂອງມະຫາສິລາ ວີຣະວົງສ໌

[ດັດແກ້]

ຈັດແບ່ງເປັນປະເພດຕ່າງໆ ດັ່ງນີ້ :[1]

ກ. ປະເພດແຕ່ງ, ຮິບໂຮມຂໍ້ມູນຈາກເອກະສານ ບູຮານ ມາຂຽນຂຶ້ນໃຫມ່ ໃຫ້ເປັນຕຳຣາຮຽນອ່ານເຂົ້າໃຈງ່າຍ ຊຶ່ງມີທັງ ຮ້ອຍແກ້ວ ແລະຄໍາກອນ

2. ປະເພດປະຣິວັດ ຈາກໃບລານ, ປັບປຸງ ແຕ່ງຕື່ມ ບ່ອນຂາດວັກ ຂາດຕອນ ໂດຍໃສ່ວົງເລັບໄວ້, ຈັດລະບຽບຄຳກອນແບບຕ່າງໆ

ລ/ດ ຊື່ເຣື່ອງ

1. ເຣື່ອງ ເວສສັນຕຣະຊາດົກ (ຄຳກອນ) 1923

2. ພຸທະປວັດ (ກອນ) 1926

3. ແບບຮຽນໄວຍາກຣນ໌ປາລີ ໔ ພາຄ 1938 (ແຕ່ງແຕ່ປີ ໑໙໖໒ ຕໍ່ມາຈຶ່ງໄດ້ຈັດພິມ ເປັນເຫລັ້ມ) 1960

4. ແບບສູຕມົນຂອງພຣະ ພ້ອມທັງຄຳແປ ຮຽກວ່າ ປະຖົມຈຸລປະຣິຕຕ໌ 1933

5. ແບບຮຽນ ທັມມະ ພາຄ ໑. ພາກ ໒ 1933

6. ທ້າວເຕມິຍະກຸມມາຣ (ຊາດົກກອນ) 1930

7. ທ້າວສຸວັນນະສານ (ຊາດົກຄຳກອນ) 1930

8. ທ້າວມະຫາຊະນົກ (ຊາດົກກອນ) 1972

9. ພຸທະປວັຕ ບັ້ນພຣະໂພທິສັດ(ຄຳກອນ) 1933

10. ແບບຮຽນໄວຍາກຣນ໌ລາວ ພາຄ ໑ : ອັກຂະຣະວິທີ 1935

11. ແບບແຕ່ງກອນໄທວຽງຈັນທນ໌ ແລະສານວິລາສິນີ 1942

12. ອຸຣັງຄະນິທານ (ຄຳກອນ) 1943

13. ພຸທະທໍານາຍ (ຄຳກອນ) 1945

14. ປະເພນີບູຮານລາວພາຄ 1 ສູຕຂວັນຕ່າງໆ 1955

15. ປະເພນີບູຮານລາວພາຄ II : ປະເພນີກາຣເກີດ, ກາຣບວດ, ແຕ່ງດອງ, ຕາຍ, ກາຣຕັ້ງຊື່ 1973 - 75

16. ພົງສາວະດານຊາຕລາວ ປັບປຸງໃຫມ່ 1958

17. ວັດຈະນານຸກົມພາສາລາວ 1960

18. ວັນນະຄະດີເພື່ອກາຣສຶກສາ 1960

19. ປໂຍດຂອງ ວັນນະຄະດີ 1996

20. ໄວຍາກຣນ໌ລາວ ໔ ພາຄ 1995

21. ປວັດເຈດີພຣະທາດຫລວງວຽງຈັນທນ໌ 1958

22. ປວັດພຣະເຈົ້າອະນຸວົງ 1968

23. ປວັດຫນັງສືລາວ 1974

24. ປວັດທຸງ ແລະ ທຸງລາວ 1975

25. ຮີດສິບສອງ(ບຸນຕ່າງໆໃນ ໑໒ ເດືອນ) 1974

26. ປວັດ ໑໒ ຕຸລາ ໑໙໔໕ 1975

27. ປວັດນະຄອນວຽງຈັນທນ໌, ວັດພູຈຳປາສັກ ນະຄອນຈຳປາສັກ 1973-1975

28. ຄຳກອນ ອັດຕະຊີວະປວັດ ແລະ ກອນລຳກ້ຽວສາວ, ເດີນດົງ, ປວັດສາດ

29. ຊີວະປວັດເຈົ້າ ມະຫາອຸປະຣາດ ເພັຊຣາຊ 1995


ຂ. ປະເພດປະຣິວັດ ຈາກໃບລານ, ປັບປຸງ ແຕງຕື່ມ ບອນຂາດວັກ ຂາດຕອນ ໂດຍໃສ່ວົງເລັບໄວ້, ຈັດລະບຽບຄຳກອນແບບຕ່າງໆ

1. ທ້າວຮຸ່ງ-ທ້າວເຈືອງ (ຄຳກອນ) 1943

2. ສັງສິລປ໌ໄຊ ( ຄຳກອນ) 1951

3. ອິນທິຍານສອນລູກ (ຄຳກອນ) 1965

4. ສານລຶພສູຣ (ລຶບພະສູນ) (ກອນ) 1952

5. ສານຖອນອົກນ້ອມ (ຄຳກອນ) 196…

6. ເວສສັນຕຣະຊາດົກ (ກອນຮ່າຍ) 1965

7. ເຣື່ອງພຣະອຸປຄຸຕຕ໌ (ຮ້ອຍແກ້ວ) 1965

8. ເຣື່ອງ ຊຽງຫມ້ຽງ(ຄຳກອນ) 1954

9. ນິທານທ້າວສຽວສວາດ (ຮ້ອຍແກ້ວ) 1954

10. ຄັມພີທັມມະສາດ ບູຮານລາວ (ກົດຫມາຍເກົ່າ, ຮ້ອຍແກ້ວ) 1957

11. ພຣະພຸທະຮູບປາງພິເສກວິທີ 12 ຕໍານານພຣະບາງ (ຮ້ອຍແກ້ວ 1954

12. ປວັດພຣະແຊກຄຳ (ຮ້ອຍແກ້ວ) ຕຳນານຂຸນບໍຣົມ (ຮ້ອຍແກ້ວ) 1967

13. ປະວັດພຣະແຊກຄຳ (ຮ້ອຍແກ້ວ) 1967

14. ຕຳນານຂຸນບໍຣົມ (ຮ້ອຍແກ້ວ) 1967

ອ້າງອີງ

[ດັດແກ້]
  1. ມະຫາສິລາ ວີຣະວົງສ໌ Archived 2022-01-18 at the Wayback Machine VIRAVONG.org. ຫໍພິພິທະພັນຫໍມູນແຖນແຕ່ງ(ຜ້າແພຮູບ ແລະເຄື່ອງຈັກສານ).