ວິນຍານ

ຈາກ ວິກິພີເດຍ

ວິນຍານ (ອັງກິດ: soul; ຝຣັ່ງ: âme) ໃນທາງປັດຊະຍາ ແມ່ນສາລັດຖະຂອງຊີວິດມະນຸດ ອາດລວມເຖິງສິ່ງມີຊີວິດປະເພດອື່ນ ເປັນສິ່ງທີ່ບໍ່ເນົ່າເປື່ອຍ ແລະ ເປັນອະມະຕະ[1]. ຄຳວ່າ ວິນຍານ ມັກມີຄວາມໝາຍແບບດຽວກັບຈິດ ສະປິລິດ ແລະຕົວຕົນ[2].

ແຕ່ລະສາສະໜາ ມີຄວາມເຊື່ອກ່ຽວກັບ ວິນຍານຕ່າງກັນ. ສາສະໜາອັບບະລາຮຳເຊື່ອວ່າ ມະນຸດເທົ່ານັ້ນທີ່ມີວິນຍານ ມະນຸດຈຶ່ງເປັນສິ່ງມີຊີວິດປະເພດດຽວທີ່ບໍ່ຕາຍ (ໃນສ່ວນວິນຍານ) ແລະ ວິນຍານອາດໄປລວມກັບພະຜູ້ເປັນເຈົ້າໄດ້. ໃນບາງສາສະໜາ ເຊັ່ນ ເຊນ ເຊື່ອວ່າ ບໍ່ແມ່ນສະເພາະມະນຸດ ແຕ່ສິ່ງມີຊີວິດທຸກແນວທີ່ມີວິນຍານ. ສ່ວນລັດທິວິນຍານນິຍົມເຊື່ອວ່າ ທັງສິ່ງມີຊີວິດແລະບໍ່ມີຊີວິດ (ເຊັ່ນ ແມ່ນ້ຳ ພູ) ມີວິນຍານທັງໝົດ[3]. ບາງລັດທິເຊື່ອວ່າ ໂລກກໍມີວິນຍານ ລັດທິນີ້ເອີ້ນວ່າວິນຍານໂລກ ຫຼື ອາດຕະມັນ ໃນສາສະໜາພາມ.

ໃນສາສະໜາຕ່າງໆ[ດັດແກ້]

ສາສະໜາທີ່ເຊື່ອເລື່ອງວິນຍານອະມະຕະ ເອີ້ນວິນຍານ ດັ່ງນີ້

ສາສະໜາ ວິນຍານ
ພາມ ອາດຕະມັນ
ເຊນ ຊີວະ
ຢູດາ-ຄະລິດ ເນເຟດ
ອິສະລາມ ນັບ
ລັດທິອະນຸດຕະລະທຳ ຈິຕະຍານ/ທຳມະຍານ


ອ້າງອີງ[ດັດແກ້]

  1. "soul."Encyclopædia Britannica. 2010. Encyclopædia Britannica 2006 CD. 13 July 2010.
  2. "Soul", Encyclopædia Britannica. 2008. Retrieved 12 November 2008.
  3. "Soul", The Columbia Encyclopedia, Sixth Edition. 2001–07. Retrieved 12 November 2008.