ວັງວໍຣະດິດ

ຈາກ ວິກິພີເດຍ
ພິພິດທະພັນແລະຫໍສະໝຸດ ສົມເດັດພະເຈົ້າບໍລົມວົງເທີ ກົມພະຍາດຳຣົງຣາຊານຸພາບ

พิพิธภัณฑ์และหอสมุด สมเด็จพระเจ้าบรมวงศ์เธอ กรมพระยาดำรงราชานุภาพ

ພິພິດທະພັນ
ງານສະສົມ ບູຮານວັດຖຸ
ຂໍ້ມູນດ້ານການທ່ອງທ່ຽວ
ທີ່ຕັ້ງ 204 ຖະໜົນຫຼານຫຼວງ ແຂວງຄອງມະຫານາກ ເຂດປ້ອມປາບສັດຕູພ່າຍ ບາງກອກ
ປະເທດ ໄທ
ພິກັດ 13°45′21″N 100°30′46″E / 13.75583°N 100.51278°E / 13.75583; 100.51278
ໝາຍເຫດ ເປິດໃຫ້ເຂົ້າຊົມວັນຈັນ-ສຸກ ສອງຮອບຕ່ໍວັນ 09.00-12.00 ໂມງ ແລະ 13.30-14.30 ໂມງ ການເຂົ້າຊົມຕ້ອງທຳໜັງສືຂໍອນຸຍາດລ່ວງໜ້າເທ່ານັ້ນ

ວັງວໍຣະດິດ (ໄທ: วังวรดิศ, ວັງວຣດິສ) ແມ່ນວັງທີ່ປະທັບຂອງສົມເດັດພະເຈົ້າບໍລົມວົງເທີ ກົມພະຍາດຳຣົງຣາຊານຸພາບ ຕັ້ງຢູ່ບົນຖະໜົນຫຼານຫຼວງ ແລະຖະໜົນດຳຣົງຣັກ ໃກ້ຕະຫຼາດສະພານຂາວ ປັດຈຸບັນໃຊ້ຈັດສະແດງເປັນ ພິພິດທະພັນແລະຫໍສະໝຸດ ສົມເດັດພະເຈົ້າບໍລົມວົງເທີ ກົມພະຍາດຳຣົງຣາຊານຸພາບ

ວັງວໍຣະດິດສ້າງຊຶ້ນເມື່ອ ຄ.ສ. 1911 ບົນທີ່ດິນຂອງເຈົາຈອມມານດາຊຸ່ມ ໃນລາຊະການທີ 4 ພະມານດາຂອງກົມພະຍາດຳຣົງຣາຊານຸພາບ ໂດຍສ້າງຈາກພະລາຊະຊັບສ່ວນພະອົງຂອງສົມເດັດພະສີພັດຊະຣິນທາບໍລົມລາຊິນີນາດ ພະບໍລົມລາຊະຊົນນະນີພັນປີຫຼວງ ແລະພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວ ເປັນຄ່າກໍ່ສ້າງຮວມທັ້ງໝົດ 50,000 ບາດ ອອກແບບໂດຍຄາຣ໌ລ ເດີຫ໌ຣິງ ນາຍຊ່າງຊາວເຢຍລະມັນ ສ້າງຂຶ້ນສະໄໝປາຍລາຊະການທີ 5 ແລະມາແລ້ວເສັດໃນສະໄໝຂອງລາຊະການທີ 6

ລັກສະໜະສະຖາປັດຕະຍະກຳແບບຕະເວັນຕົກ ເປັນອາຄານສູງ 2 ຊັ້ນ ຮູບຕົວແອລ ຫຼັງຄາຊົງຈົ່ວຫັກມຸມຕອນປາຍ ມີຄວາມຊັນມາກຈົນໃຕ້ຫຼົງຄາສາມາດໃຊ້ເປັນຫ້ອງເກັບຂອງໄດ້ ມຸງດ້ວຍກະເບື້ອງດິນເຜົາບໍ່ເຄືອບສີ ຫຼັງຄາດ້ານໜ້າແລະດ້ານຂ້າງມີປ່ອງຢ້ຽມນ້ອຍບົນລາດຫຼັງຄາເພື່ອລະບາຍອາກາດແບບເອີຣົບ ພາຍໃນເປັນພື້ນໄມ້

ລັກສະໜະການຕົກແຕ່ງ ມີລາຍປູນປັ້ນທີ່ຝາຕອນບົນໃກ້ຫຼັງຄາ ຂອບອາຄານຊັ້ນບົນມຸກໜ້າທາງທິດຕະເວັນອອກ ມີເສົາອິງຮູປຄຶ່ງວົງກົມ 2 ເສົາ ຄູ່ກັນເປັນປູນປັ້ນຄ້າຍກີບບົວຮຽງກັນເປັນຊັ້ນໆ ຊັ້ນລ່າງເນ້ນຂອບຂອງອາຄານໂດຍລອບດ້ວຍລາຍປູນພະທະວານແລະພະແກລມີຮູບຮ່າງຕ່າງໆ ກັນ

ສົມເດັດພະເຈົ້າບໍລົມວົງເທີ ກົມພະຍາດຳຣົງຣາຊານຸພາບ ສິ້ນພະຊົນທີ່ວັງນີ້ ເມື່ອວັນທີ່ 1 ທັນວາ ຄ.ສ. 1943 ໃນຮະຫວ່າງສົງຄາມໂລກຄັ້ງທີ່ສອງ ວັງນີ້ໄດ້ຮັບການອະນຸຮັກໂດຍ ໝ່ອມລາຊະວົງສັງຂະດິດ ດິດສະກຸນ ໄດ້ຮັບຮາງວັນອາຄານອະນຸຮັກດີເດ່ນ ຈາກສະມາຄົມສະຖາປານິກສະຫຍາມ ເມື່ອ ຄ.ສ. 1984 ແລະໄດ້ຮັບສະເໜອໂດຍອົງການອຸຍເນສໂກ ປະຈຳພາກພື້ນອາຊີແປຊິຟິກ ໃຫ້ຮ່ວມອະນຸຮັກເປັນ ອາຄານປະຫວົດສາດໂລກ