ພໍ່ຂຸນບານເມືອງ
ພໍ່ຂຸນບານເມືອງ | |
ພະມະຫາກະສັດແຫ່ງກຸງສຸໂຂໄທ | |
---|---|
Reign | ຄ.ສ. 1279-ຮອດປີໃດບໍ່ປາກົດ |
ກ່ອນໜ້າ | ພໍ່ຂຸນສີອິນທາທິດ |
House | ລາຊະວົງພະຣ່ວງ |
ພໍ່ຂຸນບານເມືອງ (ໄທ: พ่อขุนบานเมือง) ແມ່ນພະລາຊະໂອລົດອົງໃຫຍ່ໃນພໍ່ຂຸນສີອິນທາທິດແລະພະນາງເສືອງແລະເປັນສົມເດັດພະເຊດຖາທິລາດ (ອ້າຍ)ໃນພໍ່ຂຸນຮາມຄຳແຫງມະຫາລາດ ສະເຫວີຍລາຊະສົມບັດໃນອານາຈັກສຸໂຂໄທຫຼັງຈາກພໍ່ຂຸນສີອິນທາທິດສະເດັດສະຫວັນຄົດ (1821) ແລະຄອງລາດຢູ່ຈົນຮອດ ພ.ສ. 1822 ພຽງເກືອບ 1 ປີ
ປະຫວັດສາດສະໄໝພໍ່ຂຸນບານເມືອງ[ແກ້ໄຂ]
ປະຫວັດສາດສະໄໝພໍ່ຂຸນບານເມືອງນີ້ມີບໍ່ຄ່ອຍຫຼາຍ ເພາະບໍ່ຄ່ອຍມີຫຼັກຖານທີ່ຊັດເຈນ ມີກໍພຽງແຕ່ສະເຫວີຍລາຊະສົມບັດຕໍ່ຈາກພໍ່ຂຸນສີອິນທາທິດ ແລະເຮັດສົງຄາມຂະຫຍາຍອານາຈັກເທົ່ານັ້ນ
ພະລາຊະກໍລະນີຍະກິດທີ່ສຳຄັນ[ແກ້ໄຂ]
ພໍ່ຂຸນບານເມືອງໄດ້ເຮັດສົງຄາມກັບເມືອງຕ່າງໆ ໃນຫຼາຍປະເທດເພື່ອຂະຫຍາຍອຳນາດແຫ່ງສຸໂຂໄທ ເຊິ່ງພະອົງມີພະປີຊາສາມາດໃນການເຮັດສຶກສົງຄາມຫຼາຍ ໂດຍມີສົມເດັດພະອະນຸຊາທິລາດ (ພໍ່ຂຸນຮາມຄຳແຫງມະຫາລາດ) ເປັນແມ່ທັບ ດັງປາກົດໃນສິລາຈາລຶກຫຼັກທີ່ 1 ວ່າ "ກູໄປ່ໄທ່ບ້ານໄທ່ເມືອງ ໄດ້ຊ້າງ ໄດ້ງວງ ໄດ້ປົ່ວ ໄດ້ນາງ ໄດ້ເງືອນ ໄດ້ທອງ ກູເອົາມາເວນແກ່ພໍ່ກູ ພໍ່ກູຕາຍເວນຍັງພີ່ກູ ກູພ່ຳບຳເລີແກ່ພີ່ກູ ດັງບຳເລີແກ່ພໍ່ກູ" ໝາຍຄວາມວ່າເມື່ອພະຮາມຄຳແຫງຍົກທັບໄປຕີເມືອງອື່ນຈົນໄດ້ໄຊຊະນະ ກໍນຳຊ້າງ ນຳຜູ້ຄົນ ຊັບສິນເງິນທອງ ມາຖະຫວາຍແດ່ພະລາຊະບິດາ ເມື່ອພະລາຊະບິດາສະຫວັນຄົດ ກໍເຮັດຢ່າງດຽວກັນກັບພໍ່ຂຸນບານເມືອງ
ເບິ່ງຕື່ມ[ແກ້ໄຂ]
ອ້າງອີງ[ແກ້ໄຂ]
- สุโขทัย รุ่งอรุณแห่งความสุข, กรมวิชาการ, กระทรวงศึกษาธิการ, พ.ศ. 2539, หน้า 95-96