ພໍ່ຂຸນສີອິນທາທິດ
ພໍ່ຂຸນສີອິນທາທິດ | |
---|---|
![]() | |
| |
ພະບໍລົມນາມາພິໄທ | ພໍ່ຂຸນບາງກາງຫາວ (ເຈົ້າເມືອງບາງຍາງ) |
ພະປໍລະມາພິໄທ | ກະມອນເຕງອັນສີອິນທະລະບະດິນທາທິດ |
ພະລາຊະອິສະລິຍະຍົດ | ພະມະຫາກະສັດແຫ່ງກຸງສຸໂຂໄທ |
ລາຊະວົງ | ລາຊະວົງພະຣ່ວງ |
ຄອງລາດ | ພ.ສ. 1792 - ປີໃດບໍ່ປາກົດ[໑] |
ໄລຍະຄອງລາດ | 30 ປີ |
ຂໍ້ມູນສ່ວນພະອົງ | |
ພະມະເຫສີ | ນາງເສືອງ[໒] |
ພະລາດຊະໂອລົດ/ທິດາ | ມີພະລາຊະໂອລົດແລະມີພະທິດາຮວມ 5 ພະອົງ |
ພໍ່ຂຸນສີອິນທາທິດ (ໄທ: พ่อขุนศรีอินทราทิตย์) ຫຼືພະນາມເຕັມ ກຳມະຣະເຕງອັນສີອິນທະລະບະດິນທາທິດ (ໄທ: กมรเตงอัญศรีอินทรบดินทราทิตย์) ພະມານເດີມ "ພໍ່ຂຸນບາງກາງຫາວ" (ໄທ: พ่อขุนบางกลางหาว) ແມ່ນປະຖົມກະສັດແຫ່ງລາຊະວົງພະຣ່ວງຕາມປະຫວັດສາດໄທ ຊົງຄອງລາດຕັ້ງແຕ່ ຄ.ສ. 1249 ຮອດປີໃດບໍ່ປາກົດ
ພະນາມ[ແກ້ໄຂ]
- ພໍ່ຂຸນບາງກາງຫາວ
- ພໍ່ຂຸນສີອິນທາທິດ
- ບາງກາງຫາວ
- ພະຣ່ວງ
- ພະອິນທະລາຊາ
- ອາລຸນລາດ
- ໄສຣັງຄະລາດ ຫຼື ໄສຣັງຄະລາຊາ
- ໄສນະລົງຄະລາດ
- ຣັງຄະລາດ ຫຼື ສຸຣັງຄະລາດ
- ພະຣ່ວງ ຫຼື ໂລດຈະນະລາດ
ສຳລັບພະນາມທຳອິດ ຄື ພໍ່ຂຸນບາງກາງຫາວນັ້ນແມ່ນພະນາມດັ້ງເດີມເມື່ອຄັ້ງເປັນເຈົ້າບາງຍາງ ເປັນທີ່ຍອມຮັບກັນໂດຍທົ່ວໄປວ່າພໍ່ຂຸນບາງກາງຫາວແມ່ນພະນາມສະໄໝເປັນເຈົ້າເມືອງບາງຍາງໂດຍແທ້ຈິງ
ພະນາມທີ່ສອງນັ້ນ ແມ່ນພະນາມທີ່ໃຊ້ກັນທາງລາຊະການ ແມ່ນພະນາມທີ່ເຊື່ອກັນວ່າຊົງໃຊ້ເມື່ອລາຊາພິເສກແລ້ວ ພະນາມ "ສີອິນທາທິດ" ມີບອກຢູ່ໃນສິລາຈາຣຶກ ສ່ວນຄຳນຳໜ້າພະນາມ "ສີອິນທາທິດ" ມີຄຳເອິ້ນແຕກຕ່າງກັນໄປ ຂຸນສີອິນທາທິດບ້າງ ພໍ່ຂຸນສີອິນທາທິດບ້າງ ບາງກາງຫາວສີອິນທາທິດບ້າງ ແລະບ້າງກໍເອິ້ນວ່າພະເຈົ້າຂຸນສີອິນທາທິດ
ພະລາຊະກໍລະນີຍະກິດ[ແກ້ໄຂ]
ພໍ່ຂຸນສີອິນທາທິດເມື່ອຄັ້ງຍັງເປັນພໍ່ຂຸນບາງກາງຫາວໄດ້ຮ່ວມກັບພໍ່ຂຸນຜາເມືອງເຈົ້າເມືອງຣາດແຫ່ງລາຊະວົງສີນາວນຳຖຸມຮວມກຳລັງພົນກັນເຮັດລັດຖະປະຫານ ຂອມສະບາດໂຂນລຳພົງ ໂດຍພໍ່ຂຸນບາງກາງຫາວຕີເມືອງສີສັດຊະນາໄລແລະເມືອງບາງຂົງໄດ້ແລະຍົກທັງສອງເມືອງໃຫ້ພໍ່ຂຸນຜາເມືອງ ສ່ວນພໍ່ຂຸນຜາເມືອງຕີເມືອງສຸໂຂໄທໄດ້ ກໍໄດ້ມອບເມືອງສຸໂຂໄທໃຫ້ພໍ່ຂຸນບາງກາງຫາວ ພ້ອມພະຂັນໄຊສີແລະພະນາມ "ສີອິນທະລະບະດິນທາທິດ" ເຊິ່ງໄດ້ນຳມາໃຊ້ເປັນພະນາມ ພາຍຫຼັງໄດ້ກາຍເປັນ "ສີອິນທາທິດ" ການເຂົ້າມາຄອງສຸໂຂໄທຂອງພະອົງ ສົ່ງຜົນໃຫ້ລາຊະວົງພະຣ່ວງເຂົ້າມາມີອິດທິພົນໃນເຂດພະນະຄອນສຸໂຂໄທເພິ່ມຫຼາຍຂຶ້ນແລະໄດ້ແຜ່ຂະຫຍາຍດິນແດນກວ້າງຂວາງຫຼາຍອອກໄປ ແຕ່ເຂດແດນເມືອງສອນລວງສອງແຄວ ກໍຍັງຄົງເປັນຖານກຳລັງຂອງລາຊະວົງສີນາວນຳຖຸມຢູ່
ໃນກາງລັດຊະສະໄໝ ຊົງມີສົງຄາມກັບຂຸນສາມຊົນເຈົ້າເມືອງສອດ ຊົງຊົນຊ້າງກັບຂຸນສາມຊົນ ແຕ່ຊ້າງຂອງພະອົງ ໄດ້ຕະເຫຼີດໜີດັງຄຳໃນສິລາຈາຣຶກວ່າ "ໜີຍຍ່າຍພ່າຍຈແຈ໋ນ" (ໜີ-ຍໍ-ຍ່າຍ-ພ່າຍ-ຈໍ-ແຈ້ນ) ຂະນະພະໂອລົດພະອົງໜ້ອຍມີພະປີຊາສາມາດໄດ້ຊົນຊ້າງຊະນະຂຸນສາມຊົນ ພາຍຫຼັງຈຶງຊົງສະເຫຼີມພະນາມພະໂອລົດວ່າຮາມຄຳແຫງ
ໃນຍຸກປະຫວັດສາດຊາດນິຍົມ ມີຄະຕິນຶ່ງທີ່ເຊື່ອກັນວ່າ ພະອົງຊົງເປັນຜູ້ນຳຊາວສະຫຍາມຕໍ່ສູ້ກັບອິດທິພົນຂອມໃນສຸວັນນະພູມ ຊົງໄດ້ໄຊຊະນະແລະປະກາດອິສະຫຼະພາບຕັ້ງລາຊະອານາຈັກສຸໂຂໄທຂຶ້ນ ແລະຊົງເປັນປະຖົມກະສັດແຫ່ງລາຊະອານາຈັກໄທ ແຕ່ພາຍຫຼັງຄະຕິດັງກ່າວໄດ້ຮັບການພິສູດແລ້ວວ່າບໍ່ຈິງ ເພາະພະອົງບໍ່ໄດ້ເປັນປະຖົມກະສັດ ອີກທັງຍັງມີພໍ່ຂຸນສີນາວນຳຖຸມຄອງສຸໂຂໄທຢູ່ກ່ອນແລ້ວ
ພະລາຊະວົງ[ແກ້ໄຂ]
ພໍ່ຂຸນສີອິນທາທິດ ມີພະລາຊະໂອລົດແລະພະທິດາຮວມ 5 ພະອົງ ໄດ້ແກ່
- ພະລາຊະໂອລົດອົງໂຕ (ບໍ່ປາກົດພະນາມ)
ສິ້ນພະຊົນຕັ້ງແຕ່ຊົງພະເຍາ
- ພໍ່ຂຸນບານເມືອງ
- ພໍ່ຂຸນຮາມຄຳແຫງມະຫາລາດ (ພະນາມຂະນະທີ່ຍັງຊົງພະເຍາບໍ່ປາກົດ)
- ພະທິດາ (ບໍ່ປາກົດພະນາມ)
- ພະທິດາ (ບໍ່ປາກົດພະນາມ)
ແມ້ນບໍ່ຊາບແນ່ນອນວ່າພະອົງສິ້ນພະຊົນໃນປີໃດ ແຕ່ພາຍຫຼັງພະອົງສິ້ນພະຊົນແລ້ວ ພໍ່ຂຸນບານເມືອງ ພະລາຊະໂອລົດພະອົງໃຫຍ່ ໄດ້ສືບລາຊະສົມບັດແທນ
ເບິ່ງຕື່ມ[ແກ້ໄຂ]
ອ້າງອິງ[ແກ້ໄຂ]
- ↑ นามานุกรมพระมหากษัตริย์ไทย, หน้า 19
- ↑ ພະລາຊະປະຫວັດພໍ່ຂຸນຮາມຄຳແຫງ ຈາກເວັບໄຊ້ມະຫາວິທະຍາໄລຮາມຄຳແຫງ
ประเสริฐ ณ นคร. พ่อขุนศรีอินทราทิตย์ สารานุกรมไทย ฉบับราชบัณฑิตยสถาน. เล่ม 26. หน้า 16861-16864 พ.ศ. 2549