ພາສາສະເປນ

ຈາກ ວິກິພີເດຍ
Jump to navigation Jump to search

ພາສາສະເປນ ຫຼື ພາສາແອສະປາໂຍນ ຫຼື ພາສາເອັສປາໂຍນ (español) ແມ່ນພາສາໂລມັງພາສາໜຶ່ງ ອັນມີຕົ້ນກຳເນີດແຕ່ປະເທດສະເປນ. ມີຜູ້ເວົ້າປະມານ 387 ລ້ານຄົນເປັນພາສາແມ່ ອັນເຮັດໃຫ້ເປັນພາສາທີ່ເວົ້າຫຼາຍທີ່ສຸດອັນດັບທີ່ 2 ຂອງໂລກ ຕາມຫຼັງພາສາຈີນກາງ. ປະເທດເມັກຊິໂກມີຜູ້ເວົ້າພາສາສະເປນຫຼາຍທີ່ສຸດ. ພາສາສະເປນແມ່ນໜຶ່ງໃນພາສາທາງການທັງ 6 ຂອງສະຫະປະຊາຊາດ ແລະມີການໃຊ້ເປັນພາສາທາງການໃນສະຫະພາບເອີລົບແລະໃນຕະລາດກາງຕອນໃຕ້.

ພາສາສະເປນແມ່ນພາສາຫນຶ່ງເຊິ່ງຈັດຢູ່ໃນກຸ່ມພາສາອີເບໂລ-ໂລມັງ ເຊິ່ງມີການວິວັດທະນາການມາຈາກພາສາຖິ່ນຕ່າງໆ ຂອງພາສາລາແຕັງສາມັນໃນແຄວ້ນອີເບລີ ລຸນຫຼັງການຫຼົ້ມສະຫຼາຍຂອງອານາຈັກໂລມັງຕາເວັນຕົກໃນສະຕະວັດທີ 5. ພາສາສະເປນມີການບັນທຶກຂຽນເທື່ອທຳອິດໃນແຄວ້ນອີເບລີເໜືອກາງໃນສະຕະວັດທີ 9 ແລະມີການຂະຫຍາຍໂຕທີແລະໜ້ອຍໄປພ້ອມກັບການຂະຫຍາຍໂຕຂອງອານາຈັກກາສະຕີ ຈົນໄປຮອດພາກກາງແລະພາກໃຕ້ຂອງແຄວ້ນອີເບລີ. ທຳອິດຄຳສັບພາສາສະເປນໄດ້ຮັບອິດທິພົນຈາກພາສາບາດແລະພາສາອີເບໂລ-ໂລມັງອື່ນໆ ແລະພາຍຫຼັງພາສາສະເປນໄດ້ຮັບຄຳສັບຈາກພາສາອາລັບ ລະຫວ່າງທີ່ຊາວມຸສະລິມຄອງຄາບສະໝຸດອີເບລີ. ພາສາສະເປນຍັງໄດ້ຮັບຄຳສັບເຊິ່ງບໍ່ໄດ້ມາຈາກກຸ່ມພາສາອີເບລີອີກນຳ ເຊັ່ນພາສາອົກຊີຕັງ ພາສາຝະລັ່ງ ພາສາອິຕາລີ ພາສາຊາກ ແລະເລີ່ມມີຄຳຈາກພາສາອັງກິດໃນຍຸດປັດຈຸບັນອີກນຳ. ພາສາສະເປນໄດ້ມີການໃຊ້ແຜ່ໄປຮອດຫົວເມືອງຂອງອານາຈັກສະເປນໃນສະຕະວັດທີ 16 ທີ່ເປັນທີ່ຮູ້ຈັກກັນດີແມ່ນໃນພື້ນທີ່ໃນທະວີບອາເມລິກາ ແລະບ່ອນອື່ນໆ ໃນທະວີບອາຟະລິກ ທະວີບໂອຊີອານີ ແລະ ຟີລິບປິນ.

ອ້າງອີງ[ແກ້ໄຂ]

ບັນນານຸກົມ

ອ່ານຕື່ມ[ແກ້ໄຂ]

ແຫຼ່ງຂໍ້ມູນອື່ນ[ແກ້ໄຂ]