Jump to content

ພຣະໄຕປິດົກ

ຈາກ ວິກິພີເດຍ


ໄຕຣປິດົກ (ພາສາສັນສະກຣິດ; ພາສາບາລີ: ຕຣິປິຕະກະ; ພາສາຈີນ: 三藏 (Traditional Chinese), Sānzàng (Pinyin); ພາສາຍີ່ປຸ່ນ:Sanzo; ພາສາຂະເມຣ:ໄຕຣເປເຕັກ; ພາສາເກົາຫຼີ:삼장 (Samjang); ພາສາໄທ:ไตรปิฎก; ພາສາຫວຽດນາມ:Tam tạng) ເປັນຄຳສັບທາງການທີ່ໃຊ້ຮຽກຄຳພີທາງພຣະພຸດທະສາດສະໜາ; ຄວາມໝາຍໂດຍຕົງ ແປວ່າ ກະຕ່າສາມໜ່ວຍ ໃຊ້ບັນຈຸຄຳສອນທາງພຣະພຸດທະສາດສະໜາ. ຄຳພີພຣະໄຕຣປິດົກໄດ້ຖືກແປເປັນຫຼາຍພາສາ ໃນໂລກຂອງພຣະພຸດທະສາດສະໜາ ເຊິ່ງລວມມີຫຼາຍສະບັບຢ່າງກວ້າງຂວາງ. ພຣະໄຕຣປິດົກທີ່ໄດ້ຮັບການແຜ່ຫຼາຍກວ່າໝູ່ແມ່ນສະບັບທີ່ເປັນຂອງ ນິກາຍເຖຣະວາດ.

ການບັນທຶກພຣະໄຕຣປິດົກ ເຊິ່ງທຳອິດແມ່ນຈາກການທ່ອງຈຳປາກເປົ່າຈາກພຣະສາວົກ ລວມລົງເປັນສາມໝວດໃຫຍ່ໆ (ທຳອິດແມ່ນຖືກຈາລຶກລົງໃນໜັງສືໃບລານ) ເນື່ອງຈາກວ່າສະຫຼຸບລວມລົງເປັນສາມໝວດໃຫຍ່ໆ ຈິ່ງເອີ້ນວ່າ ຕຣິປິຕະກະ ຫຼື ໄຕຣປິດົກ.

ໝວດທຳອິດເອີ້ນວ່າ: ພຣະວິນັຍປິດົກເຊິ່ງເປັນຈະຣິຍະວັດ ຄືຂໍ້ວັດປະຕິບັດທີ່ຖືປະຕິບັດມາໂດຍໝູ່ພຣະສົງຄັ້ງປະຖົມໂພທິການ ອັນມີ ພິກສຸແລະພິກສຸນີເປັນຕົ້ນ. ຂໍ້ວັດປະຕິບັດບາງອັນໄດ້ຖືກບັນຍັດຂື້ນໂດຍພຣະພຸດທະເຈົ້າ ເພື່ອຈຳເປັນແລະເປັນພື້ນຖານໃນການປະຕິບັດຕາມທັມອັນເລິກເຊິ່ງຂອງພຣະພຸດທະເຈົ້າ. ຕໍ່ມາຈິ່ງໄດ້ບັນຍັດຂື້ນເລື້ອຍໆ ໂດຍອາສັຍມູນເຫດທີ່ເກີດຂື້ນແຕ່ລະວັນ ທີ່ພຣະພຸດທະອົງໄດ້ເຫັນການກະທຳ ບັນຫາແລະພຶດຕິກັມຂອງພຣະສົງ ແລ້ວບັນຍັດຕາມນັ້ນ.