Jump to content

ພຣະພຸດທະເຈົ້າ

ຈາກ ວິກິພີເດຍ

ພຣະພຸດທະສາດສະໜາ ຫຼື ສາດສະໜາພຸດ ເປັນສາດສະໜາທີ່ມຸ່ງເນັ້ນເພື່ອການພົ້ນໄປຈາກຄວາມທຸກ ແລະ ສອນໃຫ້ຮູ້ຈັກກັບຄວາມທຸກ ແລະ ວິທີການທີ່ຈະ ຫຼຸດພົ້ນຈາກຄວາມທຸກທັງປວງ ຫຼື ເອີ້ນວ່າ ອະວິຊຊາ ( ຄວາມບໍ່ຮູ້ຄວາມຈິງໃນທັມມະຊາດ ) ອັນເປັນເຫດໃຫ້ເກີດຄວາມທຸກທັງປວງຄື ໂລພະ (ຄວາມໂລບ), ໂທສະ (ຄວາມໂກດ) ແລະ ໂມຫະ (ຄວາມຫຼົງ)ເນັ້ນການທຳຄວາມເຂົ້າໃຈ ແລະ ປະຕິບັດດີປະຕິບັດຊອບດ້ວຍປັນຍາຂອງຕົນເອງ ຈົນຮູ້ເຫດແລະຜົນວ່າສິ່ງນີ້ມີ ສິ່ງນັ້ນຈິ່ງມີ ແລະ ຄວາມເປັນໄປຕາມທັມມະຊາດ ແລະ ສັດຕະວະໂລກທີ່ເປັນໄປຕາມກົດແຫ່ງກັມ ດ້ວຍຄວາມບໍ່ປະໝາດໃນຊີວິດໃຫ້ ມີຄວາມສຸກທັງໃນໂລກນີ້ ແລະ ໂລກໜ້າ, ດ້ວຍການສະສົມບຸນບາຣະມີຕະຫຼອດເຖິງການບັນລຸພຣະນິບພານເຊິ່ງເປັນທີ່ສຸດຂອງການດັບຄວາມທຸກທັງປວງ.

ພຣະພຸດທະເຈົ້າ

ພຣະພຸດທະເຈົ້າໝາຍເຖິງຜູ້ກໍ່ຕັ້ງພຣະພຸດທະສາດສະໜາ ກ່ອນ ຄ.ສ ໕໖໓ ກຳເນີດໃນເຊື້ອສາຍສາກະຍະວົງ ແຫ່ງເມືອງກະບີນລະພັດ ຊົມພູທະວີບ(ປະເທດອິນເດຍ)ເດີມຊົງມີນາມສິດທັດຖະ ແປວ່າ : ຜູ້ສຳເຣັດເເລ້ວເຊິ່ງທຸກຄວາມປຣາຖນາທຸກປະການ. ນອກຈາກນີ້ພຣະອົງຍັງມີສົມມຸດຍານາມທີ່ເປັນຊື່ຮຽກພຣະອົງອີກຫຼາຍຢ່າງເຊິ່ງຂື້ນກັບກາລະໂອກາດແລະຜູ້ທີ່ສັດທາໃນທັມມະຂອງພຣະອົງເຊັ່ນ ພຣະສາມະນະໂຄດົມ(ພຣະສາມະນະໂຄຕະມະ),ພຣະພຸດທະເຈົ້າ, ພຣະບໍຣົມມະສາດສະດາສັມມາສັມພຸດທະເຈົ້າ, ພຣະສາກະຍະມຸນີ, ພຣະສັບພັນຍູ, ພຣະຊິນນະສີ, ພຣະທົດສະພົນລະຍານ, ພຣະພູມີພຣະພາກເຈົ້າ, ພຣະຕະຖາຄົດ ແລະອື່ນໆ ເຊິ່ງທັງໝົດທີ່ຮຽກເອີ້ນພຣະບໍຣົມມະສາດສະດາສັມມາສັມພຸດທະເຈົ້ານັ້ນ ກໍ່ເພື່ອເປັນບູຊາພຣະຄຸນອັນຍິ່ງໃຫຍ່ຂອງພຣະອົງເຊິ່ງບໍ່ມີໃຜໃຫຍ່ຍິ່ງກວ່າ ປະເສີດຍິ່ງກວ່າພຣະອົງ