ປະເທດເອກວາດໍ

ຈາກ ວິກິພີເດຍ

ເອກວາດໍ (ແອັດສະປາຍ: Ecuador) ຫຼືຊື່ຢ່າງເປັນທາງການ ສາທາລະນະລັດເອກວາດໍ (ແອັດສະປາຍ: República del Ecuador, [re'puβlika ðel ekwa'ðoɾ]) ແມ່ນປະເທດໃນພາກຕາເວັນຕົກສຽງເໜືອຂອງທະວີບອາເມລິກາໃຕ້. ມີອານາເຂດຕິດຕໍ່ກັບໂກລົມບີທາງທິດເໜືອ ຕິດຕໍ່ກັບເປຣູທາງທິດຕາເວັນອອກແລະທາງທິດໃຕ້ ແລະຈົດມະຫາສະໝຸດປາຊີຟິກທາງທິດຕາເວັນຕົກ ປະເທດເອກົວເຕີມີອຳນາດອະທິປະໄຕເໜືອໝູ່ເກາະກາລາປາກົດ (ໝູ່ເກາະໂກລົງ) ໃນປາຊີຟິກ ຕັ້ງຢູ່ຫ່າງຈາກແຜ່ນດິນໃຫຍ່ໄປທາງທິດຕາເວັນຕົກ 965 ກິໂລແມັດ (ປະມານ 600 ໄມ).

ອ້າງອີງ[ດັດແກ້]