ສານ: Difference between revisions

ຈາກ ວິກິພີເດຍ
Content deleted Content added
r2.7.2+) (ໂຣບົດ ພວມແປງ: war:Hukmanan
Bot: Migrating 71 langlinks to WP:Wikidata - d:q41487
ແຖວ 45: ແຖວ 45:


[[ໝວດ:ກົດໝາຍ|ກົດໝາຍ]]
[[ໝວດ:ກົດໝາຍ|ກົດໝາຍ]]

[[ar:محكمة]]
[[arc:ܒܝܬ ܕܝܢܐ]]
[[be:Суд]]
[[be-x-old:Суд]]
[[bg:Съд]]
[[br:Lez roueel]]
[[bs:Sud]]
[[ca:Tribunal]]
[[chr:ᏧᎾᏓᏱᎵᏓᏍᏗ]]
[[cs:Soud]]
[[cy:Llys (cyfraith)]]
[[da:Domstol]]
[[de:Gericht]]
[[el:Δικαστήριο]]
[[en:Court]]
[[eo:Tribunalo (juro)]]
[[es:Tribunal de justicia]]
[[et:Kohus]]
[[eu:Auzitegi]]
[[fa:دادگاه]]
[[fi:Tuomioistuin]]
[[fr:Tribunal]]
[[fy:Rjochtbank]]
[[gl:Tribunal]]
[[gv:Quaiyl]]
[[he:בית משפט]]
[[hi:न्यायालय]]
[[hr:Sud]]
[[hu:Magyarország bíróságai]]
[[id:Pengadilan]]
[[io:Korto]]
[[it:Tribunale]]
[[ja:裁判所]]
[[ka:სასამართლო]]
[[kbd:Хей]]
[[kk:Сот]]
[[ko:법원]]
[[ku:Dadgeh]]
[[lad:Bet-Amishpat]]
[[lt:Teismas]]
[[lv:Tiesa]]
[[mk:Суд]]
[[ms:Mahkamah]]
[[ne:अदालत]]
[[nl:Rechtbank]]
[[nn:Domstol]]
[[no:Domstol]]
[[pl:Sąd]]
[[pt:Tribunal]]
[[qu:Taripay suntur]]
[[ru:Суд]]
[[sh:Sud]]
[[si:උසාවිය]]
[[simple:Court]]
[[sk:Súd]]
[[sl:Sodišče]]
[[sr:Суд]]
[[sv:Domstol]]
[[ta:நீதிமன்றம்]]
[[te:న్యాయస్థానము]]
[[th:ศาล]]
[[tr:Mahkeme]]
[[tt:Мәхкәмә]]
[[uk:Суд]]
[[uz:Sud]]
[[vi:Tòa án]]
[[war:Hukmanan]]
[[xmf:სასამართლო]]
[[yi:געריכט]]
[[zh:法院]]
[[zh-yue:法院]]

ລຸ້ນແກ້ໄຂເກົ່າເມື່ອ 02:10, 7 ມີນາ 2013

ສານ ແມ່ນ ອົງກອນຕຸລາການ ທີ່ ມີ ອຳນາດຕຸລາການ ຫຼື ອຳນາດໃນການຕັດສິນວ່າ ການກະທຳໃດໜຶ່ງ ຖືກຫຼືຜິດ ກົດໝາຍ ໃນປະເທດໃດໜຶ່ງ.ມັນ ແມ່ນ ໜຶ່ງ ໃນ 3 ອຳນາດລັດຄື (1)ອຳນາດນິຕິບັນຍັດ(ສະພາ), (2)ອຳນາດບໍລິຫານ(ລັດຖະບານ) ແລະ (3)ອຳນາດຕຸລາການ(ສານ). ລະບົບ ສານນັ້ນ ຈະແຕກຕ່າງກັນໄປຕາມ ແຕ່ລະປະເທດ ເຊັ່ນ ບາງປະເທດ ກໍ່ໃຊ້ ລະບົບ 2 ຂັ້ນ, 3 ຂັ້ນ ເປັນຕົ້ນ. ນອກຈາກ ສານຕຸລາການ ໂດຍທົ່ວໄປແລ້ວ ບາງ ປະເທດ ກໍ່ຍັງມີ ສານພິເສດ ເຊັ່ນ ສານລັດຖະທຳມະນູນ, ສານທະຫານ ອີກ.


ສານປະຊາຊົນສູງສຸດ ແລະອົງການໄອຍາການປະຊາຊົນ ແຫ່ງ ສປປລ

ສານປະຊາຊົນແມ່ນອົງການພິພາກສາຂອງລັດຊື່ງປະກອບດ້ວຍ: ສານປະຊາຊົນສູງສຸດ .ສາສອຸທອນ. ສານປະຊາ ຊົນແຂວງ, ນະຄອນ. ສານປະຊາຊົນເມືອງ. ສານທະຫານ. ໃນກໍລະນີທີ່ຈຳເປັນອາດຈະສ້າງຕັ້ງສານສະເພາະ ຕາມຂະແໜງການຂື້ນກໍ່ໄດ້ ໂດຍການຕົກລົງຂອງຄະນະປະຈຳສະພາແຫ່ງຊາດ.


ສານປະຊາຊົນສູງສຸດ ແມ່ນອົງການພິພາກສາສຸງສຸດຂອງລັດ. ສານປະຊາຊົນສູງສຸດຄຸ້ມຄອງດ້ານບໍລິຫານຕໍ່ສານ ປະຊາຊົນທຸກຂັ້ນ, ສານທະຫານ ແລະ ກວດກາຄຳຕັດສີນຂອງສານດັ່ງກ່າວ.


ຮອງປະທານສານປະຊາຊົນສູງສຸດ ແມ່ນປະທານປະເທດເປັນຜູ້ແຕ່ງຕັ້ງ ຫລື ປົດຕຳແໜ່ງ ຕາມການສະເໜີຂອງ ປະທານສານປະຊາຊົນສູງສຸດ. ບັນດາຜູ້ພິພາກສາຂອງສານປະຊາຊົນສູງສຸດ, ປະທານ, ຮອງປະທານ ແລະ ບັນດາຜູ້ພິພາກສາຂອງສານທະຫານແມ່ນຄະນະປະຈຳສະພາແຫ່ງຊາດເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳ ແໜ່ງຕາມການສະເໜີຂອງສານປະຊາຊົນສູງສຸດ.


ສານປະຊາຊົນພິຈາລະນາຕັດສີນເປັນໝູ່ຄະນະ. ໃນເວລາພິຈາລະນາຕັດສີນ ຜູ້ພິພາກສາຕ້ອງເປັນເອກະລາດ ແລະ ມີແຕ່ປະຕິບັດຕາມກົດໝາຍເທົ່ານັ້ນ.


ການໄຕ່ສວນຄະດີໃນທີ່ປະຊູມສານຕ້ອງດຳເນີນຢ່າງເປີດເຜີຍ ເວັ້ນເສຍແຕ່ກໍລະນີທີ່ໄດ້ກຳນົດໄວ້ໃນກົດໝາຍ. ຜູ້ຖືກຫາມີສິດຕໍ່ສູ້ຄະດີທີ່ຕົນຖືກກ່າວຟ້ອງ, ທະນາຍຄວາມມີສິດຊ່ວຍເຫລືອທາງດ້ານກົດໝາຍແກ່ຜູ້ຖືກກ່າວຟ້ອງ.


ຜູ້ຕາງໜ້າບັນດາອົງການຈັດຕັ້ງສັງຄົມມີສິດເຂົ້າຮ່ວມຄະດີຢູ່ສານຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.


ຄຳຕັດສີນຂອງສານປະຊາຊົນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນ ທຸກອົງຈັດຕັ້ງພັກ, ອົງການຈັດຕັ້ງລັດ, ແນວລາວ ສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ພົນລະເມືອງທຸກຄົນຕ້ອງເຄົາລົບ, ບຸກຄົນ ແລະ ອົງການຈັດຕັ້ງທີ່ມີສ່ວນກ່ຽວຂ້ອງຕ້ອງປະຕິບັດຢ່າງເຂັ້ມງວດ.


ອົງການໄອຍາການປະຊາຊົນແມ່ນອົງການຕິດຕາມກວດກາການປະຕິບັດກົດໝາຍຊື່ງປະກອບດ້ວຍ. ອົງການໄອຍາ ການປະຊາຊົນສູງສຸດ. ອົງການໄອຍາການປະຊາຊົນຂັ້ນອຸທອນ. ອົງການໄອຍາການປະຊາຊົນແຂວງ, ນະຄອນ. ອົງການໄອຍາການເມືອງ. ອົງການໄອຍາການທະຫານ. ອົງການໄອຍາການປະຊາຊົນມີສິດ ແລະ ໜ້າທີ່ດັ່ງນີ້: 1. ຕິດຕາມກວດກາການເຄົາລົບກົດໝາຍຢ່ງຖືກຕ້ອງ ແລະ ເປັນເອກກະພາບຢູ່ໃນທຸກກະຊວງ, ອົງການທຽບເທົ່າ ກະຊວງ, ອົງການທີ່ຂື້ນກັບລັດທະບານ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການປົກຄອງທອ້ງຖີ່ນ, ວິສາຫະກິດ, ລັດຖະກອນ ແລະ ພົນລະເມືອງ. 2. ປະຕິບັດສິດກ່າວຟ້ອງ.


ໄອຍາການປະຊາຊົນສູງສຸດຊີ້ນຳການເຄື່ອນໄຫວຂອງອົງການໄອຍາການປະຊາຊົນທຸກຂັ້ນ. ຮອງໄອຍາການປະຊາ ຊົນສູງສຸດ ແມ່ນປະທານປະເທດເປັນຜູ້ແຕ່ງຕັ້ງ ຫລື ປົດຕຳແໜ່ງຕາມການສະເໜີຂອງໄອຍາການປະຊາຊົນສູງ ສຸດ. ໄອຍາການປະຊາຊົນ ແລະ ຣອງໄອຍາການປະຊາຊົນຂັ້ນອຸທອນ, ແຂວງ, ນະຄອນ, ເມືອງ, ໄອຍາການ ທະຫານ ແມ່ນໄອຍາການປະຊາຊົນສູງສຸດເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳແໜ່ງ.


ໃນເວລາປະຕິບັດໜ້າທີ່ຂອງຕົນນັ້ນອົງການປະຊາຊົນມີແຕ່ປະຕິບັດຕາມກົດໝາຍ ແລະ ຄຳສ່ງຂອງໄອຍາການປະ ຊາຊົນສູງສຸດເທົ່ານັ້ນ.


ເບິ່ງຕື່ມ