ກູເກິລ: Difference between revisions

ຈາກ ວິກິພີເດຍ
Content deleted Content added
ໂຣບົດ ພວມເພີ່ມ: br:Google
ໂຣບົດ ພວມແປງ: ml:ഗൂഗ്ള്‍
ແຖວ 224: ແຖວ 224:
[[mg:Google]]
[[mg:Google]]
[[mk:Google]]
[[mk:Google]]
[[ml:ഗൂഗിൾ]]
[[ml:ഗൂഗ്ള്‍]]
[[mr:गूगल]]
[[mr:गूगल]]
[[ms:Google]]
[[ms:Google]]

ລຸ້ນແກ້ໄຂເກົ່າເມື່ອ 11:21, 11 ມີນາ 2010

ກູໂກລ (Google, Inc).
ປະເພດບໍລິສັດມະຫາຊົນ
ອຸດສາຫະກຳອິນເຕີຣ໌ເນັຕ, ຊອຟຕ໌ແວຣ໌
ກໍ່ຕັ້ງເມັນໂລ ປາຣ໌ກ, ແຄລິຟໍຣ໌ເນຍ (ກັນຍາ 7 1998)[1]
ຜູ້ກໍ່ຕັ້ງເຊີຣ໌ເກ ບຣິນ
ລາຣ໌ຣີ ເພຈ
ສຳນັກງານໃຫຍ່,
ພື້ນທີໃຫ້ບໍລິການ
Worldwide
ບຸກຄະລາກອນຫຼັກ
Dr. Eric E. Schmidt
(Chairman) & (CEO)
ເຊີຣ໌ເກ ບຣິນ
(Technology President)
ລາຣ໌ຣີ ເພຈ
(Products President)
ຜະລິດຕະພັນເບິ່ງ ລາຍການສິນຄ້າຂອງກູໂກນ
ລາຍໄດ້Increase55.97% US$ 16.593 Billion (2007)[2]
ລາຍໄດ້ຈາກການດຳເນີນງານ
Increase30.64% US$ 5.084 Billion (2007)[2]
ລາຍໄດ້ສຸດທິ
Increase25.33% US$ 4.203 Billion (2007)[2]
ສິນຊັບIncrease US$ 25.335 Billion (2007)[2]
ສ່ວນຂອງຜູ້ຖືຮຸ້ນIncrease US$ 22.689 Billion (2007)[2]
ພະນັກງານ
19,604 (June 30 2008)[3]
ເວັບໄຊGoogle.la

ກູໂກລ (Google) ເປັນຊື່ຂອງ ເວັບໄຊຕ໌ ທີ່ໂດ່ງດັງຈາກການບໍລິການ ອິນເຕີຣ໌ເນັຕ ຫລືເອີ້ນວ່າ ເຄື່ອງມືຄົ້ນຫາຢູ່ໃນອິນເຕີຣ໌ເນັຕ ແລະ ເປັນຊື່ຂອງບໍລິສັດພັດທະນາເວັບໄຊຕ໌ກູໂກລ.

ເວັບໄຊຕ໌ກູໂກລໄດ້ຮັບຄວາມນິຍົມຈາກຜູ້ໃຊ້ ເນື່ອງຈາກຄວາມສາມາໃນການຊອກຫາຂໍ້ມູນໄດ້ຖືກຕ້ອງ ກັບຄວາມຕ້ອງການຂອງຜູ້ໃຊ້ຫລາຍທີ່ສຸດ ແລະ ມີຂໍ້ມູນຂອງດັດຊະນີການຄົ້ນຫາ ຫລາຍກວ່າ ແປດພັນລ້ານເວັບໄຊຕ໌ (ຂໍ້ມູນເມືອ ເມຖຸນາ 2005).

ໃນປະຈຸບັນນີ້ ມີບັນດາຜູ້ໃຊ້ ອິນເຕີຣ໌ເນັຕ ຈຳນວນຫລວງຫລາຍຫລົງໄຫລກັບກູໂກລ ເຖີງຂັ້ນໄດ້ແຕ່ງເພັງອຸທຶດໃຫ້ກັບຄວາມຍິ່ງໃຫຍ່ຂອງກູໂກລ

ປະຫວັດ ແລະ ເວັບໄຊຕ໌

ໄລຍະກໍ່ຕັ້ງ

ຈາກຊ້າຍຫາຂວາ, Eric E. Schmidt, ເຊີຣ໌ເກ ບຣິນ ແລະ ແລຣ໌ຣີ ເພຈ

ກູໂກລ ກໍ່ຕັ້ງໂດຍແລຣ໌ຣີ ເພຈ(Larry Page) ແລະ ເຊີຣ໌ເກ ບຣິນ(Sergey Brin) ເລິ່ມການພັດທະນາມາຈາກໂຄງການວິໃຈ ເຊີ່ງເປັນວິທະຍານິພົນ ໃນໄລຍະເວລາທີ່ທັງສອງຮຽນລະດັບປະລີນຍາເອກຢູ່ ມະຫາວິທະຍາໄລ ສະແຕນຟອດ ສະຫະລັດອະເມລິກາ ໃນປີ ຄ.ສ. 1996 ໂດຍໃຊ້ຊື່ໂຄງການວ່າ ແບກຮັບ ໂດຍແນໃສ່ເນື້ອໃນໃນການຄົ້ນຫາຂໍ້ມູນໃນອິນເຕິເນັດ ທັງສອງ ເພຈ ແລະ ບຣິນ ໄດ້ຕັດສີນໃຈທົດລອງ ປະສິດທິພາບລະບົບການຄົ້ນຫາຂອງເຂົາເຈົ້າ ເຊີ່ງໄດ້ຈົດທະບຽນຊື່ໂດເມນ Google ເມື່ອວັນທີ່ 15 ກັນຍາ ຄ.ສ. 1997 ພາຍຫລັງໄດ້ໃຊ້ຊື່ ກູໂກລເປັນຊື່ຂອງບໍລິສັດທີ່ໄດກໍ່ຕັ້ງຂື້ນເມື່ອ ຄ.ສ. 1998

ໄລຍະຕໍ່ມາບໍລິສັໄດ້ອະນຸຍາໃຫ້ຜູ້ພັດທະນາໂປຣແກຣມອື່ນໆ ສາມາດເອົາຊອສໂຄດຂອງ ກູໂກລໄປໃຊ້ຕໍ່ໄດ້ ໂດຍໃຊ້ຖານຂໍ້ມູນຈາກກູໂກລ ຕົວຢ່າງບໍລິສັຕ່າງໆ ທີ່ໄດ້ນຳໄປໃຊ້ມີດັ່ງນີ້ ອົງການມອຊຊີລ້າ ຜູ້ພັທະນາເວັບເບຣົາວ໌ເຊີຣ໌ (browser) ໄຟຟອກ ບໍລິສັດແອບເປີນ ຄອມພິວເຕີຣ໌ ຜູ້ພັທະນາເວັບເບຣົາວ໌ເຊີຣ໌ ຊາຟາຮີ ໃຊ້ໃນແມັກຄອມພິວເຕີຣ໌.

ການເຂົ້າສູ່ຕະຫລາຫຸ້ນ ເປັນບໍລິສັດມະຫາຊົນ

ໃນປີ ຄ.ສ. 2004 ໄດ້ປ່ຽນເປັນເປັນບໍລິສັດມະຫາຊົນ ໂດຍການເຂົ້າສູ່ຕະຫລາຫຸ້ນ ແນດສແດກ (NASDAQ) ໂດຍໃຊ້ດັດຊະນີຊື່ GOOG ຫຸ້ນຂອງກູໂກລໃນໄລຍະທີ່ເປີດ Initial Public Offering (IPO) ມີມູນຄ່າສູງຂື້ນຫລາກວ່າ 200% ໃນເວລາປິດຕະຫລາດຫຸ່ນຂອງມື້ທຳອິດທີ່ໄດ້ປະກາດ (ປຽບທຽບກັບ ໄປ່ຕູ້ ບໍລິສັດຄົ້ນຫາຂໍ້ມູນໃນອິນເຕິເນັດຂອງຈີນ ມູນຄ່າສູງຂື້ນ 354% ໃນເວລາປິດຕະຫລາດຫຸ່ນຂອງມື້ທຳອິດ ວັນທີ່ 5 ສີງຫາ ຄ.ສ. 2005)

ຊື່ Google

ຊື່ "Google" ມາຈາກຄຳວ່າ "googol" ມີຄວາມຫມາຍທາງເລກຄະນິດເປັນຈຳນວນມະຫາສານ ເທົ່າກັບ ສິບຍົກກຳລັງຮ້ອຍ ຫລືເລກ 1 ແລ້ວມີເລກ 0 ນຳຫລັງອີກຫນື່ງຮ້ອຍໂຕ 10100 ຊື່ນີ້ເພື່ອສະແດງເຖິງເປົ້າຫມາຍຂອງ ບໍລິສັດ ທີ່ຈະບໍລິຫານຂໍ້ມູນຈຳນວນຫລວງຫລາຍ ແຕ່ອີກແຫລ່ງຂ່າວຫນື່ງບອກວ່າຊື່ Google ມາຈາກຄວາມຜິດພາດໃນຕອນທີ່ລົງທະບຽນໂດເມັນເນັມ

ໃນວັນທີ່ 10 ກໍລະກົດ ຄ.ສ. 2005 ກູໂກລໄດ້ຊະນະການຟ້ອງໃນສານ ໃນຄະດີທີ່ມີບໍລິສັດຕ່າງໆ ໄດ້ຕັ້ງຊື່ໃກ້ຄຽງ ໄດ້ແກ່ googkle.com ghoogle.com ແລະ gooigle.com ເພື່ອໃຫ້ຜູ້ໃຊ້ຫລົງເຂົ້າເວັບໄຊຕ໌ ຂອງຕົນ ໄດ້ເຮັດໃຫ້ເກີດຄວາມເສັຍຫາຍຕໍ່ຊື່ສຽງຂອງກູໂກລ

ລະບົບຂອງໂປຣແກຣມກູໂກລ

ຮູບ:Laos google.png
ຮູບພາບການໃຊ້ງານຈາກເວັບໄຊຕ໌ກູໂກລ ທີ່ເຮັດວຽກຮ່ວມກັບໄຟຟອກ ໃນການແນະນຳຄຳທີ່ໃຊ້ຊອກຫາ

ການກັບລວບລວມຂໍ້ມູນ

ກູໂກລໄດ້ລວມຂໍ້ມູນຂອງເວັບໄຊຕ໌ຕ່າງໆ ເຂົ້າໃນຖານຂໍ້ມູນໂດຍໃຊ້ໂປຣແກຣມທີ່ເປີດເວັບໄຊ້ຕ່າງໆດ້ວຍໂຕເອງ ມີຊື່ວ່າສະໄປເດີຣ໌ ຫລື ແມງມູມ (spider, web crawler, robot) ລວມກັບ ອັລກໍຣິທຶມ (Algorism) ສະເພາະ ທີ່ໄດ້ຄິດຄົ້ນໂດຍ ເພຈ ແລະ ບຣິນ ໃນການຈັດລຳດັບຂອງການສະແດງຜົນໃນການຄົ້ນຫາວ່າເວັບໃດຈະມີລຳດັບສູງກວ່າ

ລະບົບຈັດລຳດັບຄວາມກ່ຽວຂ້ອງຂອງແຕ່ລະເວັບຂອງກູໂກລ ທີ່ເອີ້ນວ່າ ເພຈແລ້ງຄ໌ ຫລືອອັນດັບເວັບ (PageRank) ໄດ້ຈົດສິດທິບັດໃນ ຄ.ສ. 2001

ຂໍ້ມູນໃນຖານຂໍ້ມູນຂອງກູໂກລ ແຕ່ລະໄລຍະ

(ມາຈາກ: GoogleBlog [4] [5] [6])

ຮາດແວຣ໌ ຫລື ອຸປະກອນຄອມພິວເຕິຣ໌ ທີ່ໃຊ້ໃນລະບົບຂອງກູໂກລ

ອ້າງອິງຈາກຂໍ້ມູນຂອງກູໂກລ IPO S-1 ເດືອນ ເມສາ ຄ.ສ. 2004 ອ້າງອິງຈາກ Internet unit of a large financial firm [7]

ຜະລິດຕະພັນ ຂອງກູໂກລ

ການຄົ້ນຫາຂໍ້ມູນ

ການຄົ້ນຄວ້າ ແລະ ສ້າງສັນສິ່ງໃຫມ່

  • Code
  • Custom Search
  • Labs Labs

ການສື່ສານ, ການສະແດງ ແລະ ການແລກປ່ຽນ

  • Blogger
  • Calendar
  • Docs
  • Gmail
  • Groups
  • Orkut
  • Picasa
  • SketchUp
  • Talk
  • Translate
  • YouTube

ມືຖື

  • Maps for mobile
  • Mobile
  • SMS

ເຮັດໃຫ້ຄອມພິວເຕີຣ໌ດີຂື້ນ

  • Pack
  • Web Accelerator

ບໍລິການຕ່າງໆ ຂອງກູໂກລ

ນອກຈາກນີ້ກູໂກລກຳລັງພັດທະນາການຄົ້ນຫາລະບົບອື່ນໆ ເຊັ່ນ ຟາຍ ວີດີໂອ ແລະ ການຊອກຫາຂໍ້ມູນໂດຍການສົ່ງຄຳທີ່ຊອກຫາຜ່ານ SMS ຈາກໂທລະສັບ

ອ້າງອິງຈາກ

  1. "The Rise of Google". USA Today. April 29, 2004. Retrieved 2007-08-01. {{cite journal}}: Check date values in: |date= (help)
  2. 2.0 2.1 2.2 2.3 2.4 "Financial Tables". Google Investor Relations. Retrieved 2008-01-31.
  3. "GOOGLE ANNOUNCES SECOND QUARTER 2008 RESULTS". July 17, 2008. Retrieved 2008-07-17. {{cite web}}: Check date values in: |date= (help)
  4. ກູໂກລບລອກ
  5. ກູໂກລກລຸບ
  6. ກູໂກລແຄດຕາລອກ
  7. How many Google machines
Commons:Category
Commons:Category
Commons ມີພາບກ່ຽວກັບ:
ກູໂກລ

ແມ່ແບບ:Link FA