ຊີພີຢູ

ຈາກ ວິກິພີເດຍ

ຊີພີຢູ(CPU,ພາສາອັງກິດ:Central Processing Unit)ແມ່ນຮາດແວພາຍໃນລະບົບຄອມພິວເຕີທີ່ເຮັດວຽກ ຫຼື ປະມວນຜົນຕາມຄຳສັ່ງຈາກຊອຟແວ ເວົ້າໄດ້ວ່າຊີພີຢູເປັນສະໝອງຂອງຄອມພິວເຕີ ເຮັດໜ້າທີ່ຄຳນວນ ຈາກຄຳສັ່ງທີ່ໄດ້ຮັບ ເຊັ່ນ ການຄິດໄລ່ທາງຄະນິດສາດ ໆລໆ.

ການເຮັດວຽກຂອງຊີພີຢູແມ່ນໃຊ້ຫຼັກການຮັບຄຳສັ່ງຈາກຜູ້ໃຊ້ ຫຼື ອ່ານຄຳສັ່ງຈາກໜ່ວຍຄວາມຈຳ ແລ້ວແປຄວາມໝາຍ (ແປເັນພາສາເຄື່ອງ ເຊິ່ງເປັນເລກຖານສອງ) ແລ້ວເຮັດວຽກ ຫຼື ປະມວນຜົນຕາມຄຳສັ່ງນັ້ນໆ.

ກົນໄກການປະມວນຜົນຂອງຊີພີຢູແມ່ນຈະເປັນເລກຖານສອງ ໝາຍຄອາມວ່າຄຳສັ່ງ ຫຼື ຂໍ້ມູນທຸກຢ່າງ ຄອມພິວເຕີຈະເຫັນເປັນພຽງແຕ່ເລກ 1 ແລະ ເລກ 0 ເທົ່ານັ້ນ.

ອ້າງອີງ[ດັດແກ້]

ບັນນານຸກົມ[ດັດແກ້]