ຊື່ໂດເມນ
ຊື່ໂດເມນ(Domain name) ຫລືຊື່ຂອບເຂດໃນລະບົບເຄືອຂ່າຍເນັຕເວີກ ທີ່ບົ່ງບອກເຖິງຊື່ແລະທີ່ຢູ່ ຂອງເຄື່ອງອຸປະກອນຄອມພິວເຕີຣ໌.
ໃນລະບົບເຄືອຂ່າຍເນັຕເວີກ ເຄື່ອງອຸປະກອນຄອມພິວເຕີຣ໌ ຈະມີຫມາຍເລກໄອພີ ຫມາຍເລກສະເພາະຂອງອຸປະກອນດັ່ງກ່າວ. ແຕ່ເພື່ອງ່າຍໃນການຈື່ແລະເຂົ້າໃຈ ຈະຖືກຂຽນດວ້ຍຊື່ໂດເມນ ທີ່ເປັນໂຕອັກສອນໂຣມັນ.
ຢູອາຣ໌ແອລ[ດັດແກ້]
ຊື່ໂດເມນ ໃນລະບົບເຄືອຂ່າຍອິນເຕີຣ໌ເນັຕ ທີ່ບົ່ງບອກເຖີງຊື່ແລະທີ່ຢູ່ ຂອງເວ໊ບໄຊຕ໌ ເອີ້ນວ່າ ຢູອາຣ໌ແອລ ແລະ ຈະຖືກຂຽນເທິງເວັບເບຣົາວ໌ເຊີຣ໌.
ຢູອາຣ໌ແອລ ຈະຖືກປ່ຽນໃຫ້ເປັນຫມາຍເລກໄອພີ ໂດຍຜ່ານລະບົບຊື່ໂດເມນ(DNS) ຫລື ໃນທາງກົງກັນຂ້າມ.
- ຊື່ໃນຮູບແບບຫມາຍເລກໄອພີ
http://208.77.188.166/
- ຊື່ໃນຮູບແບບຢູອາຣ໌ແອລ
http://www.example.com/
ຊັ້ນເທິງສຸດຂອງໂດເມນ[ດັດແກ້]
ໃນລະບົບເຄືອຂ່າຍອິນເຕີຣ໌ເນັຕ ຢູອາຣ໌ແອລຂອງເວ໊ບໄຊຕ໌ ແມ່ນລົງທ້າຍດວ້ຍຊັ້ນເທິງສຸດຂອງໂດເມນ.
ເວ໊ບໄຊຕ໌ທີ່ຈົດທະບຽນໃນປະເທດລາວ ຈະລົງທ້າຍດວ້ຍຊັ້ນເທິງສຸດຂອງໂດເມນດັ່ງລ່ມນີ້:
- .com.la ສໍາຫລັບເວັບໄຊຕ໌ໂດຍທົ່ວໄປ, ເວັບໄຊຕ໌ຂອງບໍລິສັດຕ່າງໆ
- .net.la ສໍາຫລັບເວັບໄຊຕ໌ໂດຍທົ່ວໄປ, ເວັບໄຊຕ໌ທີ່ກ່ຽວຂ້ອງກັບເນັຕເວີກ
- .edu.la ສໍາຫລັບເວັບໄຊຕ໌ທີ່ກ່ຽວຂ້ອງກັບການສຶກສາ
- .org.la ສໍາຫລັບເວັບໄຊຕ໌ຂອງອົງການຕ່າງໆ
- .gov.la ສໍາຫລັບເວັບໄຊຕ໌ທີ່ກ່ຽວຂ້ອງກັບລັດຖະບານ
ໂຕຢ່າງ:
http://www.buylaos.com.la/ http://www.laonix.net.la/ http://www.simt.edu.la/ http://www.laoepf.org.la/ http://www.maf.gov.la/
LANIC (Lao National Internet Committee) ເປັນຜູ້ໃຫ້ບໍລິການຈົດທະບຽນຊື່ໂດເມນໃນປະເທດລາວ.
ແຕ່ຍ້ອນວ່າ LA ແມ່ນຄ້າຍຄືກັບຊື່ຫຍໍ້ຂອງລັດ Los Angeles ໃນປະເທດອະເມຣິກາ, ສະນັ້ນ .la ຂອງປະເທດລາວ ຈິ່ງຖືກລະເມີດໃຊ້ ໂດຍບໍລິສັດ CentralNic ໃນປະເທດອັງກິດ ແລະ ໃຫ້ບໍລິການຈົດທະບຽນຊື່ໂດເມນລົງທ້າຍດວ້ຍ .la.
ລິ້ງຄ໌ພາຍນອກ[ດັດແກ້]