ດຸນຍະພາບເສດຖະກິດ: Difference between revisions

ຈາກ ວິກິພີເດຍ
Content deleted Content added
robot Adding: es:Equilibrio económico
ແຖວ 35: ແຖວ 35:
[[es:Equilibrio económico]]
[[es:Equilibrio económico]]
[[fa:تعادل بازار]]
[[fa:تعادل بازار]]
[[fi:Hintatasapaino]]
[[fr:Équilibre économique]]
[[fr:Équilibre économique]]
[[he:שיווי משקל (כלכלה)]]
[[he:שיווי משקל (כלכלה)]]
[[id:Harga keseimbangan]]
[[ja:均衡]]
[[ja:均衡]]
[[lt:Paklausos ir pasiūlos pusiausvyros taškas]]
[[lt:Paklausos ir pasiūlos pusiausvyros taškas]]
ແຖວ 43: ແຖວ 45:
[[simple:Equilibrium market price]]
[[simple:Equilibrium market price]]
[[sk:Trhová rovnováha]]
[[sk:Trhová rovnováha]]
[[sv:Jämviktspris]]
[[tr:Equilibrium noktası]]
[[tr:Equilibrium noktası]]
[[zh:經濟均衡]]
[[zh:經濟均衡]]

ລຸ້ນແກ້ໄຂເກົ່າເມື່ອ 13:29, 18 ຕຸລາ 2009

ຄວາມດຸ່ນດ່ຽງຂອງລາຄາຕະຫຼາດ:
  • P - ລາຄາ
  • Q - ປະລິມານສິນຄ້າ
  • S - ການສະໜອງ
  • D - ຄວາມຕ້ອງການ
  • P0 - ລາຄາດຸ່ນດ່ຽງຕະຫຼາດ
  • A - ຄວາມຕ້ອງການເກີນ - ເຊິ່ງ P<P0
  • B - ການສະໜອງເກີນ - ເຊິ່ງ P>P0
  • ໃນ ເສດຖະສາດ, ດຸນຍະພາບເສດຖະກິດ ແມ່ນ ສະພາວະ ທີ່ ຄວາມແຮງດ້ານເສດຖະກິດ ເຊັ່ນ : ຄວາມຕ້ອງການຫຼື ການສະໜອງຜະລິດຕະພັນ, ການບໍລິການ, ແຮງງານຫຼື ທຶນມີຄວາມດຸ່ນດ່ຽງ ໂດຍທີ່ ສະພາວະດັ່ງກ່າວ ຈະບໍ່ມີການປ່ຽນແປງ ຖ້າຫາກບໍ່ ແຮງກະທົບຈາກພາຍນອກ. ຕົວຢ່າງ, ຕະຫຼາດດຸນຍະພາບ ໝາຍເຖິງ ສະພາວະເຊັ່ນ ປະລິມານການສະໜອງ ຜະລິດຕະພັນ ຫຼື ການບໍລິການ ເທົ່າກັບ ຄວາມຕ້ອງການ ອັນເປັນຜົນມາຈາກການແຂ່ງຂັນ. ລາຄາ ໃນ ສະພາວະຄືດັ່ງກ່າວ ມັກຖືກເອີ້ນວ່າ ລາຄາດຸນຍະພາບ ແລະ ໂດຍທົ່ວໄປ ຈະບໍ່ມີການປ່ຽນແປງ ຖ້າຫາກ ຄວາມຕ້ອງການ ຫຼື ການສະໜອງບໍ່ມີການປ່ຽນແປງ.

    ເວລາ ລາຄາ ຢູ່ສູງກວ່າຈຸດດຸນຍະພາບ ມັນໝາຍຄວາມວ່າ ມີການສະໜອງເກີນຄວາມຕ້ອງການ, ກົງກັນຂ້າມ ຖ້າລາຄາ ຢູ່ ຕໍ່າກວ່າຈຸດດຸນຍະພາບ ຈະໝາຍເຖິງຄວາມວ່າ ການສະໜອງບໍ່ພຽງພໍ. ຈຸດດຸນຍະພາບ ແມ່ນ ຈຸດທີ່ ເສັ້ນໂຄ້ງການສະໜອງ ແລະ ຄວາມຕ້ອງການຕັດກັນ. ດຸນຍະພາບ ສາມາດມີທັງລັກສະນະຄົງທີ່ ແລະ ເໜັງຕີງ. ນອກຈາກນີ້ ດຸນຍະພາບ ຍັງສາມາດກີດໄດ້ ໃນ ຕະຫຼາດດຽວ ຫຼື ຫຼາຍໆຕະຫຼາດພ້ອມກັນ.

    ໃນເສດຖະສາດ ດຸນຍະພາບ ໝາຍເຖິງ ສະພາວະດຸ່ນດ່ຽງ ລະຫວ່າງ ຄວາມຕ້ອງການ ແລະ ການສະໜອງມ ສະນັ້ນ ການປ່ຽນແປງ ຂອງ ແຮງທາງເສດຖະກິດເຫຼົ່ານີ້ ເຊັ່ນ ການສະໜອງເພີ່ມຂຶ້ນ ຈະສົ່ງຜົນເຮັດໃຫ້ ເກີດມີດຸນຍະພາບຈຸດໃໝ່ ຂຶ້ນ ໃນ ເສດຖະກິດ ທີ່ ລາຄາຕໍ່າກວ່າ. ນອກຈາກນີ້ ດຸນຍະພາບ ອາດຈະ ຫຼື ອາດຈະບໍ່ໝັ້ນຄົງ. ການເຄື່ອນຍ້າຍໜ້ອຍໜຶ່ງ ຂອງ ຈຸດດຸນຍະພາບ ຈະເຮັດໃຫ້ເກີດ ມີແຮງທາງເສດຖະກິດ ທີ່ ຈະເຮັດໃຫ້ມີການກັບຄືນໄປຫາ ຈຸດດຸນຍະພາບເກົ່າ.


    ເບິ່ງຕື່ມ

    ອ້າງອີງ