ທຶນ

ຈາກ ວິກິພີເດຍ

ທຶນ ມີ 3 ຄວາມໝາຍໃຫຍ່: (1) ທຶນ ໃນ ເສດຖະສາດ. (2) ທຶນ ໃນ ການດຳເນີນທຸລະກິດ. (3) ທຶນ ໃນ ການບັນຊີ.


ເສດຖະສາດຍຸກໃໝ່[ດັດແກ້]

ທຶນ ແມ່ນ ສິ່ງທີ່ໃຊ້ໃນການຜະລິດ.

  • ທຶນການເງິນ:ເງິນ, ຫຼັກຊັບ ແລະອື່ນໆ
  • ທຶນວັດຖຸ:ດິນ, ອາຄານ, ເຄື່ອງຈັກ ແລະອື່ນໆ
  • ທຶນຄົນ: ລະດັບການສຶກສາ, ສຸຂະພາບ ແລະອື່ນໆ

ເສດຖະກິດມາກ[ດັດແກ້]

ນິຍາມ ທຶນ ວ່າ ແມ່ນ ຫົວໜ່ວຍຄຸນຄ່າທີ່ສາມາດເພີ່ມຕົນເອງໃຫ້ຫຼາຍຂຶ້ນໄດ້ ແລະ ແບ່ງອອກເປັນ

  • ທຶນອຸດສາຫະກຳ ທີ່ໃຊ້ໃນການຜະລິດຕົວຈິງ
  • ທຶນການຄ້າ ທີ່ ໃຊ້ໃນການສ້າງດອກເບ້ຍ


ທຶນ ໃນ ການບັນຊີ[ດັດແກ້]

ໃນ ການບັນຊີ ທຶນ ແມ່ນ ທຶນສຸທິ, ທຶນຕົນເອງ ຫຼື ທຶນຜູ້ຖືຫຸ້ນ ໃນ ຄວາມໝາຍແຄບ ແລະ ຈະເທົ່າກັບ ສ່ວນຕ່າງ ລະຫວ່າງ ຊັບສິນ ແລະ ໜີ້ສິນ. ໃນຄວາມໝາຍກວ້າງ ແມ່ນ ທຶນທັງໝົດ ແລະ ຈະລວມເອົາທັງ ໜີ້ສິນນຳ.

ບົດຄວາມກ່ຽວຂ້ອງ[ດັດແກ້]