Jump to content

ເດິ ວໍລ ດິສນີ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ The Walt Disney Company)
ເດິ ວໍລ ດິສນີ
ຊື່ເດີມ
  • ດິສນີບຣາເທີສະກາຕູນສະຕູດິໂອ (1923–1929)
  • ເດິວໍລດິສນີສະຕູດິໂອ (1929–1940)
  • ວໍລດິສນີໂປດັກຊັນ (1940–1986)
  • ດິສນີເອັນເຕີໄພຣສ໌ (1994–1996)
ປະເພດມາຫາຊົນ
ISINUS2546871060 Edit this on Wikidata
ອຸດສາຫະກຳສື່​ມວນ​ຊົນ ບັນເທີງ
ກ່ອນໜ້າລາບຟ໌-ໂອ-ແກຼມ ສະຕູດິໂອ (1921)
ກໍ່ຕັ້ງລອສ ແອງເຈີລີສ ລັດແຄລິຟໍເນຍ ສະຫະລັດອາເມຣິກາ[1]
(16 ຕຸລາ 1923)
ຜູ້ກໍ່ຕັ້ງວໍລ ດິສນີ ແລະ ຣອຍ ດິສນີ
ສຳນັກງານໃຫຍ່500 ຖະໜົນເຊົາສ໌ບິວນາວິສຕ້າ ເບີແບ້ງ ລັດແຄລິຟໍເນຍ ສະຫະລັດອາເມຣິກາ
ພື້ນທີໃຫ້ບໍລິການ
ທົ່ວໂລກ
ບຸກຄະລາກອນຫຼັກ
ໂຣເບີດ ໄອເກີ
(ປະທານ,ກຳມະການຜູ້ຈັດການ)
ຜະລິດຕະພັນໂທລະທັດຜ່ານສາຍເຄເບີລ, ກິດຈະການຂອງສຳນັກພິມ, ຮູບເງົາ, ເພງ, ວິດີໂອເກມ, ສວນສະໜຸກ, ການກະຈາຍສຽງ, ວິທະຍຸ, ເວັບທ່າ
ບໍລິການສັນຍາອະນຸຍາດ
ລາຍໄດ້Increase US$82.722 ຕື້ (2022)
ລາຍໄດ້ຈາກການດຳເນີນງານ
Increase US$12.121 ຕື້ (2022)
ລາຍໄດ້ສຸດທິ
Increase US$3.145 ຕື້ (2022)
ສິນຊັບIncrease US$203.631 ຕື້ (2022)
ສ່ວນຂອງຜູ້ຖືຮຸ້ນIncrease US$98.879 ຕື້ (2022)
ພະນັກງານ
ປ. 220,000 (2022)
ພະແນກ
ບໍລິສັດໃນເຄືອມາເວລອິນເຕີເທັນເມັນ
ເວັບໄຊwww.thewaltdisneycompany.com

ບໍລິສັດ ເດິ ວໍລ ດິສນີ (ອັງກິດ: The Walt Disney Company) ຫຼື ເອີ້ນກັນທົ່ວໄປວ່າ ດິສນີ[2] ເປັນກຸ່ມບໍລິສັດສື່ມວນຊົນ ແລະ ຄວາມບັນເທີງຂ້າມຊາດທີ່ຫຼາກຫຼາຍຂອງອາເມຣິກາ ສຳນັກງານໃຫຍ່ຕັ້ງຢູ່ທີ່ ວໍລ ດິສນີ ສະຕູດິໂອສ໌ ຄອມເພຼັກໃນເບີແບງຄ໌ (Burbank), ລັດແຄລິຟໍເນຍ, ສະຫະລັດອາເມຣິກາ

ດິສນີກໍ່ຕັ້ງເມື່ອ 16 ຕຸລາ ປີ 1923 ໂດຍວໍລ ແລະ ຣອຍ ໂອ. ດິສນີ ໃນຊື່ ດິສນີ ບຣາເທີສະກາຕູນສະຕູດິໂອ ບໍລິສັດຍັງດຳເນີນການພາຍໃຕ້ຊື່ ເດິ ວໍລ ດິສນີ ສະຕູດິໂອສ໌ ແລະ ວໍລດິສນີໂປດັກຊັນ ກ່ອນຈະປ່ຽນຊື່ຢ່າງເປັນທາງການເປັນ ບໍລິສັດ ເດິ ວໍລ ດິສນີ ໃນປີ 1986 ບໍລິສັດກໍ່ຕັ້ງຕົວເອງໃນຖານະຜູ້ນຳໃນອຸດສາຫະກໍາອານິເມຊັນອາເມຣິກາ ກ່ອນທີ່ຈະຂະຫຍາຍໄປສູ່ການສ້າງຮູບເງົາຄົນສະແດງ, ລາຍການໂທລະພາບ ແລະ ສວນສະໜຸກ

ນັບຕັ້ງແ​​ຕ່ທົດສະວັດ 1980 ດິສນີໄດ້ກໍ່ຕັ້ງ ແລະ ເຂົ້າຊື້ກິດຈະການພະແນກຕ່າງໆ ເພື່ອເຮັດການຕະຫຼາດເນື້ອຫາສໍາລັບຜູ້ໃຫຍ່ຫຼາຍກວ່າປົກກະຕິທີ່ກ່ຽວຂ້ອງກັບແບຣນເຮືອທຸງຂອງຄອບຄົວ ບໍລິສັດແມ່ນເປັນທີ່ຮູ້ຈັກຈາກພະແນກສ້າງຮູບເງົາ ກໍຄື ເດິ ວໍລ ດິສນີ ສະຕູດິໂອສ໌ ເຊິ່ງປະກອບດ້ວຍ ວໍລ ດິສນີ ພິກເຈີ, ວໍລ ດິສນີ ອານິເມຊັນ ສະຕູດິໂອສ໌, ພິກຊາຣ໌, ມາເວລ ສະຕູດິໂອສ໌, ລູຄັສຟີມ, ທະເວັນຕີ ເຊນຈູຣີ ສະຕູດິໂອສ໌, ທະເວັນຕີ ອານິເມຊັນ ແລະ ເຊີຣ໌ຊໄລທ໌ ພິກເຈີ ທຸລະກິດຫຼັກອື່ນໆ ຂອງດິສນີ ໄດ້ແກ່ ພະແນກໃນໂທລະພາບ, ການອອກອາກາດ, ສື່ສະຕຣີມມິງ, ຣີສອດສວນສະໜຸກ, ສິນ​ຄ້າ​ບໍ​ລິ​ໂພກ, ສິ່ງພິມ ແລະ ການດໍາເນີນງານລະຫວ່າງປະເທດ ດິສນີເປັນເຈົ້າຂອງ ແລະ ດຳເນີນການເຄືອຂ່າຍອອກອາກາດເອບີຊີ ເຊິ່ງປະກອບດ້ວຍເຄືອຂ່າຍໂທລະທັດສາຍເຄເບີ້ລ ເຊັ່ນ: ດິສນີແຊແນລ, ອີເອັສພີເອັນ, ຟຣີຟຣອມ, ເອັບເອັກສ໌ ແລະ ເນຊັນແນລຈີໂອກຣາຟິກ ນອກຈາກນີ້ຍັງມີພະແນກສິ່ງພິມ, ການຂາຍສິນຄ້າ, ເພງ ແລະ ໂຮງລະຄອນ ບໍລິການສະຕຣີມມິງສົ່ງໂດຍກົງເຖິງລູກຄ້າ ເຊັ່ນ ດິສນີ+, ອີເອັສພີເອັນ+, ຮູລູ ແລະ ຮັອດສະຕາ ແລະ ວໍລ ດິສນີ ປາກສ໌, ເອັກສ໌ພິຣຽນສ໌ແອນປໍດັກສ໌ ກຸ່ມຂອງສວນສະໜຸກ 14 ແຫ່ງ, ໂຮງແຮມຣີສອດ ແລະ ສາຍ​ການ​ຂົນ​ສົ່ງ​ໃນ​ທົ່ວ​ໂລກ​[3][4] ຕົວກາຕູນ ມິກກີ ເມົາສ໌ ສ້າງໂດຍ ວໍລ ດິສນີ ແລະ ອັບ ໄອເວີກສ໌ ເຮັດໜ້າທີ່ເປັນຕົວນຳໂຊກຢ່າງເປັນທາງການຂອງບໍລິສັດ

ບໍລິສັດຊື້ຂາຍໃນຕະຫຼາດຫຼັກຊັບນິວຢອກ (NYSE) ພາຍໃຕ້ສັນຍະລັກຫຼັກຊັບ DIS[5] ແລະ ເປັນສ່ວນໜຶ່ງຂອງດັດຊະນີອຸດສາຫະກໍາດາວໂຈນສ໌ມາຕັ້ງແຕ່ປີ 1991[6] ໃນເດືອນສິງຫາ ປີ 2020 ໜ້ອຍກວ່າສອງສ່ວນສາມຂອງຫຸ້ນທັງໝົດເປັນຂອງສະຖາບັນການເງິນຂະໜາດໃຫຍ່[7]

ອ້າງອີງ

[ດັດແກ້]
  1. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  2. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  3. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  4. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  5. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  6. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  7. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).