ໜູລ້າງນ້ຳ

ຈາກ ວິກິພີເດຍ
ໜູລ້າງນ້ຳ
ສະຖານະການອະນຸຮັກ
ການຈຳແໜກຊັ້ນທາງວິທະຍາສາດ
ອານາຈັກ: ສັດ
ຟີລຳ: ສັດມີແກນສັນຫຼັງ
ຊັ້ນ: ສັດລ້ຽງລູກດ້ວຍນ້ຳນົມ
ອັນດັບ: ສັດກິນຊິ້ນ
ວົງ: ໜູລ້າງນ້ຳ
ສະກຸນ: Procyon
ຊະນິດ: P. lotor
ຊື່ທະວິນາມ
Procyon lotor
(Linnaeus, 1758)
ແຜນທີ່ສະແດງການກະຈາຍພັນ (ສີແດງ-ຖິ່ນກຳເໜີດດັ້ງເດີມ, ສີຟ້າແກ່-ສະຖານທີ່ຖືກນຳເຂົ້າໄປ.)
ຊື່ພ້ອງ
  • Procyon gloveralleni Nelson & Goldman, 1930
  • Procyon insularis Merriam, 1898
  • Procyon maynardi Bangs, 1898
  • Procyon minor Miller, 1911
  • Ursus lotor Linnaeus, 1758

ໜູລ້າງນ້ຳ (ຝຣັ່ງ: raton laveur) ຫຼື ໝີລ້າງນ້ຳ ຫຼື ແລກຄູນ (ອັງກິດ: raccoon, common raccoon) ແມ່ນສັດລ້ຽງລູກດ້ວຍນົມຊະນິດໜຶ່ງ ໃນອັນດັບສັດກິນຊີ້ນ. ມີຊື່ທາງວິທະຍາສາດວ່າ Procyon lotor ຢູ່ໃນວົງໜູລ້າງນ້ຳ (Procyonidae).

ລັກສະນະ[ດັດແກ້]

ມີຄວາມຍາວລຳໂຕປະມານ 2 ຟຸດ, ມີຫາງເປັນພວງມີແຖບສີດຳຄາດເປັນປ້ອງໆ ຍາວປະມານ 10 ນິ້ວ. ຂົນຕາມລຳໂຕສີນ້ຳຕານປົນເທົາ. ໃບໜ້າສີຂາວມີແຖບສີດຳຄາດຈາກຕາໄປເປັນແຖບຕະຫຼອດແກ້ມ. ເບິ່ງຄືໂຈນສວມໜ້າກາກ. ແມ່ນສັດທີ່ກະຈາຍພັນໄປທົ່ວໃນທະວີບອາເມລິກາເໜືອແລະອາເມລິກາກາງໃນຫຼາຍພື້ນທີ່ ທັງໃນປ່າ ຫຼືແມ້ນແຕ່ຊຸນຊົນຂອງຜູ້ຄົນ. ແມ່ນສັດທີ່ສາມາດປັບໂຕໄດ້ຢ່າງດີ. ກິນຂອງກິນໄດ້ຫຼາກຫຼາຍ ແບບທັງຊີ້ນແລະຜັກ. ອີກທັງຍັງມັກຢູ່ໃກ້ພື້ນທີ່ຊຸ່ມນ້ຳດ້ວຍການຈັບສັດນ້ຳກິນເປັນຂອງກິນ ເຊັ່ນ ກົບ, ປາ, ກຸ້ງ, ແລະ ປູ ຫຼືເຕົ່າສ່ຳນ້ອຍເປັນຂອງກິນ ຮວມທັງນົກຫຼືແມງປີກແຂງສ່ຳນ້ອຍກິນເປັນຂອງກິນໄດ້ນຳ. ແຕ່ໜູລ້າງນ້ຳນັ້ນ ບໍ່ສາມາດລອຍນ້ຳໄດ້ ຈະໃຊ້ວິທີການຈັບໃນນ້ຳຕື້ນໆ ທີ່ຂາຢັ່ງເຖິງແທນ. ໃນຊ່ວງໜ້າແລ້ງທີ່ຂອງກິນຂາດແຄນກໍຈະກິນລູກໄມ້, ໝາກໄມ້, ແລະດອກເຂົ້າສາລີເປັນຂອງກິນ ຫຼືອາດຈະບຸກເຂົ້າໄປໃນບ້ານເຮືອນຂອງຜູ້ຄົນ ຂຸດຄຸ້ຍຫາຂີ້ເຫຍື້ອຫຼືເສດຂອງກິນ ຫຼືແມ້ນກະທັ່ງເປີດຕູ້ເຢັນຫາກິນ.

ໜູລ້າງນ້ຳ ແມ່ນສັດທີ່ໃຊ້ຕີນໜ້າໄດ້ຢ່າງຄ່ອງແຄ່ວເໝືອນມືສຳລັບຢິບຈັບຂອງກິນ ອັນສາມາດເຮັດໄດ້ເຖິງຂະໜາດຄາຍປົມເຊືອກ ແລະຍັງເປັນສັດທີ່ມີການກະທຳແປກ ຄື ກ່ອນທີ່ຈະກິນຂອງກິນ ມັກຈະນຳໄປລ້າງນ້ຳເສຍກ່ອນ ຈຶ່ງມີຄວາມເຊື່ອວ່າແມ່ນສັດຮັກສະອາດ ແຕ່ຄວາມແທ້ຈິງແລ້ວນັ້ນ ແມ່ນການກະທຳທີ່ຈະນວດຂອງກິນໃຫ້ນິ່ມເສຍກ່ອນ ກ່ອນທີ່ຈະກິນ.

ໜູລ້າງນ້ຳ ແມ່ນສັດທີ່ປີນກົກໄມ້ເກັ່ງ. ເຮັດຮັງຢູ່ເທິງຍອດໄມ້ແລະໃຊ້ເວລາສ່ວນໃຫຍ່ຢູ່ເທິງກົກໄມ້. ໃນຍາມກາງວັນຈະນອນຂົດຢູ່ຕາມພົງໄມ້ ຫຼືຊອກຫີນ ຫຼືນອນຕາກແດດຢູ່ໃນຮັງ.​ໃນຕອນກາງຄືນຈະອອກຫາກິນ ໂດຍໃຊ້ເສ້ນທາງເກົ່າ ແລະມັກຈະໃຊ້ເສ້ນທາງທີ່ເປັນພື້ນແຂງ ເພື່ອບໍ່ໃຫ້ມີຮອຍຕີນ.

ໂຕເມຍອອກລູກເທື່ອລະ 4-6 ໂຕ ໃນໂພງໄມ້. ໃນຊ່ວງໜ້າໜາວທີ່ຫິມະຕົກແລະຂອງກິນຂາດແຄນ ໜູລ້າງນ້ຳຈະໃຊ້ເວລາຊ່ວງນີ້ໃນການຈຳສີນຊົ່ວລະດູການ.

ໜູລ້າງນ້ຳ ແມ່ນສັດທີ່ເປັນຕາຮັກ ຈຶ່ງມີຄົນນຳມາລ້ຽງເປັນສັດລ້ຽງ ອີກທັງຂົນແລະໜັງມີຄວາມໜານຸ່ມແລະສີງາມ ຈຶ່ງມີການລ່າເພື່ອເຮັດເປັນເສື້ອຂົນສັດອີກນຳ.

ອ້າງອີງ[ດັດແກ້]

ບັນນານຸກົມ
  • Bartussek, Ingo (2004). Die Waschbären kommen (ພາສາເຢຍລະມັນ). Niedenstein, Germany: Cognitio. ISBN 978-3-932583-10-0.
  • Heptner, V. G.; Sludskii, A. A. (2002). Mammals of the Soviet Union. Vol. II, part 1b, Carnivores(Mustelidae & Procyonidae). Washington, D.C. : Smithsonian Institution Libraries and National Science Foundation. ISBN 90-04-08876-8
  • Hohmann, Ulf; Bartussek, Ingo; Böer, Bernhard (2001). Der Waschbär (ພາສາເຢຍລະມັນ). Reutlingen, Germany: Oertel+Spörer. ISBN 978-3-88627-301-0.
  • Holmgren, Virginia C. (1990). Raccoons in Folklore, History and Today's Backyards. Santa Barbara, California: Capra Press. ISBN 978-0-88496-312-7.
  • Lagoni-Hansen, Anke (1981). Der Waschbär (ພາສາເຢຍລະມັນ). Mainz, Germany: Verlag Dieter Hoffmann. ISBN 3-87341-037-0.
  • MacClintock, Dorcas (1981). A Natural History of Raccoons. Caldwell, New Jersey: The Blackburn Press. ISBN 978-1-930665-67-5.
  • Zeveloff, Samuel I. (2002). Raccoons: A Natural History. Washington, D.C.: Smithsonian Books. ISBN 978-1-58834-033-7.

ອ່ານຕື່ມ[ດັດແກ້]

ແຫຼ່ງຂໍ້ມູນອື່ນ[ດັດແກ້]