ປາ
ຮູບຮ່າງການສະແດງຜົນ
| ปลา | |
|---|---|
| ปลานกขุนทองหัวโหนก (Cheilinus undulatus) ซึ่งเป็นปลาทะเลขนาดใหญ่ที่เป็นปลากระดูกแข็ง | |
| ປາກະເບນໂປກາດັອກ (Potamotrygon leopoldi) ເປັນປາກະດູກອ່ອນທີ່ເປັນປານ້ຳຈືດ ນິຍົມລ້ຽງເປັນປາສວຍງາມ | |
| ການຈຳແໜກຊັ້ນທາງວິທະຍາສາດ | |
| ອານາຈັກ: | Animalia |
| ຟີລຳ: | Chordata |
| ຟີລຳຍ່ອຍ: | Vertebrata |
| ชั้น | |
ປາ (ພາສາອັງກິດ : Fish) ຈັດຢູ່ໃນ ຟີລຳ ສັດມີກະດູກສັນຫຼັງ ເປັນສັດອາໃສຢູ່ໃນນ້ຳ ເປັນສັດເລືອດເຢັນ ຫາຍໃຈດ້ວຍເງືອກ ແລະ ມີກະດູກສັນຫຼັງ ສາມາດເຄື່ອນໄຫວໄປມາດ້ວຍຄີ ແລະ ກ້າມເນື້ອຂອງລຳຕົວ ບາງຊະນິດມີເກັດປົກຄຸມທັງຕົວ ບາງຊະນິດບໍ່ມີເກັດ ແຕ່ປົກຄຸມດ້ວຍເມືອກເໝື່ອນໆ ຫຼື ແຜ່ນກະດູກ ມີຫົວໃຈສອງຫ້ອງ
ສັດທີ່ດໍາລົງຊີວິດໃນນ້ໍາ,ບາງປະເພດແມ່ນເອີ້ນວ່າປາຄືກັນເຊັ່ນ ປາດາວ, ໂລມາ, ວານ ແລະ ໝຶ່ກ ເຊິ່ງສັດທັງໝົດນີ້ແມ່ນດໍາລົງຊີວິດໃນນ້ໍາທັງໝົດ ແຕ່ບໍ່ແມ່ນຈັດຢູ່ໃນພວກດຽວກັນກັບປາ