ໂຮງຮຽນຣາຊິນີ

ຈາກ ວິກິພີເດຍ
ໂຮງຮຽນລາຊິນີ
โรงเรียนราชินี
ໃຫ້ຮັກສາຄວາມດີຂອງຕົນໄວ້ ດັ່ງເກືອຮັກສາຄວາມເຄັມ
444 ຖະໜົນມະຫາລາດ ແຂວງພະບໍລົມມະຫາລາຊະວັງ ເຂດພະນະຄອນ ບາງກອກ 10200
ພິກັດ 13°44′33″N 100°29′38″E / 13.742538°N 100.494003°E / 13.742538; 100.494003
ຂໍ້ມູນ
ຊື່ອັງກິດ Rajini School
ອັກສອນຫຍໍ້ ສ.ຜ. (RJ)
ປະເພດ ໂຮງຮຽນເອກະຊົນ
ຂຶ້ນກັບ ສຳນັກງານຄະນະກຳມະການການສຶກສາຂັ້ນພື້ນຖານ
ສະຖາປະນາ 1 ເມສາ ຄ.ສ. 1904
ຜູ້ກໍ່ຕັ້ງ ສົມເດັດພະນາງເຈົ້າເສົາວະພາຜ່ອງສີ ພະບໍຣົມລາຊິນີນາດ
ອາຈານໃຫຍ່ ນາງເຣືອງສິຣິ ສິງຫະເດດ
ຜູ້ຈັດການ ໝ່ອມຫຼວງປະທິ່ນທິບ (ເທວະກຸນ) ນາຄອນທັບ
ຈຳນວນນັກຮຽນ ປະມານ 3000 ຄົນ
ສີ      ສີຊົມພູ      ສີນ້ຳເງິນ
ເພງ ພິກຸນແກ້ວ, ລາຊິນີເປັນທີ່ຮັກ, ເທີດພະກຽດສົມເດັດພະສີພັດຊະຣິນທາບໍຣົມລາຊິນີນາດ
ສັນຍາລັກ
ເວັບໄຊຕ໌

ໂຮງຮຽນລາຊິນີ (ໄທ: โรงเรียนราชินี), ແມ່ນໂຮງຮຽນເກົ່າແກ່ແຫ່ງໜຶ່ງ ຕັ້ງຢູ່ເລກທີ່ 444 ຖະໜົນມະຫາລາດ ແຂວງພະບໍລົມມະຫາລາຊະວັງ ເຂດພະນະຄອນ ບາງກອກຮິມຝັ່ງຕາເວັນອອກຂອງແມ່ນ້ຳເຈົ້າພະຍາຜູ້ຊົງໃຫ້ກຳເໜີດໂຮງຮຽນຄືສົມເດັດພະສີພັດຊະລິນທາບໍລົມລາຊິນີນາດ ພະບໍລົມລາຊະຊົນນີພັນປີຫຼວງໃນພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ເມື່ອວັນທີ່ 1 ເມສາ ຄ.ສ. 1904 ນະ ຕຶກແຖວມຸມຖະໜົນອັດສະດາງແລະຖະໜົນຈັກກະເພັດ ຕໍ່ມາໄດ້ຍ້າຍໄປຢູ່ທີ່ຕຶກຮິມແມ່ນ້ຳເຈົ້າພະຍາໄກ້ປາກຄອງຕະຫຼາດແລະມີການເປີດຮັບນັກຮຽນກິນນອນຂຶ້ນໃນປີ ຄ.ສ. 1905 ແລະສົມເດັດພະສີພັດຊະລິນບໍລົມລາຊິນີນາດ ໄດ້ຂໍພະລາຊະທານຍ້າຍໂຮງຮຽນມາຢູ່ ນະ ຕຶກສຸນັນທາໄລ ຈົນຮອດປັດຈຸບັນ[1]

ປະຫວັດ[ດັດແກ້]

ສົມເດັດພະສີພັດຊະລິນທາບໍລົມລາຊິນີນາດ ພະບໍລົມລາຊະຊົນນະນີພັນປີຫຼວງ

ສົມເດັດພະສີພັດຊະລິນທາ ບໍລົມລາຊິນີນາດ ໃນພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວໄດ້ພະລາຊະທານກຳເໜີດໂຮງຮຽນລາຊິນີເມື່ອ ວັນທີ່ 17 ພຶດສະພາ ຄ.ສ. 1904 ນະ ຕຶກແຖວມຸມຖະໜົນອັດສະດາງແລະຖະໜົນຈັກກະເພັດ ຕຳປາກຄອງຕະຫຼາດ (ປັດຈຸບັນຄື ແຂວງວັງບູລະພາພິລົມ) ເຊິ່ງເປັນຊັບສິນສ່ວນພະອົງ ແລະຊົງໄດ້ຈ້າງຄູມາຈາກປະເທດຍີ່ປຸ່ນ 3 ຄົນ ໃຫ້ສອນພາສາອັງກິດ ຄຳນວນ ວິທະຍາສາດ ວາດຂຽນ ເຍັບປັກ ແລະການປະດິດດອກໄມ້ແຫ້ງ ຄູທັງສາມຄົນນີ້ຢູ່ປະຈຳໂຮງຮຽນ ຄົນໜຶ່ງຊື່ ມິສຍາຊູອິ ເທັທສຸ (YASUI TETSU) ສຳເລັດການສຶກສາຈາກປະເທດອັງກິດ ເປັນອາຈານໃຫຍ່ແລະຊົງຈ້າງສະຕີໄທຍມາເປັນຄູສອນພາສາໄທແລະການຕັດເຍັບເຄື່ອງອີກຄົນໜຶ່ງ

ສົມເດັດພະສີພັດຊະລິນທາ ບໍລົມລາຊິນີນາດ ໄດ້ພະລາຊະທານໂຄງການສຶກສາໄວ້ຄື ໃຫ້ມີຄວາມຮູ້ທາງການຊ່າງຝີມືຂະໜາດສາມາດປະກອບອາຊີບ ໃຫ້ອ່ານອອກທັງພາສາໄທແລະພາສາອັງກິດ ແລະສາມາດຂຽນໃຫ້ຜູ້ອື່ນເຂົ້າໃຈໄດ້ມີການອົບລົມສິລະທຳ ຈັນຍາແລະມາລະຢາດພະລາຊະທານຊັບສ່ວນພະອົງເປັນຄ່າໃຊ້ຈ່າຍຕ່າງໆ ໃນໂຮງຮຽນ ຕະຫຼອດຈົນເງິນເດືອນຄູ

ສົມເດັດພະບໍລົມໂອຣະສາທິລາດ ເຈົ້າຟ້າມະຫາວະຊິລາວຸດ ສະຫຍາມມຸງກຸດລາຊະກຸມານ (ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ) ໄດ້ຊົງຮັບພະລາຊະພາລະກິດແທນສົມເດັດພະບໍລົມລາຊະຊົນນະນີ ຊົງພະກະລຸນາໂປດເກົ້າໃຫ້ຫຼວງອະພີຮັກລາຊະລິດ (ພະຍາສຸລິນທະລາຊາ-ນົກຍູງ ວິເສດກຸນ) ແມ່ນຜູ້ອຳນວຍການໂຮງຮຽນ ແລະໃຫ້ສອນວິຊາພູມິສາດໃນຊັ້ນໃຫຍ່ເພີ່ມຂຶ້ນອີກວິຊາໜຶ່ງ

ສະໄໝທຳອິດໂຮງຮຽນແບ່ງເປັນ 2 ພາກ ໃນພາກຮຽນທີສອງຂອງແຮກທີກໍ່ຕັ້ງນັ້ນ ໂຮງຮຽນໄດ້ຍ້າຍໄປຢູ່ຕຶກຮິມນ້ຳແມ່ນ້ຳເຈົ້າພະຍາໄກ້ປາກຄອງຫຼອດ ຂ້າງວັງກົມພະນະເລສວນລິດ ຖະໜົນພະອາທິດ ສົມເດັດພະສີພັດຊະລິນທາບໍລົມລາຊິນີນາດຊົງມີພະລາຊະເສົາວະນີໃຫ້ ໝ່ອມເຈົ້າມັນທາຮົບ ກະມະລາດ ມາເປັນອາຈານສອນນັກຮຽນຊັ້ນໃຫຍ່ ໝ່ອມເຈົ້າສະຫຼຽວວັນມາລາ ກະມະລາດ ສອນນັກຮຽນຊັ້ນນ້ອຍ ແລະໃຫ້ເປີດຮັບນັກຮຽນກິນນອນ ໃນຄ.ສ. 1905

ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວຄັ້ງຊົງດຳລົງພະອິສະລິຍະຍົດເປັນສະຫຍາມມຸງກຸດລາຊະກຸມານ ກັບພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວແລະສົມເດັດພະສີພັດຊະລິນທາບໍລົມລາຊິນີນາດ

ຄ.ສ. 1906 ສົມເດັດພະສີພັດຊະລິນທາບໍລົມລາຊິນີນາດ ໄດ້ກາບບັງຄົມທູນພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ຂໍພະລາຊະທານພະບໍລົມລາຊານຸຢາດໃຫ້ໂຮງຮຽນລາຊິນີໄດ້ຍ້າຍມາຢູ່ ນະ ສະຖານທີ່ສຸນັນທາໄລ (ບໍລິເວນໂຮງຮຽນປະຈຸບັນ)

ເມື່ອຄູຢີ່ປຸ່ນທັງສາມເຮັດການສອນຢູ່ຈົນໝົດສັນຍາຈ້າງແລ້ວຈຶ່ງກັບປະເທດຂອງຕົນ ຂະນະນັ້ນມີນັກຮຽນຈຳນວນ 105 ຄົນ ໄດ້ຊົງພະກະລຸນາໂປດເກົ້າໃຫ້ ໝ່ອມເຈົ້າມັນທາຮົບ ກະມະລາດ ຮັກສາການຕຳແໜ່ງອາຈານໃຫຍ່ ໝ່ອມເຈົ້າພິຈິດຈິລາພາ ເທວະກຸນ ແມ່ນອາຈານພິເສດ ພະຍາວິສຸດສຸລິຍະສັກ (ເຈົ້າພະຍາພະສະເດັດສຸເລນທະລາທິບະດີ - ໝ່ອມລາຊະວົງເປຍ ມາລາກຸນ) ແມ່ນຜູ້ອຳນວຍການແທນພະຍາສຸລິນທະລາຊາ ເຊິ່ງກາບຖະຫວາຍບັງຄົມລາໄປຮັບລາຊະການຫົວເມືອງ ພະຍາໄພສານສິລະປະສາດ (ເຈົ້າພະຍາທຳມະສັກມົນຕີ - ສະນັ່ນ ເທບຫັດສະດິນ ນະ ອະຍຸດທະຍາ) ໄດ້ມາຊ່ອຍເຫຼືອກິດຈະການຂອງໂຮງຮຽນຢູ່ນຳເພາະພະຍາວິສຸດສຸລິຍະສັກໄດ້ດຳລົງຕຳແໜ່ງເສນາບະດີ ມີລາຊະການຫຼາຍບໍ່ສາມາດມາດູແລໂຮງຮຽນໄດ້ສະໝ່ຳສະເໝີ

ຕໍ່ມາໝ່ອມເຈົ້າມັນທາຮົບ ກະມະລາດ ແລະ ໝ່ອມເຈົ້າສະຫຼຽວວັນມາລາ ກະມະລາດ ກາບຖະຫວາຍບັງຄົມລາອອກຈາກໂຮງຮຽນ ຈຶ່ງໂປດເກົ້າໃຫ້ໝ່ອມເຈົ້າພິຈິດຈິລາພາ ເທວະກຸນ ແມ່ນອາຈານໃຫຍ່ ຕັ້ງແຕ່ວັນທີ 14 ມິຖຸນາ ພ.ສ. 2450 ໂຮງຮຽນເລິ່ມໃຊ້ຫຼັກສູດຂອງກະຊວງທຳມະການຕັ້ງແຕ່ຄັ້ງນັ້ນ ແຕ່ວິຊາປະດິດດອກໄມ້ແຫ້ງເຊິ່ງບໍ່ມີໃນຫຼັກສູດຍັງຄົງຈັດສອນແກ່ນັກຮຽນຊັ້ນໃຫຍ່ຕໍ່ໄປ

ຄ.ສ. 1914 ໄດ້ເປີດຜະແໜກການຊ່າງຂຶ້ນອີກຜະແໜກໜຶ່ງ ສອນພາສາໄທຮອດຊັ້ນປະຖົມ 3 (ຈົບລະດັບປະຖົມສຶກສາສະໄໝນັ້ນ) ສອນວິຊາເຍັບປັກຖັກຮ້ອຍ ເຮັດດອກໄມ້ສົດ ດອກໄມ້ແຫ້ງແລະປະກອບອາຫານ ສອນໃຫ້ມີຄວາມຮູ້ເຖິງຂັ້ນເປັນຄູໄດ້ ແຕ່ນັກຮຽນສ່ວນຫຼາຍແມ່ນນັກຮຽນໃນບຳລຸງເຊິ່ງບໍ່ຕ້ອງເສຍຄ່າເລົ່າຮຽນ ຜະແໜກນີ້ມີອັນຕ້ອງຍຸກເລີກໄປເມື່ອ ຄ.ສ. 1927 ເພາະລາຍໄດ້ບໍ່ພໍກັບລາຍຈ່າຍ ປາກົດນັກຮຽນທີ່ສຳເລັດຈາກຜະແໜກການຊ່າງນີ້ຫຼາຍຄົນໄດ້ໄປສອນການຝີມືໃນໂຮງຮຽນສະຕີຕ່າງ ໆ ຂອງກົມສຶກສາທິການ

ຄ.ສ. 1919 ສົມເດັດພະສີພັດຊະລິນທາ ບໍລົມລາຊິນີນາດ ສະເດັດສະຫວັນຄົດ ນັບແຕ່ນັ້ນໂຮງຮຽນໄດ້ຮັບອຸປະກາລະຈາກເຈົ້ານາຍຫຼາຍພະອົງເຊິ່ງປະທານເງິນບຳລຸງໂຮງຮຽນບ້າງ ຕັ້ງທຸນສຳລັບນັກຮຽນທີ່ຮຽນດີບ້າງ ຄ.ສ. 1922 ໄດ້ໜ່ວຍອະນຸກາຊາດ (ຍຸວະກາຊາດ) ຂຶ້ນ ຄ.ສ. 1923 ເປີດຜະແໜກອະນຸບານທາຮົກຂຶ້ນອີກຜະແໜກໜຶ່ງ ຮັບເດັກ 3-5 ຂວບ ໂດຍບໍ່ຕ້ອງເກັບເງິນບຳລຸງ

ຄ.ສ. 1928 ໂຮງຮຽນແບ່ງພາກຮຽນເປັນ 3 ພາກ ແລະປິດໃນວັນເທດສະການຕ່າງ ໆ ຕາມປະຕິທິນຫຼວງ ແລະໃຫ້ນັກຮຽນແຕ່ງເຄື່ອງແບບຢ່າງທີ່ແຕ່ງຢູ່ທຸກວັນນີ້ ຊັ້ນຮຽນມີມັດຖະຍົມວິສາມັນ 2 ຫ້ອງ ມັດຖະຍົມສາມັນ 6 ຫ້ອງ ປະຖົມ 3 ຫ້ອງ ກຽມປະຖົມ 1 ຫ້ອງ ຮວມ 12 ຫ້ອງຮຽນ ການຮຽນຂອງມັດຖະຍົມວິສາມັນແບ່ງເປັນ 2 ສາຍ ຕາມຫຼັກສູດຂອງກະຊວງສຶກສາທິການ ຄື ຜະແໜກພາສາແລະຜະແໜກວິທະຍາສາດ

ສົມເດັດພະລາຊະປິຕຸດສາ ເຈົ້າຟ້າວະໄລອະລົງກອນ ກົມມະຫຼວງເພັດຊະບຸລີລາຊະສິລິນທອນ

ຄ.ສ. 1929 ສົມເດັດພະລາຊະປິຕຸດສາເຈົ້າ ເຈົ້າຟ້າວະໄລອະລົງກອນ ກົມມະຫຼວງເພັດຊະບຸລີລາຊະສິລິນທອນ ຊົງສ້າງໂຮງຮຽນລາຊິນີບົນຂຶ້ນ ໄດ້ຍ້າຍຊັ້ນມັດຖະຍົມວິສາມັນສຶກສາຈາກໂຮງຮຽນລາຊິນີໄປຮຽນທີ່ໂຮງຮຽນລາຊິນີບົນ ໂຮງຮຽນລາຊິນີຈຶ່ງເປີດສອນຕັ້ງແຕ່ຊັ້ນເຖິງຊັ້ນມັດຖະຍົມທີ່ 6 ເປັນຊັ້ນສູງສຸດ ຕໍ່ມາໄດ້ຕັ້ງຜະແໜກວິສາມັນການເຮືອນຂຶ້ນ ເຊິ່ງໄດ້ຍຸບເລີກໃນຄ.ສ. 1943 ແລະໄດ້ເລິ່ມເປີດກຽມອຸດົມສຶກສາທີ່ 1 ຂຶ້ນໃນຄ.ສ. 1946

ສະມາຄົມນັກຮຽນເກົ່າລາຊິນີໃນພະບໍລົມລາຊິນູປະຖັມໄດ້ຈົດທະບຽນຖືກຕ້ອງຕາມກົດໝາຍເມື່ອຄ.ສ. 1940 ແລະໃນຄ.ສ. 1941 ສົມເດັດພະສີສະວະລິນທິລາບໍລົມລາຊະເທວີ ພະພັນວັດສາໄອຍິກາເຈົ້າ ໂປດເກົ້າ ໃຫ້ຈັດຕັ້ງ "ລາຊິນີມູລະນິທິ" ຂຶ້ນ ມີໝ່ອມເຈົ້າພິຈິດຈິຣາພາ ເທວະກຸນ ເປັນປະທານກຳມະການ ແລະມີກຳມະການທີ່ຊົງຄຸນນະວຸດອີກ 8 ທ່ານ

ຄ.ສ. 1943 ໝ່ອມເຈົ້າພິຈິດຈິຣາພາ ເທວະກຸນ ອາຈານໃຫຍ່ເຖິງຊີພິຕັກໄສ ໝ່ອມອັດສະລາສະຫວີ ເທວະກຸນ ດຳລົງຕຳແໜ່ງອາຈານໃຫຍ່ສືບຕໍ່ກັນມາ ໝ່ອມເຈົ້າວົງທິບສຸດາ ເທວະກຸນ ເປັນຜູ້ຈັດການໂຮງຮຽນແລະເປັນປະທານກຳມະການ "ລາຊິນີມູລະນິທິ"

ຄ.ສ. 1944 ລະຫວ່າງສົງຄາມໂລກຄັ້ງທີ 2 ໂຮງຮຽນໄດ້ອົບພະຍົບໄປສອນທີ່ອຳເພີຜັກໄຫ່ ຈັງຫວັດພະນະຄອນສີອະຍຸດທະຍາ 1 ຈຶ່ງຍ້າຍກັບມາສອນ ນະ ທີ່ເດີມ

ຄ.ສ. 1971 ໝ່ອມເຈົ້າວົງທິບສຸດາ ເທວະກຸນ ເຖິງຊີພິຕັກໄສ ໝ່ອມເຈົ້າອັດສະລາສະຫວີ ເທວະກຸນ ຈຶ່ງດຳລົງຕຳແໜ່ງຜູ້ຈັດການໂຮງຮຽນ ແລະປະທານກຳມະການ "ລາຊິນີມູລະນິທິ"

ໂຮງຮຽນເປີດສອນຕັ້ງແຕ່ຊັ້ນອະນຸບານຈົນເຖິງມັດຖະຍົມສຶກສາຕອນປາຍ ການດຳເນິນກິດຈະການຂອງໂຮງຮຽນ ການສອນ ການວັດຜົນການສຶກສາ ເປັນໄປຕາມລະບຽບຂອງກະຊວງສຶກສາທິການ

1 ພຶດສະພາ ຄ.ສ. 1973 ນາງສະເໜາະຈິດ ສຸວັນໂພສີ ເຮັດຮັກສາການຄູໃຫຍ່ ເພາະໝ່ອມເຈົ້າອັດສະລາສະຫວີ ເທວະກຸນ ຊົງພະຊະລາ ບໍ່ສາມາດບໍລິຫານງານໄດ້

11 ທັນວາ ຄ.ສ. 1974 ນາງສະເໜາະຈິດ ສຸວັນໂພສີ ລາອອກ ພະວໍລະວົງເທີ ພະອົງເຈົ້າສຸດທະສິລິໂສພາ ຜູ້ຈັດການໂຮງຮຽນ ຊົງເຮັດໜ້າທີ່ຮັກສາການຄູໃຫຍ່

19 ມິຖຸນາ ຄ.ສ. 1975 ໝ່ອມລາຊະວົງຜະກາແກ້ວ ຈັກກະພັນ ໄດ້ຮັບແຕ່ງຕັ້ງເປັນຄູໃຫຍ່ ຈົນຮອດຄ.ສ. 1979 ຈຶ່ງໄດ້ຂໍລາອອກ

ຄ.ສ. 1980 "ລາຊິນີມູລະນິທິ" ໄດ້ແຕ່ງຕັ້ງນາງປະຍົງສີ ອຸນຫະທູບ ເປັນຄູໃຫຍ່ສືບຕໍ່ມາ ເຊິ່ງໄດ້ລາອອກໄປຕາມວາລະເມື່ອວັນທີ 30 ເມສາ ຄ.ສ. 1990

"ລາຊິນີມູລະນິທິ" ແຕ່ງຕັ້ງ ໝ່ອມຫຼວງປະທິ່ນທິບ ນາຄອນທັບ ເປັນຄູໃຫຍ່ ຕັ້ງແຕ່ວັນທີ 1 ພຶດສະພາ ຄ.ສ. 1990 ແລະຄ.ສ. 1997 ພະວໍລະວົງເທີ ພະອົງເຈົ້າສຸດທະສິລິໂສພາ ຜູ້ຈັດການໂຮງຮຽນສິ້ນພະຊົນ ລາຊິນີມູລະນິທິຈຶ່ງແຕ່ງຕັ້ງໃຫ້ ໝ່ອມຫຼວງປະທິ່ນທິບ ນາຄອນທັບ ດຳລົງຕຳແໜ່ງຜູ້ຈັດການອີກໜຶ່ງຕຳແໜ່ງ

1 ພຶດສະພາ ຄ.ສ. 2004 "ລາຊິນີມູລະນິທິ" ໃຫ້ໝ່ອມຫຼວງປະທິ່ນທິບ ນາຄອນທັບ ຄົງດຳລົງຕຳແໜ່ງຜູ້ຈັດການ ແລະແຕ່ງຕັ້ງໃຫ້ ນາງເຮືອງສິລິ ສິງຫະເດດ ເປັນຄູໃຫຍ່

ສັນຍາລັກ[ດັດແກ້]

ດອກພິກຸນ

ສີປະຈຳໂຮງຮຽນ[ດັດແກ້]

ສີປະຈຳໂຮງຮຽນນັ້ນຄືສີນ້ຳເງິນແລະສີຊົມພູ ເຊິ່ງສີນ້ຳເງິນນັ້ນເປັນສີປະຈຳວັນພະລາຊະສົມພົບຂອງສົມເດັດພະສີພັດຊະລິນທາບໍຣົມລາຊິນີນາດ ພະພັນປີຫຼວງ ແລະ ສີຊົມພູ ໝາຍເຖິງສີປະຈຳວັນພະບໍລົມລາຊະສົມພົບຂອງພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ

ອັກສອນຫຍໍ້[ດັດແກ້]

ຕົວອັກສອນຫຍໍ້ຂອງໂຮງຮຽນລາຊິນີນັ້ນຄື ສ.ຜ. ເຊິ່ງມາຈາກພະນາມເດີມຂອງ ສົມເດັດພະສີພັດຊະລິນທາບໍລົມລາຊິນີນາດ ພະພັນປີຫຼວງ ຄື "ເສົາວະພາຜ່ອງສີ" ເຊິ່ງຈະປັກດ້ວຍໄໝສີຂາວໄວ້ທີ່ກະເປົ໋າເສື້ອດ້ານຊ້າຍ(ກົງຫົວໃຈ)ຂອງນັກຮຽນທຸກຄົນ

ດອກໄມ້ປະຈຳໂຮງຮຽນ[ດັດແກ້]

ດອກໄມ້ປະຈຳໂຮງຮຽນລາຊິນີຄືດອກພິກຸນ ເຊິ່ງດອກພິກຸນນັ້ນແມ້ນຈະຮ່ວງຫຼົ່ນຜິວແຫ້ງໄປແລ້ວແຕ່ຍັງຄົງເຊິ່ງກິ່ນຫອມ ເຊິ່ງເປັນນັກຮຽນລາຊິນີໃຫ້ປະພຶດຕົນເອງໃຫ້ດີດັ່ງດອກພິກຸນບໍ່ວ່າຈະແກ່ຊະລາຂໍໃຫ້ຄົງຄວາມດີເອົາໄວ້

ສ່ວນທີ່ຮຽກວ່າພິກຸນແກ້ວນັ້ນ ເພາະແຕ່ເດີມໂຮງຮຽນລາຊິນີເປັນໂຮງຮຽນໃນວັງເປັນການຮຽກໃຫ້ສອດຄ້ອງກັບສິ່ງຂອງທີ່ກ່ຽວຂ້ອງກັບກະສັດ ຕົວຢ່າງເຊັ່ນ ນາງຂອງກະສັດກໍຈະຮຽກວ່ານາງແກ້ວ ຊ້າງຂອງກະສັດກໍຈະຮຽກວ່າຊ້າງແກ້ວ

ເພງປະຈຳໂຮງຮຽນ[ດັດແກ້]

ເພງປະຈຳໂຮງຮຽນລາຊິນີມີທັ້ງໝົດຈຳນວນ 3 ເພງ ຄື ເພງລາຊິນີເປັນທີ່ຮັກ (ໄທເດີມ) ເພງພິກຸນແກ້ວ ແລະ ເພງເທິດພະກຽດສົມເດັດພະສີພັດຊະລິນທາບໍລົມລາຊິນີນາດ

ເຊິ່ງໃນຕອນທຳອິດນັ້ນ ເພງພິກຸນແກ້ວເປັນພຽງບົດກອນເຊິ່ງໝ່ອມເຈົ້າພິຈິດຈິຣາພາ ເທວະກຸນຊົງປະພັນໂດຍລາຍພະຫັດໃຫ້ນັກຮຽນເຊິ່ງສຳເລັດການສຶກສາ ແຕ່ຕໍ່ມາໄດ້ມີການໃສ່ທຳນອງເຂົ້າໄປແລ້ວໃຊ້ເປັນເພງປະຈຳໂຮງຮຽນ ແຕ່ເນື່ອງຈາກເປັນລາຍພະຫັດເຊິ່ງຄ່ອນຂ້າງອ່ານຢາກ ຈຶ່ງມີການເຂົ້າໃຈວ່າຊົງປະພັນວັກທຳອິດຂອງບົດທີ່ສອງວ່າ "ເມື່ອເຖິງຄາວຊະລາ" ເຊິ່ງໃນໜັງສືລຸ້ນຫຼືບັນທຶກເນື້ອເພງກໍຈະຂຽນໄວ້ເຊັ່ນນັ້ນ ແຕ່ເມື່ອບໍ່ຈັກປີມານີ້ມີການກວດສອບອີກຄັ້ງຈຶ່ງຊາບວ່າຊົງປະພັນໄວ້ວ່າ "ແມ້ວ່າເຖິງຄາວຊະລາ" ແລະສຳລັບນັກຮຽນລາຊິນີແລ້ວເພງນີ້ຈະເປັນເພງທີ່ຜູກພັນຫຼາຍທີ່ສຸດ

ຄຳປະຕິຍານຕົນ[ດັດແກ້]

ທຸກມື້ຫຼັງຈາກສິ້ນສຸດການເຄົາຮົບທົງຊາດແລ້ວນັກຮຽນລາຊິນີທຸກຄົນຈະກ່າວຄຳປະຕິຍານຕົນດັງນີ້

" ພວກເຮົາເປັນໄທຢູ່ໄດ້ຈົນເຖິງທຸກວັນນີ້ ກໍເພາະເຮົາມີຊາດ ມີສາດສະໜາ ພະມະຫາກະສັດ

ເຊິ່ງບັນພະບຸລຸດຂອງເຮົາ ເອົາເລືອດ ເອົາເນື້ອ ເອົາຊີວິດ ແລະຄວາມລຳບາກຢາກເຂັນເຂົ້າແລກໄວ້

ເຮົາຕ້ອງສະລະຊີບເພື່ອຊາດ ເຮົາຕ້ອງບຳລຸງສາດສະໜາ ເຮົາຕ້ອງຮັກສາພະມະຫາກະສັດ

ເຮົານັກຮຽນຈັກຕ້ອງປະພຶດຕົນ ຢູ່ໃນລະບຽບວິໄນຂອງໂຮງຮຽນ ມີຄວາມຊື່ສັດຕໍ່ຕົນເອງແລະຜູ້ອື່ນ

ເຮົານັກຮຽນຈັກຕ້ອງໄມ້ທຳຕົນ ໃຫ້ເປັນທີ່ເດືອດຮ້ອນແກ່ຕົນເອງແລະຜູ້ອື່ນ "

ຊີວິດພາຍໃນຮົ້ວໂຮງຮຽນ[ດັດແກ້]

ໂຮງຮຽນລາຊິນີມີການສຶກສາຕັ້ງແຕ່ຊັ້ນອະນຸບານຊັ້ນປີທີ່ 2 ໄປຈົນເຖິງລະດັບມັດຖະຍົມສຶກສາປີທີ່ 6 ໃນລະດັບອະນຸບານເຖິງຊັ້ນປະຖົມສຶກສານັ້ນຈະມີທັ້ງນັກຮຽນຍິງແລະນັກຮຽນຊາຍ (ເຊິ່ງຈະມີນັກຮຽນປະມານ 10 -20 ຄົນຕໍ່ຊ່ວງນັ້ນ ໃນຊ່ວງຊັ້ນໜຶ່ງໆ ຈະມີນັກຮຽນປະມານ 200-300 ຄົນ) ສ່ວນໃນລະດັບມັດຖະຍົມເປີດສອນສະເພາະນັກຮຽນຍິງເທົ່ານັ້ນ ທຸກໆ ປີຈະມີການເລືອກຕັ້ງປະທານນັກຮຽນເພື່ອສົ່ງເສີມລະບອບປະຊາທິປະໄຕເຊິ່ງຈະແບ່ງເປັນສອງສ່ວນຄື ສ່ວນປະຖົມສຶກສາແລະສ່ວນມັດຖະຍົມສຶກສາ ແບ່ງສີເປັນພັກຄື

  1. ພັກພິກຸນແກ້ວກ້າວໜ້າ
  2. ພັກອາສາລາຊິນີ
  3. ພັກນ້ຳເງິນຊົມພູພັດທະນາ
  4. ພັກລາຊິນີສ້າງສັນ

ເຊິ່ງທັ້ງສ່ວນນີ້ບໍ່ຈຳເປັນຕ້ອງເປັນພັກດຽວກັນຈະມີການຈັດຫາສຽງແລະອະພິປາຍສະເໜີນະໂຍບາຍຕ່າງໆ ເພື່ອເຝິກຝົນນັກຮຽນ

ນັກຮຽນຜູ້ດີ[ດັດແກ້]

  • ລະດັບຊັ້ນອະນຸບານ ຄູປະຈຳຊັ້ນຈະມອບດາວເດັກດີເຊິ່ງມີເຈັດສີແລະເຈັດຄວາມໝາຍໃຫ້ກັບນັກຮຽນທີ່ມີຄຸນນະສົມບັດ [2]
ດາວສີແດງ ແມ່ນນັກຮຽນທີ່ມີຄຸນນະທຳ ຈະລິຍະທຳ ແລະຄ່ານິຍົມທີ່ພຶງປະສົງ
ດາວສີເຫຼືອງ ແມ່ນນັກຮຽນທີ່ມີຄວາມສາມາດຄິດຮວບຍອດ ຄິດແກ້ປັນຫາ ແລະຄິດລິເລິ່ມສ້າງສັນ
ດາວສີຊົມພູ ແມ່ນນັກຮຽນທີ່ມີຄວາມສົນໃຈໃຝ່ຮູ້ ຮັກການອ່ານ ແລະພັດທະນາຕົນເອງຢ່າງຕໍ່ເນື່ອງ
ດາວສີຂຽວ ແມ່ນນັກຮຽນທີ່ມີສຸຂະນິໄສ ສຸຂະພາບກາຍ ແລະສຸຂະພາບຈິດທີ່ດີ
ດາວສີແສດ ແມ່ນນັກຮຽນທີ່ມີຄວາມຮູ້ ແລະທັກສະພື້ນຖານຕາມພັດທະນາການທຸກດ້ານ
ດາວສີຟ້າ ແມ່ນນັກຮຽນທີ່ມີຄວາມສາມາດເຮັດງານຈົນສຳເລັດ ເຮັດງານຮ່ວມກັບຜູ້ອື່ນໄດ້
ດາວສີມ່ວງ ແມ່ນນັກຮຽນທີ່ມີຄວາມສຸນທະລີຍະພາບ ແລະລັກສະນະນິໄສດ້ານສິລະປະ ດົນຕີ ແລະການເຄື່ອນໄຫວ
  • ລະດັບຊັ້ນປະຖົມ ຂຶ້ນໄປຈະມີການເລືອກໂດຍເພື່ອນນັກຮຽນແລະຄຸນຄູເຖິງນັກຮຽນທີ່ມີຄຸນນະສົມບັດຕາມຫົວຂໍ້ ເຊັ່ນ ຕົງຕໍ່ເວລາ ຢູ່ຢ່າງພໍພຽງ ປະຫຍັດ ມີຈິດສາທາລະນະ ມີສຳມາຄາລະວະ

ຈະມີການມອບກຽດຕິບັດກຸຫຼາບແດງໃຫ້ກັບນັກຮຽນທີ່ມີຄວາມປະພຶດດີ ສອງຄົນຕໍ່ຫ້ອງທຸກໆ ປີ ໂດຍສັງເກດຈາກຄວາມດີທີ່ໄດ້ບັນທຶກລົງໃນສະໝຸດຄວາມດີເປັນສຳຄັນ

ຍຸວະກາຊາດ[ດັດແກ້]

ໂຮງຮຽນລາຊິນີແມ່ນໂຮງຮຽນທຳອິດທີ່ໄດ້ຈັດການຮຽນການສອນວິຊາຍຸວະກາຊາດ ແລະດຳລົງມາຈົນເຖິງທຸກວັນນີ້ ໂດຍຈະຮຽນໃນລະດັບຊັ້ນປະຖົມສຶກສາປີທີ່ 1 ເຖິງມັດທະຍົມສຶກສາປີທີ່ 3 ແຕ່ຈະມີການສວມເຄື່ອງແບບເມື່ອຊັ້ນປະຖົມສຶກສາປີທີ່ 3 ເປັນຕົ້ນໄປ ແລະຈະມີການຈັດຄ່າຍຂຶ້ນ (ຈັດຄັ້ງທຳອິດຊັ້ນປະຖົມສຶກສາປີທີ່ 3 ຕໍ່ໄປກໍຈະເປັນ ຊັ້ນປະຖົມສຶກສາປີທີ່ 6 ຊັ້ນມັດຖະຍົມສຶກສາປີທີ່ 3) ເຊິ່ງຈະມີການຈັດຄ່າຍທີ່ "ຄ່າຍສຸດທະສິລິໂສພາ" ຕັ້ງຢູ່ທີ່ເຂົາໃຫຍ່ ຈັງຫວັດນະຄອນລາຊະສີມາ

ເບິ່ງຕື່ມ[ດັດແກ້]

ອ້າງອີງ[ດັດແກ້]

ແມ່ແບບ:ໂຄງາະຖານສຶກສາ

  1. http://www.dailynews.co.th/sunday/lifestyle.asp?columnid=1504
  2. "Archive copy" (PDF). Archived from the original (PDF) on 2007-09-28. Retrieved 2018-07-19.{{cite web}}: CS1 maint: archived copy as title (link)