ແມ່ແບບ:ພຣະພູຄຳ ແກ້ວປະທຸມ

ຈາກ ວິກິພີເດຍ
ພຣະພູຄຳ ແກ້ວປະທຸມ
ຂໍ້ມູນ ສະເພາະບຸກຄົນ
ຊື່ : ພູຄຳ (ລື່ນ)
ຊື່ນາມສະກຸລ : ແກ້ວປະທຸມ
ສາຍາ : ອານັນທະມຸນີ
ວັນເກີດ : 8 ເດືອນກັນຍາ ປີພ.ສ. 2533,(ຄ.ສ.1990)
ບ່ອນເກີດ : ບ້ານດົງທ່າ ເມືອງອຸທຸມພອນ ແຂວງສະຫວັນນະເຂດ
ສັນຊາດ : ລາວ (LaoPDR)
ຮູ້ຈັກຜ່ານທາງ : ນັກເທດສະນາທັມ(ໂວຫານ),
ຄະຕິທັມປະຈຳໃຈ :
ງານຄືຊີວິຕ ຊີວິຕຄືງານ ບັນດານສຸຂ
ທຳງານໃຫ້ສະນຸກ ເປັນສຸກເມື່ອທຳງານ
ຈຳພັນສາຢູ່ວັດ : ວັດທາດຫລວງເຫນືອ ເມືອງໄຊເສດຖາ ນະຄອນຫລວງ
ຜົນງານການຂຽນ
ຫນັງສື : ສາສະນະຈັກກັບສາສະນະທັມ
ເທດສະນາທັມ : ພຸດທະສາສະນາກັບຄ່ານິຍົມຂອງສັງຄົມ
ການສຶກສາ : ຈົບປະລິນຍາໂທ ສາຂາການບໍຣິການການສຶກສາ ມຈຣ. (ໄທ)
ງານຕ່າງປະເທດ
  • ສຳມະນາວິຊາການທາງດ້ານພຣະພຸດທະສາສະນາ
  • ພຣະພຸດທະສາສະນາກັບຄ່ານິຍົມຂອງປະເທດ
  • ຜູ້ນຳຊາວພຸດໃນລຸ່ມແມ່ນ້ຳຂອງ ປີພ.ສ.2558
ພຣະພູຄຳ ສາຍາ ອານັນທະມຸນີ ນາມສະກຸນ[1] ແກ້ວປະທຸມ ອັງກິດ: phoukham Anundamuni (Keophathoum); (ຊື່ຫລີ້ນ: ລື່ນ ) ເກິດເມື່ອວັນທີ 8 ກັນຍາ ປີ ພ.ສ.[2] 2535 (ຄ.ສ.[[3]] 1990) ທີ່ບ້ານດົງທ່າ ເມືອງອຸທຸມພອນ ແຂວງສະຫວັນນະເຂດ Lao PDR. ບິດາ ຊື່ທ້າວທອງຈັນ ແກ້ວປະທຸມ ມານດາຊື່ ນາງຄຳໄພ ແກ້ວປະທຸມ ມີອ້າຍເອື້ອຍນ້ອງທັງຫມົດ 4 ຄົນ ເປັນລູກຊາຍໂທນພຽງຄົນດຽວໃນຄອບຄົວ ແລະ ພຣະພູຄຳ ເປັນລູກຄົນທີ 2 ມີລາຍຊື່ດັງນີ້
  1. ນາງໄລ ແກ້ວປະທຸມ
  2. ທ້າວພູຄຳ ແກ້ວປະທຸມ
  3. ນາງລົ້ນ ແກ້ວປະທຸມ
  4. ນາງນັນທິດາ ແກ້ວປະທຸມ

ປະຫວັດ[ດັດແກ້]

ຊີວິດໄວເດັກ[ດັດແກ້]

ພູຄຳ ເກິດເມື່ອວັນທີ 8. ກັນຍາ ປີ ພ.ສ. 2535 (ຄ.ສ. 1990) ທີ່ບ້ານດົງທ່າ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໃນຄອບຄົວທີ່ທຸກຍາກ ດັງນັ້ນ ຈຶ່ງຊ່ວຍພໍ່ແມ່ເຮັດໄຮ່ໃສ່ສວນ ວຽກເຮືອນຊານທຸກຢ່າງ ເຊັ່ນ ຕັກນ້ຳ, ຫນື້ງເຂົ້າ, ລ້ຽງງົວ, ລ້ຽງຄວາຍ, ວຽກງານທີ່ຜູ້ຍິງເຮັດໄດ້ ເຂົາກໍ່ເຮັດໄດ້ເຊັ່ນດຽວກັນ ດ້ວຍຄວາມທີ່ເປັນເດັກນ້ອຍດຸມັ່ນ ເປັນທີ່ຮັກແພງຂອງຄອບແລະຍາດພີ່ນ້ອງ ເວລາໄປໃສມາໃສ ຄົນໃນຫມູ່ບ້ານເຂົາຮັກແພງ

ຊີວິດຕອນບວດ[ດັດແກ້]

ຕອນເປັນສາມະເນນ[ດັດແກ້]

ເມື່ອສາມະເນນພູຄຳ ແກ້ວປະທຸມ ຮຽນຈົບ ມ.3 ແລ້ວ ຕອນນັ້ນອາຍຸ16 ປີ ແຕ່ໂຮງຮຽນໃນບ້ານໂນນປ່າໄລ່ ມີພຽງ ມ.3 ເທົ່ານັ້ນ ເຂົາຈຶ່ງຕັດສິນໃຈເຂົ້າມາບວດໃນພຣະພຸດທະສາສະນາ ບວດເມື່ອວັນທີ 6 ເດືອນມິຖຸນາ ຄ.ສ.2006 ທີ່ບ້ານໂນນປ່າໄລ່ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໂດນຍາພໍ່ສີຕານ ເປັນຜູ້ບວດໃຫ້ (ເຊິ່ງຍາພໍ່ກໍເປັນຕາຂອງສາມະເນນພູຄຳ) ດ້ວຍເປັນຄົນທີ່ໃຝ່ໃນການສຶກສາຮ່ຳຮຽນ ເມື່ອບວດແລ້ວ ເຂົາກໍໄດ້ເຂົ້າມາຢູ່ໃນໃນຕົວເມືອງສະຫວັນນະເຂດ ຄື ວັດອົບມາພຸດທາວາສ ເຊິ່ງເຈົ້າອະທິການວັດ ແມ່ນ ພຣະອະຣິຍະມຸນີສີສຸທັມມະໂລກາຈາຣຍ໌(ພຣະອາຈານສົມບູນ ສິຣິປັນໂຍ) ໃນຕອນນັ້ນ ແລະເປັນສຳນັກປະຕິບັດທັມປະຈຳແຂວງສະຫວັນນະເຂດ ເຊິ່ງເຮັດໃຫ້ສາມະເນນພູຄຳ ໄດ້ມີໂອກາດສຶກສາຈາກຄຸບາອາຈານໃນຫລາຍໆເລື່ອງ ເຊັ່ນ ວິທີປະຕິບັດວິປັດສະນາກັມມະຖານ,ຝຶກເທດສະນາທັມ(ໂວຫານ),ອົບຮົມກິຣິຍາມາຣະຍາດ,ແລະການສຶກສາສິລະປະວິທະຍາອື່ນໆ ທັງທາງໂລກແລະທາງທັມ ຈຶ່ງເຮັດໃຫ້ເຂົາມີປະສົບການຫລາຍຢ່າງ ສາມາດຊ່ວຍງານພຣະສາສະນາໄດ້ຢ່າງຫລວງຫລາຍ

ຕອນເປັນພຣະ[ດັດແກ້]

ການສຶກສາ[ດັດແກ້]

ເມື່ອອາຍຸໄດ້ 8 ປີ ໄດ້ເຂົ້າ ໂຮງຮຽນ ຊັ້ນປະຖົມ ທີ່ໂຮງຮຽນ ບ້ານໂນນປ່າໄລ່ ເປັນບ້ານໃກ້ໆ ກັນ ແລະທຸກໆ ມື້ກໍຕ້ອງຍ່າງມາຮຽນ ຄືກັບເດັກນ້ອຍຄົນອື່ນໆ ເພາະໃນສະໄໝນັ້ນ ລົດທີ່ຈະຫາຂີ່ມາໂຮງຮຽນນັ້ນຍາກແສນຍາກ ແຕ່ດ້ວຍຄວາມບາກບັ່ນ ຄວາມເອົາໃຈໃສ່

  • ປີຄ.ສ.2004-2006 ຈົບຊັ້ນມັດທະຍົມຕັ້ນ ບ້ານໂນນປ່າໄລ່
  • ປິຄ.ສ.2007-2011 ຈົບຊັ້ນມັດທະຍົມສົງຕອນປາຍວັດໄຊຍະພູມ
  • ປີຄ.ສ.2012-2015 ຈົບປະລິນຍາຕຣີ ສາຂາພາສາອັງກິດ ມະຫາວິທະຍາໄລມະຫາຈຸລາລົງກອນຣາຊະວິທະຍາໄລ ວິທະຍາເຂດຂອນແກ່ນ
  • ປີຄ.ສ.2015-2016 ຈົບປະລິນຍາໂທ ສາຂາພາການບໍຣິຫານການສຶກສາ ມະຫາວິທະຍາໄລມະຫາຈຸລາລົງກອນຣາຊະວິທະຍາໄລ

ຜົນງານ[ດັດແກ້]

ງານວິຊາການ[ດັດແກ້]

ງານທາງດ້ານພຣະສາສະນາ[ດັດແກ້]

ງານຕ່າງປະເທດ[ດັດແກ້]

ປະສົບການທຳງານ[ດັດແກ້]

ແຫລ່ງຂໍ້ມູນອື່ນ[ດັດແກ້]

ອ້າງອິງ[ດັດແກ້]

ຫມວດຫມູ່: |ມະຫາວິທຍາໄລສົງ |ວິທະຍາໄລສົງ |ພຣະພຸດທະສາສະນາ |ອົງການພຣະພຸດທະສາສະນາສຳພັນລາວ |ສະຖິຕິພຣະສົງ-ສາມະເນນໃນທົ່ວປະເທດ |ສະຖິຕິວັດທົ່ວປະເທດ