ອົງການພຣະພຸດທະສາສະນາສຳພັນລາວ

ຈາກ ວິກິພີເດຍ


ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ
ຂໍ້ມູນ ອົງການ
ຊື່ເຕັມ : ອົງການພຣະພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ
ຊື່ຫຍໍ້ : ອພສ.
ກຳເນີດຂຶ້ນ : 19 ພະຈິກ ພ.ສ. 2501 (ຄ.ສ. 1958 )
ນິກາຍແບບ : ມະຫານິກາຍ ຫລື ເຖຣະວາດ
ສຳນັກງານຕັ້ງຢູ່ : ວັດທາດຫຼວງເໜືອ
ຕິດຕໍ່ສອບຖາມ : (856-21) 412193
ຕູ້ໄປສະນີ : 775 ນະຄອນຫຼວງວຽງຈັນ

ທັມມະນູນປົກສົງລາວ
ລາຍລະອຽດ
ຊື່ເຕັມ : ທັມມະນູນສົງລາວ
ສະບັບເລກທີ : 37/ນຍ ລົງວັນທີ 15.02.2019
ປ່ຽນໃຊ້ແທນ : 22/ນຍ ລົງວັນທີ 15.02.2005
ປະກາດໃຊ້ : ນາຍົກລັດຖະມົນຕີ
ຄະນະບໍລິຫານງານ : ຊຸດທີ VII
ປະທານສູນກາງ ອພສ : ພຣະອາຈານໃຫຍ່ມະຫາງອນ ດຳຣົງບຸນ

ອົງການພຣະພູດທະສາສະນາສັມພັນ ແຫ່ງ ສປປ ລາວ ຫຼື ມີຊື່ຫຍໍ້ວ່າ ອພສ (ພາສາອັງກິດ: Buddhist Fellowship Organization of Lao PDR) ມີຫ້ອງການບໍລິຫານງານສູນກາງ ອພສ. ຢູ່ທີ່ວັດທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນອົງການຫນຶ່ງດຽວທີ່ສ້າງຕັ້ງຂຶ້ນຖືກຕ້ອງຕາມກົດໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນອົງການທີ່ຄຸ້ມຄອງ ພຣະພຸດທະສາສະໜາໃນ ສປປ ລາວ ແລະສາມາດເຄື່ອນເຜີຍແຜ່ ຫຼັທັມຄຳສອນໃນທາງພຣະພຸດທະສາສະໜາໃຫ້ປະຊາຊົນລາວ ໃຫ້ຮູ້ ໃນ ບາບ ບຸນ ຮູ້ຈັກຫຼັກຂອງສີລທັມແລະຈະຣິຍະທັມທັງຫຼາຍ ພຣະພູດທະສາສະໜາໃນປະເທດລາວ ເປັນພຣະພຸດທະສາສະໜາແບບເຖຣະວາດ ຫຼື ມະຫານິກາຍ ເອີ້ນວ່າ '''ພຣະສົງລາວ''' ອົງການດັ່ງກ່າວ ແມ່ນລັດຖະບານລາວ ແລະ ແນວລາວສ້າງຊາດເປັນຜູ້ອຸປະຖຳ ມີລະບົບການບໍລິຫານງານສູນກາງ ອພສ. 5 ກັມມາທິການ ແລະ 1 ຫ້ອງການບໍລິຫານງານ

ຄະນະປະຈຳ

  • ຄະນະປະຈຳສູນກາງ ອພສ.
  • ປະທານແລະຮອງປະທານ ສູນກາງ ອພສ.
  • ຄະນະບໍຣິຫານງານສູນກາງ ອພສ.

ກັມມາທິການ[ດັດແກ້]

  • ຫ້ອງການບໍລິຫານງານ
  • ກັມມາທິການປົກຄອງສົງ
  • ກັມມາທິການສຶກສາສົງ
  • ກັມມາທິການເຜີຍແຜ່ສີລທັມແລະປະຕິບັດກັມມາຖານ
  • ກັມມາທິການສາທາຣະນູປະການ
  • ກັມມາທິການຕ່າງປະເທດ

ປະຫວັດ[ດັດແກ້]

ປະຫວັດຄວາມເປັນມາ[ດັດແກ້]

ໃນ ວັນທີ 19 ພະຈິກ ພ.ສ. 2501 (ຄ.ສ. 1958 )ເມື່ອກະແສແຫ່ງການຕໍ່ສູ້ກູ້ຊາດ ພາຍໃນປະເທດໃນສະໄໝນັ້ນ ໄດ້ສ້າງເງື່ອນໄຂ ແລະເປັນປັດໃຈ ໃຫ້ແກ່ຄະນະສົງທົ່ວປະເທດ ແລະອອກຕົນຍາດໂຍມ ປຶກສາຫາລຶກັນໃນການສ້າງ ຄວາມສາມັກຄີພາຍໃນຊາດສາສະໜາ ໃຫ້ມີຂຶ້ນ ເພາະໃນສະໄໝກ່ອນ ປວງຊົນຊາວລາວໃນທົ່ວປະເທດ ຍັງບໍ່ທັນເປັນຫນຶ່ງດຽວ ບໍ່ມີອົງກອນນຳພາ ໃນການສ້າງຄວາມສາມັກຄີ ຕ່າງຝ່າຍຕ່າງສູ້ຕາມກຳລັງຂອງຕົນເອງ ໃນແຕ່ລະເຂດ. ໂດຍມີປະນິທານປະຊາທິປະໄຕ ພາຍໃຕ້ສີລະທັມ ທີ່ວ່າ “ພຣະສົງບໍ່ຕັດແຍກອອກຈາກ ອອກຕົນຍາດໂຍມ, ພຣະພຸດທະສາສະໜາບໍ່ຕັດແຍກອອກຈາກຊາດ, ສີລະທັມບໍ່ຕັດແຍກອອກຈາກການເມືອງ ” ຊາດໄດ້ວາງເປົ້າຫມາຍຢ່າງໃດ ພຣະສົງ -ສາມະເນນໄດ້ຖືເອົາເປັນເປົ້າຫມາຍຢ່າງນັ້ນ ພ້ອມກັບຄວບຄູ່ໄປດ້ວຍ ຫລັກພຣະທັມ ວິນັຍ ຍຶດຖື ຄວາມມີສະເຫມີພາກ ທັງທາງດ້ານຄຸນນະທັມແລະຈະຣິຍະທັມ ອັນເປັນຫລັກຄຳສອນໃນທາງພຣະພຸດທະສາສະໜາ

ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ 1[ດັດແກ້]

ຕໍ່ມາເມື່ອົງການພຣະພດທະສາສະໜາສຳພັນລາວ ໄດ້ດຳນີນງານໄປໃນລະຍະຫນຶ່ງ ຈິ່ງເຫັນວ່າ ລະບົບການຈັດຕັ້ງແລະການບໍຣິຫານງານຄວນປັບປຸງມໃຫ້ດີຂຶ້ນກວ່າເກົ່າ ດັ່ງນັ້ນ ໃນປີ ພ.ສ. 2504 ຄ.ສ. 1962 ໂດຍໄດ້ເຫັນດີເປັນເອກະພາບ ຈາກສູນກາງແນວລາວຮັກຊາດ ໃຫ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງການພຣະພຸດທະສາສະນາສຳພັນລາວ ໃນວັນທີ 3 ເດືອນ ມິຖຸນາ ຄ.ສ.1962 ທີ່ ວັດໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ມີພຣະສົງ ເຂົ້າຮ່ວມທັງຫມົດ 160 ອົງ ໂດຍມີ ພຣະອາຈານໃຫຍ່ມະຫາບົວຄຳ ວໍຣະເພັດ ເປັນອົງອາອາວຸໂສ ມີພັນສາຫລາຍກວ່າ ອົງອື່ນ ກອງປະຊຸມໃຫຍ່ດັ່ງກ່າວ ເຫັນດີ ເປັນເອກະສັນ ແຕ່ງຕັ້ງພຣະສົງ 15 ອົງ ເປັນຄະນະບໍຣິຫານງານຂອງອົງການພຣະພຸດທະສາສະນາສຳພັນລາວ ໃນນັ້ນມີ ຮອງປະທານ 2 ອົງ ພຣະອາຈານມະຫາຄຳຕັນ ເທພບົວລີ ເປັນປະທານອົງການພຣະພຸດທະສາສະນາສພັນລາວ ແລະພຣະອາຈານໃຫຍ່ມະຫາບົວຄຳ ວໍລະເພັດ ເປັນປະທານກິດຕິມະສັກ. ຈາກສຸນກາງສູນກາງແນວລາວຮັກຊາດໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນັ້ນ ມີ

  1. ທ່ານຫນູຮັກ ພູມສະຫວັນ
  2. ທ່ານສິງກະໂປ ສີໂຄດຈຸນລະມະນີ
  3. ທ່ານປ້າເພັຽຄຳສຸກ ວົງວິຈິຕ
  4. ທ່ານເດືອນ ສຸນນະລາດ

ແລະອີກຫລາຍໆ ທ່ານ ລວມ 20 ທ່ານ ກອງປະຊຸມໃຫຍ່ພຣະສົງໃນຄັ້ງນັ້ນໄດ້ ຜ່ານກົດລະບຽບໂຄງສ້າງດຳນເນີນງານຢູ່ 7 ຫົວຂໍ້ ສືບຕໍ່ນຳພາພຣະສົງ - ສາມະເນນ ຄຽງຄູ່ກັບແນວລາວຮັກຊາດ ເພື່ອສ້າງຄວາມເປັນເອກະພາບ ສັນຕິພາບ ປະຊາທິປະໄຕ ໃນສັງຄົມລາວໃຫ້ມີຂຶ້ນ ໂດຍນຳຫລັກສີລະທັມທາງພຣະພຸດທະສາສະນາ ນອກຈາກນີ້ ເພື່ອໃຫ້ ຊາດແລະສາສະນາ ຄຽງຄູ່ໄປດ້ວຍກັນ ຈຶງປະສົມປະສານກັບນະໂຍບາຍຂອງແນວລາວຮັກຊາດ ເມື່ອກອງປະຊຸມໃຫຍ່ໄດ້ສຳເລັດ ໄດ້ມີມະຕິຕົກລົງ ແບ່ງຫນ້າທີ່ຂອງແຕ່ລະເມືອງ ພາຍໃນ ແຂວງຊຽງຂວາງ ໂດຍແບ່ງເປັນ 5 ຕົວເມືອງ

  1. ເມືອງແປກ
  2. ເມືອງຄຸນ
  3. ເມືອງຄຳ
  4. ເມືອງຫນອງແຮດ
  5. ເມືອງສູ້ຍ

ນອກຈາກນັ້ນ ຍັງໃຫ້ໄປປະຈຳຢູ່ ເມືອງຍົມມະລາດມະຫາໄຊ, ແຂວງຫົວພັນ ແລະອີກຫລາຍໆແຂວງທາງພາກເຫນືອຂອງລາວ ໂດຍຖືເອົາແຂວງຊຽງຂວາງແລະແຂວງຫົວພັນເພື່ອເຄື່ອນໄຫວວຽກງານເຜຍແພ່ສີລທັມ ໃຫ້ເຂົ້າເຖິງອອກຕົນຍາດໂຍມ

ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ 2[ດັດແກ້]

ກອງປະຊຸມໃຫຍ່ພຣະສົງທົ່ວປະເທດຄັ້ງທີ 2 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນ ວັນທີ 6 ເດືອນ 6 ຄ.ສ. 1976 ທີ່ມະຫາກຸຕິ ວັດທາດຫລວງເຫນືອ ນະຄອນຫລວງວຽງຈັນ ໂດຍມີຜູ້ແທນພຣະສົງເຂົ້າຮ່ວມທັ້ງຫມົດ 79 ອົງ ໃນທົ່ວປະເທດ ຈຸດປະສົງຂອງການປະຊຸມໃຫຍ່ໃນຄັ້ງນີ້ ແມ່ນ : ຍຶດອຳນາດການປົກຄອງສົງໃນລະບອບເກົ່າແລະສ້າງຕັ້ງລະບອບໃຫມ່ ແລະສ້າງຕັ້ງອົງປະທານຄະນະສົງຂຶ້ນໃຫມ່ ຄະນະຜູ້ແທນຝ່າຍບ້ານເມືອງມີບຸກຄົນສຳຄັນເຂົ້າຮ່ວມ ດັ່ງນີ້

  1. ສົມເດັດເຈົ້າສຸພານຸວົງ ປະທານປະເທດໃນສະໄໝນັ້ນ
  2. ສົມເດັດເຈົ້າສຸວັນນະພູມມາ ທີ່ປຶກສາລັດຖບານ
  3. ພະຍາພູມມີ ວົງວິຈິຕ ລັດຖະມົນຕີກະຊວງສຶກສາທິການກິລາແລະທັມມະການ
  4. ທ່ານມະຫາສຸວັນນະເມທີ ລັດຖະມົນຕີກະຊວງຍຸຕິທັມ

ມີບຸກຄົນສຳຄັນອື່ນອີກ 16 ທ່ານ ທີ່ເຂົ້າຮ່ວມໃນກອງປະຊຸມໃນຄັ້ງນັ້ນ ຄະນະຈັດຕັ້ງໄດ້ ຈະເຣີນພອນ ເຊີນ ພະຍາພູມີ ວົງວິຈິຕ ອອກຄວາມຄຶດ ຄວາມເຫັນ ໃນທີ່ປະຊຸມກ່ອນ ແຕ່ທ່ານພະຍາພູມີ ວົງວິຈິຕ ເຊີນສົມເດັດປະທານ ສຸພານຸວົງ ໃຫ້ສະແດງຄວາມຄຶດເຫັນກ່ອນ ໃນທີ່ປະຊຸມ ຕໍ່ຈາກນັ້ນຈິ່ງເປັນພະຍາພູມີ ວົງວິຈິຕ ຄະນະຜູ້ແທນໃນທີ່ປະຊຸມໄດ້ຕົກລົງ ເປັນເອກະສັນ ຮັບຮອງເອົາ ເອົາມະຕິ 9 ຂໍ້ ເອີ້ນວ່າ “ມະຕິ33” ເນື້ອຫາ ໃນມະຕິ 9 ຂໍ້ນັ້ນ ສະຫລຸບວ່າ “ລົບລ້າງພຣະພຸດທະສາສະນາແບບທັມຍຸຕຕິກະນິກາຍ ແລະພຣະພຸດທະສາສະນາແບບມະຫານິກາຍ ຢ່າງສິ້ນເຊີງ ເພື່ອຈະເອົາພຣະພຸດທະສາສະນາທັ້ງ ສອງນິກາຍນີ້ລວມເຂົ້າດ້ວຍກັນ ເອີ້ນວ່າ “ ຄະນະສົງລາວ”ເທົ່ານັ້ນ ອົງການພຣະພຸດທະສາສະນາສຳພັນລາວ ເປັນອົງການດຽວທີ່ຈັດຕັ້ງຂຶ້ນ ຖືກຕ້ອງ ຕາມກົດຫມາຍ ເຊິ່ງມີບົດບາດ ຫນ້າທີ່ ໃນການຄຸ້ມຄອງພຣະພຸດທະສາສະນາ ນຳພາພຣະສົງ-ສາມະເນນ ເຜຍແພ່ສີລທັມໃຫ້ເຂົ້າເຖິງຊາວບ້ານໃນທົ່ວປະເທດ ແລະພັນທະນາປະເທດຊາດຄຽວຄູ່ໄປດ້ວຍກັນ ໃນການປະຊຸມຄັ້ງນັ້ນໄດ້ເລືອກຄະນະປະທານກິຕຕິມະສັກ 4 ອົງ ຄະນະບໍຣິຫານງານສູນກາງ ອ.ພ.ສ. 30 ອົງ ແລະຄະນະປະຈຳ ອີກ 9 ອົງ ເຊິ່ງແມ່ນພຣະອາຈາຣຍ໌ມະຫາຄຳຕັນ ເທບບົວລີ ເປັນປະທານ ອົງການພຣະພຸດທະສາສະນາສຳພັນລາວ

ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ 3[ດັດແກ້]

ເພື່ອເຮັດໃຫ້ພຣະພຸດທະສາສະນາໃນທົ່ວປະເທດຫມັ້ນຄົງແລະອອກຕົນຍາດໂຍມຮູ້ຈັກພຣະພຸດທະສາສະໜາຫລາຍຂຶ້ນ ຈາກທີ່ເຄີນັບຖືຜີສ້າງ ເທວະດາ ໂດຍທົ່ວກັນນັ້ນ ກອງປະໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ່ສາມ ກໍໄດ້ໄຂຂຶ້ນໃນ ວັນທີ່ ເດືອນ 9 ປີ ຄ.ສ. 1987 ທີ່ ວັດອູບມຸງ ນະຄອນຫຫຼວງວຽງຈັນ ໂດຍມີພຣະສົງພາຍໃນແລະຕ່າງປະເທດເຂົ້າຮ່ວມ ແລະມີຜູ້ແທນຝ່າຍບ້ານເມືອງເຂົ້າຮ່ວມ ພະນະທ່ານພູມີ ວົງວິຈິຕ ຮອງປະທານປະເທດ ປະທານສູນກາງແນວລາວສ້າງຊາດເປັນກຽດເຂົ້າຮ່ວມ ພ້ອມທັງປາໄສ ໃນທີ່ປະຊຸມ ຈຸດປະສົງຂອງການປະຊຸມໃນຄັ້ງນີ້ ແມ່ນ ເພື່ອປັບປຸງການຈັດຕັ້ງຂອງ ອົງການພຣະພຸດທະສາສະນາ ຂັ້ນຕ່າງໆ ໃຫ້ດີກວ່າເກົ່າ ແລະເສິີມຂະຫຍາຍບົດບາດຂອງພຣະສົງລາວ ໃນການນຳເອົາ ທັມຄຳສັ່ງສອນ ໃນທາງພຣະພຸດທະສາສະນາ ເຂົ້າໄປມີບົດບາດໃນນະໂຍບາຍຂອງພັກ ແລະລັດ ທີ່ໄດ້ວາງອອກ ແລະເຜຍແພ່ສີລທັມ ໃຫ້ອອກຕົນຍາດໂຍມໄດ້ເຂົ້າໃຈໃນຫລັກ ຄຳສອນ ທີ່ເປັນຄຸນງາມຄວາມດີ ພ້ອມກັບຮັກສາຄວາມບໍຣິສຸດແຫ່ງພຣະພຸດທະສາສະນາ ເພື່ອບໍ່ໃຫ້ໃຜມາທຳລາຍໄດ້ ຄຽງຄູ່ກັບການພັດທະນາບ້ານເມືອງຕາມນະໂຍບາຍຂອງ ພັກ ລັດ ທີ່ໄດ້ວາງອອກນັ້ນ

ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ 4-5[ດັດແກ້]

ໃນ 5 ປີຕໍ່ມາ ອົງການພຣະພຸດທະສາສະນາ ຫລື ອ.ພ.ສ. ໄດ້ໄຂຂຶ້ນຢ່າງເປັນທາງການອີກຄັ້ງ ທີ່ ສາລາໂຮງທັມ ວັດມະຫາພຸດທະວົງ ໂສກປ່າຫລວງ ໂດຍມີຕົວແທນພຣະສົງໃນທົ່ວປະເທດເຂົ້າຮ່ວມປະຊຸມ ແລະຄະນະຜູ້ແທນຝ່າຍບ້ານເມືອງ ມີ ທ່ານອຸດົມ ຂັນຕິຍະວົງ, ທ່ານສີສະຫວາດ ແກ້ວບຸນພັນ ກອງປະຊຸມດັ່ງກ່າວໄດ້ມີມະຕິແຕ່ງຕັ້ງ ກັມມາທິການສູນກາງ ອ.ພ.ສ. ໃນນັ້ນ ຄະນະປະຈຳ 9 ອົງ ກັມມາທິການ ກິຕຕິມະສັກ 9 ອົງ ແລະທີ່ສຳຄັນໃນກອງປະຊຸມຄັ້ງນີ້ ແມ່ນກອງປະຊູມໄດ້ມີມະຕິ ແຕ່ງຕັ້ງ 4 ກັມມາທິການ ຄື

  1. ກັມມາທິການປົກຄອງສົງແລະຄຸ້ມຄອງພຣະພຸດທະສາສະນາ
  2. ກັມມາທິການສຶກສາສົງ
  3. ກັມມາທິການເຜີຍແພ່ສີລທັມ ແລະປະຕິບັຕວິປັສສະນາກັມມະຖານ
  4. ກັມມາທິການສາທາລະນູປະການ

ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ 6[ດັດແກ້]

ປີ ຄ.ສ. 2011 ອົງການພຣະພຸດທະສາສະນາ ໄດ້ເປິດກອງປະຊູມໃຫຍ່ຜູ້ແທນພຣະສົງທົ່ວປະເທດຂຶ້ນອີກຄັ້ງ ທີ່ ຫໍທັມມະສະພາ ວັດທາດຫລວງເຫນືອ ນະຄອນຫລວງວຽງຈັນ ຈຸດປະສົງຫລັກຂອງການປະຊຸມໃນຄັ້ງນີ້ ແມ່ນເລືອກຕັ້ງ ປະທານ ອົງການພຣະພຸດທະສາສະນາສຳພັນລາວ ອົງໃຫມ່ ແທນພຣະອາຈາຣຍ໌ໃຫຍ່ມະຫາວິຈິຕ ສິງຫາຣາຊ ປະທານ ສູນກາງ ອ.ພ.ສ. ອົງເກົ່າ ທີ່ໄດ້ມໍຣະນະພາບໄປ ແລະເພື່ອປັບປຸງ ລະບົບການບໍຣິຫານງານ ການຈັດຕັ້ງໃນ 4 ກັມມາທິການໃຫ້ດີເພິ່ມຕື່ມອີກດ້ວຍ. ໂດຍຖືເປັນກຽດເຂົ້າຮ່ວມກອງປະຊຸມຂອງ ພະນະທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕຣີ ແລະລັດຖະມົນຕຣີ ກະຊວງການຕ່າງປະເທດ.

ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ 7[ດັດແກ້]

ໃນວັນທີ 19-20 ເດືອນ 9 ພ.ສ. 2559 ຄ.ສ. 2016 ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ສູນການຮ່ວມມືສາກົນແລະການຝຶກອົບຮົມ ICTC (International Cooperation and training Center) ຫລັກ 5 ນະຄອນຫລວງວຽງຈັນ ໂດຍມີ ພຣະອັຄຄະມະຫາສັທທັມມະໂຊຕິກະທະຊະ (ຍາທ່ານໃຫຍ່ມະຫາງອນ ດຳຣົງບຸນ) ອົງທີ 5 ແຫ່ງຄະນະສົງລາວ ທົ່ວປະເທດ ເປັນປະທານຝ່າຍພຣະສົງ ເຊິ່ງໄດ້ ຖືກແຕ່ງຕັ້ງກ່ອນຫນ້ານີ້ ເມື່ອວັນທີ 17 ທັນວາ ປີ ຄ.ສ. 2015 ແທນປະທານອົງທີ່ ມໍຣະນະພາບໄປ ຄື ຍາທ່ານໃຫຍ່ມະຫາຜ່ອງ ສະມາເລີກ, ຍາທ່ານມຫມີປພຣະສົງທົ່ວປະເທດເຂົ້າຮ່ວມທັງຫມັດ ..... ແລະປະທານຝ່າຍຄະລຶຫັດ ແມ່ນ ທ່ານໄຊສົມພອນ ພົມວິຫານ ນອກຈາກນີ້ຍັງມີປະທານອົງການພຣະພຸດທະສາສະນາ ຈາກ ສ.ສ ຫວຽດນາມ ຄື ພຣະອາຈານໃຫຍ່ທິດທຽນເຍືອນ ແລະທ່ານຫມິງຢີ້ ວັດຫລົວຕິ່ງ ຫລິງຊັນ ສປ. ຈີນ, ມູນນິທິໂພທິຄະຍາ ວິດຊາໄລ ຣາຊະອານາຈັກໄທ ຊຸມນຸມນິສິດ ນັກສຶກສາລາວ ທີ່ໄປສຶກສາຢູ່ໃນ ຣາຊະອານາຈັກໄທ ຈາກທົ່ວປະເທດ ເຂົ້າຮ່ວມອີກດ້ວຍ ເພື່ອໃຫ້ກອງປະຊຸມດຳເນີນໄປຢ່າງມີຄຸນຄ່າ ຈິໄດ້ມີການສະແດງຄວາຄິດ ຄວາມເຫັນໃນທີ່ປະຊຸມ ໂດຍການຕາງຫນ້າຂອງແຕ່ລະ ອົງການ ຫນ່ວຍງານ ທັງພາຍໃນແລະຕ່າງປະເທດ ບໍ່ວ່າຈະເປັນ ຈາກກະຊວງພາຍໃນ ຂຶ້ນປະກອບຄວາມເຫັນໃນຫົວຂໍ້ “ການຄຸ້ມຄອງລັດ ຕໍ່ວຽກງານສາສະນາໃນ ສປປ.ລາວ”, ຈາກ ກະຊວງສຶກສາທິການ ສະແດງຄວາມຄິດເຫັນໃນຫົວຂໍ້ “ຄວາມສຳຄັນຂອງການສຶກສາສົງໃນປັດຈຸບັນ”, ຈາກກະຊວງຖະແຫລງຂ່າວ ວັດທະນະທັມ ແລະ ທ່ອງທ່ຽວ ສະແດງຄວາມຄິດເຫັນໃນຫົວຂໍ້ “ການມີສ່ວນຮ່ວມຂອງພຣະສົງກັບການອະນຸລັກຮັກສາປູຊະນີຍະສະຖານ ແລະ ວັດຖຸບູຮານໃນທາງພຣະພຸດທະສາສະນາ” ຈາກສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ສະແດງຄວາມຄິດເຫັນໃນຫົວຂໍ້ “ການມີສ່ວນຮ່ວມຂອງພຣະສົງກັບການສຶກສາອົບຮົມຊາວຫນູ່ມເຍົາວະຊົນລາວ” ຈາກ ສູນກາງສະຫະພັນແມ່ຍິງລາວ ສະແດງຄວາມຄິດເຫັນໃນຫົວຂໍ້ “ບົດບາດຂອງແມ່ຍິງລາວກັບການອຸປະຖຳພຣະພຸດທະສາສະນາ” ນອກຈາກນີ້ຍັງມີປະທານອົງການພຣະພຸດທະສາສະນາສຳພັນລາວແຂວງອື່ນໆ ທີ່ຂຶ້ນປະກອບຄວາມເຫັນ ມີ ແຂວງສະຫວັນນະເຂດ ສະແດງຄວາມຄິດເຫັນໃນຫົວຂໍ້ “ວຽກງານສາທາລະນູປະການ ແລະການເຜຍແຜ່ສີລທັມທີ່ພົ້ນເດັ່ນພາຍໃນແຂວງສະຫວັນນະເຂດ ໂດຍ ພະອາຈານໃຫຍ່ມະຫາສົມບູນ ສິຣິປັນໂຍ ປະທານອົງການພຣະພຸດທະສາສະນາສພັນລາວແຂວງສະຫວັນນະເຂດ” ປະທານ ອ.ພ.ສ. ແຂວງຫລວງພຣະບາງ, ປະທານ ອ.ພ.ສ. ແຂວງຈຳປາສັກ ແລະຈາກຜູ້ຊົງຄຸນນະວຸທິ ທີ່ໄດ້ເຊີນເຂົ້າມາຮ່ວມອີກ ຫລາຍໆ ທ່ານ

ຫມວດຫມູ່: |ມະຫາວິທະຍາໄລສົງ |ວິທະຍາໄລສົງ |ພຣະພຸດທະສາສະນາ |ສະຖິຕິພຣະສົງ-ສາມະເນນໃນທົ່ວປະເທດ |ສະຖິຕິວັດທົ່ວປະເທດ