ແມ່ນ້ຳປິງ
ແມ່ນ້ຳປິງ | |
---|---|
![]() ແມ່ນ້ຳປິງໃນເດືອນຕຸລາ 2021 ຊ່ວງບໍລິເວນວັດທ່າຫຼຸກ ອຳເພີເມືອງຊຽງໃໝ່ | |
ຕົ້ນນ້ຳ | ດອຍຊຽງດາວ |
ປາຍນ້ຳ | ແມ່ນ້ຳເຈົ້າພະຍາ |
ໄຫຼຜ່ານ | ໄທ |
ຄວາມຍາວ | 658 ກິໂລແມັດ |
ປະລິມານນ້ຳ | 265 ລູກບາດແມັດຕໍ່ວິນາທີ |
ພື້ນລຸ່ມນ້ຳ | 33,898 ຕາຮາງກິໂລແມັດ |
ແມ່ນ້ຳ
|
ແມ່ນ້ຳປິງ (ໄທ: แม่น้ำปิง; ຄຳເມືອງ: ) ຫຼື ແມ່ປິງ ຫຼື ແມ່ຣະມິງ ແມ່ນແມ່ນ້ຳສາຍສຳຄັນຂອງປະເທດໄທ ແລະເປັນໜຶ່ງໃນສອງແມ່ນ້ຳທີ່ມາບັນຈົບເປັນແມ່ນ້ຳເຈົ້າພະຍາ ແມ່ນ້ຳປິງໄຫຼຢູ່ໃນຫຸບເຂົາຮະຫວ່າງທິວເຂົາຖະໜົນທົງໄຊກາງກັບທິວເຂົາຜີປັນນ້ຳຕະເວັນຕົກ ມີຕົ້ນນ້ຳຢູ່ທີ່ດອຍຊຽງດາວໃນອຳເພີຊຽງດາວ ຈັງຫວັດຊຽງໃໝ່ ໄຫຼລົງທາງໃຕ້ຜ່ານຈັງຫວັດລຳພູນ ຮວມກັບແມ່ນ້ຳວັງທີ່ອຳເພີບ້ານຕາກ ຈັງຫວັດຕາກ ໄຫຼລົງທາງໃຕ້ຜ່ານຈັງຫວັດກຳແພງເພັດ ແລ້ວບັນຈົບກັບແມ່ນ້ຳນ່ານທີ່ອຳເພີເມືອງນະຄອນສະຫວັນ ຈັງຫວັດນະຄອນສະຫວັນ ຈາກຈຸດນີ້ໄປເປັນຕົ້ນກຳເໜີດຂອງແມ່ນ້ຳເຈົ້າພະຍາ ແມ່ນ້ຳປິງມີຄວາມຍາວທັ້ງສິ້ນ 658 ກິໂລແມັດ
ແມ່ນ້ຳປິງມີແມ່ນ້ຳສາຂາທີ່ສຳຄັນຢູ່ 6 ສາຍ ຄື ແມ່ນ້ຳງັດ ແມ່ນ້ຳແຕງ ແມ່ນ້ຳກວງ ແມ່ນ້ຳລີ້ ແມ່ນ້ຳກາງ ແລະແມ່ນ້ຳແຈ່ມ
ໃນບໍລິເວນແມ່ນ້ຳປິງຕອນບົນເປັນທີ່ຕັ້ງຂອງອຸດທະຍານແຫ່ງຊາດແມ່ປິງ ມີເນື້ອທີ່ 627,346 ໄຮ່ (1,003.75 ຕາຮາງກິໂລແມັດ)