ເສດຖະຄະນິດສາດ

ຈາກ ວິກິພີເດຍ

ເສດຖະຄະນິດສາດ ໝາຍເຖິງ ການນຳໃຊ້ ວິທີການທາງ ຄະນິດສາດ ເພື່ອ ສະແດງ ທິດສະດີເສດຖະສາດ ແລະ ຊອກຫາຄຳຕອບ ຕໍ່ ຄຳຖາມ ໃນ ເສດຖະສາດ. ໂດຍທົ່ວໄປ ມັນໝາຍເຖິງ ການສ້າງແບບຈຳລອງ ຂອງ ເສດຖະກິດ ແລະແມ່ນ ການສະແດງຄວາມສຳພັນທາງເສດຖະກິດ ແບບຂັດຈ້ອນ ແລະ ພາຍໃຕ້ສົມມຸດຕິຖານຕ່າງໆນາໆ ໂດຍ ຕຳລາຄະນິດສາດ. ຄະນິດສາດ ເຮັດໃຫ້ ນັກເສດຖະສາດ ສາມາດ ຕັ້ງ ສົມມຸດຕິຖານ ຂອງ ເສດຖະກິດ ເຊິ່ງແມ່ນລະບົບສັບສົນໜຶ່ງ ແບບມີຄວາມໝາຍ ແລະ ສາມາດທົດສອບໄດ້.

ຄວາມເປັນມາ[ແກ້ໄຂ]

ການນຳໃຊ້ ຄະນິດສາດ ໃນ ເສດຖະສາດ ເລີ່ມຕົ້ນ ໃນ ສັດຕະວັດ ທີ 19. ບັນດານັກເສດຖະສາດ ໃນ ສະໄໝນັ້ນ ພະຍາຍາມ ຢາກ ພັດທະນາເສດຖະສາດ ນຳໃຊ້ ຄະນິດສາດ ຕໍ່ ກັບ ຄຳວ່າ ຜົນປະໂຫຍດຂອບເຂດ. ແຕ່ຄວາມພະຍາຍາມດັ່ງກ່າວ ບໍ່ໄດ້ຮັບຄວາມສຳເລັດເທົ່າທີ່ຄວນ ຈົນຮອດຫຼັງ ສົງຄາມໂລກຄັ້ງທີສອງ. ເສດຖະຄະນິດສາດ ແມ່ນ ຄວາມພະຍາຍາມ ເຮັດໃຫ້ ເສດຖະສາດ ມີລັກສະນະວິທະຍາສາດຂຶ້ນ ໂດຍການນຳໃຊ້ ຄະນິດສາດ ເຊິ່ງແມ່ນເຄື່ອງມືຂອງ ທຸກໆວິທະຍາສາດທຳມະຊາດ. ເຖິງວ່າ ເສດຖະຄະນິດສາດ ຈະໄດ້ຮັບພັດທະນາຫຼາຍ ມາຮອດປະຈຸບັນ ແຕ່ ການນຳໃຊ້ສົມມຸດຕິຖານທີ່ຫ່າງເຫີນຈາກຄວາມເປັນຈິງຫຼາຍ ກໍ່ແມ່ນເຫດຜົນໜຶ່ງ ທີ່ ມັນຍັງຖືກວິພາກວິຈານຈາກ ນັກວິທະຍາສາດ ໃນ ຫຼາຍໆສາຂາອື່ນໆ​ຢູ່.

ພາສາຄະນິດສາດໃຊ້ກັນຫຼາຍໃນເສດຖະສາດ[ແກ້ໄຂ]

ເວັກເຕີ[ແກ້ໄຂ]

ໃນ ເສດຖະສາດ,ເວັກເຕີມັກຖືກໃຊ້ ເພື່ອສະແດງ ເຖິງ ກຸ່ມຂອງ ຈຳນວນ ທີ່ ບໍ່ສາມາດບວກເຂົ້າກັນໄດ້. ຕົວຢ່າງ ຖ້າ ສິນຄ້າ ທີ່ສາມາດຊົມໃຊ້ໄດ້ ມີ 10 ປະເພດ ຄື x1, x2, x3, ..., x10 ກຸ່ມການຊົມໃຊ້ ຂອງ ຜູ້ໃຊ້ໃດໜຶ່ງ ກໍ່ຈະແມ່ນ X = (x1, x2, x3, ..., x10):

  • ຜູ້ຊົມໃຊ້ ທີ່ ບໍ່ຊົມໃຊ້ຫຍັງເລີຍ
 X = (0, 0, 0, ..., 0)
  • ຜູ້ຊົມໃຊ້ ທີ່ ຊົມໃຊ້ ແຕ່ 2 ຫົວໜ່ວຍ ຂອງ x1 ແລະ 5 ຫົວໜ່ວຍຂອງ x10
X = (2, 0, 0, ..., 5)

ມາຕຣິກ[ແກ້ໄຂ]

ມາຕຣິກສາມາດໃຊ້ ເພື່ອສະແດງເຖິງ ຈຳນວນ ທີ່ ມີສອງຄຸນລັກສະນະ ເຊັ່ນ ຖ້າຢາກສະແດງວ່າ ມີ ບໍລິສັດ1, ບໍລິສັດ2,ບໍລິສັດ3 ທີ່ຜະລິດ ສິນຄ້າ1, ສິນຄ້າ2,..., ສິນຄ້າ5 ກໍ່ອາດຈະໃຊ້ ມາຕຣິກ ເຊັ່ນ ໂດຍທີ່ i = 1,2,3 ແລະ j = 1,2,3,4,5. ກໍ່ຈະໝາຍຄວາມວ່າ ບໍລິສັດ2 ຜະລິດ ສິນຄ້າ1 ໄດ້ 8 ຫົວໜ່ວຍ.

 

ອ້າງອີງ[ແກ້ໄຂ]