ຮົນໄຄອິມແພັກ 3

ຈາກ ວິກິພີເດຍ
ຮົນໄຄອິມແພັກ
ຜູ້ພັດທະນາມິໂຮໂຢະ
ຜູ້ວາງຈຳໜ່າຍຈີນ: ມິໂຮໂຢະ; ທົ່ວໂລກ: ໂຮໂຢະເວີສ
ຜູ້ອຳນວຍການຜະລິດໄຊຮາວຢີ(2014--2017) ຈຽງຕ້າເວ້ຍ(ເດວິດ ຈຽງ)[1] (2017-ປັດຈຸບັນ)
ຜູ້ປະພັນສາຍຈິນຮັນ,

ເສິນຢົງຮຸຍ, ຊຸຍເວຍ, ກົງສີ, ຈຽງເຜິງ, ລີຈິງຮາວ, ລິນອີຟານ, ເວິນຊື່,

ເຈິງຢີເຈຍ
ຊຸດເກມຮອນໄຄ
ເອນຈິນຢູນິຕີ້
ເຄື່ອງຫຼິ້ນແອນດຣອຍດ໌, ໄອໂອເອັສ, ໄອແພັດໂອເອັສ, ໄມໂຄຣຊອບ ວິນໂດ
ວັັນວາງຈຳໜ່າຍຈີນ: ທີ14 ຕຸລາ2016;

ຍີ່ປຸ່ນ: ທີ22 ກຸມພາ2017; ໄຕ້ຫວັນ: ທີ18 ພຶດສະພາ2017; ເກົາຫຼີໃຕ້. ທີ17 ຕຸລາ2017; ອາຊີອາຄະເນ: ທີ1 ພະຈິກ2017;

ອາເມຣິກາເໜືອ ແລະ ເອີຣົບ: ທີ28 ມີນາ2018
ແນວແອັກຊັນສວບົດບາດ, ແຮັກແອນສະແລດສ໌
ຮູບແບບຜູ້ຫຼິ້ນດຽວ, ຜູ້ຫຼິ້ນຫຼາຍຄົນ

ຮົນໄຄອິມແພກ 3 ຫຼື ຮອນໄຄອິມແພັກ(ອັງກິດ : Honkai Impact 3rd ; ຈີນ : 崩坏3) ເປັນ ເກມສວມບົດບາດ 3D ທີ່ຫຼິ້ນຟຣີ (ເລີ່ມແຮກເຮັດສະເພາະມືຖືເທົ່ານັ້ນ, ຕໍ່ມາຈຶ່ງຖືກປັບປຸງສຳລັບ ໄມໂຄຣຊອບ ວິນໂດ) ພັດທະນາໂດຍ ມິໂຮໂຢະ, ເຜີຍແຜ່ໂດຍ ມິໂຮໂຢະໃນ ຈີນແຜ່ນດິນໃຫຍ່ ແລະ ທົ່ວໂລກໂດຍ ໂຮໂຢະເວີສ. ເກມນີ້ຖືກວ່າແມ່ນ ຜູ້ສືບທອດຄວາມສຳເລັດ ຂອງ ເກມ ຮົນໄຄກະຄຸເອດ 2, ໂດຍໄດ້ມີການນຳໃຊ້ຕົວລະຄອນຈໍານວນຫຼາຍຈາກເກມນີ້. ເກມດັ່ງກ່າວມີຈຸດໂດດເດັ່ນໃນການລວມເອົາປະເພດເກມຫຼາຍໆຢ່າງເຂົ້າກັນ, ຕັ້ງແຕ່ ການຫຼົບ-ຟັນ ແລະ ການຈໍາລອງສັງຄົມ, ໄປຈົນເຖິງການນຳໃຊ້ອົງປະກອບຂອງ ເກມບູເລັດເຮວ,ແພລັດຟອມມິ່ງ , ສູດເອັມອັບ ແລະ ການລົງດັນຈຽນ ຕະຫຼອດທັງໃນໂໝດຜູ້ຫິ້ນຄົນດຽວ ແລະ ຜູ້ຫິ້ນຫຼາຍຄົນ. ລະບົບຫຼັກຂອງເກມແມ່ນກາຊາ.

ນອກເໜືອຈາກຕົວເກມແລ້ວ, ເນື້ອເລື່ອງຂອງ ຮົນໄຄອິມແພກ 3 ຍັງມີສື່ອື່ນໆອີກເຊັ່ນ:ຊຸດອານິເມຊັນສັ້ນ, ມັນຮົວ(ກະຕູນຈີນ) ຫຼື ມັງງະ(ກະຕູນຍີ່ປຸ່ນ)ຫຼາຍຊຸດ ແລະ ວິດິໂອໂຄສະນາຕ່າງໆ.

ອັກສອນສາດ[ດັດແກ້]

ຄຳວ່າ "ຮົນໄຄ" ມີພື້ນຖານມາຈາກພາສາຍີ່ປຸ່ນ 崩壊 (hōkai) (ມີຄວາມໝາຍວ່າ "ລົ້ມສະລາຍ" ຫຼື "ເປະເພ") ອອກສຽງວ່າ "ໂຮໄຄ" ເຊິ່ງເປັນຄຳແປໂດຍກົງກັບພາສາຈີນ 崩坏 (bēng huài) ທີ່ໃຊ້ໃນຊື່ພາສາຈີນ. ສ່ວນ "ອິມແພັກ" ບໍ່ມີຢູ່ທັງໃນເວີຊັນຈີນ ແລະ ຍີ່ປຸ່ນ, ມັນຖືກໃຊ້ແຕ່ສຳລັບການຕະຫຼາດໃນຝັ່ງຕາເວັນຕົກ.

ໃນເກມ, ຄຳວ່າ "ຮົນໄຄອິມແພັກ"(ມີຄວາມໝາຍວ່າ ການປະທຸຂຶ້ນຂອງຮົນໄຄ) ໝາຍເຖິງ ໄພພິບັດຮົນໄຄ ຂະໜາດໃຫຍ່ທີ່ເກີດຂຶ້ນ ພ້ອມກັນກັບ ການກຳເນີດຂອງ "ແຮດເຊີ".

ການຫຼິ້ນ[ດັດແກ້]

ຮົນໄຄອິມແພັກ 3 ໃຫ້ຜູ້ຫຼິ້ນຄວບຄຸບຕົວລະຄອນໃນທີມທີ່ປະກອບດ້ວຍຕົວລະຄອນຫຼາຍສຸດ3ໂຕ ທີ່ເອີ້ນວ່າ ວາລຄີລີ້, ໃນການຕໍ່ສູ້ແບບລ່ຽວ-ທ່າມກັບສັດຕູ. ໃນລະຫວ່າງການຕໍ່ສູ້, ຜູ້ຫຼິ້ນສາມາດສະຫຼັບຕົວລະຄອນ ແລະ ເຄື່ອນໄຫວທົ່ວສະໜາມຮົບໄດ້ຢ່າງອິດສະຫຼະ. ແຕ່ລະວາລຄີລີ້ມີທ່າໂຈມຕີ, ການຫຼົບຫຼີກ, ສະວິດ ແລະ ອັນຕິ, ເຊັ່ນກັນກັບ ປະເພດພະລັງ. ພະລັງມີ3ປະເພດຫຼັກຄື:ຈັກກົນ, ຊິວະພາບ ແລະ ກາຍະພາບ ເຊິ່ງມີພື້ນຖານມາຈາກ ການເປົາຍິ້ງສຸມ, ໂດຍແຕ່ລະປະເພດມີຈຸດແຂງ ແລະ ຈຸດອ່ອນ ຂຶ້ນຢູ່ກັບປະເພດຂອງສັດຕູ. ປະເພດພິເສດຕື່ມອີກສອງປະເພດໄດ້ແກ່ ຄວນຕຳ ແລະ ຈິນຕະພາບ, ເຊິ່ງມີຈຸດແຂງ-ອ່ອນ ເທົ່າກັນ ແລະ ການກາງຕໍ່ສາມປະເພດຂ້າງເທິງ. ສະຕັດ(ຄ່າພະລັງ) ແລະ ທັກສະ ຂອງເຫຼົ່າວາລຄີລີ້ສາມາດປ່ຽນແປງໄດ້ດ້ວຍ ອາວຸດ ແລະອຸປະກອນຕ່າງໆ, ເຊິ່ງສາມາດປັບປຸງໄດ້ດ້ວຍຊັບພະຍາກອນພາຍໃນເກມ. ອຸປະກອນໃໝ່ (ເອີ້ນວ່າ ສະຕິກມາຕາ), ອາວຸດ ແລະ ວາລຄີລີ້ ສາມາດໄດ້ຮັບຈາກການປະດິບໃນເກມ ຫຼື ຜ່ານລະບົບກາຊາ. [2]

ໂໝດຜູ້ຫຼິ້ນດຽວ ປະກອບມີ ແຄມເປັ່ນເນື້ອເລື່ອງ, ເຊິ່ງປະກອບມີ ດ່ານຕ່າງໆທີ່ຄັນດ້ວຍ ບົດສົນທະນາ, ສາກຕັດສາກ ແລະ ວີດິໂອ; ພົງສາວະດານ, ເຊິ່ງເປັນການສຳຫຼວດ ເລື່ອງລາວເບື້ອງເລິກເບື້ອງຫຼັງຂອງເຫຼົ່າ ວາລຄີລີ້ ແລະ ແງ່ມຸມຕ່າງໆຂອງໂລກ; ແລະ ໂໝດໂອເພັນເວີ, ເຮັດໃຫ້ສາມາດສຳຫຼວດແຜນທີ່ໄດ້ຢ່າງກວ້າງຂວາງ ເພື່ອເກັບຮວບຮວມ ວັດຖຸດິບ ແລະ ເຮັດພາລະກິດຕ່າງໆ, ຄວບຄູ່ກັບເລື່ອງລາວຕ່າງໆ.

ເກມຍັງມີ ໂໝດຜູ້ຫຼິ້ນຫຼາຍຄົນ ແລະ ໂໝດແຂ່ງຂັນ, ເຊັ່ນ ການລົງເຣດລວມກັນ (Co-op), ເຊິ່ງຜູ້ຫຼິ້ນຈະຮວມທີມກັນ ເພື່ອຊ່ວຍກັນຜ່ານດ່ານຕ່າງໆ ແລະ ຮັບອາວຸດດີເຈັນດາລີ (Legendary, ຂອງຫາຍາກ) ແລະ ລາງວັນຕ່າງໆ; ເມໂມລ່ຽວອາລີນ້າ, ທີ່ໆຜູ້ຫຼິ້ນຈະຕໍ່ສູ້ກັບຊຸດບອສຈຳນວນໜຶ່ງເພື່ອທຳຄະແນນໃຫ້ໄດ້ຫຼາຍທີ່ສຸດ ແຂ່ງກັບຜູ້ຫຼິ້ນຄົນອື່ນໆ ທັງທົ່ວເຊີບເວີ(ຂອງພາກພື້ນທີ່ຫຼິ້ນຢູ່); ແລະ ອາບິດ, ທີ່ໆຜູ້ຫຼິ້ນຈະຕ້ອງກ້າວໄປທາງໜ້າໃຫ້ໄດ້ໄກທີ່ສຸດທາງດ້ານການຕໍ່ສູ້ ເພື່ອແຂ່ງຂັນໃຫ້ໄດ້ຄະແນນສູງສຸດ ກັບ ກຸ່ມຜູ້ຫຼິ້ນຄົນອື່ນໆ. ຜູ້ຫຼິ້ນສາມາດເຂົ້າຮວມກຸ່ມຂອງຜູ້ຫຼິ້ນອື່ນໆ, ເຊິ່ງເອີ້ນວ່າ ອາລມາດາ, ເຊິ່ງເຮັດໃຫ້ມີໂອກາດສຳລັບກິດຈະກຳ ແລະ ລາງວັນຕ່າງໆ. ນອກນີ້ ອາລມາດາຍັງໃຫ້ອະນຸຍາດຜູ້ຫຼິ້ນສາມາດຂໍ ຫຼື ແລກປ່ຽນ ວັດຖຸດິບ ແລະ ຊັບພະຍາກອນ ກັບຜູ້ຫຼິ້ນຄົນອື່ນໃນກຸ່ມອາລມາດາ.

ນອກຈາກການຕໍ່ສູ້ແລ້ວ, ຮົນໄຄອິມແພັກ3 ຍັງອະນຸຍາດໃຫ້ຜູ້ຫຼິ້ນສາມາດຕອບໂຕ້ກັບເຫຼົ່າວາລຄີລີ້ ແລະ ສະຕິກມາຕາ ຜ່ານໂໝດຫໍພັກ. ເມື່ອຫຼິ້ນພາລະກິດພິເສດຂອງຕົວລະຄອນໃດໜຶ່ງ, ຈະເຮັດໃຫ້ສາມາດນຳຕົວລະຄອນນັ້ນຍ້າຍມາຢູ່ໃນຫໍພັກ, ເຮັດໃຫ້ຜູ້ຫຼິ້ນສາມາດເຫັນຂໍ້ມູນເລັກນ້ອຍຂອງຕົວລະຄອນ ແລະ ບົດສົນທະນາລະຫວ່າງສອງຕົວລະຄອນ. ຜູ້ຫຼິ້ນສາມາດສ້າງເຄື່ອງເຮືອນ ແລະ ອອກແບບຫ້ອງຂອງຫໍພັກ ເພື່ອເພີ່ມຄ່າ"ຄວາມສະດວກສະບາຍ" ຂອງເຫຼົ່າວາລຄີລີ້ ແລະ ສະຕິກມາຕາທີ່ອາໄສຢູ່. ລະດັບຄວາມສະດວກສະບາຍທີ່ຫຼາຍຂຶ້ນ ຊ່ວຍເພີ່ມລະດັບຂອງຫໍພັກ ເພື່ອເຮັດໄດ້ເຄື່ອງເຮືອນທີ່ຫຼູຫຼາຂຶ້ນ. ນອກນີ້ຜູ້ຫຼິ້ນຍັງສາມາດຢ້ຽມຢາມ ແລະ ເບິ່ງແຜງຜັງຂອງຫໍພັກຂອງຜູ້ຫຼິ້ນຄົນອື່ນໆ.

ລະບົບການຫຼິ້ນທີ່ຮອງລົງມາ ລວມມີ ມິນິເກມ ທີ່ມີອົງປະກອບຂອງເກມບູເລັດເຮວ, ແພລັດຟອມມິ່ງ ແລະ ສູດເອັມອັບ ທີ່ຊ່ວຍໃຫ້ຜູ້ຫຼິ້ນຮວບຮວມວັດຖຸດິບສຳລັບການປະດິດ ແລະ ຂອງສຳລັບເພີ່ມປະສົບການ. ກິດຈະກຳຕາມລະດູການທີ່ມີເວລາຈຳກັດ ອາດຈະມີວິທີການຫຼິ້ນໃນຫຼາຍໆຮູບແບບ ເຊັ່ນ : ການລົງດັນຈຽນ ແລະ ແບັດເຕິນລໍ່ຢໍ່ ເຊິ່ງປົກກະຕິແລ້ວ ຈະບໍ່ໄດ້ເຫັນໃນການຫຼິ້ນຫຼັກ.

ອາວຸດ[ດັດແກ້]

ວາລຄີລີ້ແຕ່ລະໂຕຈະໃຊ້ອາວຸດໄດ້ແຕ່ໜຶ່ງປະເພດ. ປະເພດຂອງອາວຸດທັງໝົດໃນເກມມີ ປືນພົກຄູ່, ດາບ (ຄາຕະນະ), ປືນໃຫຍ່, ດາບໃຫຍ່, ໄມ້ກາງເຂນ, ມື (ຖົງມື), ແວ້ກ, ດາບປາຍແຫຼມ, ທະນູ, ຈັກຣະ ແລະ ຫອກ.[3]

ຜູ້ຫຼິ້ນສາມາດຮັບອາວຸດໄດ້ຈາກການຊື້ຈາກຮ້ານຄ້າໃນເກມ, ການປະດິດສ້າງ ແລະ ການສຸ່ມກາຊາ ແລະ ວິທີອື່ນໆອີກ. ຫຼັງຜູ້ຫຼິ້ນໄດ້ຮັບອາວຸດແລ້ວ, ຜູ້ຫຼິ້ນຍັງສາມາດເພີ່ມເລເວວ ເພື່ອໃຫ້ໄດ້ປະສິດຕິພາບດີຂຶ້ນ.

ຫຼັງຈາກຜູ້ຫຼິ້ນເຖິງເລເວວ50 ແລະ ອາວຸດກໍເຖິງເລເວວ50ເຊັ່ນກັນ, ບາງອາວຸດສາມາດພັດທະນາເປັນ PRI-ARMs ຫຼື ເອີ້ນສັ້ນໆວ່າ PRIs, ເຊິ່ງຈະມີການປ່ຽນແປງທັງລັກສະນະ, ຄຸນລັກສະນະ ແລະ ເອັຟເຟັກ. ຈັ່ງໃດກໍຕາມ, ຜູ້ຫຼິ້ນຈະບໍ່ສາມາດເພີ່ມເລເວວຂອງອາວຸດໃຫ້ເຕັມໄດ້ ຈົນກວ່າຜູ້ຫຼິ້ນຈະເຖິງເລເວວ81.

ສະຕິກມາຕາ[ດັດແກ້]

ວາລຄີລີ້ແຕ່ລະຕົວສາມາດໃສ່ສະຕິກມາຕາໄດ້3ອັນ. ຜູ້ຫຼິ້ນສາມາດເພີ່ມຄ່າການໂຈມຕີ, ການປ້ອງກັນ, ໂອກາດທີ່ຕີເປັນຄິຕິຄໍ້... ຕົວລະຄອນສາມາດໃສ່ສະຕິກມາຕາໄດ້ຢ່າງຫຼາກຫຼາຍແຕກຕ່າງກັນ.[4]

ສະຕິກມາຕາສາມາດແບ່ງອອກເປັນ3ປະເພດຄື : ເທິງ, ກາງ ແລະ ລຸ່ມ ເຊິ່ງສອດຄ່ອງກັບ ການໂຈມຕີ, ການປ້ອງກັນ ແລະ ການສະໜັບສະໜຸນ. ຜູ້ຫຼິ້ນຍັງສາມາດໃຊ້ເອັຟເຟັກເຊັດທີ່ແຕກຕ່າງກັນໄດ້ເມື່ອໃສ່ສະຕິກມາຕາສອງ ຫຼື ສາມອັນຈາກເຊັດດຽວກັນ. ຜູ້ຫຼິ້ນສາມາດຮັບເອົາສະຕິກມາຕາໄດ້ຜ່ານລະບົບກາຊາ, ຜ່ານດ່ານ, ກີດຈະກຳ ແລະ ການປະດິດສ້າງ. ຫຼັງຈາກໄດ້ຮັບແລ້ວ, ຜູ້ຫຼິ້ນສາມາດປັບປຸງ ແລະ ອັບເກດເພື່ອປັບປຸງສະຖິຕິ ແລະ ເອັຟເຟັກຂອງສະຕິກມາຕາໄດ້.

ການປັບປຸງອຸປະກອນ[ດັດແກ້]

ຜູ້ຫຼິ້ນສາມາດປັບປຸງສະຖານະຂອງວາລຄີລີ້ໄດ້ຜ່ານການເສີມອາວຸດ(ອັບເລເວວ) ແລະ ສະຕິກມາຕາ. ການອັບເລເວວສະຕິກມາຕາຕ້ອງໃຊ້ຊັບພະຍາກອນ EXPໃນການອັບທີ່ແຕກຕ່າງຈາກການອັບອາວຸດ. ເມື່ອເສີມ ຫຼື ປັບປຸງປະສິດທິພາບຂອງອຸປະກອນແລ້ວ, ຈະເຮັດໃຫ້ໄດ້ໂບນັດເອັຟເຟັກ ແລະ ຄຸນສົມບັດທີ່ດີຂຶ້ນ.

ການອັບເກດອຸປະກອນ[ດັດແກ້]

ຜູ້ຫຼິ້ນສາມາດປັບປຸງເອັຟເຟັກຄຸນສົມບັດຂອງອຸປະກອນໄດ້ໂດຍການອັບເກດອາວຸດ ແລະ ສະຕິກມາຕາ. ອາວຸດ ຫຼື ສະຕິກມາຕາທັງໝົດສາມາດເພີ່ມລະດັບດາວຜ່ານການອັບເກດໄດ້. ຫຼັງຈາກອັບເກດລະດັບດາວແລ້ວ, ຂີດຈຳກັດເລເວວສູງສຸດຈະເພີ່ມຂຶ້ນ ເຮັດໃຫ້ສາມາດອັບເກດເອັຟເຟັກໄດ້ດີຂຶ້ນ. ອາວຸດ ແລະ ສະຕິກມາຕາຂັ້ນສູງເທົ່າໃດກໍແຮງຕ້ອງໃຊ້ຊັບພະຍາກອນໃນການອັບເກດຂັ້ນສູງເທົ່ານັ້ນ. ຜູ້ຫຼິ້ນສາມາດຮັບຊັບພະຍາກອນສຳລັບອັບເກດໄດ້ຜ່ານການຜ່ານດ່ານທ້າທາຍ, ການສຸ່ມກາຊາ ແລະ ການຊີ້ຜ່ານຮ້ານຄ້າໃນເກມ.

ສະກຸດເງິນ[ດັດແກ້]

ສະກຸດເງິນຫຼັກໃນເກມແມ່ນຄິດຕັນ ແລະ ຫຼຽນ ເຊິ່ງສາມາດເອົາໄດ້ຜ່ານຫຼາຍວິທີ. ແອັດເທີໄລ້ເປັນອີກສະກຸດເງິນທີ່ສາມາດໄດ້ຮັບຕະຫຼອດການຫຼິ້ນເກມ ແລະ ສາມາດນຳໄປແລກປ່ຽນເປັນຊັບພະຍາກອນໄດ້ໃນຮ້ານຄ້າສະເພາະ. ໂໝດການຫຼິ້ນ ແລະ ກິດຈະກຳຕ່າງໆພາຍໃນເກມຈະມີສະກຸດເງິນ ແລະ ຮ້ານຄ້າສຳລັບໂໝດການຫຼິ້ນໃນຕອນັ້ນ.

ເນື້ອເລື່ອງ[ດັດແກ້]

ໂຄງເລື່ອງ[ດັດແກ້]

ຮົນໄຄອິມແພັກ 3 ວາງເລື່ອງໃນໂລກຂອງເຮົາໃນອີກແບບອື່ນ, ເຊິ່ງເຕັມໄປດ້ວຍໄພພິບັດທີ່ເກີດຂຶ້ນຈາກຮົນໄຄ. ຮົນໄຄ ແມ່ນກອງກຳລັງສັດປະຫຼາດທີ່ມີຄວາມດຸຮ້າຍສູງເຊິ່ງທຸກຕົວມີເຈດຈຳນົງສູງສຸດທີ່ຄວບຄຸບຢູ່, ເຊິ່ງເອີ້ນວ່າ ເຈດຈຳນົງແຫ່ງຮົນໄຄ. ມັນມີຄວາມສາມາດໃນການຄອບງຳມະນຸດ (ຕັ້ງແຕ່ການຄວບຄຸບຈິດໃຈ ແລະ ໂລກໄພໄຂ້ເຈັບໄປຈົນເຖິງການປ່ຽນໃຫ້ກາຍເປັນສັດປະຫຼາດ), ສ້າງສັດປະຫຼາດ ແລະ ມອບພະລັງອັນມະຫາສາດດັ່ງເທບໃຫ້ມະນຸດທີ່ຖືກເຈດຈຳນົງແຫ່ງຮົນໄຄເລືອກ. ຜູ້ທີ່ຖືກເລືອກຈະກາຍເປັນຜູ້ຮັບໃຊ້ແຫ່ງຮົນໄຄ ແລະ ເປັນຜູ້ນຳພາໄພລະດັບທີ່ເອີ້ນໄດ້ວ່າວັນສິ້ນໂລກ, ເຊິ່ງເຫຼົ່າຜູ້ຖືກເລືອກ ຈະເອີ້ນວ່າ ແຮດເຊີ. ການເກີດຂຶ້ນຂອງຮົນໄຄມີລັກສະນະເປັນວົງຈອນ ຄ້ານຄືກັບໄພທຳມະຊາດ, ໂດຍຈະເກີດປະກົດການການກຳເນີດຮົນໄຄ ທຸກຄັ້ງທີ່ອາລິຍະທຳມະນຸດມີຄວາມກ້າວໜ້າຫຼາຍເກີນໄປ, ເຊິ່ງປຽບເໝືອນເປັນການທົດສອບອາລະຍະທຳມະນຸດໃນແຕ່ລະຍຸກ. ເລື່ອງລາວເລີ່ມຂຶ້ນໃນປີ2015ຂອງໂລກຍຸກປັດຈຸບັນ, ໂດຍມີເຕັກໂນໂລຊີທີ່ກ້າວໜ້າຂອງໂລກຍຸກກ່ອນທີ່ພ່າຍແພ້ໃຫ້ກັບຮົນໄຄ ແລະ ລົ້ມສະຫຼາຍເມື່ອຫ້າໝື່ນປີກ່ອນ. ໃນຍຸກປັດຈຸບັນ, ເກີດມີກຸ່ມອົງກອນຕ່າງໆຢູ່ທົ່ວໂລກ ທີ່ຕໍ່ສູ້ ຫຼື ຄົ້ນຄວ້າ ແລະ ໃຊ້ປະໂຫຍດຈາກຮົນໄຄ. ລວມມີ ຊິກເຊວ (Schicksal) ເຊິ່ງເປັນອົງກອນຮັກສາສັນຕິພາບຢູ່ເອີຣົບທີ່ສົ່ງນັກຮົບທີ່ຮູ້ຈັກກັນໃນນາມ ວາລຄີລີ້ໄປຕໍ່ສູ້ກັບພວກຮົນໄຄ, ແອນທາຍ-ເອັນໂທຣປີ້ (Anti-Entropy) ເປັນອົງກອນທີ່ພັດທະນາດ້ານເຕັກໂນໂລຊີຫຸ່ນຍົນໄປຕໍ່ສູ້ກັບຮົນໄຄ, ເລີ່ມແຮກເຄີຍເປັນຊິກເຊວສາຂາອາເມຣິກາເໜືອທີ່ໄລຍະຕໍ່ມາເກີດການຄັດແຍ້ງກັນດ້ານແນວຄິດລະຫວ່າງການສົ່ງຄົນເປັນໆໄປສູ້ ຫຼື ສົ່ງຫຸ່ນຍົນໄປສູ້ ແລະ ເວີເຊີເພັນ (World Serpent) ເປັນອົງກອນລັບທີ່ບົງການເຫດການຕ່າງໆຕັ້ງແຕ່ຫຼັງການລົ້ມສະຫຼາຍຂອງໂລກຍຸກກ່ອນ.ໃນຍຸກປັດຈຸບັນ, ມີແຮດເຊີທີ່ໄດ້ຕື່ນຂຶ້ນ(ກຳເນີດຂຶ້ນ)ທັງໝົດ3ຄົນຄື: ແຮດເຊີແຫ່ງເຫດຜົນ, ຕື່ນຂຶ້ນທີ່ໃຈກາງເບີລິນ, ເຢຍລະມັນຊ່ວງປີ1950, ຜູ້ກໍ່ຕັ້ງແອນທາຍ-ເອັນໂທຣປີ້ ແລະ ກາຍເປັນຜູ້ນຳພາມະນຸດຊາດຕໍ່ສູ້ກັບຮົນໄຄ ແທນທີ່ຈະນຳພາພວກຮົນໄຄຕໍ່ສູ້ກັບມະນຸດ; ແຮດເຊີແຫ່ງມິຕິມືດ, ຕື່ນຂຶ້ນທີ່ເຂດໄຊບີເລີຍຕາເວັນອອກສຽງເໜືອ, ລັດເຊຍຊ່ວງປີ2000, ແຮດເຊີຜູ້ນີ້ໄດ້ນຳພາພວກຮົນໄຄທຳລາຍລ້າງອາລະຍະທຳມະນຸດຢ່າງໂຮດຮ້າຍປ່າເຖື່ອນ ທີ່ໃນທ້າຍທີ່ສຸດກໍຖືກກຳຈັດໄດ້ສຳເລັດດ້ວຍຊິກເຊວ ແລະ ແອນທາຍ-ເອັນໂທຣປີ້, ແຕ່ຢ່າງໃດກໍຕາມ, ຜົນຈາກການທຳລາຍກໍມະຫາສາດ ແລະ ສ້າງຜົນກະທົບຈົນເຖິງປັດຈຸບັນ; ແລະ ແຮດເຊີແຫ່ງສາຍໄຟ, ຕື່ນຂຶ້ນທີ່ປະເທດຍີ່ປຸ່ນຊ່ວງ2014, ແຕ່ໂຊກດີທີ່ການຕື່ນຂອງແຮດເຊີຄົນນີ້ຖືກຄັດຂວາງ ເຮັດໃຫ້ບໍ່ທັນໄດ້ຕື່ນເຕັມທີ່ ແລະ ຖືກສົ່ງໄປເຝິກຝົນຮໍ່າຮຽນຢູ່ໂຮງຮຽນ ເຊັນ. ເຟຣຢາ (St. Freya)ຂອງຊິກເຊວ.

ຕົວລະຄອນຫຼັກ[ດັດແກ້]

ເຄຍອານາ ຄັດສລານະ "K-429" ຜູ້ໃຫ້ສຽງພາກ: 陶典 (ຈີນ), 釘宮 理恵 (ຍີ່ປຸ່ນ)

ລາວແມ່ນຕົວເອກຫຼັກຂອງເກມ. ເປັນຄົນເຢຍລະມັນ. ລາວແມ່ນຕົວໂຄນຂອງເຄຍອານາ ຄັດສລານະຕົວຈິງທີ່ປະສົມດ້ວຍດີເອັນເອ (DNA)ຂອງຊິລິນ(ແຮດເຊີແຫ່ງມິຕິມືດລຳດັບທີI). ຜູ້ຫຼິ້ນຈະໄດ້ເຫັນເລື່ອງລາວຂອງເກມຜ່ານເຄຍອານາເປັນຫຼັກຕະຫຼອດສ່ວນທີໜຶ່ງຂອງເກມ. ເຄຍອານາ ຈະກາຍເປັນ ແຮດເຊີແຫ່ງມິຕິມືດລຳດັບທີII, ແຮດເຊີແຫ່ງໄຟນິຣັນດອນ ແລະ ແຮດເຊີແຫ່ງຈຸດສິ້ນສຸດ ໃນໄລຍະຕໍ່ມາ. ລາວມີຄວາມສຳພັນທີ່ເລິກເຊິ່ງກັບ ໄລເດັນ ເມ.

ໄລເດັນ ເມ ຜູ້ໃຫ້ສຽງພາກ: 菊花花 (ຈີນ), 沢城 みゆき (ຍີ່ປຸ່ນ)

ລາວແມ່ນໜຶ່ງໃນສາມຕົວເອກຂອງເກມ. ເປັນຄົນຍີ່ປຸ່ນ. ລາວແມ່ນ ແຮດເຊີແຫ່ງສາຍໄຟ ແລະ ກາຍເປັນ ແຮດເຊີແຫ່ງຕົ້ນກຳເນີດ ໃນໄລຍະຕໍ່ມາ. ລາວເປັນຄົນທີ່ສະຫຼາດ, ມີໄຫວພິບ ແລະ ຍັງມີຄວາມສາມາດໃນການຕໍ່ສູ້ດ້ວຍດາບທີ່ສູງ. ລາວມີຄວາມສຳພັນທີ່ເລິກເຊິ່ງກັບ ເຄຍອານາ ຄັດສລານະ.

ໂບຣນເນຍ ເສຊິກ ຜູ້ໃຫ້ສຽງພາກ: Hanser (ຈີນ), 阿澄 佳奈 (ຍີ່ປຸ່ນ)

ລາວແມ່ນໜຶ່ງໃນສາມຕົວເອກຂອງເກມ. ເປັນຄົນລັດເຊຍ. ລາວໄດ້ເປັນຜູ້ສືບທອດ ຄຣໍແຫ່ງເຫດຜົນ ແລະ ໄດ້ກາຍເປັນ ແຮດເຊີແຫ່ງເຫດຜົນລຳດັບທີIII ແລະ ກາຍເປັນ ແຮດເຊີແຫ່ງຄວາມຈິງ ໃນໄລຍະຕໍ່ມາ. ລາວຖືກວ່າເປັນຜູ້ທີ່ສະຫຼາດໃນດ້ານຍຸດທະສາດການວາງແຜນ ແລະ ຊ່ຽວຊານໃນການໃຊ້ອາວຸດໄລຍະໄກ. ລາວຍັງຮັກການຫຼິ້ນເກມເປັນຊີວິດຈິດໃຈ ແລະ ຢາກຈະເປັນຜູ້ພັດທະນາເກມໃນສັກມື້ໜຶ່ງ. ລາວມີຄວາມສຳພັນທີ່ເລິກເຊິ່ງກັບ ເຊເລ້.

ການພັດທະນາ[ດັດແກ້]

ຝ່າຍພັດທະນາຂອງເກມຮົນໄຄອິມແພັກ 3 ເລີ່ມຕົ້ນພັດທະນາໂດຍມີສະມາຊິກພຽງ7ຄົນ ແລະ ກາຍເປັນ200ກວ່າຄົນໃນປີ2018.[5] ມິໂຮໂຢະໄດ້ສະເໜີການມອບລາງວັນເລັກໜ້ອຍໃຫ້ຜູ້ໃດກໍຕາມທີ່ໄດ້ກອກແບບສຳຫຼວດກ່ຽວກັບປະສົບການການຫຼິ້ນເກມຂອງພວກເຂົາ, ເຮັດໃຫ້ເຫຼົ່າຜູ້ພັດທະນາສາມາດພັດທະນາ, ປັບປຸງ ແລະ ສ້າງຕົວເກມໄດ້ຢ່າງມີປະສິດທິພາບ. ດ້ວຍເຫດນີ້, ເຮັດໃຫ້ເກມຮົນໄຄອິມແພັກ 3ຢູ່ພາຍໃຕ້ການພັດທະນາທີ່ຕໍ່ເນື່ອງ, ຕັ້ງແຕ່ການແກ້ໄຂຂໍ້ບົກພ່ອງ ແລະ ປ່ຽນແປງສິ່ງຕ່າງໆໄປຈົນເຖິງການເພີ່ມເນື້ອຫາໃໝ່ໆຫຼາຍຄັ້ງນັບບໍ່ຖ້ວນຕໍ່ປີ. ຜູ້ພັດທະນາລະບຸການຕັດສິນໃຈໃນການເຮັດເກມນີ້ຂຶ້ນໃຫ້ເປັນເກມຫຼິ້ນຟຣີ(ທີ່ຫາລາຍໄດ້ຜ່ານການເຕີມເງິນ)ໂດຍມີຈຸດປະສົງທີ່ຈະໃຫ້ຄົນເຂົ້າເຖິງໄດ້ຫຼາຍຂຶ້ນ.[6] ເກມ ດີວີວເມຄາຍ ແລະ ບາໂຍເນັດຕ້າເປັນເກມທີ່ສົ່ງຜົນຕໍ່ແນວຄິດໃນການພັດທະນາລະບົບການຕໍ່ສູ້ເປັນຢ່າງຫຼາຍ.[6]

ຫຼັງຈາກຫຼາຍປີທີ່ຜູ້ຫຼິ້ນທີ່ຫຼິ້ນຢູ່ຄອມພິວເຕີຕ້ອງຫຼິ້ນຜ່ານອີໂມເລເຕີ[7][8] ເຮັດໃຫ້ການຫຼິ້ນຫຍຸ້ງຍາກຂຶ້ນ, ເກມເວີຊັນສຳລັບຄອມພິວເຕີກໍໄດ້ເລີ່ມພັດທະນາ, ແລະ ເປີດຕົວໃຫ້ຫຼິ້ນເມື່ອວັນທີ26 ເດືອນທັນວາປີ2019.[9]

ສື່ອື່ນໆ[ດັດແກ້]

ກະຕູນໜັງສື/ມັງງະ/ມັນຮົວ[ດັດແກ້]

ຮົນໄຄອິມແພັກ 3 ໄດ້ມີການເປີດຕົວໜັງສືກະຕຸນຫຼາຍຊຸດທັງໃນພາສາຈີນ[10] ແລະ ພາສາອັງກິດ. ໂດຍເກືອບທຸກຊຸດຈະດຳເນີນເລື່ອງກ່ອນເລື່ອງລາວໃນເກມ. ໂດຍມີຈຸດປະສົງເພື່ອເສີມສ້າງໂຄງເລື່ອງ ແລະ ເນື້ອເລື່ອງຂອງເກມໃຫ້ດີຂຶ້ນ. ເລື່ອງລາວເບື້ອງເລິກເບື້ອງຫຼັງຂອງຕົວລະຄອນຫຼາຍໆຕົົວກໍຖືກເປີດເຜີຍໃນກະຕູນ. ປັດຈຸບັນມີກະຕຸນທັງໝົດ12ຊຸດ ແລະ ກະຕູນເສີມນອກເລື່ອງ(ເປັນເລື່ອງສັ້ນກ່ຽວກັບເກັດເລັກເກັດນ້ອຍຂອງຕົວລະຄອນ ຫຼື ເຮັດເອົາຕະລົກຊື່ໆ)ອີກຫຼາຍຊຸດ.

ກະຕູນພາບເຄື່ອນໄຫວ/ອະມິເມຊັ້ນ(ອະນິເມະ)[ດັດແກ້]

ຊຸດອະນິເມະທາງໂທລະທັດທີ່ເປັນນ່ອນ-ຄານນ່ອນ(Non-canon, ບໍ່ກ່ຽວຂ້ອງກັບເນື້ອເລື່ອງຫຼັກ)19ຕອນທີ່ມີຊື່ວ່າ ເຮັດອາຫານກັບເຫຼົ່າສາວໆວາສຄີລີ້(ຈີນ: 女武神的餐桌; ຍີ່ປຸ່ນ: 戦乙女の食卓; ອັງກິດ: Cooking with Valkyries) ເຜີຍແຜ່ຕັ້ງແຕ່ເດືອນກໍລະກົດເຖິງເດືອນກັນຍາປີ2020. ອອກອາກາດຜ່ານບິລິບິລິເປັນສຽງພາກພາສາຈີນກາງ ແລະ ອອກອາກາດທາງໂທລະທັດເປັນສຽງພາກພາສາຍີ່ປຸ່ນທີ່ປະເທດຍີ່ປຸ່ນ, ອາຊີຕາເວັນອອກ(ໂດຍມີຄຳແປເປັນພາສາຈີນດັ້ງເດີມ ແລະ ເກົາຫຼີ), ເອີຣົບ (ໂດຍມີຄຳແປເປັນພາສາອັງກິດ, ຝຣັ່ງ, ເຢຍລະມັນ, ແອັດສະປາຍ ແລະ ປອກຕຸການ), ອາເມຣິກາ (ໂດຍມີຄຳແປເປັນພາສາອັງກິດ, ແອັດສະປາຍ ແລະ ປອກຕຸການ) ແລະ ອາຊີອາຄະເນ (ໂດຍມີຄຳແປເປັນພາສາໄທ, ອິນໂດເນເຊຍ ແລະ ຫວຽດນາມ).

ຊຸດອະນິເມະນ່ອນ-ຄານນ່ອນອີກເລື່ອງໜຶ່ງທີ່ມີຊື່ວ່າ "ELF Academy"ໂດຍມີ10ຕອນເຜີຍແຜ່ຕັ້ງແຕ່ເດືອນກໍລະກົດເຖິງເດືອນກັນຍາປີ2021. ເວີຊັນພາສາຈີນນັ້ນສາຍຈົບແລ້ວ, ສ່ວນເວີຊັນພາສາຍີ່ປຸ່ນຍັງສາຍຢູ່. ເລື່ອງນີ້ເປັນເລື່ອງລາວກ່ຽວກັບເຫຼົ່າELF(Equipment Living Form; ອຸປະກອນໃນຮູບແບບສິ່ງທີ່ມີຊີວິດ), ເຊິ່ງແມ່ນອາວຸດອັດຕະໂນມັດທີ່ສ້າງຂຶ້ນເພື່ອແທນທີ່ທະຫານທີ່ມີຢູ່; ໃຫ້ໄປຮຽນ, ພົບປະ ແລະ ຕອບໂຕ້ເຊິ່ງກັນ ແລະ ກັນທີ່ໂຮງຮຽນ.

ຜົນຕອບຮັບ[ດັດແກ້]

ລົດຈັກຂອງແຟນເກມທ່ານໜຶ່ງທີ່ອິນໂດເນເຊຍ.
ພາບໂຄສະນາຄົບຮອບ7ປີຂອງເກມຮົນໄຄອິມແພັກ3 ທີ່ສະຖານນີລົດໄຟໃຕ້ດິນເຊ່ຍເໝີນ

ເກມຮົນໄຄອິມແພັກ3 ໄດ້ດືງດູດຖານແຟນເກມຈຳນວນຫຼາຍໃນອາຊີ, ກ່ອນທີ່ຈະກະຈາຍໄປທົ່ວໂລກ: ເປີດຕົວທີ່ປະເທດຈີນໃນປາຍປີ2016,[11] ຕົວເກມມີຍອດດາວໂຫຼດທະລຸລ້ານຫຼັງຈາກການເປີດຕົວທີ່ປະເທດຍີ່ປຸ່ນໄດ້ພຽງແຕ່11ມື້, ແລະ ໄອຈີເອັນ ໄດ້ລາຍງານວ່າເກມຮົນໄຄອິມແພັກມີຍອດດາວໂຫຼດເຖິງ35ລ້ານດາວໂຫຼດທົ່ວໂລກໃນວັນທີ28, ເດືອນມີນາ, ປີ2018.[12] ຕົວເກມໄດ້ເປີດຕົວໃນຫຼາຍປະເທດເຊັ່ນ: ເກົາຫຼີ, ໄຕຫວັນ, ປະເທດໃນເຂດອາຊີອາຄະເນ,[13] ອາເມຣິກາ ແລະ ເອີຣົບ,[14][15] ແລະ ຍັງມີການຮອງຮັບຫຼາຍພາສາໄດ້ແກ່: ຈີນກາງ, ຈີນດັ້ງເດີມ,[16] ອັງກິດ,[17] ຍີ່ປຸ່ນ,[18] ເກົາຫຼີ,[19] ຫວຽດນາມ,[20] ໄທ,[21] ຝຣັ່ງ,[22] ເຢຍລະມັນ ແລະ ອິນໂດເນເຊຍ.

ໃນປີ2017, ໄດ້ມີບົດຄວາມວິຈານໃນແງ່ລົບກ່ຽວກັບລະບົບທີ່ຫຼ້າຫຼັງ ແລະ ບາງອັນກໍໃຊ້ບໍ່ໄດ້ ແລະ ຍັງເວົ້າເຖິງການທີ່ຕົວເກມກິນຊັບພະຍາກອນຫຼາຍເກີນໄປທີ່ຈະເປັນເກມມືຖື.[23] ໃນອີກດ້ານໜຶ່ງກໍມີບົດຄວາມທີ່ວິຈານໃນແງ່ບວກທີ່ຍ້ອງຍໍຄຸນນະພາບຂອງພາບເກມທີ່ສວຍງານ ແລະ ລະບົບການຫຼິ້ນທີ່ເຂົ້າໃຈງ່າຍ, ຕະຫຼອດຈົນເຖິງຄຸນນະພາບໂດຍລວມຂອງເກມ.[23] ບາງບົດຄວາມກໍກ່າວວ່າ ຄຸນນະພາບຂອງເກມສາມາດເອົາໄປທຽບກັບເກມຄອນໂຊໄດ້ເລີຍ.[5][23]

ບົດຄວາມອື່ນໆທີ່ກ່ຽວຂ້ອງກັນ[ດັດແກ້]

  • ເກັນຊິນອິມແພັກ, ອີກເກມໜຶ່ງຂອງຄ່າຍມິໂຮໂຢະ ທີ່ໃຊ້ຕົວລະຄອນຄ້າຍຄືກັນ
  • ຮົນໄຄ: ສະຕາເລວ, ເກມລຳດັບທີ4ໃນຊຸດເກມຮົນໄຄ

ລິ້ງພາຍນອກ[ດັດແກ້]

ອ້າງອີງ[ດັດແກ້]

  1. 崩坏3. "《崩坏3》游戏纪录片——「最后留下了故事」". www.bilibili.com (in ຈີນແບບຮຽບງ່າຍ). Archived from the original on March 24, 2023. Retrieved 2023-03-24.
  2. https://honkaiimpact3.fandom.com/wiki/Honkai_Impact_3_Wiki
  3. "weapon". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  4. "stigmata inf". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  5. 5.0 5.1 "崩坏3上线两年 老玩家们的评价集锦". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  6. 6.0 6.1 "Hack and slash: The making of MIHOYO's Honkai Impact 3rd". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  7. "Honkai Impact 3rd – Bluestacks – The Best Android Emulator on PC as Rated by You". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  8. "Download Honkai Impact 3rd on PC with MEmu". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  9. "Honkai Impact 3rd PC Version Launches on December 26!". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  10. "崩坏漫画" Archived 2019-04-03 at the Wayback Machine
  11. "崩坏战役,绝地出击!《崩坏3》全平台公测作战指令". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  12. "HONKAI IMPACT 3RD: BIG IN JAPAN, COMING TO AMERICA". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  13. "#Honkai3rdAnniversary 3rd-Anniversary Thank-You Letter". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  14. "Hack and slash: The making of MIHOYO's Honkai Impact 3rd". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  15. "New mobile RPG Honkai Impact 3rd racks up 35 million downloads". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  16. "3D 動作手機遊戲《崩壞 3rd》繁體中文版今日於雙平台開放下載". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  17. "Honkai Impact 3rd Is Now Available Worldwide!". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  18. "戦乙女たちの3Dアクション「崩壊3rd」が配信開始。"聖痕冬のお姫様"をもらえるリリース記念イベントは3月2日まで開催". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  19. "[뉴스] 히페리온호 작전 개시! '붕괴 3rd' 국내 정식 출시". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  20. "Honkai Impact 3 chính thức mở cửa tại ĐNÁ, hỗ trợ cả ngôn ngữ tiếng Việt". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  21. "คอนเฟิร์ม! Honkai Impact 3 เตรียมเปิดให้บริการในโซน SEA". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  22. "News jeu Honkai Impact 3rd : Le jeu événement débarque en France !". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  23. 23.0 23.1 23.2 "Honkai Impact 3 Review | Taking Mobile Anime Games to a Whole New Level!". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)