ອາລີຊະຕົດ

ຈາກ ວິກິພີເດຍ
Jump to navigation Jump to search

ອາລີຊະຕົດ (ຝະລັ່ງ: Aristote) ຫຼື ອາລີຊະໂຕເຕແລດ (ກະເລັກ: Αριστοτέλης) (384 ປີກ່ອນຄິດຕະການ – 7 ມີນາ 322 ປີກ່ອນຄິດຕະການ) ເປັນນັກປັດຊະຍາກະເລັກບູຮານ ເປັນລູກສິດຂອງປະລາຕົງ ແລະເປັນອາຈານຂອງອາເລັກຊັງດະເລີມະຫາລາດ. ເພິ່ນແລະປະລາຕົງໄດ້ຮັບຍົກຍ້ອງໃຫ້ເປັນໜຶ່ງໃນນັກປັດຊະຍາທີ່ມີອິດທິພົນສູງທີ່ສຸດຜູ້ໜຶ່ງ ໃນໂລກຕາເວັນຕົກ ດ້ວຍຜົນງານຂຽນກ່ຽວກັບຟີຊິກ ຕັກກະສາດ ກະວີນິພົນ ສັດວິທະຍາ ການເມືອງ ການປົກຄອງ ຈະລິຍະສາດ ແລະຊີວະສາດ.

ນັກປັດຊະຍາກະເລັກບູຮານທີ່ຍິ່ງໃຫຍ່ທີ່ສຸດແມ່ນອາລີຊະຕົດ ປະລາຕົງ ແລະໂຊກະລັດ (ເຊິ່ງແນວຄິດຂອງເພິ່ນມີອິດທິພົນຢ່າງສູງກັບປະລາຕົງ). ເຂົາເຈົ້າໄດ້ປ່ຽນໂສມໜ້າຂອງປັດຊະຍາກະເລັກ ສະໄໝກ່ອນໂຊກະລັດ ຈົນກາຍເປັນຮາກຖານສຳຄັນຂອງປັດຊະຍາຕາເວັນຕົກໃນລັກສະນະປັດຈຸບັນ. ໂຊກະລັດບໍ່ໄດ້ຂຽນຫຍັງຖິ້ມໄວ້ ແຕ່ຜົນຂອງແນວຄິດຂອງເພິ່ນປະກົດໃນບົດສົນທະນາຂອງປະລາຕົງຊື່ ແຟດະເລີ (Phèdre). ເຮົາຈຶ່ງໄດ້ສຶກສາແນວຄິດຂອງໂຊກະລັດຜ່ານງານຂຽນຂອງປະລາຕົງແລະນັກຂຽນອື່ນໆ. ຜົນງານຂອງປະລາຕົງແລະອາລີຊະຕົດເປັນແກ່ນຂອງປັດຊະຍາບູຮານ.

ອາລີຊະຕົດເປັນໜຶ່ງໃນບໍ່ຈັກຄົນໃນປະຫວັດສາດທີ່ໄດ້ສຶກສາແທບທຸກສາຂາວິຊາທີ່ມີໃນຊ່ວງເວລາຂອງເພິ່ນ. ໃນສາຂາວິທະຍາສາດ ເພິ່ນໄດ້ສຶກສາ ກາຍວິພາກສາດ, ດາລາສາດ, ວິທະຍາອຳບະລີຢົງ, ພູມສາດ, ທໍລະນີວິທະຍາ, ອຸຕຸນິຍົມວິທະຍາ, ຟີຊິກ, ແລະ ສັດວິທະຍາ. ໃນດ້ານປັດຊະຍາ ໄດ້ຂຽນກ່ຽວກັບ ສຸນທະລີຍະສາດ, ເສດຖະສາດ, ຈະລິຍະສາດ, ການປົກຄອງ, ອະພິປັດຊະຍາ, ການເມືອງ, ຈິດວິທະຍາ, ວາທະສິນ ແລະ ເທວະວິທະຍາ. ເພິ່ນຍັງສົນໃຈກ່ຽວກັບ ສຶກສາສາດ, ປະເພນີຕ່າງຖິ່ນ, ວັນນະກຳ ແລະ ກະວີນິະພົນ. ຜົນງານຂອງເພິ່ນເມື່ອຮວບຮວມກັນແລ້ວ ຈັດໄດ້ວ່າເປັນສາລານຸກົມຂອງຄວາມຮູ້ສະໄໝກະເລັກ.

ປະຫວັດ[ແກ້ໄຂ]

ອາລີຊະຕົດເກີດປະມານ 384 ຫຼື 383 ປີກ່ອນຄິດຕະການທີ່ເມືອງຊະຕາຊີ (Stagire) ໃນແຄວ້ນມາເຊດວນ (Macédoine) ເຊິ່ງແມ່ນແຄວ້ນທີ່ແຫ້ງແລ້ງທາງຕອນເໜືອສຸດຂອງທະເລເອເຊ (Mer Égée) ຂອງກະແລັດ. ເປັນລູກຂອງນີໂກມັກ (Nicomaque) ເຊິ່ງມີອາຊີບທາງການແພດປະຈຳຢູ່ຊະຕາຊີ ແລະເປັນແພດປະຈຳພະອົງຂອງພະເຈົ້າອາມີນຕັດທີ 3 (Amyntas III) ແຫ່ງມາເຊດວນ.

ຍາມເດັກຜູ້ທີ່ໃຫ້ການສຶກສາແກ່ອາລີຊະຕົດ ແມ່ນພໍ່ຂອງເພິ່ນເອງ ເຊິ່ງເນັ້ນໄປໃນດ້ານທຳມະຊາດວິທະຍາ ເມື່ອອາຍຸ 18 ປີກໍໄດ້ເດີນທາງໄປສຶກສາຕໍ່ກັບປະລາຕົງຜູ້ເປັນນັກປັດຊະຍາທີ່ຍິ່ງໃຫຍ່ສຸດໃນຍຸກນັ້ນໃນເມືອງອາແຕນ (Athènes). ການສຶກສາຢູ່ກັບປະລາຕົງ 20 ປີ ເຮັດໃຫ້ອາລີຊະຕົດເປັນນັກປາດທີ່ລືນາມຕໍ່ມາຈາກປະລາຕົງ. ຕໍ່ມາເມື່ອປະລາຕົງເຖິງແກ່ກຳໃນປີ 347 ປີກ່ອນຄິດຕະສັກກະຫຼາດ ອາລີຊະຕົດກໍເດີນທາງໄປຮັບຕຳແໜ່ງເປັນພະອາຈານຂອງພະເຈົ້າອາເລັກຊັງດະເລີ ໃນປີ 343 - 342 ກ່ອນຄິດຕະສັກກະຫຼາດ. ຕໍ່ມາໃນປີ 336 ກ່ອນຄິດຕະສັກກະຫຼາດ ພະເຈົ້າອາເລັກຊັງດະເລີໄດ້ຂຶ້ນຄອງລາຊະສົມບັດຕໍ່ຈາກພະເຈົ້າຟີລິບ (Philippe II de Macédoine) ພະອົງຈຶ່ງໄດ້ພະລາຊະທານທຶນໃຫ້ແກ່ອາລີຊະຕົດເພື່ອຕັ້ງໂຮງຮຽນຊື່ລີເຊ (Lycée).

ການສຶກສາແລະຄົ້ນຄວ້າຂອງອາລີຊະຕົດເຮັດໃຫ້ເພິ່ນເປັນຜູ້ຮອບຮູ້ສັບພະວິຊາ ແລະໄດ້ຂຽນປຶ້ມໄວ້ຫຼວງຫຼາຍປະມານ 400 - 1000 ຫົວ ເຊິ່ງຜົນງານຂຽນຕ່າງໆແມ່ນມີອິດທິພົນຕໍ່ຄວາມເຊື່ອໃນສາສະໜາຄິດຈົນເຖິງຍຸກກາງຫຼືຍຸກມືດເຊິ່ງມີເວລາປະມານ 1,500 ປີເປັນຢ່າງໜ້ອຍ.

ຄໍາສອນ[ແກ້ໄຂ]

ຄໍາສອນທີ່ໜ້າສົນໃຈຂອງອາລີຊະຕົດໄດ້ແກ່ ຄວາມເຊື່ອທີ່ວ່າໂລກປະກອບດ້ວຍທາດ 4 ທາດ ແມ່ນ ດິນ ນ້ຳ ລົມ ແລະໄຟ. ແມ່ນຄວາມເຊື່ອທີ່ໃຊ້ອະທິບາຍໂຄງສ້າງຂອງຈັກກະວານ ອາລີຊະຕົດເຊື່ອວ່າ ໂລກເປັນສູນກາງຂອງຈັກກະວານ ໂດຍມີດາວຕ່າງໆລວມທັງດວງອາທິດໂຄຈອນຮອບໆ. ເຊື່ອອີກວ່າ ສະຫວັນຢູ່ນອກອະວະກາດ, ໂລກຢູ່ທາງລຸ່ມລົງມາ, ນ້ຳຢູ່ເທິງພື້ນໂລກ, ລົມຢູ່ເໜືອນ້ໍາ ແລະໄຟຢູ່ເໜືອລົມ. ແລະເຊື່ອອີກວ່າ ທາດຕ່າງໆຂອງໂລກຈະປ່ຽນແປງສະເໝີ ແຕ່ວ່າທາດທີ່ປະກອບເປັນສະຫວັນຈະບໍ່ປ່ຽນແປງ.

ຄໍາສອນແນວນີ້ ຕໍ່ມາໃນປີ ຄ.ສ. 1609 ໂຢຮັນເນດ ເຄປະເລີ (Johannes Kepler) ໄດ້ຕັ້ງກົດຂອງເຄປະເລີ ເຊິ່ງສະເໜີວ່າໂລກໂຄຈອນຮອບດວງອາທິດເປັນວົງຮີ. ແນວຄິດໃໝ່ນີ້ແມ່ນການລົບລ້າງຄວາມເຊື່ອກ່ຽວກັບຈັກກະວານຂອງອາລີຊະຕົດ.

ໃນອີກເລື່ອງທີ່ໜ້າສົນໃຈແມ່ນ ກໍລະນີຂອງວັດຖຸສອງຢ່າງທີ່ມີນ້ໍາໜັກບໍ່ເທົ່າກັນ. ຕາມຫຼັກຂອງອາລີຊະຕົດ, ວັດຖຸທັງສອງຈະຕົກລົງເຖິງພື້ນບໍ່ພ້ອມກັນ. ແຕ່ໃນປີ ຄ.ສ. 1600 ກາລິເລໂອ ໄດ້ພິສູດຕໍ່ໜ້າສາທາລະນະຊົນຢູ່ຫໍເນີ້ງແຫ່ງປິຊາວ່າ ແມ່ນແນວຄິດນີ້ທີ່ບໍ່ຖືກຕ້ອງ.

ຢ່າງໃດກໍດີ ທິສະດີຂອງອາລີຊະຕົດທາງດ້ານຊີວະວິທະຍາ ໄດ້ຮັບການຍ້ອງຍໍຫຼາຍ ຍ້ອນເພິ່ນໄດ້ສຶກສາກ່ຽວກັບຊີວິດຂອງສັດຕ່າງ ໆ ເຊັ່ນ ປາ ແລະພວກສັດເລືອຄານ ແລະໄດ້ບັນທຶກໄວ້ຢ່າງລະອຽດຫຼາຍ. ໄດ້ແບ່ງສັດອອກເປັນ 2 ພວກໃຫຍ່ ແມ່ນ ພວກມີກະດູກສັນຫຼັງ (Vertebrates) ແລະພວກບໍ່ມີກະດູກສັນຫຼັງ (Invertebrates). ນັບວ່າອາລີຊະຕົດເປັນຜູ້ບຸກເບີກຄວາມຮູ້ທາງດ້ານນີ້ ຈົນໄດ້ຮັບການຍ້ອງຍໍວ່າເປັນນັກທຳມະຊາດວິທະຍາຄົນທໍາອິດຂອງໂລກ.

ອ້າງອີງ[ແກ້ໄຂ]