ອານາຈັກຈາມປາ

ຈາກ ວິກິພີເດຍ
ສາສະນະສະຖານສິລະປະຈາມປາ

ອານາຈັກຈາມປາ (ຫວຽດນາມ: Chăm Pa) ແມ່ນອານາຈັກບູຮານຂອງຊາວຈາມຕັ້ງເມື່ອພຸດທະສະຕະວັດທີ 7 ຢູ່ທາງໃຕ້ຂອງຈີນ ຢູ່ທາງຕາເວັນອອກຂອງຟູນັນ ປັດຈຸບັນແມ່ນບໍລິເວນເມືອງເວ້, ຕາມກີ່, ຟານຊາງ-ທ້າບຈ່າມ ແລະຢາຈາງ ປະເທດຫວຽດນາມ.

ກ່ອນທີ່ອານາຈັກຈາມປາໄດ້ສູນສິ້ນໄປ ອານາຈັກຈາມປາຖືກອານາຈັກຮອບຂ້າງຕ່າງໆ ຍົກທັບມາໂຈມຕີຫຼາຍຄັ້ງ ຍ້ອນສະໄໝກ່ອນພື້ນທີ່ນີ້ແມ່ນເຂດທຸລະກັນດານ ຈີນຈຶ່ງບໍ່ສາມາດຄອບຄອງໄດ້ ແຕ່ຕໍ່ມາປະມານ ພ.ສ. 989 ກອງທັບຈີນໄດ້ຍົກທັບມາຕີລາຊະທານີຂອງຊາວຈາມລົງໄດ້. ຈາກນັ້ນເມື່ອພຸດທະສະຕະວັດທີ 17 ອານາຈັກຈາມປາໄດ້ຖືກໂຈມຕີໂດຍກອງທັບຂອງພະເຈົ້າໄຊຍະວໍລະມັນທີ 2 ກະສັດແຫ່ງອານາຈັກຂະເໝນ ແລະ ຕໍ່ມາໃນພ.ສ. 1856 ພໍ່ຂຸນຣາມຄຳແຫງແຫ່ງກຸງສຸໂຂໄທສົ່ງກອງທັບມາຕີ ຈົນໃນທີ່ສຸດເມື່ອປີພ.ສ. 2014 ລາຊະວົງເລຂອງຫວຽດນາມໄດ້ຍົກທັບມາຕີລາຊະທານີກງວິໄຊ (ບິ່ນດິ່ນ) ຈົນແຕກ ການໂຈມຕີຄັ້ງນີ້ ຊາວຈາມເສຍຊີວິດ 60,000 ຄົນ ແລະເປັນຊະເລີຍອີກ 30,000 ຄົນ ເຊິ່ງການໂຈມຕີຄັ້ງນີ້ ເຮັດໃຫ້ອານາຈັກຈາມປາເສຍຄວາມເປັນຊາດໄປ ແລະໄດ້ກາຍເປັນຫົວເມືອງຫວຽດນາມ.

ເມື່ອພຸດທະສະຕະວັດທີ 10 ມີຊາວຈີນຊື່ ມາຕວນຫຼິນ ໄດ້ຂຽນເລື່ອງຂອງຊາວຈາມ (ເຊິ່ງເພິ່ນເອີ້ນວ່າ ຫຼິນຢີ່) ວ່າ ຊາວຈາມປາສ້າງບ້ານເຮືອນດ້ວຍດິນຈີ່ແລ້ວສາບດ້ວຍປູນ ຊາຍຍິງມີຜ້າຝ້າຍຜືນດຽວຫໍ່ຫຸ້ມຮ່າງກາຍ ແລະມັກເຈາະຫູແລະຫ້ອຍຫ່ວງເລັກ ຄົນຊັ້ນສູງໃສ່ເກີບໜັງ ສ່ວນຂ້າຂ້ອຍຍ່າງຕີນເປົ່າ ພະລາຊາຊົງພະມາລາຊົງສູງ ຊົງຊ້າງ ມີບໍລິພານຖືທຸງແລະກົດກັ້ນລ້ອມຮອບພະອົງ ຊົນຊາດຈາມສືບເຊື້ອສາຍຈາກຊາວມະລາຢູ-ໂປລີເນຊີ (Malayo-Polynésien) ສ່ວນໃຫຍ່ເປັນຊາວທະເລ ມີຄວາມສາມາດທາງການເດີນເຮືອ ເດີມນັບຖືສາສະໜາພາມແລະສາສະໜາພຸດ ແຕ່ເມື່ອຊາວມະລາຢູໄດ້ໄປເຜີຍແພ່ສາສະໜາອິສະລາມ ຊາວຈາມຈຳນວນຫຼາຍກໍປ່ຽນມານັບຖືສາສະໜາອິສະລາມ.