ວິກິພີເດຍ:ຜູ້ດູແລລະບົບ
![]() | ໜ້ານີ້ເປັນນະໂຍບາຍຂອງວິກິພີເດຍພາສາລາວ ເປັນມາດຕະຖານທີ່ຍອມຮັບຢ່າງກວ້າງຂວາງທີ່ຜູ້ໃຊ້ທຸກຄົນຄວນປະຕິບັດຕາມ ການປັບປຸງນະໂຍບາຍຄວນສະທ້ອນໃຫ້ເຫັນຄວາມເຫັນດີເຫັນພ້ອມ |
ຜູ້ດູແລລະບົບ (ອັງກິດ: administrators, admin ຫຼື sysop) ເປັນຜູ້ຂຽນວິກິພີເດຍທີ່ມີຄຸນສົມບັດທາງດ້ານວິຊາການເພື່ອດໍາເນີນການພິເສດໃນວິກິພີເດຍພາສາລາວ ທັງຄວາມສາມາດໃນການບລັອກແລະປົດບລັອກບັນຊີຜູ້ໃຊ້ແລະທີ່ຢູ່ໄວພີບໍ່ສາມາດແກ້ໄຂໄດ້ ລັອກແລະປົດລັອກໜ້າເພື່ອປ້ອງກັນການແກ້ໄຂ ລຶບແລະຟື້ນຟູໜ້າ ປ່ຽນຊື່ຫນ້າໂດຍບໍ່ມີຂໍ້ຈໍາກັດ ແລະເຄື່ອງມືອື່ນ ໆ
ເຊັ່ນດຽວກັບອາສາສະໝັກ ຜູ້ດູແລລະບົບຮັບຜິດຊອບໜ້າທີ່ເຫຼົ່ານີ້ທີ່ຜ່ານຂະບວນການທົບທວນຊຸມຊົນກ່ອນ ບໍ່ແມ່ນພະນັກງານຂອງມູນນິທິວິກິພີເດຍ ຜູ້ດູແລລະບົບບໍ່ເຄີຍຖືກມອບໝາຍໃຫ້ໃຊ້ເຄື່ອງມືຂອງເຂົາເຈົ້າ ແລະຕ້ອງບໍ່ໃຊ້ເຄື່ອງມືດັ່ງກ່າວເພື່ອຜົນປະໂຫຍດຂອງການຂັດແຍ້ງທີ່ກ່ຽວຂ້ອງ ນອກເຫນືອຈາກການມີເຄື່ອງມືພິເສດ ຜູ້ດູແລລະບົບມີຄວາມສາມາດດຽວກັນກັບວິກິພີເດຍສະເລ່ຍ ບໍ່ມີສິດທິພິເສດ ຫຼືອຳນາດເໜືອຄົນອື່ນ ບໍ່ວ່າຈະເປັນການຂຽນບົດຄວາມ ສະເໜີນະໂຍບາຍ ຫຼືອອກຄຳເຫັນ ວິກິພີເດຍແມ່ນຊ່ວຍຮັກສາວິກິພີເດຍຢູ່ແລ້ວ. ໂດຍການເກັບກໍາບົດຄວາມ ຫຼືການເຝົ້າລະວັງການລ່ວງລະເມີດ ແລະອື່ນ ໆ
ຜູ້ດູແລລະບົບແມ່ນໄດ້ຮັບການສະເໜີຊື່ເອງຫຼືຖືກສະເໜີຊື່ (ຢູ່ ວິກິພີເດຍ:ສະເໜີຊື່ໃຫ້ເປັນຜູ້ດູແລລະບົບ) ຜູ້ທີ່ຕ້ອງການປະສົບການວິກິພີເດຍຈຳນວນໜຶ່ງ ເພື່ອຄຸ້ນເຄີຍກັບຫຼັກການຂອງວິກິພີເດຍ ເຊັ່ນດຽວກັນກັບການຮັບຮູ້ຈາກຊຸມຊົນວິກິພີເດຍ
ປະຈຸບັນ ວິກິພີເດຍພາສາລາວມີຜູ້ດູແລລະບົບ 1 ຄົນ
ຄວາມສາມາດທີ່ເພິ່ມຂຶ້ນມາ[ດັດແກ້]
ຄວາມສາມາດທີ່ເພີ່ມຂຶ້ນມາຂອງຜູ້ດູແລລະບົບສ່ວນຫຼາຍຈະເປັນໃນທາງ ການໃຊ້ຄຳສັ່ງພິເສດຂອງຕົວໂປຣແກຣມ ເຊິ່ງໄດ້ແກ່ ການຍ້ອນຂໍ້ມູນກັບໄປທີ່ການແກ້ໄຂຫຼ້າສຸດ ການລົບບົດຄວາມ ການຮຽກບົດຄວາມທີ່ຖືກລົບຄືນມາ ການລັອກຫືຼປົດລັອກໜ້າ ເພື່ອປ້ອງກັນການແກ້ໄຂໃນກໍລະນີທີ່ມີການໂຕ້ຖຽງ ການບັອກຫືຼປົດບັອກຜູ້ໃຊ້ທີ່ມາຮົບກວນ ການແກ້ໄຂໜ້າທີ່ຖືກລັອກ
ຜູ້ດູແລລະບົບຈະແບ່ງອອກເປັນ ຜູ້ດູແລລະບົບສິດທິແຕ່ງຕັ້ງ, steward ແລະ developer ດັ່ງນີ້
- ຜູ້ດູແລລະບົບສິດທິແຕ່ງຕັ້ງ (bureaucrat) ມີສິດແຕ່ງຕັ້ງຜູ້ໃຊ້ໃຫ້ເປັນຜູ້ດູແລລະບົບໄດ້ ແຕ່ບໍ່ສາມາດຖອດຖອນສິດໄດ້ ປ່ຽນຊື່ຜູ້ໃຊ້ ແລະຮັບຮອງຫຼືຍົກເລີກສະຖານະບອຕ ໄດ້
- ຜູ້ດູແລ "steward" ສາມາດປ່ຽນສະຖານະຂອງຜູ້ໃຊ້ທຸກແບບ ໃນທຸກໂຄງການຂອງວິກິມີເດຍ
- ຜູ້ດູແລ "developer" ເປັນລະດັບການຈັດການທາງເທັກນິກຂັ້ນສູງສຸດ (ໂດຍໃນລະດັບນີ້ ຈະມີລຳດັບຊັ້ນອີກ ແຕ່ຜູ້ໃຊ້ໂດຍທົ່ວໄປຈະບໍ່ຊາບ) ໂດຍສາມາດປ່ຽນແປງຊອຟແວຣ໌ຂອງມີເດຍວິກິ ແລະຖານຂໍ້ມູນຂອງວິກິມີເດຍໄດ້ໂດຍກົງ
ຮ້ອງຮຽນຜູ້ດູແລລະບົບທີ່ປະພຶດບໍ່ເໝາະສົມ[ດັດແກ້]
ຖ້າທ່ານພົບເຫັນຫຼືຮູ້ສຶກວ່າຜູ້ດູແລລະບົບປະພຶດຕົວບໍ່ເໝາະສົມ ຫຼືກະທຳການລຳອຽງ ທ່ານສາມາດຮ້ອງຮຽນໄດ້ທີໜ້າ ແຈ້ງຜູ້ດູແລລະບົບ ໂດຍກ່ອນທີ່ຈະຮ້ອງຮຽນໃຫ້ແນ່ໃຈວ່າ ຜູ້ດູແລລະບົບຜູ້ນັ້ນໂດຍກົງກ່ອນ ແລະເບິ່ງທີ່ຂໍ້ຜິດພາດທີ່ພົບບ່ອຍ ເພື່ອໃຫ້ແນ່ໃຈວ່າບໍ່ໄດ້ເກີດຈາກຄວາມເຂົ້າໃຈຜິດຂອງຝ່າຍໃດຝ່າຍນຶ່ງ ຫຼັງຈາກທີ່ເຮັດການເຈລະຈາແລະຖ້າເກີດຈາກການປະພຶດຕົວບໍ່ເໝາະສົມຂອງຜູ້ດູແລລະບົບຈິງ ຈະມີການຮ້ອງຂໍໃຫ້ຜູ້ດູແລນັ້ນອອກຈາກການເປັນຜູ້ດູແລລະບົບ
ການຖອດຖອນຜູ້ດູແລລະບົບ[ດັດແກ້]
ໃນວິກິພີເດຍພາສາລາວ ບໍ່ມີນະໂຍບາຍການຖອດຖອນຜູ້ດູແລລະບົບໂດຍກົງ ເວັ້ນເສຍແຕ່ຜູ້ດູແລທີ່ປະພຶດຕົວບໍ່ເໝາະສົມ ເຊິ່ງອາດຖືຮ້ອງຂໍໃຫ້ອອກຈາກກາຮເປັນຜູ້ດູແລລະບົບ ຢ່າງໃດກໍຕາມສຳລັບຜູ້ດູແລລະບົບທີ່ບໍ່ໄດ້ມີສ່ວນຮ່ວມໃນວິກິພີເດຍພາສາລາວເປັນລະຍະເວລານຶ່ງ ໂດຍກ່າວໄວ້ວ່າມີສ່ວນຮ່ວມແກ້ໄຂໃນວິກິພີເດຍພາສາລາວຫນ້ອຍກວ່າ 50 ຄັ້ງ ໃນ 1 ປີທີ່ຜ່ານມາ ຈະມີການແຈ້ງຕໍ່ຜູ້ດູແລໃຫ້ຊາບວ່າຍັງຄົງສົນໃຈເປັນຜູ້ດູແລລະບົບຕໍ່ຫຼືບໍ່ ຜູ້ດູແລລະບົບທີ່ບໍ່ຕ້ອງການເຮັດໜ້າທີ່ ຫຼືຄິດວ່າບໍ່ມີເວລາໃນການດູແລວິກິພີເດຍພາສາລາວ ແລະປະສົງຈະສະລະສິດກາຮເປັນຜູ້ດູແລລະບົບ ສາມາດຕິດຕໍ່ ການຖອດຖອນສິດໃນການເປັນຜູ້ດູແລລະບົບ
ຈະເປັນຜູ້ດູແລລະບົບໄດ້ແນວໃດ[ດັດແກ້]
ຫາກທ່ານຕ້ອງການສະເໜີຊາວວິກິພີເດຍລາຍໃດເປັນຜູ້ດູແລ (ທ່ານສາມາດສະເໜີຕົວເອງໄດ້ເຊັ່ນກັນ) ໃຫ້ເພີ່ມຊື່ຊາວວິກິພີເດຍຜູ້ນັ້ນທີ່ ວິກິພີເດຍ:ສະເໜີຊື່ໃຫ້ເປັນຜູ້ດູແລລະບົບ ເພື່ອໃຫ້ຊາວວິກິພີເດຍຜູ້ອື່ນອອກສຽງເພື່ອພິຈາລະນາຮັບຮອງຕໍ່ໄປ
ລາຍຊື່ຜູ້ດູແລລະບົບ[ດັດແກ້]
ຜູ້ດູແລລະບົບປະຈຸບັນ[ດັດແກ້]
- ຂໍ້ມູນນີ້ດັດແກ້ຫຼ້າສຸດເມື່ອ 12 ຕຸລາ 2022 ສຳຫຼັບຂໍ້ມູນຫຼ້າສຸດ ເບິ່ງທີ່ ລາຍຊື່ຜູ້ດູແລລະບົບ
ຊື່ຜູ້ໃຊ້ | ຜູ້ດູແລລະບົບອິນເຕີເຟສ | ຜູ້ດູແລລະບົບສີດທິແຕ່ງຕັ້ງ | ບອຕ | ສິດທິຖາວອນ | ປີທີ່ເລີ່ມເຮັດວຽກ | ໝາຍເຫດ |
---|---|---|---|---|---|---|
Lookruk (ສົນທະນາ⧼dot-separator⧽ປະກອບສ່ວນ) | ![]() |
![]() |
![]() |
![]() |
12 ຕຸລາ 2022 |
ອະດີດຜູ້ດູແລລະບົບ[ດັດແກ້]
ຊື່ຜູ້ໃຊ້ | ຜູ້ດູແລລະບົບອິນເຕີເຟສ | ຜູ້ດູແລລະບົບສີດທິແຕ່ງຕັ້ງ | ບອຕ | ສິດທິຖາວອນ | ປີທີ່ເຮັດວຽກ | ໝາຍເຫດ |
---|---|---|---|---|---|---|
Drini (ສົນທະນາ⧼dot-separator⧽ປະກອບສ່ວນ) | - | ![]() |
![]() |
![]() |
2007 - 2008 | ຜູ້ດູແລລະບົບຊົ່ວຄາວ |
Tuinui (ສົນທະນາ⧼dot-separator⧽ປະກອບສ່ວນ) | - | ![]() |
![]() |
![]() |
2007 - 2016 | ບໍ່ມີການເຄື່ອນໄຫວ |
Waerth (ສົນທະນາ⧼dot-separator⧽ປະກອບສ່ວນ) | - | ![]() |
![]() |
![]() |
2005 - 2014 | ບໍ່ມີການເຄື່ອນໄຫວ |
ລະດັບຂັ້ນຜູ້ໃຊ້ໃນວິກິພີເດຍ | |
---|---|
ບອຕ | ຜູ້ໃຊ້ | ຜູ້ດູແລລະບົບ | ຜູ້ດູແລລະບົບອິນເຕີເຟສ | ຜູ້ດູແລລະບົບສິດທິແຕ່ງຕັ້ງ | ຜູ້ກວດສອບຜູ້ໃຊ້ | ຜູ້ຄວບຄຸມປະຫວັດ | ຜູ້ດູແລໂຄງການ | ອື່ນ ໆ |