ພຶດຊະຄະນິດ

ຈາກ ວິກິພີເດຍ

ພຶດຊະຄະນິດ (ຄຳເຄົ້າ: ພຶຊຄນິຕ; ອັງກິດ: Algebra)ແມ່ນ ສາຂາໜຶ່ງ ຂອງ ຄະນິດສາດ ທີ່ ສຶກສາ ກ່ຽວກັບ ໂຄງສ້າງ, ຄວາມສຳພັນ ແລະ ປະລິມານ. ຄຳວ່າ ພຶດຊະຄະນິດ ໃນ ພາສາອັງກິດ ມີເຄົ້າມາຈາກ ບົດນິພົນກ່ຽວກັບ ການຊອກຫາ ຄຳຕອບ ຂອງ ສົມຜົນເສັ້ນຊື່ແລະ ສົມຜົນຂັ້ນສອງໂດຍ ນັກຄະນິດສາດຄົນເປີເຊຍ ຊື່ວ່າ ມຸຮະມັດ ອິບຸນ ມູຊາ ອາລກາຣິສມີ.

ພຶດຊະຄະນິດ ແມ່ນ ໜຶ່ງໃນສາຂາຫຼັກ ຂອງ ຄະນິດສາດ ເຊັ່ນດຽວກັນ ກັບ ເລຂາຄະນິດ, ວິເຄາະຄະນິດ, ທິດສະດີຈຳນວນ ແລະອື່ນໆ. ໂດຍທົ່ວໄປ ພຶດຊະຄະນິດພື້ນຖານ ຈະຖືກສອນ ເປັນຫຼັກສູດ ໃນ ລະດັບອຸດົມສຶກສາ. ແຕ່ ພຶດຊະຄະນິດ ທີ່ແທ້ຈິງ ແມ່ນມີ ຂອບເຂດກ້ວາງຂວາງ ກ່ວາ ພຶດຊະຄະນິດພື້ນຖານ ນີ້ຫຼາຍ.


ຫົວຂໍ້ສຳຄັນ ໃນ ພຶດຊະຄະນິດ